ເສັ້ນທາງຜາເມືອງ-ທ່າສີ ສ້າງສຳເລັດສົມບູນແລ້ວ

10:37 | 04/06/2018

​ໂຄງການ​ປັບປຸງ ​ແລະ ຂະຫຍາຍ​ເສັ້ນທາງ ​ເລກ 21 ແຕ່​ບ້ານ​ຜາ​ເມືອງ ຫາ ເສັ້ນທາງ 1D​ ບ້ານ​ທ່າ​ສີ ມີ​ຄວາມ​ຍາວ 28,77 ກິ​ໂລ​ແມັດ, ມີ​ມູນ​ຄ່າ​ທັງໝັດ 134 ຕື້​ກວ່າ​ກີບ, ​ໂດຍ​​ງົບປະມານ​ຂອງ​ລັດຖະບານ ​ແລະ ກອງ​ທຶນ​ບູລະນະ​ຮັກສາ​ທາງ​ຫລວງ ​ເຊິ່ງປະຕິບັດ​ແຕ່​ທ້າຍ​ ປີ 2015 ​ແລະ ສຳ​ເລັດ​ສົມບູນ​ໃນ​ຕົ້ນ​ປີ 2018.

ເສັ້ນທາງຜາເມືອງ-ທ່າສີ ສ້າງສຳເລັດສົມບູນແລ້ວ


ເສັ້ນທາງຜາເມືອງ-ທ່າສີ ສ້າງສຳເລັດສົມບູນແລ້ວ

​ເສັ້ນທາງ ​ເລກ 21 ແຕ່​ບ້ານ​ຜາ​ເມືອງ ຫາ ເສັ້ນທາງ 1D​ ບ້ານ​ທ່າ​ສີ ມີ​ຄວາມ​ຍາວ 28,77 ກິ​ໂລ​ແມັດ.

ຫລາຍ​ປີຜ່ານມາ ພໍ​ເຂົ້າ​ສູ່​ລະດູຝົນ ຜູ້​ໃຊ້​ລົດ​ໃຊ້​ຖະໜົນ​ຢູ່​ເສັ້ນທາງ​ ລະຫວ່າງ​ປາກ​ຊັນ-​ຊຽງຂວາງ, ຊຽງຂວາງ-​ປາກ​ຊັນ ​ແມ່ນ​ໄດ້​ພົບ​ຄວາມ​ຫຍຸ້ງຍາກ ​ຢ່າງໜັກໜ່ວງສົມ​ຄວນ ​ເພາະວ່າ​​ເສັ້ນທາງ​ເປ່​ເພ ​ເປັນ​ຕົມ​ໝື່ນ, ​ໂດຍ​ສະ​ເພາະ ​ແຕ່​ເຂດ​ບ້ານ​ຜາ​ເມືອງ-ທ່າ​ສີ ​ເມືອງ​ບໍລິ​ຄັນ ​ແຂວງ​ບໍລິ​ຄຳ​ໄຊ. ມາ​ຮອດ​ປັດຈຸບັນ ຫລື ນັບ​ແຕ່​ທ້າຍປີ 2017 ​ຫາ​ຕົ້ນ​ປີ 2018 ​ໂຄງການການ​ປັບປຸງ​ສ້ອມ​ແປງ​ ​ແລະ ຍົກ​ລະດັບ ​ເສັ້ນທາງ​ຈຸດ​ດັ່ງກ່າວ​ ໄດ້ສຳ​ເລັດສົມບູນ​ແລ້ວ ​ເຮັດ​ໃຫ້ການ​ສັນຈອນ​ໄປ-ມາ ສະດວກ​ສະບາຍ​ຍິ່ງ​ຂຶ້ນ.

