ສິລະປະຂັບຊິ່ງກາຢູ່ແຂວງ ກວ໋າງນິງ

15:46 | 28/05/2021

ກາວລານແມ່ນໜຶ່ງໃນຈຳນວນສອງກຸ່ມຊົນຂອງເຜົ່າສານໃຈເຊິ່ງລວມມີກາວລານແລະສານຈີດຳລົງຊີວິດຢູ່ແຂວງຕ່າງໆຄືອຽນບ໊າຍຕວຽນກວາງ ຝູເຖາະ ຖາຍງວຽນ ບັກຢາງ ກາວບັ່ງ ຫຼ້າງເຊີນແລະ ກວ໋າງນິງ. ດ້ວຍຈຳນວນປະຊາກອນປະມານ 500 ຄົນພໍ່ແມ່ພີ່ນ້ອງເຜົ່າ ກາວລານຢູ່ເມືອງບາແຈ໊ ແຂວງກວ໋າງນິງ ຍັງເກັບຮັກສາບັນດາຄຸນຄ່າທາງດ້ານວັດທະນະທຳພື້ນເມືອງທີ່ເປັນເອກະລັກໃນນັ້ນພົ້ນເດັ່ນຂຶ້ນແມ່ນຂັບຊິ່ງກາຫຼືເອີ້ນວ່າຂັບກ້ຽວສະແດງຄວາມຮັກລະຫວ່າງຍິງຊາຍ.

ຫາງສຽງສາກົນ: ການເລືອກຕັ້ງ ຢູ່ ຫວຽດນາມ ໄດ້ຮັບການຈັດຕັ້ງແບບເປັນມືອາຊີບ, ປະຊາທິປະໄຕ ຫາງສຽງສາກົນ: ການເລືອກຕັ້ງ ຢູ່ ຫວຽດນາມ ໄດ້ຮັບການຈັດຕັ້ງແບບເປັນມືອາຊີບ, ປະຊາທິປະໄຕ
ເປັນເຈົ້າການໃນການວາງອອກບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ເໝາະສົມ ເປັນເຈົ້າການໃນການວາງອອກບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ເໝາະສົມ

ຂັບຊິ່ງກາຂອງຊາວເຜົ່າກາວລານຢູ່ເມືອງບາແຈ໊ ແມ່ນປະເພດກາບກອນທີ່ເປັນໜ້າຈັບໃຈດ້ວຍບົດລຳຂັບກ້ຽວບອກຮັກກັນ, ການຂັບຮ້ອງກໍ່ມີແຕ່ລະພາກ, ບ່າວສາວຂັບກ້ຽວກັນຈາກພາກນີ້ຫາພາກອື່ນ. ບົດລຳກໍ່ລຽບງ່າຍໂດຍບັນດາອ້າຍບ່າວນາງສາວເຜົ່າ ກາວລານຫຼົງໄຫຼຂັບຮ້ອງທີ່ແກ່ຍາວ. ຊິ່ງກາຂອງຊົນເຜົ່າກາວລານຢູ່ເມືອງບາແຈ໊ ກໍ່ເຊັ່ນດຽວກັນກັບຊາວເຜົ່າກາວລານຢູ່ແຂວງອື່ນໆ ນັ້ນແມ່ນຄີຍຖືກບ່າວສາວໃນອາຍຸໄວໜຸ່ມໄປຂັບຮ້ອງສະແດງຄວາມຮັກເຂົາເຈົ້າກໍ່ຍາດແຍ່ງໂອກາດເພື່ອສະແດງຄວາມຮັກຕໍ່ກັນ, ແລ້ວຢື້ຢາມຖາມຂ່າວຕໍ່ກັນກ່ຽວກັບສະພາບຄອບຄົວເຮືອນຊານບ້ານຊ່ອງສຸດທ້າຍແມ່ນສະແດງຄວາມຮັກຄວາມຄິດຮອດຄິດເຖິງແລະນັດກັນຈະພົບກັນໃໝ່. ພວກອ້າຍບ່າວເຜົ່າກາວລານເຄີຍໄປຮອດເຮືອນ ເພື່ອສະແດງຄວາມຮັກກັບນາງສາວທີ່ເຂົາສົນໃຈແຕ່ກໍ່ມີບາງຄັ້ງເຂົາເຈົ້າສະແດງຄວາມຮັກຢູ່ຕາມທາງ. ນັກສິລະປະການລຸກວັນບິ່ງຮອງປະທານຄະນະກຳມະການປະຊາຊົນຕາແສງແທັງເຊີນໃຫ້ຮູ້ວ່າ:

“ສຳລັບຊາວເຜົ່າກາວລານຢູ່ ບາແຈ໊ ແລະຊາວເຜົ່າກາວລານຢູ່ແຫ່ງອື່ນໆນັ້ນບົດລຳຂັບຮ້ອງກໍ່ຄ້າຍຄືກັນພຽງແຕ່ມີຄວາມແຕກຕ່າງກັນກ່ຽວກັບສຳນຽງຂັບຮ້ອງ. ສຳນຽງຂັບຮ້ອງຢູ່ ບາແຈ໊ ກໍ່ຖືກບັນດາຜູ້ອາຍຸສູງຮັກສາຖືກຕາມສຳນຽງຂອງຊາວເຜົ່າກາວລານເມື່ອກ່ອນນີ້”.

ສິລະປະຂັບຊິ່ງກາຢູ່ແຂວງ ກວ໋າງນິງ
ຂັບຊິ່ງກາຂອງຊາວເຜົ່າກາວລານຢູ່ເມືອງບາແຈ໊. (ພາບ: VOV)

ບົດລຳຊິ່ງກາຂອງຊາວເຜົ່າກາວລານກໍ່ມີບັນດາຄຳຂັບຮ້ອງແບບສອດຜະຫຍາອາດຈະຢູ່ໄກຫາໃກ້, ຈາກປະກົດການທຳມະຊາດຫາຕົນເອງ. ທ່ານລຸກວັນບິ່ງໃຫ້ຮູ້ວ່າ: “ບົດລຳມີພຽງສາມຄຳເທົ່ານັ້ນແຕ່ການຂັບຮ້ອງກໍ່ບໍ່ຄືຢູ່ແຂວງອື່ນໆ. ຍົກຕົວຢ່າງຄືເຮົາຂັບຮ້ອງໃນງານດອງ,ເຊີນດື່ມເຫຼົ້າໝາຍຄວາມວ່າຢູ່ໃນນີ້ ແມ່ນເຊີນນ້ອງດື່ມເຫຼົ້າພ້ອມກັບອ້າຍ.ຖ້າຫາກວ່ານ້ອງດື່ມເຫຼົ້າພ້ອມກັບອ້າຍໝາຍວ່າພວກເຮົາຈະກາຍເປັນຄູ່ສົມລົດ. ຖ້າຫາກວ່ານ້ອງບໍ່ດື່ມກໍ່ໝາຍຄວາມວ່າສອງຄົນຈະລາຈາກກັນ. ນີ້ແມ່ນການຂັບຮ້ອງໃນງານດອງ. ບາງເທື່ອເຮົາກໍ່ພວມຢູ່ເຮືອນພົບນາງສາວຍ່າງຜ່ານເຮືອນຂອງຕົນເຮົາອາດຈະຂັບຮ້ອງເຊີນນ້ອງເຂົ້າຫຼິ້ນເຮືອນ”.

ບົດລຳຂັບຮ້ອງຂອງຊາວເຜົ່າ ກາວລານກໍ່ບໍ່ປະສານກັບສຽງດົນຕີແຕ່ສຽງຂັບຮ້ອງບາດຂຶ້ນບາດລົງບາດສູງບາດຕ່ຳເປັນໜ້າຈັບໃຈທີ່ສຸດ. ທ່ານລຸກວັນບິ່ງໃຫ້ຮູ້ຕື່ມອີກວ່າ: “ສຳລັບບັນດາທຳນອງເພງຂອງເຜົ່າຕົນບາງຄັ້ງພວກພໍ່ຕູ້ແມ່ຕູ້ ກໍ່ຂັບຮ້ອງຕະຫຼອດ 7 ວັນແລະ 7 ຄືນ. ຄືເຮົາແມ່ນເພດຊາຍນັ້ນ,ເມື່ອເພດຍິງເວົ້າຕະຫຼອດ,ເຮົາບໍ່ໄດ້ເວົ້າຫຍັງເຮົກໍ່ຂັບຮ້ອງເລີຍ. ການຂັບຮ້ອງຕອບກັນແມ່ນເຮົາສາມາດໂອ້ລົມໄດ້ບາງຄັ້ງເວລາເວົ້າກໍ່ບໍ່ສະແດງຈົນສຸດຄວາມຂອງຕົນໄດ້, ແຕ່ເມື່ອເຮົາຂັບຮ້ອງກໍ່ສາມາດສະແດງຄວາມໃນໃຈຂອງຕົນຈົນສຸດແລະເວົ້າອ່ອນຫວານໃສ່ກັນ”.

