ຫັນການເບີກຈ່າຍເງິນເດືອນ ຜ່ານກະເປົາເງິນເອເລັກໂຕຣນິກ ຢູມັນນີ

11:30 | 13/04/2021

ການພັດທະນາ ການບໍລິການກະເປົາເງິນ ເທິງມືຖື ໄດ້ສ້າງຄວາມສະດວກສະບາຍ ຫລາຍ​ແກ້ຜູ້ຊົມໃຊ້ ​ແລະ ໃນໄລຍະທີ່ ສປປ ລາວ ປະສົບບັນຫາການລະບາດ ຂອງພະຍາດໂຄວິດ-19 ຍິ່ງເຮັດໃຫ້ຫລາຍໆຄົນ ຫລາຍໜ່ວຍງານ ເອົາໃຈໃສ່ ແລະ ເຫັນຄວາມສໍາຄັນ ໃນການໃຊ້ແອັບພີເຄເຊີນ (Application) ຕ່າງໆເຂົ້າໃນການອໍານວຍ ຄວາມສະດວກໃນຊີວິດປະຈໍາວັນ ກໍ​ຄື ການເຮັດວຽກຕ່າງ. ​ໃນ​ນີ້, ການບໍລິການ ຢູມັນ​ນີ (u-money) ກໍເປັນອີກໜຶ່ງບໍລິການ ກະເປົາເງິນເອເລັກໂຕຣນິກ ທີ່ສະໜອງການບໍລິການ ເພື່ອສ້າງຄວາມສະດວກສະບາຍ, ມີ​ຫລາຍ​ບໍລິການ ເປັນປະໂຫຍດ ແກ່ຜູ້ຊົມໃຊ້ ເປັນຕົ້ນ ການໂອນເງິນ-ຖອນເງິນສົດ ໄດ້ທຸກບ່ອນ, ພ້ອມສິດທິພິເສດຕ່າງໆ ທີ່ລູກຄ້າຈະໄດ້ຮັບພຽງ ມີໂທລະສັບມືຖື ກໍສາມາດເຮັດທຸລະກໍາ ການເງິນໄດ້ແບບງ່ າຍດາຍບໍ່ວ່າຈະຢູ່ ຂອບເຂດ ທີ່ຫ່າງໄກ ແລະ ເຂດທ້ອງຖິ່ນ.

ສານອວຍພອນປີໃໝ່ລາວ ພສ 2564 ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ ສານອວຍພອນປີໃໝ່ລາວ ພສ 2564 ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ
ນາຍົກລັດຖະມົນຕີ ລາວ-ກຳປູເຈຍ ສົນທະນາທາງໂທລະສັບ ແບບທາງໄກ ເສີມຂະຫຍາຍສາຍພົວພັນມິດຕະພາບ ນາຍົກລັດຖະມົນຕີ ລາວ-ກຳປູເຈຍ ສົນທະນາທາງໂທລະສັບ ແບບທາງໄກ ເສີມຂະຫຍາຍສາຍພົວພັນມິດຕະພາບ
ຫັນການເບີກຈ່າຍເງິນເດືອນ ຜ່ານກະເປົາເງິນເອເລັກໂຕຣນິກ ຢູມັນນີ
ການບໍລິການ ຢູມັນ​ນີ (u-money) ກໍເປັນອີກໜຶ່ງບໍລິການ ກະເປົາເງິນເອເລັກໂຕຣນິກ ທີ່ສະໜອງການບໍລິການ ເພື່ອສ້າງຄວາມສະດວກສະບາຍ, ມີ​ຫລາຍ​ບໍລິການ ເປັນປະໂຫຍດ ແກ່ຜູ້ຊົມໃຊ້ ເປັນຕົ້ນ ການໂອນເງິນ-ຖອນເງິນສົດ ໄດ້ທຸກບ່ອນ, ພ້ອມສິດທິພິເສດຕ່າງໆ ທີ່ລູກຄ້າຈະໄດ້ຮັບພຽງ ມີໂທລະສັບມືຖື ກໍສາມາດເຮັດທຸລະກໍາ ການເງິນໄດ້ແບບງ່ າຍດາຍບໍ່ວ່າຈະຢູ່ ຂອບເຂດ ທີ່ຫ່າງໄກ ແລະ ເຂດທ້ອງຖິ່ນ

