ເລີ່ມປະຕິບັດລະບົບແຈ້ງພາສີປະຕູດຽວ ການນຳເຂົ້າສິນຄ້າ ປະເພດພາຫະນະ

09:15 | 25/05/2018

ລະ​ບົບແຈ້ງພາສີປະຕູດຽວ ຈະຊ່ວຍອຳນວຍ ຄວາມສະດວກ ໃຫ້ແກ່ຜູ້ປະກອບການ ໃນການຂໍອອກໃບອະນຸຍາດ ແລະໃບຢັ້ງຢືນຕ່າງໆ ຜ່ານລະ​ບົບ​ອອນ​ລາຍ​ແບບຄົບວົງຈອນ ​ກັບ​ພາກ​ລັດ, ເຊິ່ງຜູ້ປະກອບການ ສາມາດຮັບ-ສົ່ງຂໍ້ມູນ ຜ່ານ​ລະ​ບົບເອເລັກໂຕຣນິກ​ດັ່ງ​ກ່າວ ກັບພາກລັດ ໂດຍບໍ່ຈຳເປັນຕ້ອງໄປຕິດຕໍ່ພົວພັນ ໂດຍກົງກັບຫ້ອງການ ຫລື ສຳນັກງານລັດດ້ວຍຕົນເອງ ຄືກັບໃນເມື່ອກ່ອນ.

ເລີ່ມປະຕິບັດລະບົບແຈ້ງພາສີປະຕູດຽວ ການນຳເຂົ້າສິນຄ້າ ປະເພດພາຫະນະ

ການລົງ​ນາມ​ບົດ​ບັນ​ທຶ​ກ ​ຄວາມ​ເຂົ້າ​ໃຈ ການ​ຮ່ວ​ມ​ມືເພື່ອ​ທົດ​ລອງ ​ຈັດ​ຕັ້ງ​ປ​ະ​ຕິ​ບັດ ​ລະ​ບົບ​ແຈ້ງ​ພາ​ສີ​ປະ​ຕູ​ດຽວ​ ໃນ​ການ​ຄຸ້​ມ​ຄອງ​ການ​ນຳ​ເຂົ້າ​ສິ​ນ​ຄ້າ ​ປ​ະ​ເພດ​ພາ​ຫ​ະ​ນະ.

ກົມ​ພາ​ສີ ກະ​ຊວງ​ການ​ເງິນ ແລະກົມ​ຂົນ​ສົ່ງ ກະ​ຊວງ​ໂຍ​ທາ​ທິ​ການ ແລ​ະ​ຂົນ​ສົ່ງ, ໄດ້​ມີ​​ການລົງ​ນາມ​ບົດ​ບັນ​ທຶ​ກ ​ຄວາມ​ເຂົ້າ​ໃຈ ການ​ຮ່ວ​ມ​ມືເພື່ອ​ທົດ​ລອງ ​ຈັດ​ຕັ້ງ​ປ​ະ​ຕິ​ບັດ ​ລະ​ບົບ​ແຈ້ງ​ພາ​ສີ​ປະ​ຕູ​ດຽວ​ ໃນ​ການ​ຄຸ້​ມ​ຄອງ​ການ​ນຳ​ເຂົ້າ​ສິ​ນ​ຄ້າ ​ປ​ະ​ເພດ​ພາ​ຫ​ະ​ນະ​ ຂຶ້ນໃນວັນທີ 18 ພຶດ​ສ​ະ​ພາ 2018 ຜ່ານມາ, ໂດຍການລົງນາມ ຂອງ ທ່ານ ບຸນ​ປະ​ເສີດ ສີ​ກຸ​ນ​ລະ​ບຸດ ຮັກສາການຫົວ​ໜ້​າ ​ກົມ​ພາ​ສີ ກັບ ທ່ານ ບຸນ​ຕາ ອ່ອນ​ນາ​ວົງ ຫົວ​ໜ້າ​ກົມ​ຂົ​ນ​ສົ່ງ ກະ​ຊວງ​ໂຍ​ທາ​ທິ​ການ ແລ​ະຂົນ​ສົ່ງ, ມີບໍ​ລິ​ສັດ​ຮ່ວມ​ພັດ​ທະ​ນາ​ ລະ​ບົບ​ແຈ້ງ​ພາ​ສີ​ປະ​ຕູດ​ຽວ, ພະນັກງານ-ລັດຖະກອນ, ເຈົ້າໜ້າທີ່ພາສີ ເຂົ້າຮ່ວມ.

