ນາຍົກເນັ້ນທຸກພາກສ່ວນ ມີສ່ວນຮ່ວມພັດທະນາການສຶກສາ

09:46 | 03/09/2019

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ກ່າ​ວ່າ: ໃນ​ໂອ­ກາດ​ວັນ​ເປີດ​ສົກ­ຮຽນ​ໃໝ່ 2019-2020 ໃນ​ນາມ​ລັດ­ຖະ­ບານ ແລະ ໃນ​ນາມ​ສ່ວນ​ຕົວ ຂ້າ­ພະ­ເຈົ້າ​ຂໍ​ຝາກ​ຄວາມ​ຢ້ຽມ­ຢາມ​ຖາມ​ຂ່າວ​ອັນ​ອົບ​ອຸ່ນ ຄຳ​ອວຍ­ພອນ​ອັນ​ປະ­ເສີດ​ມາ​ຍັງ​ຜູ້​ບໍ­ລິ­ຫານ​ການ​ສຶກ​ສາ​ທຸກ​ຂັ້ນ ຄູ-ອາ­ຈານ ແລະ ນັກ­ຮຽນ-ນັກ​ສຶກ​ສາ​ທຸກ​ຄົນ​ໃນ​ທົ່ວ​ປະ­ເທດ ຂໍ​ໃຫ້​ມີ​ພາ­ລະ​ນາ​ໄມ​ສົມ­ບູນ ມີ​ຄວາມ​ຜາ​ສຸກ ແລະ ມີ​ຄວາມ​ຈະ­ເລີນ​ກ້າວ­ໜ້າ​ຕະ­ຫຼອດ​ສົກ­ຮຽນ​ຕະ­ຫຼອດ​ໄປ.

ນາຍົກເນັ້ນທຸກພາກສ່ວນ ມີສ່ວນຮ່ວມພັດທະນາການສຶກສາ

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ແຫ່ງ ສປປ ລາວ.(ພາບ: ຂປລ)

ໂດຍ​ເຫັນ​ຄວາມ​ສຳ­ຄັນ​ຂອງ​ຊັບ­ພະ­ຍາ­ກອນ​ມະ­ນຸດ ເຊິ່ງ​ເປັນ​ກຳ­ລັງ​ແຮງ​ອັນ​ໃຫຍ່​ຫຼວງ​ຂອງ​ການ​ພັດ­ທະ­ນາ​ປະ­ເທດ​ຊາດ ໃຫ້​ມີ​ຄວາມ​ຈະ­ເລີນ​ກ້າວ­ໜ້າ ແລະ ໝັ້ນ­ຄົງ​ນັ້ນ ພັກ ແລະ ລັດ ໄດ້​ໃຫ້​ຄວາມ​ສຳ­ຄັນ​ເປັນ​ພິ­ເສດ​ຕໍ່​ການ​ພັດ­ທະ­ນາ​ການ​ສຶກ​ສາ ດ້ວຍ​ການ​ຍົກ​ຄຸນ​ນະ​ພາບ​ຂອງ​ການ​ຮຽນ-ການ​ສອນ ໃຫ້​ມີ​ຄຸນ​ນະ​ພາບ​ນັບ​ມື້​ນັບ​ສູງ​ຂຶ້ນ​ເປັນ​ການ​ສ້າງ​ຊັບ​ພະ ຍາ​ກອນ​ມະ­ນຸດ​ຂອງ​ຊາດ ໃຫ້​ທັນ​ກັບ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງ​ການ​ພັດ­ທະ­ນາ​ປະ­ເທດ​ຊາດ ໃນ​ແຕ່​ລະ​ໄລ­ຍະ ເພື່ອ ນຳ​ເອົາ​ປະ­ເທດ​ຊາດ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ດ້ອຍ​ພັດ­ທະ­ນາ ແລະ ສືບ­ຕໍ່​ກ້າວ​ເດີນ​ໄປ​ຂ້າງ​ໜ້າ​ດ້ວຍ​ຄວາມ​ໜັກ​ແໜ້ນ ໝັ້ນ­ຄົງ​ຕາມ​ແນວ­ທາງ ແລະ ເປົ້າ​ໝາຍ​ຂອງ​ພັກ ແລະ ລັດ​ເຮົາ.

