ທ່ອງທ່ຽວລາວ: ເມືອງ​ຄູນແຫລ່ງ​ອະ­ລິ­ຍະ​ທຳ​ເກົ່າ​ແກ່ຂອງ​ແຂວງ​ຊຽງ​ຂວາງ

00:54 | 15/05/2019

ເມືອງ​ຄູນຢູ່​ຫ່າງ​ຈາກຕົວເມືອງ​ໂພນ​ສະ­ຫວັນ (ເມືອງ​ແປກ) ແຂວງ​ຊຽງ​ຂວາງ​ໄປ​ທາງ​ທິດ­ເໜືອ ປະມານ 30 ກິ­ໂລ­ແມັດ, ເປັນ​ເມືອງທີ່​ເກົ່າ​ແກ່​ແຫ່ງ​ໜຶ່ງ​ໃນ​ລາວ​ເຮົາ ທີ່ ຕັ້ງ​ຢູ່​ທາງ​ພາກ​ເໜືອ.

ທ່ອງທ່ຽວລາວ: ເມືອງ​ຄູນແຫລ່ງ​ອະ­ລິ­ຍະ​ທຳ​ເກົ່າ​ແກ່ຂອງ​ແຂວງ​ຊຽງ​ຂວາງ

ເມືອງ​ຄູນແຫລ່ງ​ອະ­ລິ­ຍະ​ທຳ​ເກົ່າ​ແກ່ຂອງ​ແຂວງ​ຊຽງ​ຂວາງ

ເມືອງ​ນີ້​ມີ​ຊື່ສຽງ​ໂດ່​ງ​ດັ່ງ​ໄປ​ທົ່ວ​ໂລກ ເນື່ອງຈາກ​ເປັນ​ເມືອງ​ທີ່​ມີ​ຮ່ອງ­ຮອຍ​ປະຫວັດ​ສາດ​ເກົ່າ​ແກ່ ແລະ ເຄີຍ​ມີ​ກະສັດ​ປົກ­ຄອງ​ມາ​ແລ້ວ​ເຖິງ 23 ພະອົງ. ນອກ​ນີ້, ເມືອງ​ຄູນ ຍັງ​ເຄີຍ​ເປັນອາ­ນາ­ຈັກ ຫລື ແຄວ້ນ​ໜຶ່ງ​ທີ່​ຍິ່ງ​ໃຫຍ່ ໃນ​ສະ­ໄໝ​ກ່ອນ, ໂດຍ​ເຈົ້າ­ຟ້າ​ງຸ່ມ ໄດ້ລວບ​ລວມ​ລາວ ໃນ​ກາງ​ສະ­ຕະ­ວັດທີ 14 ແລະ ເປັນ​ເມືອງ​ທີ່​ມີ​ຮ່ອງຮອຍ​ວັດ­ທະ­ນະ­ທຳ​ບູຮານ​ຢ່າງຫລວງ­ຫລາຍ, ມີ​ຕຳ­ນານ​ພົງ­ສາ​ວະດານ​ສືບ­ຕໍ່​ກັນ​ມາ​ແຕ່​ດົນ​ນານ.

ມາ​ຮອດ​ປັດ­ຈຸ­ບັນ, ສິ່ງ​ທີ່​ເປັນຮ່ອງ­ຮອຍ​ອະ­ລິ­ຍະ​ທຳ​ທີ່​ເກົ່າ​ແກ່​ຍັງ ປະ​ໄວ້​ເປັນ ອະ­ນຸ­ສອນ​ສະ­ຖານ​ກໍ​ຄື ວັດ​ເພຍ​ວັດ, ທາດ​ຝຸ່ນ, ທາດ​ຈອມເພັດ, ວັດ​ສີ​ພົມ, ທາດ​ດຳ ແລະ ຊາກຮ່ອງ­ຮອຍຂອງ​ໂຮງ­ໝໍ​ເກົ່າ​ອື່ນໆອີກ. ດັ່ງ​ທານ​ປະ­ທານ​ແນວ​ໂຮມ ບ້ານ​ເພຍ​ວັດ ໃຫ້​ຮູ້​ວ່າ: ວັດ​ເພຍ​ວັດ​ຕັ້ງ​ຢູ່​ໃຈ­ກາງ​ຂອງ​ເມືອງ​ຄູນ, ເປັນວັດ​ທີ່​ສ້າງ­ຕັ້ງ​ຂຶ້ນ​ກ່ອນ­ໝູ່​ໝົດ ໃນ ດິນ­ແດນ​ຂອງ​ເມືອງ​ພວນ; ຄື: ໃນ​ປີ ຈສ 744 ໄລ່ ມາ​ຮອດ​ປັດ­ຈຸ­ບັນແມ່ນ​ມີ​ອາ­ຍຸ 687 ປີ​ແລ້ວ. ວັດ​ເພຍວັດ​ຈຶ່ງ​ເປັນ​ບ່ອນ​ຮ່ຳຮຽນ​ຂອງ​ພະສົງ​ສາ­ມະ­ເນນ​ໃນ​ຍຸກ​ນັ້ນ. ຕົກ​ມາ ຮອດ​ຊຸມ​ປີ ຄສ 1874, ສົງ­ຄາມພາຍ​ນອກ​ໄດ້​ເຂົ້າ​ມາ​ມ້າງ­ເພ​ທຳລາຍ (ເສິກ​ຫໍ້) ເຊິ່ງ​ພວກ​ເຂົາ​ໄດ້ຕັດ​ແຂນ​ພະ​ເຈົ້າ​ອົງ​ຕື້​ເບື້ອງ​ຊາຍ​ອອກ​ເພື່ອ​ຊອກ​ຫາ​ໂລ­ຫະ​ທີ່​ມີ­ຄ່າ, ແຕ່​ສິມ​ຍັງ​ບໍ່​ຖືກ​ທຳ​ລາຍ. ມາ​ຮອດ ປີ ​ຄສ 1953, ໄດ້​ຖືກ​ສົງ­ຄາມ​ຂອງຈັກ­ກະ​ພັດ​ທໍາ​ລາຍ​ສິມ ແລະ ພະ​ພຸດທະ​ຮູບ​ເພພັງ​ຢ່າງ​ໜັກ.