ນອກນັ້ນ u-money ຍັງເໝາະສົມແກ່ ການນຳໃຊ້ເຂົ້າ ໃນການເບີກຈ່າຍ ເງິນເດືອນ ດ້ວຍປະສົບການ ໃນການເບີກ ຈ່າຍເງິນເດືອນ, ເງິນອຸດໜູນຕ່າງໆ ໃຫ້ແກ່ພະນັກງານ ລັດຖະກອນ ໃນ 11 ເມືອງ ທີ່ບໍ່ມີໜ່ວຍບໍລິການ ດ້ານທະນາຄານ ຂອງຄັງເງິນ ແຫ່ງຊາດ, ການເບີກຈ່າຍເງິນເດືອນ ໃຫ້ແກ່ນາຍບ້ານ ກ່ວາ 1.000 ບ້ານ ທົ່ວປະເທດ, ເຊິ່ງສາມາດຕອບສະໜອງ ຄວາມຕ້ອງການ ຂອງພະນັກງານໄດ້ ໂດຍສະເພາະ ການເບີກຖອນທີ່ສາມາດ ເຮັດທຸລະກຳໄດ້ເຖິງຂັ້ນເມືອງ, ບ້ານ ສາມາດຖອນເງິນ ໄດ້ທີ່ຮ້ານຕົວແທນ ບໍລິການ ຫລື ຫ້ອງການບໍລິການ ຢູນີເທວ ທຸກແຂວງ, ນອກນັ້ນຍັງສາມາດ ຊຳລະຄ່າອາຫານ ຫລື ເຄື່ອງອຸປະໂພກ ບໍລິໂພກອື່ນໆ ຜ່ານ QR code ຢູມັນນີ ຕາມຮ້ານຄ້າທົ່ວປະເທດ, ສາມາດໂອນເງິນ ເຂົ້າບັນຊີທະນາຄານທຸລະກິດ ພາຍໃນລາວໄດ້.

​ເມື່ອບໍ່ດົນມານີ້, ບໍລິສັດ Quasa Geruco ຈຳກັດ, ເຊິ່ງເປັນບໍລິສັດ ດໍາເນີນທຸລະກິດດ້ານຢາງພາລາ ທີ່ແຂວງສະຫວັນນະເຂດ ກໍໄດ້ເຊັນສັນຍາ ເບີກຈ່າຍເງິນເດືອນ ຜ່ານ u-money ດ້ວຍຈຳນວນບຸກຄະລາກອນ ທັງໝົດກວ່າ 900 ຄົນ, ເຊັນບົດບັນທຶກ ຄວາມເຂົ້າໃຈ ກັບໂຮງຮຽນສອງພາສາ ລາວ-ຫວຽດນາມ ຫວຽນຢູ ໂດຍໃຫ້ພໍ່ແມ່ຜູ້ປົກຄອງ ສາມາດຊຳລະຄ່າຮຽນຜ່ານ u-money, ເຊັນສັນຍາເບີກຈ່າຍເງິນເດືອນ ໂຮງໝໍຮ່າໂນ້ຍ-ວຽງຈັນ. ​ການເບີກຈ່າຍເງິນເດືອນ ຜ່ານ u-money ຈະຊ່ວຍໃຫ້ບັນດາ ບໍລິສັດວິສາຫະກິດ ລວມທັງພະນັກງານ ສະດວກ, ການເບີກຈ່າຍວ່ອງໄວ, ກົງເວລາ, ປະຢັດງົບປະມານ. ນອກນັ້ນ, ຍັງຊ່ວຍໃຫ້ພະນັກງານ ໄດ້ຮັບສິດທິພິເສດຕ່າງໆ ຂອງ u-money ​ເປັນ​ຕົ້ນການເຕີມບັດ, ການໂອນເງິນ, ຊື້ປະກັນໄພ ​ແລະ ອື່ນໆ.

ກະເປົາເງິນເອເລັກ​ໂຕຣນິກ, ນອກຈາກຈະໄດ້ຮັບ ຄວາມໄວ້ວາງໃຈ ນໍາໃຊ້ເຂົ້າໃນການເບີກຈ່າຍ ເງິນເດືອນແລ້ວ, u-money ຍັງເປັນອີກ 1 ທາງເລືອກທີ່ດີ ໃຫ້ແກ່ບັນດາໂຄງການ ທີ່ ນໍາໃຊ້ເຂົ້າໃນການເບີກຈ່າຍ ເງິນຊ່ວຍເຫລືອຕ່າງໆ ໃຫ້ແກ່ປະຊາຊົນເຂດຫ່າງໄກ ເປັນຕົ້ນ ການເບີກຈ່າຍເງິນຊ່ວຍເຫລືອ ຂອງໂຄງການຫລຸດຜ່ອນ ຄວາມທຸກຍາກ ແລະ ການຂາດໂພຊະນາການຂອງກະຊວງ ກະສິກຳ ແລະ ປ່າໄມ້ ຈຳນວນ 42.000 ຄົນໃນ 4 ແຂວງ ພາກເໜືອ ຄື: ແຂວງຜົ້ງສາລີ, ຫົວພັນ, ອຸດົມໄຊ ແລະ ​ແຂວງຊຽງຂວາງ. ພ້ອມ​ນີ້, ຢູນີເທວ ກໍໄດ້ນຳໃຊ້ເຂົ້າໃນການເບີກຈ່າຍເງິນ ຊ່ວຍເຫລືອຜູ້ປະສົບ ໄພນ້ຳຖ້ວມ ໃຫ້ແກ່ປະຊາຊົນກວ່າ 1.200 ຄອບຄົວ ທີ່ແຂວງສະຫວັນນະເຂດ ໃນ​ໄລຍະທ້າຍປີ 2020.

u-money ຈະບໍ່ຢຸດຢັ້ງໃນການ ພັດທະນາບໍລິການ ອອກສູ່ສັງຄົມ ໃຫ້ນັບມື້ນັບດີຂຶ້ນ, ແທດເໝາະ ກັບສັງຄົມໃນຍຸກປັດຈຸບັນ ຍຸກແຫ່ງດີຈີຕອນ ເພື່ອສ້າງເງື່ອນໄຂໃຫ້ ພໍ່ແມ່ປະຊາຊົນສາມາດເຂົ້າເຖິງຂົງເຂດ ດ້ານການເງິນເອເລັກໂຕຣນິກ ໄດ້ຢ່າງງ່າຍດາຍ.