ການເຊັນບັນ​ທຶ​ກ ​ຄວາມ​ເຂົ້າ​ໃຈ​ໃນຄັ້ງນີ້, ເພື່ອກໍານົດສິດ ແລະ ຄວາມ​ຮັບ​ຜິດ​ຊອບ ​ກ່ຽວກັບ ການນໍາ​ໃຊ້​ລະບົບ​ແຈ້ງ​ພາ​ສີ​ປະ​ຕູ​ດຽວ​ເຂົ້າ ໃນການຄຸ້ມຄອງກວດກາ ແລະ ແລກປ່ຽນຂໍ້ມູນ ກ່ຽວກັບການນໍາເຂົ້າສິນຄ້າປະເພດພາຫະນະ ລະຫວ່າງ ກົມພາສີ ກະຊວງການເງິນ ແລະກົມຂົນສົ່ງ ກະຊວງໂຍທາທິການ ແລະຂົນສົ່ງ, ລະບົບແຈ້ງພາສີປະຕູດຽວ (Lao National Single Window - LNSW) ​ແມ່ນ​ລະບົບການເຊື່ອມໂຍງ ຂໍ້​ມູນ​ແບບ​ລ​ວມ​ສູ​ນ​ ທີ່​ມີ​ຄວາມ​ສະ​ດວກ, ​ປ​ອ​ດ​ໄພ, ວ່ອງ​ໄວ ແລະໂປ່ງ​ໃສ ໃນ​ຮູບແບບເອເລັກໂຕຣນິກ ລະຫວ່າງ ຜູ້​ປ​ະ​ກອບ​ການ ແລະ ຂະແໜງຂອ​ງ​ພາກ​ລັດ ທີ່ກ່ຽວຂ້ອງ ໃນການນຳເຂົ້າ-ສົ່ງອອກ ສິນຄ້າລະ​ຫວ່າງ​ປະ​ເທ​ດ​.

ການຈັດຕັ້ງປະຕິບັດ ລະ​ບົບແຈ້ງພາສີປະຕູດຽວ ຈະຊ່ວຍອຳນວຍ ຄວາມສະດວກ ໃຫ້ແກ່ຜູ້ປະກອບການ ໃນການຂໍອອກໃບອະນຸຍາດ ແລະໃບຢັ້ງຢືນຕ່າງໆ ຜ່ານລະ​ບົບ​ອອນ​ລາຍ​ແບບຄົບວົງຈອນ ​ກັບ​ພາກ​ລັດ, ເຊິ່ງຜູ້ປະກອບການ ສາມາດຮັບ-ສົ່ງຂໍ້ມູນ ຜ່ານ​ລະ​ບົບເອເລັກໂຕຣນິກ​ດັ່ງ​ກ່າວ ກັບພາກລັດ ໂດຍບໍ່ຈຳເປັນຕ້ອງໄປຕິດຕໍ່ພົວພັນ ໂດຍກົງກັບຫ້ອງການ ຫລື ສຳນັກງານລັດດ້ວຍຕົນເອງ ຄືກັບໃນເມື່ອກ່ອນ ແລະເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ ​ກໍສາ​ມາດກ​ວດ​ກາ​ຄວາ​ມ​ຖືກ​ຕ້ອງ​ຂອງ​ຂໍ້​ມູນ ແລະສາ​ມາດອ​ະ​ນຸ​ມັດເອ​ກະ​ສານ ​​ໄດ້ທາງ​ອອນ​ລ​າຍ​ເຊັ່ນ​ກັນ.

