4000 ຂຸມ ດິນແດນແຫ່ງຄວາມອັດສະຈັນ ທີ່ທ່ານຄວນສໍາຜັດ

15:48 | 09/05/2018

​ແຂວງ ສາ​ລະ​ວັນ ເປັນ​ແຂວງ​ໜ​ື່ງ​ທີ່​ມີ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ເກ​ົ່າ​ແກ່​ເປັນ​ອູ່​ເຂົ້າ​ອູ່​ນ້ຳ​ຂອງ​ພໍ່​ແມ່ນ​ປະ​ຊາ​ຊົນ​ລາວ​ເວົ້າ​ລວມ ແລະ ປະ​ຊາ​ຊົນ​ສາ​ລະ​ວັນ​ເວົ້າ​ສະ​ເພາະ, ນອກ​ນີ້ ສາ​ລະ​ວັນ​ກໍ່​ເປັນ​ແຂວງ​ໜື່ງ​ທີ່​ບໍ່​ນ້ອຍ​ໜ້າ​ກ່ຽວ​ກັບ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ສວຍ​ສົດ​ງົດ​ງາມ​ ທີ່​ທ່ານ​ເມືອ​ໄດ້​ເຫັນ​ແລ້ວ​ແມ່ນ​ຢາກ​ໄດ້​ສຳ​ຜັດ​ຕົວ​ຈິງ​ຄື​ກັບ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ນີ້ 4000 ຂຸມ ດິນແດນແຫ່ງຄວາມອັດສະຈັນ

4000 ຂຸມ ດິນແດນແຫ່ງຄວາມອັດສະຈັນ ທີ່ທ່ານຄວນສໍາຜັດ

ແຂວງສາລະວັນກໍ່ເປັນອີກແຂວງໜຶ່ງທີ່ມີນັກທ່ອງທ່ຽວໃຫ້ຄວາມສົນໃຈຫຼາຍ ເພາະເປັນແຂວງທີ່ມີເສດຖະກິດກຳລັງຂະຫຍາຍຕົວຂຶ້ນເລື້ອຍໆ ໂດຍສະເພາະແມ່ນວຽກງານການທ່ອງທ່ຽວທີ່ມີຫຼາຍ ຊົນເຜົ່າດຳລົງຊີວິດຢູ່ດ້ວຍກັນ ແລະ ມີສະຖານທີທ່ອງທ່ຽວທີ່ໜ້າສົນໃຈບໍ່ໜ້ອຍໜ້າແຂວງອື່ນໆ.

4000 ຂຸມ ດິນແດນແຫ່ງຄວາມອັດສະຈັນ ທີ່ທ່ານຄວນສໍາຜັດ

ສະຖານທີ່ທ່ອງທ່ຽວ 4000 ຂຸມ ເປັນອີກສະຖານທີ່ທ່ອງທ່ຽວໜຶ່ງຂອງແຂວງສາລະວັນ ທີ່ມີຈຸດເດັ່ນສະເພາະ ແລະ ໜ້າອັດສະຈັນ ກຳເນີດເກີດຂຶ້ນຈາກທຳມະຊາດ ເຊິ່ງສະຖານທີ່ດັ່ງກ່າວແມ່ນກຳລັງເປັນທີ່ສົນໃຈຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

4000 ຂຸມ ດິນແດນແຫ່ງຄວາມອັດສະຈັນ ທີ່ທ່ານຄວນສໍາຜັດ

ລະດູການທ່ອງທ່ຽວ 4000 ຂຸມ ແມ່ນໄດ້ເລີ່ມມາແຕ່ເດືອນມັງກອນ ໄປຈົນເຖິງ ເດືອນພຶດ ສະ ພາ ຂອງທຸກໆປີ ເຊິ່ງສະຖານທີ່ດັ່ງກ່າວ ແມ່ນຢູ່ຕາມລໍາແມ່ນໍ້າຂອງທີ່ເກີດຈາກການກັດເຊາະຂອງແມ່ນໍ້າຂອງ ເຮັດໃຫ້ເກີດເປັນປະຕິມາກໍາທີ່ໜ້າມະຫັດສະຈັນ, ມີບັນດາກ້ອນຫີນຂະຫນາດ ນ້ອຍ-ໃຫຍ່ ທີ່ໄດ້ຖືກສາຍນໍ້າກັດເຊາະມາເປັນເວລາຫຼາຍປີ ເຮັດໃຫ້ກາຍເປັນຮູບແບບຕ່າງໆນໍາມາໃຫ້ເກີດຄວາມສວຍງາມ ແລະ ແປກຕາ ກາຍເປັນຜົນງານເດັ່ນຈາກທໍາມະຊາດ ຢ່າງມະຫັດສະຈັນ.

