ເພີ່ມຄວາມເຂົ້າໃຈ ໃຫ້ພະນັກງານໃນການຄຸ້ມຄອງ ແລະ ນຳໃຊ້ສື່ສັງຄົມອອນລາຍ

11:37 | 31/01/2020

ໃນວັນທີ 30 ມັງກອນ 2020 ທີ່ສະໂມສອນສູນວິໄຈດິນ ກະຊວງກະສິກຳ ແລະ ປ່າໄມ້ (ວິທະຍາເຂດດົງໂດກ), ທ່ານ ທັນສະໄໝ ກົມມະສິດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ), ໃຫ້ກຽດປາຖະກະຖາ ໃນຫົວຂໍ້: ການຄຸ້ມຄອງ ແລະ ນໍາໃຊ້ສື່ສັງຄົມອອນລາຍ ໃນກອງປະຊຸມຝຶກອົບຮົມ ວຽກງານໂຄສະນາ ອົບຮົມ ທົ່ວປະເທດ ປະຈໍາປີ 2019 ໂດຍມີຕາງໜ້າຈາກໂຄສະນາ ອົບຮົມສູນກາງພັກ ແລະ ໂຄສະນາອົບຮົມ ທົ່ວປະເທດເຂົ້າຮ່ວມ.

ເພີ່ມຄວາມເຂົ້າໃຈ ໃຫ້ພະນັກງານໃນການຄຸ້ມຄອງ ແລະ ນຳໃຊ້ສື່ສັງຄົມອອນລາຍ

ທ່ານ ທັນສະໄໝ ກົມມະສິດ

ທ່ານ ທັນສະໄໝ ກົມມະສິດ ໄດ້ຍົກໃຫ້ເຫັນເຖິງສະພາບລວມ ພື້ນຖານໂຄງລ່າງທາງ ດ້ານເຕັກນິກ ແລະ ບົດບາດຂອງ ອິນເຕີເນັດ ທີ່ຖືກນຳເຂົ້າມາຮັບໃຊ້ວຽກງານ ທຸກຂະແໜງການ ນັບມື້ນັບຫລາຍຂຶ້ນ ເພື່ອອໍານວຍຄວາມສະດວກ ໃນການຕິດຕໍ່ ສື່ສານ, ການຄ້າ, ທຸລະກິດ ແລະ ອື່ນໆ ບໍ່ວ່າຈະເປັນການຊຳລະພາສີອາກອນ, ຊຳລະຄ່າໃຊ້ຈ່າຍ, ການຊື້ຂາຍອອນລາຍ, ລະບົບຂົນສົ່ງ, ການເຜີຍແຜ່ຂ່າວສານ ແລະ ວຽກງານລັດຖະບານເອເລັກໂຕຣນິກ. ນອກນັ້ນ, ອິນເຕີເນັດ ກໍ່ຍັງເປັນພື້ນຖານໃຫ້ແກ່ ການພັດທະນາ ສື່ສັງຄົມອອນລາຍ ຫລື ສື່ໃນໄລຍະໃໝ່ ທີ່ກາຍເປັນແອັບພຼິເຄຊັນ ຫລີ້ນເທິງມືຖືຢ່າງແຜ່ຫລາຍ ແລະ ຖືກນໍາໃຊ້ ຫລາຍທີ່ສຸດ, ເຊິ່ງກໍ່ມີການ ນຳໃຊ້ຫລາກຫລາຍຮູບແບບ ທັງດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ເປັນຕົ້ນ ກໍ່ແມ່ນການອອກຂ່າວ ປອມຕ່າງໆ ເພື່ອປັ່ນປ່ວນ ສັງຄົມ.

ໂອກາດດຽວກັນນີ້, ທ່ານ ທັນສະໄໝ ກົມມະສິດ ຍັງໄດ້ຮຽກຮ້ອງມາຍັງຄະນະພັກ, ຄະນະນໍາທຸກຂັ້ນ ເພີ່ມທະວີສຶກສາ ອົບຮົມ ການເມືອງແນວ ຄິດພະນັກງານ-ວິຊາການ, ທະຫານ, ຕຳຫລວດ, ນັກຮຽນ, ນັກສຶກສາ, ປະຊາຊົນບັນດາເຜົ່າ ປະຊາຊົນບັນດາເຜົ່າ ເຂົ້າຮ່ວມເຮັດວຽກງານ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບທົ່ວປວງຊົນ, ຈັດຕັ້ງເຊື່ອມຊຶມ ແນວທາງ ຂອງພັກ, ລະບຽບ, ນິຕິກຳຂອງລັດ ກ່ຽວກັບການຄຸ້ມຄອງ ນຳໃຊ້ສື່ສັງຄົມອອນລາຍໃຫ້ທົ່ວສັງຄົມ ເພື່ອໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈແຈ້ງ ກ່ຽວກັບບັນດາແນວທາງ ນະໂຍບາຍຂອງພັກ, ກົດໝາຍ, ລະບຽບການ ແລະ ແຜນງານຂອງລັດຖະບານ ທີ່ວາງອອກໃນແຕ່ລະໄລຍະ ໃຫ້ຖືກຕ້ອງທ່ວງທັນ ຕາມສະພາບການໃນປັດຈຸບັນ. ພ້ອມທັງສາມາດອະທິບາຍໄດ້ ອັນຖືກອັນຜິດ ຕີຕ້ານກົນອຸບາຍຫັນປ່ຽນ ໂດຍສັນຕິຂອງ ອິດທິກຳລັງປໍລະປັກ ໃນການໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານ ທີ່ບໍ່ຖືກຕ້ອງ, ໂຄສະນາບິດເບືອນ, ໃສ່ຮ້າຍປ້າຍສີທັບຖົມ, ໂຈມຕີພັກ-ລັດ, ສ້າງຄວາມປັ່ນປ່ວນ, ແບ່ງແຍກຄວາມສາມັກຄີລະຫວ່າງ ປະຊາຊົນບັນດາເຜົ່າ ຜ່ານອິນເຕີເນັດ ແລະ ສື່ສັງຄົມອອນລາຍ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.