ຄວາມງາມຂອງເຂດໄຕບັກ ຍາມປູກເຂົ້າ

19:18 | 29/05/2021

ເຂດ ໄຕບັກ (ເຂດທິດຕາເວັນຕົກສ່ຽງເໜືອຫວຽດນາມ) ມີຊື່ສຽງດ້ວຍບັນດານາຂັ້ນໄດ້ທີ່ງາມຕາ, ໃນນັ້ນມີ 2 ສະຖານທີ່ເຊິ່ງແມ່ນ ໝູ່ກາງຈາຍ (ອຽນບາຍ) ແລະ ຊາປາ (ລ່າວກາຍ) ໄດ້ຈັດເຂົ້າໃນບັນຊີນາຂັ້ນໄດ 12 ແຫ່ງງາມທີ່ສຸດໃນໂລກໂດຍວາລະສານ Telegraph ຂອງອັງກິດ ຄັດເລືອກ.

ຜູ້ຊ່ຽວຊານສາກົນ ໄດ້ຕີລາຄາສູງບົດບາດຂອງພັກກອມມູນິດຫວຽດນາມ ຜູ້ຊ່ຽວຊານສາກົນ ໄດ້ຕີລາຄາສູງບົດບາດຂອງພັກກອມມູນິດຫວຽດນາມ
ສົ່ງອອກໝາກລິນຈີ່ ຂອງບັ໊ກຢາງ ງວດທຳອິດໄປຍັງຕະຫຼາດຍີ່ປຸ່ນ ສົ່ງອອກໝາກລິນຈີ່ ຂອງບັ໊ກຢາງ ງວດທຳອິດໄປຍັງຕະຫຼາດຍີ່ປຸ່ນ
ເດືອນພຶດສະພາ, ມິຖຸນາ ແມ່ນເລີ່ມເຂົ້າສູ່ຍາມຝົນລະດູແລ້ງ ກໍ່ແມ່ນຈຸດເວລາທີ່ພໍ່ແມ່ປະຊາຊົນຢູ່ເຂດພູສູງເລີ່ມເຮັດໄຮ່ໄຖນາກະກຽມໃຫ້ລະດູການເກັບກ່ຽວໃໝ່ ແລະ ນີ້ກໍ່ແມ່ນຈຸດເວລາທີ່ນາຂັ້ນໃດງາມທີ່ສຸດ.
ເດືອນພຶດສະພາ, ມິຖຸນາ ແມ່ນເລີ່ມເຂົ້າສູ່ຍາມຝົນລະດູແລ້ງ ກໍ່ແມ່ນຈຸດເວລາທີ່ພໍ່ແມ່ປະຊາຊົນຢູ່ເຂດພູສູງເລີ່ມເຮັດໄຮ່ໄຖນາກະກຽມໃຫ້ລະດູການເກັບກ່ຽວໃໝ່ ແລະ ນີ້ກໍ່ແມ່ນຈຸດເວລາທີ່ນາຂັ້ນໃດງາມທີ່ສຸດ.
ຄວາມງາມຂອງເຂດໄຕບັກ ຍາມປູກເຂົ້າ

ຍ້ອນນຳໃຊ້ແຫຼ່ງນ້ຳທຳມະຊາດ ສະນັ້ນ ໃນປີໜຶ່ງ ພໍ່ແມ່ປະຊາຊົນຢູ່ເຂດພູສູງ ຫວ່ານກ້າໄດ້ພຽງແຕ່ລະດູດຽວເທົ່ານັ້ນ. ນ້ຳໄຫຼຈາກຫ້ວຍນ້ຳລົງມາ, ຜ່ານທໍ່ໄມ້ເຮ້ຍ ໄຫຼຈາກນາຂັ້ນນີ້ໄປໃສ່ນາຂັ້ນອື່ນ. ເວລານັ້ນ ນາຂັ້ນໄດ ງາມຄືດັ່ງພາບແຕ້ມທຳມະຊາດທີ່ງົດງາມ ແລະ ມີຊີວິດຊີວາ.

ຄວາມງາມຂອງເຂດໄຕບັກ ຍາມປູກເຂົ້າ

ອາດຈະບໍ່ມີຈິດຕະກອນໃດສາມາດແຕ້ມບັນດາຜະລິດຕະພັນທີ່ມີຊີວິດຊີວາຄືດັ່ງພາບທີ່ປະຊາຊົນຢູ່ເຂດພູສູງນີ້ ໄດ້ພ້ອມກັບທຳມະຊາດ, ດິນຟ້າອາກາດສ້າງຂຶ້ນ. ຖ້າຢືນຊົມວິວຢູ່ທີ່ນີ້ໝົດມື້ກໍ່ບໍ່ເບື່ອສີສັນຂອງນາຂັ້ນໄດທີ່ມີການປ່ຽນຕະຫຼອດ ຍ້ອນໜ້ານ້ຳສະທ້ອນສີຂອງທ້ອງຟ້າ ແລະ ຖ້າຫາກເພື່ອນໂຊກດີ ກໍຈະໄດ້ຊົມຕາເວັນຂຶ້ນ ຫຼື ຕາເວັນຕົກທີ່ສົ່ງແສງສາດສ່ອງຜ່ານເມກເປັນຮູບກ້ານວີ ລົງໃສ່ນາຂັ້ນໄດ, ຢູ່ເຂດໄກໆນັ້ນແມ່ນເຂດພູປ່າ ສາຍພູຕັ້ງສະຫຼັບສັບຊ້ອນກັນ ອັນໄດ້ສ້າງເປັນຮູບພາບດ້ວຍສີິສັນຫຼາກຫຼາຍ, ມະຫັດສະຈັນ.