ໄລ​ຍ​ະ​ທຳ​ອິດ ລ​ະ​ບົບປ​ະ​ກອບ​ມີ 2 ໂມ​ດູນຫລັກ ​ຄື: ໂມ​ດູນ​ການ​ອອກ​ໃບ​ອະ​ນຸ​ຍາດ (E-Permit) ແລ​ະ ໂມ​ດູນ​​ກັບ​ກັບ​ການ​ຂົ່ນ​ສົ່ງ​ສິນ​ຄ້າ (Manifest). ປັດຈຸບັນການ​ພັດທະນາລະບົບ​ແຈ້ງພາສີ​ປະຕູດຽວ ​ໄດ້​ສຳ​ເລັດ​​ຕົ້ນ​ແບບ​ຂອງ​ລະບົບ, ຊຶ່ງໄລ​ຍະ​ທີ່​ຜ່ານມາ ກໍ​ໄດ້​ມີ​ການລົງ​ນາມ ​ບົດ​ບັ​ນ​ທຶ​ກ​ຄວາ​ມ​ເຂົ້າ​ໃຈຮ່ວມ​ກັບ ກົມ​ການ​ນຳ​ເຂົ້າ-ສົ່ງ​ອອກ ກະຊວງ​ອຸດສາຫະກຳ ​ແລະການ​ຄ້າ ​ເພື່ອ​​ທົດ​ລອງ​ອອ​ກ​ ໃບ​ອ​ະ​ນຸ​ຍາ​ດ​ນຳ​ເຂົ້າ​ພາ​ຫະ​ນະ ໃຫ້​ແກ່ຜູ້ປະກອບການຈຳນວນໜຶ່ງ, ​ຊຶ່ງ​ເຫັນ​ວ່າ​ລະ ​ບົບ​ມີ​ຄວາມ​ພ້ອມ ແລະສາມາ​ດນຳ​ໃຊ້​​ໄດ້ໂດຍ​ພື້ນຖານ, ຫລັງ​ຈາກນັ້ນ ຈຶ່ງ​ໄດ້​ຜັນ​ຂະ​ຫຍາຍ ​ໄປ​ສູ່​ຂະ​ແໜງ​ການ​ອື່ນໆ ເຊັ່ນ: ກົມ​ເຕັກ​ໂນ​ໂລ​ຊີ-ຂໍ້​ມູນ​ຂ່າ​ວ​ສານ, ກ​ະ​ຊວງວິ​ທ​ະ​ຍາ​ສາດ ແລະເຕັກ​ໂນ​ໂລ​ຊີ, ອອ​ກ​ໃບ​ຢັ້ງ​ຢື​ນເຫັ​ນ​ດີ ແລະຮັບ​ຮູ້​ການ​ນຳ​ໃຊ້​ລາຍ​ເຊັນ​ດິ​ຈິ​ຕອ​ນ​ ທີ່​ມີ​ການ​ປ້​ອງ​ກັນ ​ຂອງ​ຕ່າງປ​ະ​ເທດທີ່​ນຳ​ໃຊ້​ໃນ​ລ​ະ​ບົບ​ແຈ້ງ​ພາ​ສີ​ ປ​ະ​ຕູດຽ​ວແຫ່ງ​ຊາດ ແລະການລົງ​ນາມ​ ໃນ​ບົດບັນ​ທຶກ​ຄວາມ​ເຂົ້າ​ໃຈ​ ກາ​ນນຳ​ໃຊ້ລະບົບ​ LNSW ​ລະຫວ່າງ ກົມ​ພາສີ ກະຊວງ​ການ​ເງິນ ​ແລະກົມ​ຂົນ​ສົ່ງ ກະຊວງໂຍ​ທາ​ທິ​ການ ແລະຂົນ​ສົ່ງ ໃນຄັ້ງ​ນີ້, ກົ​ມ​ຂົນ​ສົ່ງຈ​ະ​ເລີ່ມ ນຳ​ໃຊ້ລະ​ບົບ​ນີ້​ເພື່ອອອກ​ໃບ​ອ​ະ​ນຸ​ຍາດ ​ທາງ​ດ້ານ​ເຕັກ​ນິກ​ການ​ນຳ​ເຂົ້າ​ຍາ​ນ​ພະ​ນ​ະ ໃຫ້​ມີ​ຄວາ​ມ​ສະ​ດວ​ກ, ວ່ອງ​ໄວ ແລະກະ​ທັດ​ຮັດກວ່າ​ເກົ່​າ, ຊຶ່ງຜູ້​ປ​ະ​ກອບ​ການ​ສາ​ມາດ​​ສົ່ງຄຳ​ຮ້ອງ​ ເພື່ອ​ຂໍ​ໃບ​ອ​ະ​ນຸ​ຍາດ ​ຈາ​ກ​ກົມ​ຂົນ​ສົ່ງແບບ​ອອນລາຍ​ ໄດ້​ເຊັ່ນ​ດຽວ​ກັນ.

ການ​ນຳ​ໃຊ້​ລ​ະ​ບົບ​ແຈ້​ງ​ພາ​ສີ​ປ​ະ​ຕູດ​ຽວ ​ ຖື​ເປັນ​ໝຶ່ງ​ໃນ​ບາດ​ກ້າວ​​ທີ່​ສຳ​ຄັນ​ ເພື່ອ​ແນ​ໃສ່ອຳ​ນວຍ​ຄວາມ​ສະດວກ​ ໃຫ້​ແກ່​ທຸກ​ຂົງ​ເຂດຂອງວຽກ​ງານ, ຊຶ່ງ​ຈະເຮັດໃຫ້ລະບົບ​ແຈ້ງ​ພາສີປະຕູ​ດຽວຂອງ ສປປ ລາວ ກ້າວ​ໄປ​ສູ່ຄວາມທັນສະໄໝ ແລະສາ​ມາດການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ລະ​ບົບ​ແຈ້​ງ​ພາ​ສີ​ ປະ​ຕູດ​ຽວ​ຂອງ​ອາ​ຊ​ຽນ ໃນ​ອະ​ນາ​ຄົດ.

(ແຫຼ່ງ​ຂໍ້​ມູນ​: museum.lak.la/)

ເຫດການ
302 Found

Found

The document has moved here.