​ໂຄງການ​ປັບປຸງ ​ແລະ ຂະຫຍາຍ​ເສັ້ນທາງ ​ເລກ 21 ແຕ່​ບ້ານ​ຜາ​ເມືອງ ຫາ ເສັ້ນທາງ 1D​ ບ້ານ​ທ່າ​ສີ ມີ​ຄວາມ​ຍາວ 28,77 ກິ​ໂລ​ແມັດ, ມີ​ມູນ​ຄ່າ​ທັງໝັດ 134 ຕື້​ກວ່າ​ກີບ, ​ໂດຍ​​ງົບປະມານ​ຂອງ​ລັດຖະບານ ​ແລະ ກອງ​ທຶນ​ບູລະນະ​ຮັກສາ​ທາງ​ຫລວງ ​ເຊິ່ງປະຕິບັດ​ແຕ່​ທ້າຍ​ ປີ 2015 ​ແລະ ສຳ​ເລັດ​ສົມບູນ​ໃນ​ຕົ້ນ​ປີ 2018. ປະຊາຊົນ, ພໍ່ຄ້າ-​ຊາວ​ຂາຍ ​ຜູ້​ທີ່​ມີ​ຈຸດປະສົງ​ ນຳ​ໃຊ້​ເສັ້ນທາງ​ສາຍ​ນີ້ ​ໂດຍ​ສະ​ເພາະ​ ແຕ່​​ປາກ​ຊັນ-ຊຽງຂວາງ ຫລື ວຽງຈັນ-​ຊຽງຂວາງ ເພື່ອ​ແລກປ່ຽນສິນຄ້າ ​ແລະ ຈຸດປະສົງ​ອື່ນໆ ​ແມ່ນສາມາດ​ເດີນທາງ​ໄປມາດ້ວຍ ​ຄວາມ​ສະດວກ​ສະບາຍ ​ເພາະ​ເປັນ​ທາງ​ປູຢາງ​ ຕະຫລອດ​ເສັ້ນ, ຈຸດ​ໃດ ​ໄລຍະ​ໃດ ທີ່​ມີ​ເປັນ​ພູ​ສູງ ຫລື ຫ້ວຍ​ເລິກ ​ແມ່ນ​ໄດ້​ຮັບ​ການ​ຕັດ, ການ​ເຈາະ ​ແລະ ຖົມ​ໃຫ້​ມີ​ລະດັບ​ມາດຕະຖານ​ດີ​ສົມຄວນ.

​ເມື່ອ​ມີ​ການ​ປຽບທຽບການ​ເດີນທາງ ​​ແຕ່​ວຽງຈັນ-​ຊຽງຂວາງ ຫລື ຊຳ​ເໜືອ, ​ເມື່ອ​ກ່ອນ​ແມ່ນ​ມີ​ການ​ນຳ​ໃຊ້​ເສັ້ນທາງ​ເລກທີ 13 ​ເໜືອ ​ໄປ​ລ້ຽວຂວາ​ຈຸດ​ສາມ​ແຍກ​ພູ​ຄູນ ​ໄປ​ຮອດ​ແຂວງ​ຊຽງຂວາງ ​ແມ່ນ​ໃຊ້​ເວລາ​ປະມານ 9-10 ຊົ່ວ​ໂມງ, ​ແຕ່​ປັດຈຸບັນ ​ຫລາຍ​ຄົນ​ໄດ້​ນຳ​ໃຊ້​ເສັ້ນທາງ 13 ​ໃຕ້ ​ໄປ​ລ້ຽວຊ້າຍ​ທີ່​ປາກ​ຊັນ ຜ່ານ​ເສັ້ນທາງ​ເລກ 21 ຕໍ່​ໃສ່​ເສັ້ນທາງ 1D ຮອດ​ຊຽງ​ຂວາງ ​ ໃຊ້​ເວລາ​ພຽງ 6-7 ຊົ່ວ​ໂມງ, ຖ້າ​ຫາກມີ​ຈຸດປະສົງ​ ຢາກ​ໄປ​ຮອດ​ຊຳ​ເໜືອ​ເລີຍ ກໍ​ໃຊ້​ເວລາ​ປະມານ 12 ຊົ່ວ​ໂມງ (ໜຶ່ງມື້). ການ​ປັບປຸງ​ບູລະນະ​ເສັ້ນທາງ​ສາຍ​ນີ້ ກໍ​ແມ່ນ​ຄວາມ​ມຸ່ງ​ຫວັງ​ຂອງ​ພັກ-​ລັດຖະບານ ​ ເພື່ອ​ອຳນວຍ​ຄວາມ​ສະດວກ​ແກ່​ປະຊາຊົນ​ບັນດາ​ເຜົ່າ, ນັກທຸລະກິດ ​ແລະ ນັກ​ທ່ອງ​ທ່ຽວ ​ໃຫ້​ໄດ້​ໄປ​ຮອດ​ໄປ​ເຖິງ ​ແລະ ສາມາດ​ປະຕິບັດພາລະກິດ ​ໄດ້​ຮັບ​ຜົນສຳ​ເລັດ​ຕາມ​ແຜນການ. ສິ່ງ​ສຳຄັນ ​ແມ່ນອຳນວຍ​ຄວາມ​ສະດວກ​ແກ່​ປະຊາຊົນ ທີ່​ດຳ​ລັງ​ຊີວິດ​ລຽບຕາມ​ເສັ້ນທາງ ​ ໃຫ້​ສາມາດປະກອບ​ການ​ຄ້າຂາຍ ​ແລະ ບໍລິການຫລາຍ​ຂຶ້ນ ຕີ​ຖອຍ ​ຄວາມທຸກ​ຍາກ​ລົງ​ເທື່ອ​ລະ​ກ້າວ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.