4000 ຂຸມ ດິນແດນແຫ່ງຄວາມອັດສະຈັນ ທີ່ທ່ານຄວນສໍາຜັດ

4000 ຂຸມ ມີມາຫຼາຍຮ້ອຍປີແລ້ວ ແຕ່ໄລຍະຜ່ານມາບໍ່ຄ່ອຍມີໃຜສົນໃຈພໍປານໃດ ແຕ່ມາໃນໄລ ຍະ 10 ປີຫຼັງມານີ້ ວຽກງານການທ່ອງທ່ຽວໄດ້ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນເປັນກ້າວໆ ຈຶ່ງໄດ້ກໍານົດເອົາຈຸດດັ່ງກ່າວ ເປັນອີກໜຶ່ງສະຖານທີ່ທ່ອງທ່ຽວ ທີ່ມີຄວາມໜ້າສົນໃຈຂອງເມືອງ ລະຄອນເພັງ, ແຂວງສາລະວັນ.

4000 ຂຸມ ດິນແດນແຫ່ງຄວາມອັດສະຈັນ ທີ່ທ່ານຄວນສໍາຜັດ

ເພື່ອເຮັດໃຫ້ແຫຼ່ງທ່ອງທ່ຽວແຫ່ງດັ່ງກ່າວ ກາຍເປັນທີ່ຮູ້ຈັກກວ້າງຂວາງ ແລະ ສາມາດດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ; ທາງຫ້ອງການ ຖວທ ເມືອງລະຄອນເພັງ ກໍ່ຄື ຖວທ ແຂວງ ໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ເພື່ອເຮັດໃຫ້ນັກທ່ອງທ່ຽວໄດ້ຮູ້ຈັກກັນຫຼາຍຂຶ້ນ ແລະ ພາກັນເດີນ ທາງຢ້ຽມຢາມສໍາຜັດດ້ວຍຕົວເອງ ຈະໄດ້ຈົດຈໍາບັນທຶກຄວາມສວຍງາມ ແລະ ຄວາມມະຫັດສະຈັນຂອງສະຖານທີ່ແຫ່ງນີ້.

4000 ຂຸມ ດິນແດນແຫ່ງຄວາມອັດສະຈັນ ທີ່ທ່ານຄວນສໍາຜັດ

ສໍາລັບເວລາທ່ອງທ່ຽວທີ່ເຫມາະສົມທີ່ສຸດ ຄືຕອນເຊົ້າ ແລະ ຕອນແລງໆ ເພື່ອຊົມຕະເວັນຂຶ້ນ ແລະ ຕາເວັນຕົກດິນ ບອກໄດ້ເລີຍວ່າເປັນໄລຍະທີ່ມີຄວາມສວຍງາມທີ່ສຸດ. ນອກຈາກນີ້, ຕາມຈຸດຕ່າງໆ ຍັງສາມາດເກັບພາບຄວາມສວຍງາມໄດ້ອີກ ເຊິ່ງທ່ານຈະບໍ່ຜິດຫວັງແນ່ນອນ ເມື່ອທ່ານໄດ້ສໍາຜັດດ້ວຍຕົວເອງ. ໂດຍນັກທ່ອງທ່ຽວສາມາດເດີນທາງໄປໄດ້ທີ່ບ້ານທ່າ ຄັນຊຸມຊົວ ເມືອງລະຄອນເພັງ ແຂວງສາລະວັນ ດ້ວຍຕົວເອງ ຫຼື ສາມາດພົວພັນສອບຖາມໄປຍັງ ຫ້ອງການ ຖວທ ເມືອງລະຄອນເພັງ ເພື່ອໃຫ້ມີພະນັກງານ-ວິຊາການ ປະຈໍາທ້ອງຖິ່ນ ເປັນຜູ້ນໍາພາໄປຍິ່ງເປັນການດີ.

