ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນນ້ຳໂລກ

11:32 | 04/06/2018

ພິທີສະເຫຼີມສະ ຫຼອງວັນສິ່ງແວດລ້ອມໂລກ 5 ມິຖຸນາ 2018 ຄົບຮອບ 46 ປີ ພາຍໃຕ້ຄຳຂວັນ: "ຫຼຸຸດຜ່ອນ ປຣາສະຕິກ, ຫຼຸຸດຜ່ອນມົນລະ ພິດ" ແລະ ວັນນ້ຳໂລກ 22 ມີ ນາ 2018 ພາຍໃຕ້ຄຳຂວັນ: "ຈົ່ງພ້ອມກັນປົກປັກຮັກສາທຳ ມະຊາດ ເພື່ອແຫຼ່ງນ້ຳ" 22 ມີນາ 2018 ຂຶ້ນໃນວັນທີ 2 ມິຖຸນາ ທີ່ສວນເຈົ້າອານຸວົງນະ ຄອນຫຼວງວຽງຈັນ.

ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນນ້ຳໂລກ

ພິທີສະເຫຼີມສະ ຫຼອງວັນສິ່ງແວດລ້ອມໂລກ 5 ມິຖຸນາ 2018

ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດ ລ້ອມໄດ້ຈັດພິທີສະເຫຼີມສະ ຫຼອງວັນສິ່ງແວດລ້ອມໂລກ 5 ມິຖຸນາ 2018 ຄົບຮອບ 46 ປີ ພາຍໃຕ້ຄຳຂວັນ: "ຫຼຸຸດຜ່ອນ ປຣາສະຕິກ, ຫຼຸຸດຜ່ອນມົນລະ ພິດ" ແລະ ວັນນ້ຳໂລກ 22 ມີ ນາ 2018 ພາຍໃຕ້ຄຳຂວັນ: "ຈົ່ງພ້ອມກັນປົກປັກຮັກສາທຳ ມະຊາດ ເພື່ອແຫຼ່ງນ້ຳ" 22 ມີນາ 2018 ຂຶ້ນໃນວັນທີ 2 ມິຖຸນາ ທີ່ສວນເຈົ້າອານຸວົງນະ ຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມພິທີ ໂດຍ ທ່ານ ສົມດີ ດວງດີ ຮອງນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສົມມາດ ພົນເສນາ ລັດ ຖະມົນຕີກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດ ລ້ອມ, ມີຜູ້ຕາງໜ້າອົງການຈັດ ຕັ້ງສາກົນ, ຄູ່ຮ່ວມພັດທະນາ ພ້ອມດ້ວຍບັນດາທ່ານແຂກ ຖືກເຊີນເຂົ້າຮ່ວມ. ໃນພິທີ, ທ່ານ ໂລນຄຳ ອາດສະນາວົງ ຫົວໜ້າກົມສົ່ງ ເສີມຄຸນນະພາບສິ່ງແວດລ້ອມ ກ່າວວ່າ: ການສະເຫຼີມສະ ຫຼອງວັນສິ່ງແວດລ້ອມໂລກ ແລະ ວັນນ້ຳໂລກປີນີ້, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ປະສານ ສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງ ທັງສູນກາງ ແລະ ທ້ອງ ຖິ່ນດຳເນີນກິດຈະການຕ່າງໆ ເພື່ອສ້າງຂະບວນການຢ່າງຟົດ ຟື້ນ, ເປັນຕົ້ນແມ່ນໄດ້ປູກຈິດ ສຳນຶກໃນການປົກປັກຮັກສາ ສິ່ງແວດລ້ອມ ໂດຍການນຳໃຊ້ ສື່ຕ່າງໆ, ຮ່ວມກັບນະຄອນ ຫຼວງ, ສ້າງຂະບວນການອະນາ ໄມຕາມແຄມທາງຕັດໃໝ່ ດົງ ນາໂຊກ - ໜອງບຶກ.