ໃນ​ສົກ­ຮຽນ 2018-2019 ເຖິງ​ວ່າ​ປະ­ເທດ​ເຮົາ​ໄດ້​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງ­ຍາກ​ຫຼາຍ​ປະ­ການ ອັນ​ເນື່ອງ​ມາ​ຈາກ​ໄພ​ທຳ​ມະ​ຊາດ ເຮັດ​ໃຫ້​ພື້ນ­ຖານ​ໂຄງ​ລ່າງ​ຂອງ​ການ​ສຶກ​ສາ​ໄດ້​ຮັບ​ຜົນ​ກະ­ທົບ​ປານ­ໃດ​ກໍ​ຕາມ ແຕ່​ສະ­ພາບ ການ​ຮຽນ-ການ​ສອນ ໄດ້​ດຳ­ເນີນ​ມາ​ດ້ວຍ​ບັນ­ຍາ­ກາດ​ທີ່​ດີ ແລະ ໄດ້​ມີ​ຜົນ­ສຳ­ເລັດ​ຫຼາຍ​ດ້ານ ເປັນ­ຕົ້ນ: ການ​ພັດ­ທະ­ນາ​ຫຼັກ­ສູດ​ຊັ້ນ​ປະ ຖົມ ປ1 ໃໝ່ ການ​ຮຽນ-ການ​ສອນ ສາ­ມັນ​ປະ­ສົມ​ວິ­ຊາ​ຊີບ​ໃນ​ມັດ­ທະ­ຍົມ​ສຶກ​ສາ​ຕອນ​ປາຍ ໄດ້​ມີ​ຄວາມ​ພະ­ຍາ­ຍາມ​ຍົກ​ລະ­ດັບ​ຄຸນ​ນະ​ພາບ​ຂອງ​ການ​ສຶກ​ສາ​ຂຶ້ນ​ຕື່ມ ເພື່ອ​ໃຫ້​ເທົ່າ​ທຽມ​ກັບ​ມາດ­ຕະ­ຖານ​ຂອງ​ບັນ­ດາ​ປະ­ເທດ​ໃນ​ພາກ​ພື້ນ​ເທື່ອ​ລະ​ກ້າວ ພວກ​ເຮົາ​ມີ​ຄວາມ​ພາກ­ພູມ​ໃຈ​ທີ່​ເຫັນ​ວ່າ ໃນ​ເວ­ທີ​ການ​ແຂ່ງ­ຂັນ​ດ້ານ​ການ​ສຶກ​ສາ​ໃນ​ລະ­ດັບ​ພາກ​ພື້ນ ແລະ ສາ­ກົນ ນັກ­ຮຽນ​ລາວ​ເຮົາ​ສາ­ມາດ​ຍາດ​ໄດ້​ຫຼາຍ​ລາ­ງວັນ​ສຳ­ຄັນ​ມາ​ໃຫ້​ແກ່​ປະ­ເທດ​ຊາດ​ເຮົາ ອີກ​ດ້ານ​ໜຶ່ງ​ໃນ​ສົກ​ປີ­ຮຽນ​ຜ່ານ​ມາ​ແມ່ນ​ອັດ­ຕາ​ປະ­ລະ​ການ​ຮຽນ​ຂອງ​ນັກ­ຮຽນ ປ1 ຫຼຸດ​ລົງ ອັດ­ຕາ​ການ​ເຂົ້າ​ຮຽນ​ຂອງ​ເດັກ 5 ປີ​ເພີ່ມ​ຂຶ້ນ ຈຳ­ນວນ​ນັກ­ຮຽນ​ທີ່​ສະ­ໝັກ​ເຂົ້າ​ສາຍ​ອາ­ຊີ­ວະ​ສຶກ​ສາ​ເພີ່ມ​ຂຶ້ນ​ກວ່າ​ເກົ່າ ນີ້​ມັນ​ສະ­ແດງ​ໃຫ້​ເຫັນ​ໄດ້​ມີ​ການ​ຫັນ­ປ່ຽນ​ຄວາມ​ຄິດ ແລະ ຄ່າ​ນິ­ຍົມ​ຂອງ​ການ​ຮຽນ​ຮູ້​ໃຫ້​ໄປ​ຕາມ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ປະ­ເທດ​ເຮົາ​ໄດ້​ດີ​ຂຶ້ນ.

