ສະຫຼອງວັນສິ່ງແວດລ້ອມ ແລະ ວັນນ້ຳໂລກ

13:44 | 05/06/2018

ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ແລະ ສິ່ງແວດລ້ອມ (​ກຊສ) ຈັດ​ພິທີ​ສະເຫຼີມສະຫຼອງ ສາມ​ວັນ​ສຳ​ຄັນ​ຂື້ນ​ທີ່ ສວນ​ເຈົ້າ​ອະນຸວົງ ນະຄອນຫຼວງ​ວຽງ​ຈັນ.

ສະຫຼອງວັນສິ່ງແວດລ້ອມ ແລະ ວັນນ້ຳໂລກ

ທ່ານ ສົມ​ມາດ ​ພົລ​ເສນາ ລັດຖະມົນຕີ ​ກຊສ ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ການ​ເງິນ.

ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ແລະ ສິ່ງແວດລ້ອມ (​ກຊສ) ຈັດ​ພິທີ​ສະເຫຼີມສະຫຼອງ​ວັນ​ສິ່ງແວດລ້ອມ​ໂລກ ວັນ​ທີ 5 ມິຖຸນາ 2018 ຄົບຮອບ 46 ປີ ພາຍ​ໃຕ້​ຄຳ​ຂັວນ ຫຼຸດຜ່ອນ​ປລາສະຕິກ ຫຼຸດຜ່ອນ​ມົນ​ລະ​ພິດ ວັນ​ນ້ຳ​ໂລກ ວັນ​ທີ 22 ມີນາ 2018 ພາຍ​ໃຕ້​ຄຳ​ຂວັນ ຈົ່ງ​ພ້ອມ​ກັນ​ປົກ​ປັກ​ຮັກສາ​ທຳ​ມະ​ຊາດ ເພື່ອ​ແຫຼ່ງ​ນ້ຳ ແລະ ວັນ​ປູກ​ຕົ້ນໄມ້​ແຫ່ງ​ຊາດ 1 ມິຖຸນາ ຂຶ້ນ​ໃນ​ວັນ​ທີ 2 ມິຖຸນາ 2018 ທີ່​ສວນ​ເຈົ້າ​ອະນຸວົງ ນະຄອນຫຼວງ​ວຽງ​ຈັນ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ສົມ​ມາດ ​ພົລ​ເສນາ ລັດຖະມົນຕີ ​ກຊສ ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ການ​ເງິນ ພ້ອມ​ດ້ວຍ​ບັນດາ​ລັດຖະມົນຕີ ຮອງ​ລັດຖະມົນຕີ ຜູ້ຕາງໜ້າ​ຈາກ​ອົງ​ການຈັດຕັ້ງ​ສາກົນ ຄູ່​ຮ່ວມ​ພັດທະນາ ອົງ​ການຈັດຕັ້ງ​ມະຫາຊົນ ຕະຫຼອດ​ຮອດ​ພະນັກງານ ທະຫານ ຕຳຫຼວດ ນັກຮຽນ ແລະ ມວນ​ຊົນ​ຊາວ​ນະຄອນຫຼວງ​ເຂົ້າ​ຮ່ວມ.