ຄວາມງາມຂອງເຂດໄຕບັກ ຍາມປູກເຂົ້າ

ເມື່ອມາຢ້ຽມຢາມເຂດພູສູງໃນຍາມປູກເຂົ້າ ແມ່ນໂອກາດເພື່ອເຫັນປະຈັກຕາການອອກແຮງງານຢ່າງຈູບຈ້າວຫ້າວຫັນຂອງປະຊາຊົນຢູ່ເຂດພູສູງ.

ຄວາມງາມຂອງເຂດໄຕບັກ ຍາມປູກເຂົ້າ
ບ່ອນພວມໄຖນາ, ບ່ອນພວມດຳນາ
ບ່ອນພວມໄຖນາ, ບ່ອນພວມດຳນາ
ຄວາມງາມຂອງເຂດໄຕບັກ ຍາມປູກເຂົ້າ
ບັນດາແມ່ຍິງນຸ່ງຊຸດປະຈຳເຜົ່າພວມຫວ່ານກ້າ, ລົກກ້າ, ດຳນາ ຫຼາຍຄົນຍັງເຈ່ຍລູກນ້ອຍ ຫຼື ປະລູກນັ່ງຫຼິ້ນເພື່ອໃຫ້ແມ່ເຮັດວຽກ.
ຄວາມງາມຂອງເຂດໄຕບັກ ຍາມປູກເຂົ້າ

ບັນດາເຂດນາຂັ້ນໄດເຖິງວ່າໃຫຍ່ ຫຼື ນ້ອຍກໍ່ຕາມ ກໍ່ລ້ວນແຕ່ມີຈຸດວັດທະນະທຳທີ່ເປັນເອກະລັກສະເພາະ, ສະແດງໃຫ້ເຫັນວິວັດການເອົາໄຊຊະນະຕໍ່ທຳມະຊາດເພື່ອຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນເຂດພູສູງ.

ຄວາມງາມຂອງເຂດໄຕບັກ ຍາມປູກເຂົ້າ

ຜູ້ທີ່ເຄີຍມາແຫ່ງນີ້, ເຄີຍໄດ້ຊົມຄວາມງາມມະຫັດສະຈັນຂອງບັນດານາຂັ້ນໄດຢູ່ເຂດ ໄຕບັກ ໃນຍາມປູກເຂົ້າ, ໄດ້ເຈືອຈານເຂົ້າກັບທຳມະຊາດ, ຄວາມງາມຂອງເຂດພູຜາປ່າໄມ້ ແມ່ນຈະມີຄວາມປະທັບໃຈ ຍາກທີ່ສະລືມໄດ້ ແລະ ປາດຖະໜາຢາກກັບມາແຫ່ງນີ້ຫຼາຍເທື່ອຕື່ມອີກ.

ສົ່ງອອກໝາກລິນຈີ່ ຂອງບັ໊ກຢາງ ງວດທຳອິດໄປຍັງຕະຫຼາດຍີ່ປຸ່ນ ສົ່ງອອກໝາກລິນຈີ່ ຂອງບັ໊ກຢາງ ງວດທຳອິດໄປຍັງຕະຫຼາດຍີ່ປຸ່ນ

ຍສໝ - ໝາກລິນຈີ່ ເຕິນອຽນ ງວດທຳອິດ ປະມານ 20 ໂຕນໄດ້ສົ່ງອອກໄປຍັງຕະຫຼາດຍີ່ປຸ່ນ ຢ່າງເປັນທາງການ.

ຫາງສຽງສາກົນ: ການເລືອກຕັ້ງ ຢູ່ ຫວຽດນາມ ໄດ້ຮັບການຈັດຕັ້ງແບບເປັນມືອາຊີບ, ປະຊາທິປະໄຕ ຫາງສຽງສາກົນ: ການເລືອກຕັ້ງ ຢູ່ ຫວຽດນາມ ໄດ້ຮັບການຈັດຕັ້ງແບບເປັນມືອາຊີບ, ປະຊາທິປະໄຕ

ຍສໝ - ລັດຖະບານ ຫວຽດນາມ ໄດ້ນຳໃຊ້ບັນດາມາດຕະການປ້ອງກັນໂລກລະບາດຢ່າງເຄັ່ງຄັດກວ່າ ຢູ່ສະຖານທີ່ປ່ອນບັດທັງໝົດ. ການເລືອກຕັ້ງປະສົບຜົນສຳເລັດ ຍ້ອນຫວຽດນາມ ມີບົດຮຽນໃນການດຳເນີນການເລືອກຕັ້ງຜ່ານ 75 ປີແລ້ວ.

ເປັນເຈົ້າການໃນການວາງອອກບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ເໝາະສົມ ເປັນເຈົ້າການໃນການວາງອອກບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ເໝາະສົມ

ຍສໝ - ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ເນັ້ນໜັກວ່າ, ຕາມຂໍ້ກຳນົດ, ບັນດາທ້ອງຖິ່ນທີ່ປະຕິບັດການແຍກຫ່າງໃນບໍລິເວນນະຄອນ ຕ້ອງລາຍງານຕໍ່ນາຍົກລັດຖະມົນຕີ ເພື່ອຊີ້ນຳໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ອ້ອມຂ້າງ ມີການສົມທົບຢ່າງຄົບຊຸດ ແນໃສ່ບໍ່ໃຫ້ການແລກປ່ຽນຄ້າຂາຍ, ໄປ - ມາ ຖືກຢຸດສະຫງັກໃນເວລາທີ່ບໍ່ຈຳເປັນ.

vovworld.vn

ເຫດການ
302 Found

Found

The document has moved here.