ຍສໝ - ໃນຕອນບ່າຍວັນທີ 12 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ດວານຄັກຫວຽດ, ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມຂ່າວປະຈໍາ ຂອງກະຊວງການຕ່າງປະເທດຫວຽດນາມ. ມາຮອດປະຈຸບັນ, ຫວຽດນາມ ໄດ້ລົງນາມໃນການຮັບຮູ້ໜັງສືຜ່ານແດນວັກແຊງກັບ 20 ປະເທດ, ໃນນັ້ນມີ: ຍີ່ປຸ່ນ, ອາເມລິກາ, ອັງກິດ, ອົດສະຕາລີ, ອິນເດຍ, ເບລາຣຸດ, ກຳປູເຈຍ, ຟີລິບປິນ, ນິວຊີແລນ, ສີລັງກາ, ສິງກະໂປ, ສ.ເກົາຫຼີ, ມາເລເຊຍ.
ຍສໝ - ຕອນຄ່ຳວັນທີ 26 ຕຸລາ, ທີ່ຮ່າໂນ້ຍ, ເຂດຊຸມຊົນຄະນະປະຕິບັດງານພາກຕາເວັນຕົກເລກທີ 79 – 81 ຖະໜົນ ຫຼີນາມເດ໊ ໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງຄະນະປະຕິບັດງານພາກຕາເວັນຕົກ (1959 - 2019).
ສປປ ລາວ ມີປະຊາກອນໜຸ່ມປະມານ 60% ແມ່ນອາຍຸຕໍ່າກວ່າ 25 ປີ, ການສຶກສາກ່ຽວກັບພົນລະເມືອງຂອງລາວ ປີ 2030 ສະແດງໃຫ້ເຫັນວ່າປະຊາກອນທັງໝົດ ຂອງ ສປປ ລາວ ຢູ່ ໃນລະດັບ 7,2 ລ້ານຄົນໃນ ປີ 2020, ຄາດວ່າຈະບັນລຸເຖິງ 8,1 ລ້ານຄົນໃນປີ 2030 ແລະ ຈະເພີ່ມຂຶ້ນເກືອບໜຶ່ງລ້ານຄົນໃນ 10 ປີຂ້າງໜ້າ.
ໃນຕອນເຊົ້າວັນທີ 15 ກຸມພາ 2019ນີ້ ການນຳແຂວງສະຫວັນນະເຂດ ໄດ້ພ້ອມກັນເຂົ້າວາງກະຕ່າດອກໄມ້ ແລະ ດອກໄມ້ ທີ່ອະນຸສາວະລີ ທ່ານ ພູນ ສີປະເສີດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດທ່ານ ພູນ ສີປະເສີດ ຄົບຮອບ 99 ປີ.
ຍສໝ - ກ່າວຄຳເຫັນທີ ພິທີ, ທ່ານນາງ ຫງວຽນທິກິມແອັງ, ຫົວໜ້າໜ່ວຍມິດຕະພາບ ຫວຽດນາມ - ລາວ ເຮືອນລວມໝູ່ ເລກທີ 79 – 81 ຖະໜົນລີ໊ນາມເດ໊ ໃຫ້ຮູ້ວ່າ: ປີ 1959, ຄະນະປະຕິດງານພາກຕາເວັນອອກ ໄດ້ສ້າງຕັ້ງເພື່ອແນໃສ່ຊ່ວຍເຫຼືອໃຫ້ແກ່ການປະຕິວັດລາວໃນໄລຍະຕໍ່ສູ້ຕ້ານອາເມລິກາ. ຄະນະທີ່ມີສຳນັກງານລັບ ຢູ່ເຮືອນເລກທີ 79 – 81 ຖະໜົນ ລີ໊ນາມເດ໊ ໂດຍທ່ານພົນເອກ ຫວໍງວຽນຢາບ ເປັນຫົວໜ້າຄະນະ.
ຍສໝ - ຄົນເຈັບທີ່ຍັງເຫຼືອ 15 ຄົນ ພວມໄດ້ຮັບການປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆໃນອາການສຸຂະພາບທີ່ເປັນປົກກະຕິ, ໃນນັ້ນມີຄົນເຈັບທີ່ມີອາການໜັກທີ່ສຸດແມ່ນນັກບິນຊາວອັງກິດທີ່ພວມໄດ້ຮັບການປິນປົ່ວຢູ່ໂຮງໝໍເຈິໄຣ (ນະຄອນໂຮ່ຈີມິນ) ມີອາການສຸຂະພາບນັບມື້ນັບດີຂຶ້ນ.