ສ້າງເສັ້ນຊາຍແດນລວມລະຫວ່າງສອງປະເທດ ຫວຽດນາມ - ລາວ ໃຫ້ມີສັນຕິພາບ, ສະຖຽນລະພາບ, ຮ່ວມມືພ້ອມກັນພັດທະນາໃຫ້ຍືນຍົງ ແລະຍາວນານ ສ້າງເສັ້ນຊາຍແດນລວມລະຫວ່າງສອງປະເທດ ຫວຽດນາມ - ລາວ ໃຫ້ມີສັນຕິພາບ, ສະຖຽນລະພາບ, ຮ່ວມມືພ້ອມກັນພັດທະນາໃຫ້ຍືນຍົງ ແລະຍາວນານ

ຍສໝ - ການນໍາກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ສົ່ງຄໍາອວຍພອນປີໃໝ່ອັນດີງາມມາຍັງໝູ່ຄະນະພະນັກງານ, ນັກຮົບກໍາລັງປະກອບອາວຸດ ແລະພະນັກງານ, ປະຊາຊົນລາວບັນດາເຜົ່າຢູ່ແຂວງຫົວພັນ, ຊຽງຂວາງ ແລະບໍລິຄໍາໄຊ ເນື່ອງໃນໂອກາດບຸນປີໃໝ່ລາວ

ວາລະສານຍຸກສະໄໝ ອວຍພອນປີໄໝ່ ພະນັກງານ, ພາລະກອນສະຖານທູດລາວ ປະຈຳ ຫວຽດນາມ ວາລະສານຍຸກສະໄໝ ອວຍພອນປີໄໝ່ ພະນັກງານ, ພາລະກອນສະຖານທູດລາວ ປະຈຳ ຫວຽດນາມ

ຍສໝ - ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ 2021 ຂອງລາວ, ໃນວັນທີ 12 ເມສາ, ຄະນະຜູ້ແທນຂອງວາລະສານຍຸກສະໄໝ ນຳໂດຍ ທ່ານ ເລ ກວາງ ທ້ຽນ ບັນນາທິການໃຫຍ່ ວາລະສານຍຸກສະໄໝ ໄດ້ມາຢ້ຽມຢາມ ແລະອວຍພອນປີໄໝ່ ພະນັກງານ, ພາລະກອນສະຖານທູດລາວ ທີ່ ຮ່າໂນ້ຍ.

ນັກສຶກສາລາວ ຈຳນວນ 200 ຄົນ ພວມສຶກສາຮ່ຳຮຽນຢູ່ໂຮງຮຽນຕ່າງໆໃນນະຄອນຫຼວງ ຮ່າໂນ້ຍ ໄດ້ເຂົ້າຮ່ວມບັນດາລາຍການຕ້ອນຮັບບຸນປີໃຫ່ມລາວ ຢ່າງອົບອຸ່ນ ແລະ ເຕັມໄປດ້ວຍຄວາມໝາຍ ນັກສຶກສາລາວ ຈຳນວນ 200 ຄົນ ພວມສຶກສາຮ່ຳຮຽນຢູ່ໂຮງຮຽນຕ່າງໆໃນນະຄອນຫຼວງ ຮ່າໂນ້ຍ ໄດ້ເຂົ້າຮ່ວມບັນດາລາຍການຕ້ອນຮັບບຸນປີໃຫ່ມລາວ ຢ່າງອົບອຸ່ນ ແລະ ເຕັມໄປດ້ວຍຄວາມໝາຍ

ຍສໝ - ລາຍການສະແດງສິລະປະ ແລະ ພິທີບາສີສູ່ຂວັນໃນໂອກາດບຸນປີໃໝ່ໄດ້ຈັດຕັ້ງທີ່ ສູນລວມນັກສຶກສາສາກົນຮ່າໂນ້ຍ, ນີ້ແມ່ນການເຄື່ອນໄຫວປະຈຳປີ ຂອງ ນັກສຶກສາລາວພວມສຶກສາຮ່ຳຮຽນຢູ່ໂຮງຮຽນຕ່າງໆໃນນະຄອນຫຼວງ ຮ່າໂນ້ຍ, ເຊີ່ງໄດ້ດຶງດູດນັກສຶກສາປະເທດ ລາວ ແລະ ຫວຽດນາມ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

kpl.gov.la

ເຫດການ
302 Found

Found

The document has moved here.