ກອງປະຊຸມກະກຽມຄວາມພ້ອມ ໃຫ້ແກ່ການສະເຫຼີມສະຫຼອງການສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ

16:46 | 12/06/2018

ຍ​ສ​ໝ - ໃນຕອນເຊົ້າຂອງມື້​ວານນີ້, ຢູ່ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດກອງປະຊຸມກ່ຽວກັບການກະກຽມຄວາມພ້ອມ ໃຫ້ແກ່ການສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງວຽງໄຊ, ແຂວງຫົວພັນ ຄົບຮອບ 50 ປີ (30/11/1968-30/11/2018).

ກອງປະຊຸມກະກຽມຄວາມພ້ອມ ໃຫ້ແກ່ການສະເຫຼີມສະຫຼອງການສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ

ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສ​ປ​ປ ລາວ.

ໃນຕອນເຊົ້າຂອງວັນທີ 11 ມິຖຸນາ 2018 ຢູ່ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດກອງປະຊຸມກ່ຽວກັບການກະກຽມຄວາມພ້ອມ ໃຫ້ແກ່ການສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງວຽງໄຊ, ແຂວງຫົວພັນ ຄົບຮອບ 50 ປີ (30/11/1968-30/11/2018), ພາຍໃຕ້ການເປັນປະທານຂອງ ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຫົວໜ້າຄະນະຮັບຜິດຊອບການກະກຽມສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງວຽງໄຊ ຖານທີ່ໝັ້ນການປະຕິວັດ ຄົບຮອບ 50 ປີ,ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີບັນດາສະຫາຍກໍາມະການກົມການເມືອງສູນກາງພັກ, ບັນດາລັດຖະມົນຕີ, ເຈົ້າແຂວງໆຫົວພັນ ພ້ອມດ້ວຍບັນດາຫົວໜ້າອານຸກໍາມະການຮັບຜິດຊອບວຽກງານຕ່າງໆ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມກະກຽມຄວາມພ້ອມ ໃຫ້ແກ່ການສະເຫຼີມສະຫຼອງການສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ

ກອງປະຊຸມກ່ຽວກັບການກະກຽມຄວາມພ້ອມ ໃຫ້ແກ່ການສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງວຽງໄຊ, ແຂວງຫົວພັນ ຄົບຮອບ 50 ປີ

ໂອກາດກ່າວເປີດກອງປະຊຸມ ສະຫາຍ ພັນຄໍາ ວິພາວັນ ໄດ້ກ່າວວ່າ: ການສະເຫຼີມສະຫຼອງການສ້າງຕັ້ງເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດ ຄົບຮອບ 50 ປີນີ້ ແມ່ນເປັນການຫວນຄືນມູນເຊື້ອຄວາມປີຊາສາມາດ, ຄວາມສະຫຼາດຊ່ອງໃສຂອງພັກປະຊາຊົນປະຕິວັດລາວ ໃນການນໍາພາການປະຕິວັດ ທັງເປັນການລະນຶກຈົດຈໍາລໍ້າລຶກເຖິງໄຊຊະນະອັນຍິ່ງໃຫຍ່ ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ກໍ່ຄື ຜົນງານອັນລໍ້າເລີດ ແລະ ຄຸນງາມອັນໃຫຍ່ຫຼວງຂອງການນໍາຮຸ່ນກ່ອນ ໂດຍສະເພາະແມ່ນປະທານ ໄກສອນ ພົມວິຫານ ແລະ ບັນດາຜູ້ນໍາທ່ານອື່ນໆ ທີ່ໄດ້ນໍາພາພາລະກິດປະຕິວັດ ຕໍ່ສູ້ປົດປ່ອຍຊາດ ຍາດເອົາອໍານາດການປົກຄອງ ຈົນສາມາດກ້າວໄປເຖິງການສ້າງຕັ້ງເມືອງວຽງໄຊ ເປັນຖານທີ່ໝັ້ນອັນແຂງແກ່ນ ເພື່ອເຮັດສໍາເລັດການປະຕິວັດຊາດປະຊາທິປະໄຕ ນໍາພາປະເທດຊາດກ້າວໄປສູ່ສັງກາດໃໝ່ ແຫ່ງການຈະເລີນວັດທະນາ.

ສຳລັບຄວາມຄືບໜ້າ ໃນການກະກຽມໃຫ້ແກ່ການສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງວຽງໄຊ ຄົບ ຮອບ 50 ປີ ນັ້ນ, ສະຫາຍ ຄໍາລາວັນ ຈັນທະລາວັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຫົວໜ້າອະນຸກໍາມະການກອງເລຂາ ໄດ້ລາຍງານໃຫ້ຊາບວ່າ: ປະຈຸບັນ ບັນດາອະນຸກຳມະການຕ່າງໆ ໄດ້ມີການປະສານສົມທົບ ແລະ ກຽມຄວາມພ້ອມທຸກດ້ານ ໂດຍໄດ້ມີການກໍານົດບັນດາໜ້າວຽກຍ່ອຍ ແລະ ມີການແບ່ງຄວາມຮັບຜິດຊອບ ຢ່າງລະອຽດຈະແຈ້ງ ໃນນີ້, ໄດ້ມີການກໍານົດ 12 ກິດຈະກໍາເພື່ອສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ຄື: ກິດຈະກໍາພິທີໂຮມຊຸມນຸມໃຫຍ່ ຢູ່ທີ່ເມືອງວຽງໄຊ; ກິດຈະກຳວາງ ສະແດງຮູບພາບຢູ່ນະຄອນຫຼວງວຽງຈັນ ແລະ ຢູ່ເມືອງວຽງໄຊ; ກິດຈະກໍາປາຖະກະ ຖາຫວນຄືນມູນເຊື້ອເມືອງວຽງໄຊ ຕິດພັນກັບມູນເຊື້ອປະຕິວັດລາວ; ກິດຈະກໍາປະກວດບົດປະດິດຄິດແຕ່ງຕ່າງໆກ່ຽວກັບກັບເມືອງວຽງໄຊ; ກິດຈະກໍາໂຄສະນາເມືອງວຽງໄຊ ຜ່ານສື່ຕ່າງໆ; ກິດຈະກໍາຄາຣາວານຫວນຄືນເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດ; ກິດຈະກໍາປຸກລະດົມບັນດາ ການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນ ຕະຫຼອດຮອດບຸກຄົນ ສ້າງຂະບວນການປັງປຸງບູລະນະສະຖານທີ່ ຫຼື ຖໍ້າທີ່ເປັນສຳນັກງານຂອງຕົນ ໃນອາດີດຢູ່ເມືອງວຽງໄຊ; ກິດຈະກໍາຈັດກອງປະຊຸມສໍາມະນາວິທະຍາສາດ; ກິດຈະກໍາຮຽບຮຽງປະຫວັດສາດເມືອງວຽງໄຊ; ກິດຈະກໍາປັບປຸງພິພິຕະພັນມູນເຊື້ອ ເມືອງວຽງໄຊ ຕິດພັນກັບພິພິຕະພັນ ໄກສອນ ພົມວິຫານ; ກິດຈະກໍາຂະບວນການຮັກຊາດ ແລະ ພັດທະນາເມືອງວຽງໄຊ ແລະ ກິດຈະກໍາຊຸກຍູ້ບັນດາໂຄງການ ​ທີ່ສູນກາງອະນຸມັດທຶນ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.