ທ່ອງທ່ຽວລາວ: ເມືອງ​ຄູນແຫລ່ງ​ອະ­ລິ­ຍະ​ທຳ​ເກົ່າ​ແກ່ຂອງ​ແຂວງ​ຊຽງ​ຂວາງ

ທ່ອງທ່ຽວລາວ: ເມືອງ​ຄູນແຫລ່ງ​ອະ­ລິ­ຍະ​ທຳ​ເກົ່າ​ແກ່ຂອງ​ແຂວງ​ຊຽງ​ຂວາງ

ຕໍ່​ມາ​ຮອດ​ປີ ​ຄສ 1954 ເຈົ້າ​ສຸດ​ທະ​ກຸມ­ມານ (ເຈົ້າ​ຊາຍ​ຄຳ) ເປັນ​ເຈົ້າ​ປົກ­ຄອງເມືອງ​ພວນ ໄດ້​ນຳ­ພາ​ປະ­ຊາ­ຊົນຊາວ​ເມືອງ​ພວນ​ປະ­ຕິ­ສັງ­ຂອນ​ວັດ ແລະ ສິມ​ຄືນໃໝ່, ເຮັດ​ໃຫ້​ມີ​ຄວາມສວຍ​ງາມ​ຄື​ກັນ​ກັບ​ສະ­ໄໝ​ກ່ອນ. ມາ​ຮອດ​ປີ ​ຄສ 1969, ໄດ້​ຖືກ​ສົງຄາມ​ທຳ­ລາຍ​ອີກ​ຈົນ​ໝົດ​ກ້ຽງ ເຊິ່ງຍັງ​ເຫລືອ​ພຽງ​ແຕ່​ພະ​ພຸດ​ທະ​ຮູບ​ທີ່ສະ­ຖິດ​ຕາກ­ແດດ-​ຕາກ​ຝົນ​ຢູ່​ຫລາຍຟ້າ​ຫລາຍ​ປີ ໃຫ້​ເຮົາ​ໄດ້​ເບິ່ງ​ຈົນ​ເຖິງທຸກ​ວັນ​ນີ້. ວັດ​ເພຍ​ວັດ​ໄດ້​ປັບ­ປຸງ​ບູລະ­ນະ​ປະ­ຕິ­ສັງ­ຂອນ​ຄືນ­ໃໝ່ ເພື່ອປົກ​ປັກ​ຮັກ­ສາ​ຄວາມ​ສວຍ​ງາມ​ຂອງ ພະ​ພຸດ​ທະຮູບ ແລະ ສິມ ເກົ່າ​ເອົາ​ໄວ້. ນອກ­ຈາກ​ນີ້, ຍັງ​ມີ​ອີກ​ສິ່ງ​ໜຶ່ງ​ທີ່​ຈຳ ເປັນ​ຫລາຍ ເຊິ່ງ​ຈະ​ຕ້ອງ​ໄດ້​ຮັບ ການ​ແກ້​ໄຂ​ເຊັ່ນ: ບ່ອນ​ຈອດ​ລົດຂອງ​ນັກ​ທ່ອງ​ທ່ຽວ ແລະ ປະ­ຊາ­ຊົນ ທີ່​ມາ​ເຮັດ­ບຸນ​ສິນ​ກິນ​ທານຢູ່​ວັດແຫ່ງ​ນີ້.

