ບັນດາ “ລູກເຕົ້າ” ຄົນລາວ ຢູ່ໃນຄອບຄົວຄົນຫວຽດ

13:07 | 09/01/2020

“ສອງຊາດຫວຽດ-ລາວ ໄດ້ຝັງຄວາມຮັກຢູ່ໃນໃຈ/ ຮົ່ງຮ່າທັງແມ່ຂອງ, ບໍ່ເລິກປຸນປານໄດ້”. ອາລົມຈິດອັນໝັ້ນແກ່ນ, ສາຍພົວພັນທີ່ສະໜິດແໜ້ນ, ສາຍຈິດມິດໃຈນັ້ນຍິ່ງນັບມື້ນັບເລິກເຊິ່ງຂຶ້ນຕື່ມ ເມື່ອໃນຊຸມວັນທ້າຍປີ, ນັກສຶກສາລາວໄດ້ເຂົ້າຮ່ວມລາຍການ “ຢູ່ນຳເຮືອນຂອງປະຊາຊົນ” (homestay) ກວ່າ 100 ຄົນ ເຊິ່ງບັນດາຄອບຄົວຂອງຊາວຫວຽດນາມ ຢູ່ນະຄອນດ່ານັ້ງ ໄດ້ຮັບມາດໍາລົງຊີວິດ, ເປັນສະມາຊິກໃນຄອບຄົວຕົນ.

ບັນດາ “ລູກເຕົ້າ” ຄົນລາວ ຢູ່ໃນຄອບຄົວຄົນຫວຽດ

ນັກສຶກສາລາວ ແນະນໍາວັດທະນະທໍາອາຫານການກິນໃຫ້ເພື່ອນມິດຫວຽດນາມ. ພາບ: ແທັງຖຸ໊ຍ

ລາຍການ homestay ໃຫ້ແກ່ນັກສຶກສາລາວ ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ມີຄວາມໝາຍໂດຍສະຫະພັນບັນດາອົງການມິດຕະພາບ, ສະມາຄົມມິດຕະພາບຫວຽດນາມ-ລາວ ນະຄອນດ່ານັ້ງ, ສະຖານກົງສູນໃຫຍ່ລາວ ປະຈໍາ ນະຄອນດ່ານັ້ງ, ຄະນະກໍາມະການປະຊາຊົນບັນດາເມືອງໃນບໍລິເວນນະຄອນດ່ານັ້ງ ສົມທົບກັນຈັດຕັ້ງຂຶ້ນ. ປີ 2019, ລາຍການໄດ້ຈັດຕັ້ງຢູ່ 5 ເມືອງ: ຫ໋າຍເຈົາ, ແທັງເຄ, ເຊີນຈ່າ, ລຽນຈ໋ຽວ, ຫງູແຮ່ງເຊີນ ດ້ວຍການເຂົ້າຮ່ວມຂອງນັກສຶກສາລາວ ກວ່າ 100 ຄົນທີ່ພວມຮໍ່າຮຽນຢູ່ບັນດາໂຮງຮຽນມະຫາວິທະຍາໄລ, ວິທະຍາໄລໃນບໍລິເວນນະຄອນ.

ເມື່ອເຂົ້າຮ່ວມລາຍການດັ່ງກ່າວ, ນັກສຶກສາລາວ ໄດ້ຮັບການຕ້ອນຮັບຈາກບັນດາຄອບຄົວຊາວຫວຽດນາມ; ດໍາລົງຊີວິດຢູ່ຮ່ວມກັບບັນດາສະມາຊິກໃນຄອບຄົວ. ພວກນ້ອງໄດ້ຮັບຄວາມຮັກແພງ ແລະສ້າງທຸກເງື່ອນໄຂເພື່ອເຊື່ອມຕົວເຂົ້າກັບຊີວິດການເປັນຢູ່ໃນຄອບຄົວ. ໃນຊຸມວັນເບື້ອງຕົ້ນ, ພວກນ້ອງຄົນລາວ ຍັງມີຄວາມລັງເລ. ມີຫຼາຍຄົນກໍ່ເປັນຫວ່ງຕໍ່ຄວາມສາມາດໃນການເວົ້າພາສາຫວຽດຂອງຕົນ. ແຕ່ດ້ວຍຄວາມໃກ້ຊິດສະໜິດສະໜົມ, ຮັບຟັງ ແລະແບ່ງປັນຂອງທຸກຄົນ, ພວກນ້ອງຈຶ່ງມີການເຊື່ອມຕົວຢ່າງວ່ອງໄວ, ມີຄວາມເບີກບານມ່ວນຊື່ນ, ຄວາມເຊື່ອໝັ້ນຕົນເອງ ແລະຖືຕົນເອງປຽບເໝືອນສະມາຊິກໃນຄອບຄົວ.