ເພື່ອ​ເຮັດ​ໃຫ້​ສົກ­ຮຽນ 2019-2020 ດຳ­ເນີນ​ໄປ​ຢ່າງ​ມີ​ປະ​ສິດ­ທິ​ຜົນ ແລະ ສືບ­ຕໍ່​ພັດ­ທະ­ນາ​ລະ­ບົບ​ການ​ສຶກ​ສາ​ໃຫ້​ຂະ­ຫຍາຍ­ຕົວ​ຢ່າງ​ໜັກ​ແໜ້ນ​ເຂັ້ມ­ແຂງ ເປັນ​ພື້ນ­ຖານ​ໃຫ້​ແກ່​ການ​ພັດ­ທະ­ນາ​ເສດ­ຖະ­ກິດ ແລະ ສັງ­ຄົມ​ຂອງ​ປະ­ເທດ​ເຮົາ ຂ້າ ພະ​ເຈົ້າ ຂໍ​ຮຽກ­ຮ້ອງ​ມາ​ຍັງ​ຜູ້​ບໍ­ລິ­ຫານ​ການ​ສຶກ​ສາ ຈົ່ງ​ເພີ່ມ​ທະ­ວີ​ຄວາມ​ຮັບ­ຜິດ­ຊອບ​ຕໍ່­ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ​ໃຫ້​ສູງ​ຂຶ້ນ ປະ­ຕິ­ບັດ​ກົດ­ໝາຍ ແລະ ລະ­ບຽບ​ການ​ດ້ານ​ການ​ສຶກ​ສາ​ຢ່າງ​ເຂັ້ມ​ງວດ ເອົາ­ໃຈ­ໃສ່​ພັດ­ທະ­ນາ​ສະ­ຖານ​ການ​ສຶກ​ສາ​ໃຫ້​ມີ​ຄຸນ​ນະ​ພາບ ແລະ ໄດ້​ມາດ­ຕະ­ຖານ​ເອົາ­ໃຈ­ໃສ່​ຕ້ານ ແລະ ແກ້​ໄຂ​ທຸກ​ປາ­ກົດ­ການ​ຫຍໍ້­ທໍ້​ໃນ​ແຕ່​ລະ​ສະ­ຖານ​ການ​ສຶກ​ສາ ກໍ​ຄື ໃນ​ທົ່ວ​ຂະ­ແໜງ­ການ​ສຶກ​ສາ​ຂອງ​ປະ­ເທດ ແລະ ສ້າງ​ໃຫ້​ມີ​ບາດ­ກ້າວ​ໃໝ່​ທີ່​ນັບ​ມື້​ນັບ​ມີ​ຄຸນ​ນະ​ພາບ​ປອດ​ໃສ ແລະ​ກ້າວ­ໜ້າ​ທັນ​ສະ­ໄໝ ແລະ ບັນ­ດາ​ຄູ-ອາ­ຈານ ຈົ່ງ​ເພີ່ມ​ທະ­ວີ​ຄວາມ​ຮັບ­ຜິດ­ຊອບ​ຕໍ່­ໜ້າ​ທີ່​ວຽກ​ງານ​ອັນ​ມີ​ກຽດ​ສະ­ຫງ່າ​ຂອງ​ຕົນ ສືບ­ຕໍ່​ຮຽນ​ຮູ້​ເອົາ​ຄວາມ​ຮູ້​ໃໝ່​ເພື່ອ​ຖ່າຍ​ທອດ​ໃຫ້​ນັກ­ຮຽນ-ນັກ​ສຶກ​ສາ​ຢ່າງ​ເປັນ​ປະ­ຈຳ ເຝິກ­ຝົນ​ຈັນ​ຍາ​ບັນ ແລະ ພັດ ທະ​ນາ​ຕົນ​ເອງ​ດ້ານ​ວິ­ຊາ​ສະ­ເພາະ ແລະ ເຕັກ­ນິກ​ວິ­ທີ​ການ​ສອນ​ທີ່​ສ້າງ­ສັນ ຫຼາກ​ຫຼາຍ ທັນ​ກັບ​ສະ­ພາບ​ການ ແລະ ນຳ​ເອົາ​ເຕັກ​ໂນ​ໂລ​ຊີ​ໃໝ່​ເພື່ອ​ສົ່ງ​ຄວາມ​ຮູ້​ໃຫ້​ນັກ­ຮຽນ-ນັກ​ສຶກ​ສາ ໃຫ້​ມີ​ປະ­ສິດ­ທິ­ພາບ ແລະ ປະ​ສິດ­ທິ​ຜົນ​ສູງ​ຂຶ້ນ ແລະ ນັກ­ຮຽນ-ນັກ​ສຶກ​ສາ​ຕ້ອງ​ຕັ້ງ­ໃຈ​ຄົ້ນ­ຄວ້າ​ຮ່ຳ­ຮຽນ​ຢູ່​ໃນ​ຫ້ອງ​ຮຽນ ແລະ ຮຽນ​ດ້ວຍ​ຕົນ​ເອງ​ໃຫ້​ຫຼາຍ​ຂຶ້ນ ມີ​ຄວາມ​ດຸ­ໝັ່ນ​ຂະ ຫຍັນ​ພຽນ ຈົ່ງ​ຕັ້ງ­ໜ້າ​ເຝິກ­ຝົນ​ຫຼໍ່​ຫຼອມ​ໃຫ້​ກາຍ­ເປັນ​ນັກ­ຮຽນ​ທີ່​ດີ ນັກ­ຮຽນ​ເກ່ງ​ຂອງ​ຄູ-ອາ­ຈານ ເປັນ​ລູກ​ຫຼານ​ທີ່​ດີ​ຂອງ​ຜູ້​ປົກ­ຄອງ ເປັນ​ພົນ­ລະ­ເມືອງ​ດີ​ຂອງ​ປະ­ເທດ​ຊາດ ແລະ ເປັນ​ຜູ້​ທີ່​ມີ​ຄວາມ​ຮູ້​ຄວາມ​ສາ­ມາດ ເພື່ອ​ສືບ​ທອດ​ພາ­ລະ­ກິດ​ຂອງ​ຊາດ​ທີ່​ອະ­ນາ­ຄົດ​ຂອງ​ປະ­ເທດ ຈະ​ໄດ້​ມອບ​ໝາຍ​ໃຫ້.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.