ນອກ­ຈາກ​ນີ້, ຍັງ​ມີ​ທາດ​ຝຸ່ນ​ທີ່ຕັ້ງ​ຢູ່​ໃຈ­ກາງ​ຂອງ​ເມືອງ​ຄູນ ເຊິ່ງ​ມີປະ­ຫວັດ​ອັນ​ຍາວ​ນານ ຄື​ໃນ​ປີ ​ຈສ 307 ໄດ້​ປະດິດສະຖານ​ທາດ​ນ້ອຍ (ທາດ​ທີ່­ຢູ່​ທາງ​ໃນ). ຕໍ່​ມາ​ພະ​ພຸດທະ​ເຈົ້າ​ຢູ່​ອິນ​ເດ​ຍ​ກໍ​ໄດ້​ປະ­ລິ­ນິ­ພານ, ປະ­ຊາ­ຊົນ​ຈຶ່ງ​ໄດ້​ພາ­ກັນ​ຈູດ​ເຜົາ​ສົບຂອງ​ພະ­ພຸດ­ທະ­ເຈົ້າ, ແລ້ວ​ໄດ້​ປະກາດ​ໃຫ້​ຜູ້​ຄົນ​ທົ່ວ​ໂລກ​ທີ່​ນັບ­ຖື​ສາສະ­ໜາ​ພຸດ​ມາ​ເອົາ​ກະ­ດູກ​ຂອງ​ພະພຸດທະເຈົ້າ­ເຈົ້າ​ໄປ​ບູ­ຊາ ໂດຍ​ການ​ສ້າງທາດ​ໃສ່. ແຕ່​ຊາວ​ຊຽງ​ຂວາງຜັດໄປ​ຊ້າເລີຍ​ໄດ້​ແຕ່​ຝຸ່ນ​ຈຶ່ງ​ໄດ້​ນຳ​ມາເກັບ​ໄວ້​ທາດ​ດັ່ງ­ກ່າວ ໂດຍ​ການສ້າງ​ກວມ​ເອົາ​ທາດ​ເກົ່າ ໃຫ້​ໃຫຍ່ໂຕກ​ວ່າ​ແຕ່​ກ່ອນເຊິ່ງ​ກະ­ສັດ​ເມືອງພວນ​ອົງ​ທີ 24 ເປັນ​ຜູ້​ສັ່ງ​ໃຫ້​ກໍ່ສ້າງ​ຂຶ້ນ.

ນອກ​ນັ້ນ, ທ່ານ​ຍັງ​ເປັນຜູ້​ທີ່​ນຳ​ເອົາ​ສາ­ສະ­ໜາ​ພຸດເຂົ້າ​ມາເມືອງ​ພວນ ແລະ ນັບ​ແຕ່​ນັ້ນ​ມາ​ໃນທຸກໆ​ປີ​ໃໝ່​ລາວ, ຊາວ​ເມືອງພວນກໍ​ໄດ້ພາ­ກັນ​ມາ​ຫົດ​ນ້ຳ​ສົງ​ພະ ແລະ ອວຍ­ພອນ​ເຊິ່ງ​ກັນ ແລະ ກັນ​ຢູ່​ທາດແຫ່ງ​ນີ້. ຈົນ​ມາ​ຮອດ ປີ, ​ຄສ 1874 ທາດ​ດັ່ງ­ກ່າວ​ໄດ້​ຖືກ​ສົງ­ຄາມ​ເສິກ ຫໍ້​ທຳ­ລາຍ ເພື່ອ​ຂຸດ​ຄົ້ນ​ເອົາ​ເງິນ​ຄຳທີ່​ມີ­ຄ່າ​ອັນ​ເຮັດ​ໃຫ້​ທາດ​ເພ­ພັງ ແລະ ຊຸດ­ໂຊມລົງ​ຕໍ່​ມາ​ຮອດ​ສະ­ໄໝ ເຈົ້າແຂວງ​ຊາຍ​ຄຳ ເປັນ​ເຈົ້າ​ແຜ່ນ­ດິນ ເມືອງ​ພວນ ໄດ້​ນຳ­ພາ​ປະ­ຊາ­ຊົນ​ປົວແປງ​ຄືນໃໝ່, ແຕ່​ມາ​ຮອດ​ປີ ​ຄສ 1969 ພັດ​ຖືກ​ສົງ­ຄາມ​ຂອງ​ຈັກ­ກະພັດ​ອາ­ເມ­ລິ­ກາ​ທຳ­ລາຍ​ຊຸດໂຊມ​ລົງອີກ​ຄື​ດັ່ງ​ທີ່​ເຮົາ​ເຫັນ​ໃນ​ທຸກ​ວັນ​ນີ້.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.