ຍສໝ - ໃນຕອນບ່າຍວັນທີ 12 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ດວານຄັກຫວຽດ, ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມຂ່າວປະຈໍາ ຂອງກະຊວງການຕ່າງປະເທດຫວຽດນາມ. ມາຮອດປະຈຸບັນ, ຫວຽດນາມ ໄດ້ລົງນາມໃນການຮັບຮູ້ໜັງສືຜ່ານແດນວັກແຊງກັບ 20 ປະເທດ, ໃນນັ້ນມີ: ຍີ່ປຸ່ນ, ອາເມລິກາ, ອັງກິດ, ອົດສະຕາລີ, ອິນເດຍ, ເບລາຣຸດ, ກຳປູເຈຍ, ຟີລິບປິນ, ນິວຊີແລນ, ສີລັງກາ, ສິງກະໂປ, ສ.ເກົາຫຼີ, ມາເລເຊຍ.
ຍສໝ - ຕອນຄ່ຳວັນທີ 26 ຕຸລາ, ທີ່ຮ່າໂນ້ຍ, ເຂດຊຸມຊົນຄະນະປະຕິບັດງານພາກຕາເວັນຕົກເລກທີ 79 – 81 ຖະໜົນ ຫຼີນາມເດ໊ ໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງຄະນະປະຕິບັດງານພາກຕາເວັນຕົກ (1959 - 2019).
ສປປ ລາວ ມີປະຊາກອນໜຸ່ມປະມານ 60% ແມ່ນອາຍຸຕໍ່າກວ່າ 25 ປີ, ການສຶກສາກ່ຽວກັບພົນລະເມືອງຂອງລາວ ປີ 2030 ສະແດງໃຫ້ເຫັນວ່າປະຊາກອນທັງໝົດ ຂອງ ສປປ ລາວ ຢູ່ ໃນລະດັບ 7,2 ລ້ານຄົນໃນ ປີ 2020, ຄາດວ່າຈະບັນລຸເຖິງ 8,1 ລ້ານຄົນໃນປີ 2030 ແລະ ຈະເພີ່ມຂຶ້ນເກືອບໜຶ່ງລ້ານຄົນໃນ 10 ປີຂ້າງໜ້າ.
ຍສໝ - ກ່າວຄຳເຫັນທີ ພິທີ, ທ່ານນາງ ຫງວຽນທິກິມແອັງ, ຫົວໜ້າໜ່ວຍມິດຕະພາບ ຫວຽດນາມ - ລາວ ເຮືອນລວມໝູ່ ເລກທີ 79 – 81 ຖະໜົນລີ໊ນາມເດ໊ ໃຫ້ຮູ້ວ່າ: ປີ 1959, ຄະນະປະຕິດງານພາກຕາເວັນອອກ ໄດ້ສ້າງຕັ້ງເພື່ອແນໃສ່ຊ່ວຍເຫຼືອໃຫ້ແກ່ການປະຕິວັດລາວໃນໄລຍະຕໍ່ສູ້ຕ້ານອາເມລິກາ. ຄະນະທີ່ມີສຳນັກງານລັບ ຢູ່ເຮືອນເລກທີ 79 – 81 ຖະໜົນ ລີ໊ນາມເດ໊ ໂດຍທ່ານພົນເອກ ຫວໍງວຽນຢາບ ເປັນຫົວໜ້າຄະນະ.
ຍສໝ - ຄົນເຈັບທີ່ຍັງເຫຼືອ 15 ຄົນ ພວມໄດ້ຮັບການປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆໃນອາການສຸຂະພາບທີ່ເປັນປົກກະຕິ, ໃນນັ້ນມີຄົນເຈັບທີ່ມີອາການໜັກທີ່ສຸດແມ່ນນັກບິນຊາວອັງກິດທີ່ພວມໄດ້ຮັບການປິນປົ່ວຢູ່ໂຮງໝໍເຈິໄຣ (ນະຄອນໂຮ່ຈີມິນ) ມີອາການສຸຂະພາບນັບມື້ນັບດີຂຶ້ນ.
ໃນຕອນເຊົ້າວັນທີ 15 ກຸມພາ 2019ນີ້ ການນຳແຂວງສະຫວັນນະເຂດ ໄດ້ພ້ອມກັນເຂົ້າວາງກະຕ່າດອກໄມ້ ແລະ ດອກໄມ້ ທີ່ອະນຸສາວະລີ ທ່ານ ພູນ ສີປະເສີດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດທ່ານ ພູນ ສີປະເສີດ ຄົບຮອບ 99 ປີ.
ຍສໝ - ໄລ່ຮອດວັນທີ 2 ກໍລະກົດ, ຫວຽດນາມໄດ້ສົ່ງອອກເຂົ້າສານໄປຍັງປະເທດຟີລິບປິນປະມານ 1.126 ລ້ານໂຕນ, ກວມ 87% ຂອງປະລິມານການນຳເຂົ້າເຂົ້າສານທັງໝົດຂອງຟີລິບປິນໃນ 6 ເດືອນຕົ້ນປີ 2021.
ໃນ 1 ປີຜ່ານມາ, ມີຄົນເຂົ້າເມືອງທັງໝົດ 87,977 ຄົນ, ຍິງ 22,478 ຄົນ, ຄົນອອກເມືອງມີທັງໝົດ 84,734 ຄົນ, ຍິງ 20,234 ຄົນ ຢູ່ ດ່ານສາກົນລາໄລ.
ຕອນເຊົ້າວັນທີ 7 ກໍລະກົດ, ຢູ່ສະໜາມບິນສາກົນ ໂນ້ຍບາຍ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈືອງກວັກເກື່ອງ ໄດ້ຮັບວັກຊິນກັນພະຍາດໂຄວິດ - 19 Commirnaty ຂອງ Pfizer/BioNtech ລວມທັງໝົດ 97.110 ໂດສ. ນີ້ແມ່ນວັກຊິນງວດທຳອິດ ໃນຍອດຈຳນວນວັກຊິນ Pfizer/BioNtech 31 ລ້ານໂດສ ເຊິ່ງ Pfizer ໄດ້ໃຫ້ຄຳໝັ້ນສັນຍາສະໜອງ ໃຫ້ແກ່ ຫວຽດນາມ ໃນປີ 2021.
ຍສໝ - ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໃຫ້ຮູ້ວ່າ: 2 ເດືອນຕົ້ນປີ 2022, ຍອດວົງເງິນການສົ່ງອອກ, ນຳເຂົ້າຜະລິດຕະພັນກະເສດ, ປ່າໄມ້, ສິນໃນນ້ຳຄາດວ່າຈະບັນລຸ 14,2 ຕື້ USD, ເພີ່ມຂຶ້ນ 15,8% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2020, ໃນນັ້ນການສົ່ງອອກຄາດວ່າຈະບັນລຸ 8ຕື້ USD, ການນຳເຂົ້າຄາດວ່າຈະບັນລຸ ກ່ວາ 6,2 ຕື້ USD. ດັ່ງນັ້ນ, ມູນຄ່າສົ່ງອອກເກີນດຸນດ້ານກະສິກຳ, ປ່າໄມ້, ສິນໃນນ້ຳ ບັນລຸ ເກືອບ 1,8 ຕື້ USD.