ໃນໂອກາດເປີດສັບປະດາວຽງຈັນສະອາດ, ຮ່ວມກັບສະຖາບັນການສຶກສາ, ມະຫາວິທະຍາໄລ, ໂຮງຮຽນມີສ່ວນຮ່ວມສ້າງຊັບ ພະຍາກອນ ແລະ ວິຊາການ ກ່ຽວກັບສິ່ງແວດລ້ອມ. ສຳລັບ ກິດຈະກຳ ໃນຄັ້ງນີ້ແມ່ນໄດ້ ຮ່ວມກັນປູກໄມ້ດູ່, ຂະບວນ ຍ່າງ ເພື່ອສຸຂະພາບ ແລະ ກິດ ຈະກຳສ້າງຈິດສຳນຶກດ້ານສິ່ງ ແວດລ້ອມ ເພື່ອປູກຈິດສຳນຶກ ໃຫ້ແກ່ປະຊາຊົນເຂົ້າໃຈ ແລະ ມີສ່ວນຮ່ວມໃນການຫຼຸຸດຜ່ອນ ການນຳໃຊ້ຢາງປຣາສະຕິກ, ຄິດກ່ອນຈະໃຊ້, ຄິດກ່ອນຈະ ຖິ້ມ ແລະ ປົກປັກຮັກສາສິ່ງແວດ ລ້ອມ ເພື່ອສ້າງຕົວເມືອງສີຂຽວ, ສະອາດ, ງາມຕາພ້ອມທັງບັນ ລຸເປົ້າໝາຍແບບຍືນຍົງ.

ໃນພິທີ, ທ່ານ ສົມມາດ ພົນເສນາ ຍັງໄດ້ອ່ານສານ ຂອງທ່ານນາຍົກ ເນື່ອງໃນວັນ ສິ່ງແວດລ້ອມໂລກ 5 ມິຖຸນາ 2018 ໃຫ້ບັນດາທ່ານທີ່ເຂົ້າ ຮ່ວມຮັບຟັງ ຊຶ່ງມີບາງເນື້ອໃນ ສຳຄັນວ່າ: ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສິ່ງແວດ ລ້ອມໂລກ, ວັນສິ່ງແວດລ້ອມ ແຫ່ງຊາດ, ວັນນ້ຳໂລກ, ວັນປູກຕົ້ນໄມ້ປີນີ້, ສຳລັບ ສປປ ລາວ ຂໍໃຫ້ຖືເອົາໂອກາດທີ່ມີ ຄວາມໝາຍສຳຄັນດັ່ງກ່າວ ດຳເນີນການໂຄສະນາ, ປູກຈິດ ສຳນຶກ ແລະ ສ້າງຂະບວນການ ໃຫ້ສອດຄ່ອງຕາມຄຳຂວັນປີ ນີ້ ແລະ ພ້ອມກັນຫັນປ່ຽນຈິນ ຕະນາການໄປພ້ອມໆກັບຂະ ບວນການເພີ່ມທະວີ, ຄຸ້ມຄອງ ຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດ ລ້ອມຕາມທິດສີຂຽວ ແລະ ຍືນ ຍົງ ຕາມລະບຽບການ ແລະ ກົດໝາຍຢ່າງເຂັ້ມງວດໃຫ້ບັນ ລຸຕາມວິໄສທັດ, ຕາມຍຸດທະ ສາດ ແລະ ແຜນການ 5 ປີ ຂອງ ຂະແໜງການ, ປະກອບສ່ວນ ເຂົ້າໃນແຜນພັດທະນາເສດ ຖະກິດ - ສັງຄົມໃຫ້ມີຄວາມ ຍືນຍົງ.

(ແຫຼ່ງ​ຂໍ້​ມູນ​: ປ​ຊ​ຊ)

ເຫດການ
302 Found

Found

The document has moved here.