ທ່ານ ບຸນທອງ ຈິດມະນີ ລົງຊີ້ນຳວຽກງານຢູ່ ເມືອງຜາອຸດົມ

16:28 | 17/05/2018

ທ່ານ ບຸນທອງ ຈິດມະນີ ໄດ້ຮັບຟັງການລາຍງານຫຍໍ້ສະພາບຂອງ ບ້ານ ປາງທອງ ຈາກນາຍບ້ານໆ ປາງທອງ , ເຈົ້າ​ເມືອງ ກ່ຽວ​ກັບ​ສະ​ພາບ ການ​ເມືອງ -ເສດ​ຖະ​ກິດ-ສັງ​ຄົມ ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ດັ່ງ​ກ່າວ.

ທ່ານ ບຸນທອງ ຈິດມະນີ ລົງຊີ້ນຳວຽກງານຢູ່ ເມືອງຜາອຸດົມ

ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງ ພັກ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດຖະບານວຽກພົບປະ ໂອ້ລົມພໍ່ແມ່ປະຊາຊົນບ້ານປາງທອງ ເມືອງຜາອຸດົມ ແລະ ໂອ້ລົມພະນັກງານການນຳຫຼັກແຫຼ່ງ ເມືອງຜາອຸດົມ, ແຂວງບໍ່ແກ້ວ.

ທ່ານ ບຸນທອງ ຈິດມະນີ ກຳມະການ ກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ - ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ແລະ ຄະນະ ໄດ້ລົງເຮັດວຽກພົບປະ ໂອ້ລົມພໍ່ແມ່ປະຊາຊົນບ້ານປາງທອງ ເມືອງຜາອຸດົມ ແລະ ໂອ້ລົມພະນັກງານການນຳຫຼັກແຫຼ່ງ ເມືອງຜາອຸດົມ, ແຂວງບໍ່ແກ້ວ ທີ່ສະໂມສອນຂອງເມືອງດັ່ງກ່າວ ໃນວັນທີ 16 ພຶດສະພາຜ່ານມາ.

ໃນໂອກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ຮັບຟັງການລາຍງານຫຍໍ້ສະພາບຂອງ ບ້ານ ປາງທອງ ຈາກນາຍບ້ານໆ ປາງທອງ ຊຶ່ງໄດ້ຮັບການສ້າງຕັ້ງແຕ່ປີ 1988, ປັດຈຸບັນ ມີທັງໝົດ 196 ຫຼັງ ຄາເຮືອນມີ 229 ຄອບຄົວ ຊຶ່ງອາຊີບຕົ້ນຕໍແມ່ນປູກຝັງ-ລ້ຽງສັດ. ນອກຈາກນີ້ ກໍໄດ້ຮັບຟັງການ ລາຍງານຫຍໍ້ກ່ຽວກັບໂຮງ ຮຽນ ມສ ປາງທອງ ຊຶ່ງມີນັກ ຮຽນທັງໝົດ 452 ຄົນ, ຍິງ 221 ຄົນ, ມີຄູ-ອາຈານທັງໝົດໃນ ທົ່ວໂຮງຮຽນ 25 ຄົນ, ຍິງ 9 ຄົນ. ນອກຈາກນີ້ ກໍຍັງໄດ້ຮັບຟັງຂໍ້ ສະເໜີຄວາມຫຍຸ້ງຍາກບາງ ດ້ານຂອງບ້ານ, ຂອງໂຮງຮຽນ ເປັນຕົ້ນແມ່ນສະເໜີຂໍທຶນປຸກ ສ້າງຕະຫຼາດ, ທຶນປຸກສ້າງອາ ຄານໂຮງຮຽນປະຖົມ, ທຶນເຮັດ ກັນເຈື່ອນ, ສ້າງຫ້ອງສະໝຸດ, ສ້າງຫ້ອງທົດລອງ, ສ້າງຫ້ອງ ຄອມພິວເຕີ ແລະ ໃນຕອນທ້າຍ ໄດ້ຮັບຟັງການໂອ້ລົມຊີ້ນຳ ຈາກທ່ານຮອງນາຍົກກ່ຽວ ກັບການຈັດຕັ້ງພັດທະນາບ້ານ ແລະ ພັດທະນາໂຮງຮຽນ ກໍຄື ພັດທະນາບຸກຄະລາກອນໜໍ່ ແໜງຂອງຊາດອີກດ້ວຍ.