ທ່ານ ໂລນ​ຄຳ ອາດ​ສະ​ນາ​ວົງ ຫົວໜ້າ​ກົມ​ສົ່ງເສີມ​ຄຸນະພາບ​ສິ່ງແວດລ້ອມ ​ກຊສ ກ່າວ​ວ່າ: ການ​ສະເຫຼີມສະຫຼອງ​ວັນ​ດັ່ງກ່າວ ​ກຊສ ໄດ້​ສົມທົບ​ກັບ​ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ ທັງ​ໃນ​ສູນ​ກາງ ແລະ ທ້ອງຖິ່ນ ດຳເນີນ​ກິດຈະກຳ​ຕ່າງໆ ເພື່ອ​ພ້ອມ​ກັນ​ສ້າງ​ຂະ​ບວນ​ການ​ຢ່າງ​ຟົດຟື້ນ ເປັນຕົ້ນ ສ້າງ​ຈິດ​ສຳນຶກ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງແວດລ້ອມ ໂດຍ​ນຳ​ໃຊ້​ສື່​ຕ່າງໆ ເຊັ່ນ: ໂທລະພາບ ໜັງສືພິມ ເວບ​ໄຊ ​ເພື່ອ​ອອກ​ຂ່າວລະດົມ​ທົ່ວ​ສັງຄົມໃນ​ທົ່ວ​ປະເທດ ໃຫ້​ເປັນ​ເຈົ້າ​ການ​ໃນ​ການ​ປົກ​ປັກ​ຮັກສາ​ຊັບພະຍາກອນ​ທຳ​ມະ​ຊາດ ແລະ ສິ່ງແວດລ້ອມ ໄດ້​ສ້າງ​ຂະ​ບວນ​ການ​ຮ່ວມ​ກັບ​ນະຄອນຫຼວງ​ວຽງ​ຈັນ ອະນາໄມ​ຕາມ​ແຄມ​ທາງ​ຕັດ​ໃໝ່ ດົງ​ນາ​ໂຊກ-ໜອງ​ບຶກ ເນື່ອງ​ໃນ​ໂອກາດ​ເປີດ​ສັບປະດາ​ວຽງ​ຈັນ​ສະອາດ ໄດ້​ມອບ​ໝາຍ​ໃຫ້​ພະ​ແນກ​ຊັບພະຍາກອນ​ທຳ​ມະ​ຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງ​ວຽງ​ຈັນ ລວມ​ທັງ​ຫ້ອງການ​ຊັບພະຍາກອນ​ທຳ​ມະ​ຊາດ ແລະ ສິ່ງແວດລ້ອມ​ເມືອງທົ່ວ​ປະເທດ ໂດຍ​ສົມທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ ເປັນ​ເຈົ້າ​ການ​ໂຄສະນາ​ເຜີຍແຜ່ ແລະ ສ້າງ​ຂະ​ບວນ​ການ ເພື່ອ​ປຸກລະດົມ​ຂະ​ບວນ​ການ​ໃຫ້​ຟົດຟື້ນ ໃນ​ການ​ສະຫຼອງ 3 ວັນ​ດັ່ງກ່າວ ໄດ້​ຮ່ວມ​ມື​ກັບ​ສະ​ຖາ​ບັນ​ການ​ສຶກ​ສາ ມະຫາວິທະຍາໄລ ໂຮງຮຽນໃນ​ການ​ມີ​ສ່ວນ​ຮ່ວມ ໃນ​ການ​ສ້າງ​ບຸ​ຄະລາ​ກອນ ແລະ ວິຊາ​ການ​ຕ່າງໆກ່ຽວ​ກັບ​ສິ່ງແວດລ້ອມ.