ນ້ອງ ຟາຍລີນ ກິງວົງສາ, ນັກສຶກສາທີ່ມາຈາກໂຮງຮຽນມະຫາວິທະຍາໄລສັບພະວິຊາ-ມະຫາວິທະຍາໄລດ່ານັ້ງ ໄດ້ສົ່ງຄຳຂອບໃຈທີ່ເຕັມໄປດ້ວຍຄວາມຮັກແພງມາໃຫ້ບັນດາພໍ່ແມ່ຊາວຫວຽດນາມ ທີ່ວ່າ: “ລູກຂອບໃຈພໍ່ແມ່ຍາມໃດກໍ່ສະໜັບສະໜູນ, ຮ່ວມເດີນທາງໄປພ້ອມກັບພວກລູກ, ພໍ່ແມ່ໄດ້ຊ່ວຍເຫຼືອ, ຕັກເຕືອນ ແລະສ້າງເງື່ອນໄຂໃຫ້ແກ່ພວກລູກມີຄວາມເຂົ້າໃຈໃໝ່, ມີຄຸນປະໂຫຍດຕື່ມອີກ. ນັ້ນແມ່ນຊຸມວັນທີ່ດີງາມທີ່ສຸດ ແລະຈະແມ່ນອານຸສອນສວຍງາມໃນດວງໃຈຂອງພວກລູກຕະຫຼອດໄປ”.

ເພື່ອເພີ່ມກາລະໂອກາດໃນການພົບປະແລກປ່ຽນ, ຊອກຮູ້ວັດທະນະທໍາລະຫວ່າງນັກສຶກສາລາວ ແລະສະມາຊິກຊາວໜຸ່ມນະຄອນດ່ານັ້ງ, 5/5 ເມືອງທີ່ເຂົ້າຮ່ວມລາຍການ homestay ລ້ວນແຕ່ຈັດຕັ້ງກິດຈະກໍາທີ່ຈັບອົກຈັບໃຈ, ມີຄວາມໝາຍຫຼາຍຢ່າງ, ຄື: ການພົບປະແລກປ່ຽນວັດທະນະທໍາ, ສິລະປະ, ການແຂ່ງຂັນກິລາມິດຕະພາບ, ອາຫານການກິນຫວຽດນາມ-ລາວ, ການເຄື່ອນໄຫວດ້ວຍຄວາມສະໝັກໃຈຢູ່ບັນດາສູນສົງເຄາະສັງຄົມ, ຈັດຕັ້ງການໄປຢ້ຽມຊົມບັນດາທັດສະນີຍະພາບຢູ່ນະຄອນດ່ານັ້ງ.

ເພື່ອແນໃສ່ຍົກສູງປະສິດທິຜົນ, ຄວາມໝາຍຂອງລາຍການໃນຊຸມປີຕໍ່ໄປ, ທ່ານ ຫງວຽນຫງັອກບິ່ງ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນດ່ານັ້ງ ໃຫ້ຮູ້ວ່າ: “ຄະນະຈັດຕັ້ງຈະມີບັນດາມາດຕະການ, ຄື: ຈັດນັກສຶກສາລາວ ເຂົ້າຮ່ວມລາຍການ homestay ຢູ່ບໍລິເວນທີ່ພວກນ້ອງພວມຮໍ່າຮຽນຢູ່ເພື່ອສ້າງຄວາມສະດວກໃນການໄປໂຮງຮຽນ; ສົມທົບກັບສະຖານກົງສູນໃຫຍ່ລາວ ປະຈໍາ ນະຄອນດ່ານັ້ງ ເພື່ອຄຸ້ມຄອງ, ຄັດເລືອກເອົານັກສຶກສາທີ່ເວົ້າພາສາຫວຽດດີພໍສົມຄວນ ເພື່ອຊ່ວຍໃຫ້ພວກນ້ອງມີການທັກທາຍກັບສະມາຊິກໃນຄອບຄົວດ້ວຍຄວາມເຊື່ອໝັ້ນຕົນເອງ; ສົມທົບກັບບັນດາໂຮງຮຽນມະຫາວິທະຍາໄລ, ວິທະຍາໄລ ກຳນົດເວລາຈັດຕັ້ງ homestay ໃຫ້ເໝາະສົມ, ສ້າງເງື່ອນໄຂໃຫ້ແກ່ນັກສຶກສາລາວດໍາເນີນຊີວິດ, ເຂົ້າຮ່ວມບັນດາການເຄື່ອນໄຫວໃນລາຍການ...”.

ໃນທ່າມກາງບັນຍາກາດທີ່ຟົດຟື້ນມ່ວນຊື່ນຕ້ອນຮັບປີໃໝ່, ບັນດາລູກເຕົ້າທີ່ເປັນຄົນລາວ ໄດ້ກັບເມືອບ້ານເກີດເມືອງນອນ. ຍິ່ງກວ່າຜູ້ໃດໝົດ, ພວກນ້ອງຮູ້ວ່າ, ບໍ່ພຽງແຕ່ມີຄອບຄົວຢູ່ບ້ານເກີດເມືອງນອນເທົ່ານັ້ນ ຫາກພວກນ້ອງຍັງມີຄອບຄົວທີສອງຂອງຕົນຢູ່ຫວຽດນາມຕື່ມອີກ. ແລະຈາກນັ້ນ, ກໍ່ເກີດມີສາຍພົວພັນແຮກສ່ຽວ ພໍ່-ແມ່-ລູກ, ອ້າຍ-ເອື້ອຍ-ນ້ອງ ຫວຽດ-ລາວ, ເປັນການຊ່ວຍເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນອັນສະໜິດແໜ້ນ, ນໍ້າໃຈມິດຕະພາບ, ສັດຊື່ບໍລິສຸດ, ໝັ້ນແກ່ນລະຫວ່າງປະຊາຊົນສອງປະເທດ ຫວຽດນາມ-ລາວ ອ້າຍນ້ອງ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

ເຫດການ
302 Found

Found

The document has moved here.