ໃນວັນດຽວກັນ ທ່ານຮອງ ນາຍົກລັດຖະມົນຕີ ຍັງໄດ້ເຮັດ ວຽກກັບການນຳເມືອງ ຊຶ່ງໄດ້ ຮັບຟັງການລາຍງານສະພາບ ຂອງເມືອງໂດຍຫຍໍ້ຈາກທ່ານ ຈັນທອນ ພົນທະລາ ເຈົ້າເມືອງ ຜາອຸດົມ ຊຶ່ງເມືອງຜາອຸດົມ ເປັນເມືອງແນວຫຼັງຍຸດທະສາດ ສຳຄັນ ແລະ ເປັນເມືອງທຸກ ຍາກຂອງແຂວງບໍ່ແກ້ວ ຫ່າງ ຈາກເທດສະບານແຂວງ 71 ກິ ໂລແມັດ ມີເນື້ອທີ່ 1.889 ກິໂລ ຕາແມັດ, ມີເຂດພູດອຍກວມ ເອົາ 65% ສູງຈາກລະດັບໜ້າ ນ້ຳທະເລສະເລ່ຍ 1.200 ແມັດ. ມີຊັບພະຍາກອນທຳມະຊາດ ທີ່ອຸດົມສົມບູນ, ມີຄວາມຫຼາກ ຫຼາຍທາງດ້ານວັດທະນະທຳ, ພາຍໃນເມືອງແບ່ງອອກເປັນ 12 ກຸ່ມບ້ານພັດທະນາມີ 66 ບ້ານ ປະກອບມີ 6 ຊົນເຜົ່າຄື: ລາວລຸ່ມ, ກຶມມຸ, ລະເມດ, ລື້, ມົ້ງ ແລະ ໄທດຳ ມີພົນລະ ເມືອງທັງໝົດ 42.650 ຄົນ, ຍິງ 21.513 ຄົນ, ໃນນີ້ ມີບ້ານ ທຸກຍາກ 19 ບ້ານ ກວມເອົາ 28,78% ມີຄອບຄົວທຸກຍາກ 2.040 ຄອບຄົວ ແລະ ມີພົນ ລະເມືອງທຸກຍາກ 5.546 ຄົນ ກວມເອົາ 13%. ຜ່ານການຈັດ ຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມໃນໄລຍະ ຜ່ານມາ ເສດຖະກິດເມືອງຜາ ອຸດົມ ໄດ້ຂະຫຍາຍຕົວຢ່າງຕໍ່ ເນື່ອງ ລວມຍອດຜະລິດຕະ ພັນພາຍໃນ (GDP) ບັນລຸໄດ້ 313,02 ຕື້ກີບ ທຽບໃສ່ປີຜ່ານ ມາເພີ່ມຂຶ້ນ 7,41% ສະເລ່ຍ ລາຍຮັບຕໍ່ຫົວຄົນໄດ້ 7.450.000 ກີບ ຫຼື 931 ໂດລາ ຕໍ່ຄົນຕໍ່ປີ, ໃນນີ້, ດ້ານກະສິກຳ-ປ່າໄມ້ ກວມເອົາ 61,99%, ດ້ານອຸດສາຫະກຳການຄ້າ 11,58%, ດ້ານບໍລິການກວມ 18,43%, ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ ໃຫ້ກຽດໂອ້ລົມ ແລະ ມີຄຳເຫັນ ຊີ້ນຳຕໍ່ການພັດທະນາເສດຖະ ກິດ-ສັງຄົມ ຂອງເມືອງຕື່ມບາງ ດ້ານເປັນຕົ້ນເອົາໃຈໃສ່ການ ຈັດສັນບ້ານ ແລະ ການຈັດສັນ ອາຊີບ, ພັດທະນາສີມືແຮງງານ ໃຫ້ແກ່ປະຊາຊົນ ເພື່ອສາມາດ ສ້າງວຽກເຮັດງານທຳ ກໍຄືລາຍ ຮັບໃຫ້ແກ່ເຂົາເຈົ້າ, ເອົາໃຈໃສ່ ຕໍ່ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນໃຫ້ຫຼຸຸດໜ້ອຍ ຖອຍລົງເປັນກ້າວໆ, ເອົາໃຈ ໃສ່ຢ່າງແຂງແຮງກ່ຽວກັບວຽກ ງານຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆຢ່າງ ທັນການ, ສືບຕໍ່ຊຸກຍູ້ປະຊາຊົນ ເອົາໃຈໃສ່ພັດທະນາຕົນເອງ ໂດຍເລັ່ງໃສ່ການນຳໃຊ້ທ່າ ແຮງຂອງທ້ອງຖິ່ນ ລວມທັງ ການສ້າງສະຕິຄວາມເປັນເຈົ້າ ການເຄົາລົບລະບຽບກົດໝາຍ, ນັບຖືການຈັດຕັ້ງ, ສ້າງສະຕິ ຊາດ, ເອົາໃຈໃສ່ຕໍ່ວຽກງານຮັກ ສາສຸຂະພາບຂອງປະຊາຊົນ ຕາມຫຼັກອະນາໄມ 3 ສະອາດ, ປັບປຸງລະບົບການເມືອງຢູ່ ຮາກຖານໃຫ້ມີຄວາມໜັກ ແໜ້ນ, ເຂັ້ມແຂງບົນພື້ນຖານ ຄວາມເປັນເອກະພາບຂອງ ຄະນະພັກ-ຄະນະນຳທຸກຂັ້ນ ແລະ ຄວາມສາມັກຄີພາຍໃນ ຢ່າງແໜ້ນແຟ້ນ ຊຶ່ງສິ່ງເຫຼົ່ານີ້ ມັນເປັນຂອດຕັດສິນ ຕໍ່ການ ຈັດຕັ້ງປະຕິບັດວຽກງານຮອບ ດ້ານຂອງເມືອງ ໃຫ້ມີຜົນສຳ ເລັດ. ຕອນທ້າຍທ່ານຮອງ ນາຍົກລັດຖະມົນຕີ ໄດ້ມອບ ເຄື່ອງຊ່ວຍເຫຼືອໃຫ້ເມືອງຈຳ ນວນໜຶ່ງເປັນຕົ້ນແມ່ນຄອມ ພິວເຕີຕັ້ງໂຕະ 2 ຊຸດ, ເຄື່ອງ ພິມເອກະສານ 2 ເຄື່ອງ, ຜ້າຫົ່ມ ແລະ ເຄື່ອງນຸ່ງອີກຈຳນວນໜຶ່ງ.

(ແຫຼ່ງ​ຂໍ້​ມູນ​: ປ​ຊ​ຊ)

ເຫດການ
302 Found

Found

The document has moved here.