ໃນ​ໂອກາດ​ດຽວ​ກັນ​ນີ້​ ທ່ານ ສົມ​ມາດ ພົນ​ເສນາ ຍັງ​ໄດ້​ອ່ານ​ສານຂອງ​ທ່ານ​ນາຍົກ ເນື່ອງ​ໃນ​ວັນ​ສິ່ງ​ແວດລ້ອມ​ໂລກ 5 ມິຖຸນາ 2018 ໃຫ້​ບັນດາ​ທ່ານ​ທີ່​ເຂົ້າ​ຮ່ວມ​ຮັບ​ຟັງ ເຊິ່ງ​ມີ​ບາງ​ເນື້ອ​ໃນ​ສຳ​ຄັນວ່າ: ເນື່ອງ​ໃນ​ໂອກາດສະເຫຼີມສະຫຼອງ​ວັນ​ສິ່ງແວດລ້ອມ​ໂລກ ວັນ​ສິ່ງແວດລ້ອມ​ແຫ່ງ​ຊາດ ວັນ​ນ້ຳ​ໂລກ ວັນ​ປູກ​ຕົ້ນໄມ້​ປີ​ນີ້ ສຳລັບ ​ສປປ ລາວ ຂໍ​ໃຫ້​ຖື​ເອົາ​ໂອກາດ​ທີ່​ມີຄວາມ​ໝາຍ​ສຳຄັນ​ດັ່ງກ່າວ ດຳເນີນ​ການ​ໂຄສະນາປູກ​ຈິດ​ສຳນຶກ ແລະ ສ້າງ​ຂະ​ບວນ​ການໃຫ້​ສອດຄ່ອງ​ຕາມ​ຄຳ​ຂວັນ​ປີ​ນີ້ ແລະ ພ້ອມ​ກັນ​ຫັນປ່ຽນ​ຈິນຕະນາການ​ໄປ​ພ້ອມໆ​ກັບ​ຂະ​ບວນ​ການ​ເພີ່ມ​ທະວີ ຄຸ້ມ​ຄອງຊັບພະຍາກອນ​ທຳ​ມະ​ຊາດ ແລະ ປົກ​ປັກ​ຮັກສາ​ສິ່ງແວດລ້ອມ​ຕາມ​ທິດ​ສີຂຽວ ແລະ ຍືນ​ຍົງຕາມ​ລະບຽບ​ການ ແລະ ກົດໝາຍ​ຢ່າງ​ເຂັ້ມ​ງວດ​ໃຫ້​ບັນລຸ​ຕາມ​ວິໄສ​ທັດ ຍຸດ​ທະ​ສາດ ແລະ ແຜນການ 5 ປີຂອງ​ຂະແໜງການ ປະກອບສ່ວນ​ເຂົ້າ​ໃນ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ໃຫ້​ມີ​ຄວາມ​ຍືນ​ຍົງ.

ສຳລັບ​ກິດຈະກຳ​ໃນ​ມື້ນີ້ ຈະ​ໄດ້​ປູກ​ຕົ້ນໄມ້​ດູ່ໃນ​ສວນ​ເຈົ້າ​ອະນຸວົງ ຈຳນວນ 10 ຕົ້ນ ແລະ ຍ່າງ​ເພື່ອ​ສຸຂະພາບ ເລີ່ມ​ແຕ່​ຮູບ​ຫຼໍ່​ເຈົ້າ​ອະນຸວົງ ຫາສີ່​ແຍກ​ໄຟ​ອຳນາດ​ໂຮງຮຽນ​ເຕັກນິກ ລາວ-ເຢຍ​ລະ​ມັນ ແລ້ວ​ຍ່າງ​ກັບ​ຄືນ​ມາ​ສວນ​ເຈົ້າ​ອະນຸວົງ ແລ້ວ​ຍ່າງ​ຊົມ​ບູດ​ວາງສະແດງ​ຮູບ​ພາບ ແລະ ອື່ນໆ ໃນ​ນັ້ນແມ່ນ​ຈະ​ມີ​ກິດຈະກຳ​ຖາມ-ຕອບ ​ເພື່ອ​ປູກ​ຈິດ​ສຳນຶກ​ໃຫ້​ແກ່​ປະຊາຊົນ​ເຂົ້າໃຈ ແລະ ມີ​ສ່ວນ​ຮ່ວມ​ໃນ​ການ​ຫຼຸດຜ່ອນ​ການ​ນຳ​ໃຊ້​ຢາງ​ປລາສະຕິກ ຄິດ​ກ່ອນ​ຈະ​ໃຊ້ ຄິດ​ກ່ອນ​ຈະ​ຖິ້ມ ແລະ ປົກ​ປັກ​ຮັກສາ​ສິ່ງແວດລ້ອມ ເພື່ອ​ສ້າງ​ຕົວ​ເມືອງ​ສີຂຽວ ສະອາດງາມ​ຕາ ພ້ອມ​ທັງ​ບັນລຸ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ.

ເຫດການ
302 Found

Found

The document has moved here.