ລາຄາຄຳໃນອາຊີຫລຸດລົງ

00:56 | 08/06/2017

ຂປລ. ຕາມ​ຂ່າວ​ ຕ່າງປະ​ເທດ, ວັນ​ທີ 1 ກຸມພາ 2017 ລາຄາ​ຄຳ ​ໃນ​ຕະຫລາດ​ ອາຊີ ຫລຸດ​ລົງ ​ເນື່ອງ​ຈາກ ​ມູນ​ຄ່າ ​ສະກຸນ​ເງິນ ​ໂດ​ລາ ສະຫະລັດ ​ຟື້ນ​ຟູ​ຄືນ​ ຈາກ​ ລະດັບ ຕ່ຳ​ສຸດ ​ໃນ​ອາທິດ​ ຜ່ານ​ມາ ​ໂດຍ​ສະ​ເພາະລາຄາ​ຄຳ​ ໃນ​ຕະຫລາດ ​ເບ​ນກາ​ລູຣູ (ອິນ​ເດຍ) ຫລຸດ​ລົງ 0,2% ​ເຫລືອ 1.208,67 ​ໂດ​ລາສະຫະລັດ/ອອນ.

ຂະນະ​ດຽວ​ກັນ​ນັ້ນ, ລາຄາ​ຄຳ ​ໃນ​ການ ​ມອບສົ່ງ ​ຕາມ​ກຳນົດ 1.207,80 ໂດລາ ຫລຸດ​ລົງ 0,1%. ສ່ວນ​ດັດ​ສະ​ນີ ສະກຸນ​ເງິນ​ໂດ​ລາ ​ສະຫະລັດ ​ເມື່ອ​ທຽບ​ໃສ່ ​ສະກຸນ​ເງິນ​ ອື່ນໆ ​ເພີ່ມ​ 0,3% ຂຶ້ນ​ເປັນ 99,788, ​ເປັນ​ປັດ​ໄຈ​ ຕົ້ນຕໍ​ ທ່ີ​ສົ່ງ​ຜົນກະທົບ ​ຕໍ່​ລາຄາ​ຄຳ. ນອກ​ຈາກ​ນັ້ນ, ລາຄາ ​​ໂລຫະ​ເງິນ ຫລຸດ 0,7% ​ເຫລືອ 17,41 ​ໂດ​ລາ​ ສະຫະລັດ​ ຕໍ່​ອອນ, ລາຄາ​ ຄຳ​ຂາວ 994 ​ໂດ​ລາ ສະຫະລັດ ຕໍ່ອອນ.

ເຫດການ
302 Found

Found

The document has moved here.