ໜູຂີ ທຳລາຍເຂົ້າໄຮ່ປະຊາຊົນ 3 ບ້ານ ຢູ່ເມືອງຫົງສາ ເສຍຫາຍ 170 ເຮັກຕາ

16:00 | 30/05/2018

ປະຊາຊົນ 3 ບ້ານຄື: ບ້ານພູແລ້ງໃຕ້, ບ້ານພູແລ້ງກາງ ແລະ ບ້ານຫ້ວຍຈ້ວງ ເມືອງຫົງສາ ແຂວງໄຊຍະບູລີ ​ໜູຂີ ໄດ້ລະບາດ​ ແລະ ທໍາລາຍ(ກັດ)ເຂົ້າໄຮ່ຂອງປະຊາຊົນ ເສຍຫາຍ 170 ເຮັກຕາ.

ໜູຂີ ທຳລາຍເຂົ້າໄຮ່ປະຊາຊົນ 3 ບ້ານ ຢູ່ເມືອງຫົງສາ ເສຍຫາຍ 170 ເຮັກຕາ

ໜູຂີ ທຳລາຍເຂົ້າໄຮ່ປະຊາຊົນ.

ຕາມການລາຍງານຂອງປະຊາຊົນ 3 ບ້ານຄື: ບ້ານພູແລ້ງໃຕ້, ບ້ານພູແລ້ງກາງ ແລະ ບ້ານຫ້ວຍຈ້ວງ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ໃນຕົ້ນເດືອນພຶດສະພາ ໜູຂີໄດ້ລະບາດ​ ແລະ ທໍາລາຍ(ກັດ)ເຂົ້າໄຮ່ຂອງປະຊາຊົນ 3 ບ້ານດັ່ງກ່າວເສຍຫາຍ 170 ເຮັກຕາ ຂອງເນື້ອທີ່ໄຮ່ທັງໝົດ 356 ກວ່າເຮັກຕາ, ສ່ວນມູນຄ່າການເສຍຫາຍ ຍັງຢູ່ໃນຂັ້ນຕອນປະເມີນ ແລະ ລົງສໍາຫລວດຜົນເສຍຫາຍຕົວຈິງ.

ຕໍ່ກັບບັນຫາດັ່ງກ່າວ, ອໍານາດການປົກຄອງ ແຕ່ລະບ້ານກໍໄດ້ລະດົມພໍ່ແມ່ປະຊາ ຊົນສະກັດກັ້ນ ດ້ວຍການໃສ່ກະແຕບ, ໃຊ້ໜ້າເກັກຍິງ ໃນຕອນກາງຄືນ, ຂຸດຂຸມກັບດັກ ແລະ ໃຫ້ປະຊາຊົນປູກເຂົ້າໄຮ່ຄືນຮອບສອງ ແລະ ຮອບສາມ, ແຕ່ໜູຂີກໍກັດເຂົ້າຄືເກົ່າ, ຍ້ອນປະຊາກອນຂອງໜູມີຫລາຍເກີນຄວນ.

ໜູຂີ ທຳລາຍເຂົ້າໄຮ່ປະຊາຊົນ 3 ບ້ານ ຢູ່ເມືອງຫົງສາ ເສຍຫາຍ 170 ເຮັກຕາ

ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆ ໄຊຍະບູລີ ລົງກວດກາເບິ່ງ ຄວາມເສຍຫາຍຕົວຈິງຢູ່ໄຮ່ຂອງປະຊາຊົນ.

ໃນວັນທີ 29 ພຶດສະພາ 2018 ນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມພາກສ່ວນທີ່ກ່ຽວຂ້ອງ, ໄດ້ລົງກວດກາເບິ່ງ ຄວາມເສຍຫາຍຕົວຈິງຢູ່ໄຮ່ຂອງປະຊາຊົນໄດ້ ​ເຊິ່ງທ່ານສະແດງຄວາມເປັນຮ່ວງເປັນໄຍ ນໍາປະຊາຊົນຕໍ່ກັບເຫດການດັ່ງກ່າວ, ພ້ອມ​ທັງ​ແນະນຳ​ໃຫ້ສືບຕໍ່ປູກພືດສະນິດອື່ນ ທົດແທນການເສຍຫາຍຈາກການປູກເຂົ້າ, ເພື່ອບໍ່ປະໃຫ້ເນື້ອທີ່ທໍາການຜະລິດເປົ່າຫວ່າງ ​ ໂດຍ​ເນັ້ນ​ໜັກໃຫ້ປະຊາຊົນທັງ 3 ບ້ານຈົ່ງເລັ່ງ ປຶກສາຫາລືກັນວ່າຈະປູກພືດສະນິດໃດດີ, ແລ້ວລາຍງານຕໍ່ພາກສ່ວນກ່ຽວຂ້ອງ ເພື່ອຈະຫາແນວພັນມາສະໜອງໃຫ້ ທ່ວງທັນກັບລະດູການຜະລິດລະດູຝົນ ແລະ ໄດ້ຮຽກຮ້ອງໃຫ້ອໍານາດການປົກຄອງເມືອງຫົງສາ ໃຫ້ແຕ່ງຕັ້ງພະນັກງານາວິຊາການລົງຕິດຕາມ, ຊຸກຍູ້ ແລະ ນໍາພາປະຊາຊົນເຮັດຕົວຈິງ, ພ້ອມທັງລະດົມກໍາລັງປະກອບອາວຸດ ໃຫ້ລົງຊ່ວຍປະຊາຊົນໃນການປູກພືດທົດແທນ ໃຫ້ສໍາເລັດໂດຍໄວ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.