ບັນດາບົດລຳຂັບຮ້ອງຂອງຊົນເຜົ່າກາວລານແມ່ນມີຄວາມລຽບງ່າຍແຕ່ພັດມີຄວາມອຸດົມສົມບູນດ້ວຍການສອນຜະຫຍາຢ່າງຄ່ອງແຄ້ວ ຂອງພວກອ້າຍບ່າວນາງສາວເມື່ອນັ່ງຂັບກ້ຽວຕໍ່ກັນ. ບັນດາບົດລຳຂັບຮ້ອງນັ້ນໄດ້ ແລະພວມຖືກນັກສິລະປະການລຸກວັນບິ່ງຖ່າຍທອດໃຫ້ແກ່ຊາວເຜົ່າກາວລານລຸ້ນຕ່າງໆຢູ່ເມືອງເຂດພູດອຍບາແຈ໊ ເພື່ອອະນຸລັກຮັກສາຈຸດວັດທະນະທຳທີ່ເປັນເອກະລັກຂອງຊົນເຜົ່າຕົນ.

ປະທານປະເທດ ຫວຽດນາມ ຮຽກຮ້ອງໃຫ້ປະຊາຊົນແຕ່ລະຄົນ ຮ່ວມແຮງຮ່ວມໃຈ, ປະກອບກຳລັງເຫື່ອແຮງໃນບັ້ນປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ປະທານປະເທດ ຫວຽດນາມ ຮຽກຮ້ອງໃຫ້ປະຊາຊົນແຕ່ລະຄົນ ຮ່ວມແຮງຮ່ວມໃຈ, ປະກອບກຳລັງເຫື່ອແຮງໃນບັ້ນປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19

ຍສໝ - ໃນຈຸດເວລາຫຍຸ້ງຍາກທີ່ສຸດ ກໍ່ແມ່ນໂອກາດເພື່ອໃຫ້ປະຊາຊົນແຕ່ລະຄົນສະແດງໃຫ້ເຫັນຈິດໃຈຮັກຊາດ ຄວາມສາມັກຄີ ພ້ອມກັນມີການກະທຳ ແລະ ມີຄວາມຮັບຜິດຊອບເພື່ອ ປະເທດຊາດ ເພື່ອປະຊາຊົນ.

ປະທານ VUFO ຫງວຽນເຟືອງງາ ໄດ້ມອບຜ້າໃຫ້ແກ່ໂຄງການສິລະປະສາກົນ “ຜ້າຂອງແມ່” ປະທານ VUFO ຫງວຽນເຟືອງງາ ໄດ້ມອບຜ້າໃຫ້ແກ່ໂຄງການສິລະປະສາກົນ “ຜ້າຂອງແມ່”

ຍສໝ - ນີ້ແມ່ນໂຄງການໜຶ່ງ ທີ່ປະກອບສ່ວນດຶງດູດຄວາມສົນໃຈຂອງປະຊາຊົນ ຕໍ່ບັນດາບັນຫາແມ່ຍິງ ແລະ ຊົມເຊີຍບັນດາຂະແໜງການທີ່ມີຫົວຄິດປະດິດສ້າງ.

ໜັງສືພິມລາວ ລາຍງານການເລືອກຕັ້ງສະພາຜູ້ແທນທົ່ວປະເທດປະສົບຜົນສຳລັດຂອງ ສສ.ຫວຽດນາມ ໜັງສືພິມລາວ ລາຍງານການເລືອກຕັ້ງສະພາຜູ້ແທນທົ່ວປະເທດປະສົບຜົນສຳລັດຂອງ ສສ.ຫວຽດນາມ

ຍສໝ - ໜັງສືພິມ KPL ໄດ້ລົງຂ່າວວ່າ, ຜູ້ມີສິດເລືອກຕັ້ງຫວຽດນາມຫຼາຍກວ່າ 60 ລ້ານຄົນໃນທົ່ວປະເທດ ໄດ້ລົງຄະແນນສຽງໃນວັນທີ 23 ພຶດສະພາ ໃນບັນຍາກາດທີ່ຄຶກຄື້ນຂອງວັນເລືອກຕັ້ງ ເພື່ອເລືອກເອົາຜູ້ແທນທີ່ມີມາດຕະຖານເພື່ອເປັນຕົວແທນປະຊາຊົນ.

vovworld.vn

ເຫດການ
302 Found

Found

The document has moved here.