4000 ຂຸມ ດິນແດນແຫ່ງຄວາມອັດສະຈັນ ທີ່ທ່ານຄວນສໍາຜັດ

ສ່ວນວຽກງານທ່ອງທ່ຽວທີ່ແຂວງສາລະວັນ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ກໍຄືການພັດທະນາຊີວິດການຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ ເຊິ່ງໃນປີ 2017 ທີ່ຜ່ານມາທາງແຂວງໄດ້ລົງສຳຫລວດ ແລະ ຄົ້ນພົບຖໍ້າແຫ່ງໃໝ່ທັງໝົດ 9 ຖໍ້າ, ທີ່ເຂດອຸທິຍານພູຜາສຸກ ເຊິ່ງເປັນເຂດທີ່ເໝາະແກ່ການທ່ອງທ່ຽວ ແລະ ເປັນສະຖານທີ່ທ່ອງທ່ຽວໃໝ່ຂອງແຂວງ ຕິດພັນກັບການພັດທະນາແບບກວມລວມໃນເຂດພູພຽງບໍລິເວນ ແລະ ເປັນການເຊື່ອມຕໍ່ການທ່ອງທ່ຽວໃນ 4 ແຂວງພາກໃຕ້, ຕາມແລວຕາເວັນອອກ-ຕາເວັນຕົກ ແລະ ເປີດໃຫ້ບໍລິການແກ່ນັກທ່ອງທ່ຽວແລ້ວ ຈໍານວນ 5 ຖໍ້າ.

4000 ຂຸມ ດິນແດນແຫ່ງຄວາມອັດສະຈັນ ທີ່ທ່ານຄວນສໍາຜັດ

ປັດຈຸບັນ ແຂວງສາລະວັນ ໄດ້ຂຶ້ນບັນຊີແຫຼ່ງທ່ອງທຽ່ວຂອງແຂວງໄວ້ທັງໝົດ 96 ແຫ່ງ, ໃນນັ້ນ ມີແຫຼ່ງທ່ອງທ່ຽວທາງທໍາມະຊາດ 53 ແຫ່ງ, ວັດທະນະທຳ 37 ແຫ່ງ ແລະ ແຫຼ່ງທ່ອງທຽ່ວ ທາງປະຫວັດສາດ 6 ແຫ່ງ, ມີໂຮງແຮມ 7 ແຫ່ງ, ເຮືອນພັກ 50 ແຫ່ງ, ຮ້ານອາຫານ 48 ແຫ່ງ, ຮ້ານກິນດື່ມ 64 ແຫ່ງ, ຮ້ານບັນເທີງ 8 ແຫ່ງ, ໃນນັນ ໂຮງແຮມທີ່ໄດ້ລະດັບ 2 ດາວມີ 1 ແຫ່ງ, ໄດ້ລະດັບ 1 ດາວມີ 1 ແຫ່ງ, ລະດັບເຮືອນພັກ ໄດ້ຮັບມາດຕະຖານດອກຈຳປາ 2 ດອກ ມີ 2 ແຫ່ງ, ໄດ້ຮັບລະດັບ 1 ດອກ ມີ 2 ແຫ່ງ, ໂດຍໃນປີ 2017 ມີນັກທ່ອງທຽ່ວເຂົ້າທຽ່ວຢູ່ ແຂວງສາລະວັນ 93 ພັນກວ່າຄົນ, ຄາດຄະເນລາຍຮັບຈາກການທ່ອງທຽ່ວທ່ອງໄດ້ 14 ລ້ານໂດລາສະຫາລັດ ແລະ ໃນປີ 2018 ນີ້, ຄາດວ່າຈະມີນັກທ່ອງ ທຽ່ວທັງພາຍໃນ ແລະ ຕ່າງປະເທດເຂົ້າທ່ຽວ ແຂວງສາລະວັນ 95 ພັນກວ່າຄົນ ແລະ ຈະມີລາຍຮັບຈາກການທ່ອງທ່ຽວປະມານ 15 ລ້ານໂດລາສະຫາລັດ.

(ຫັດ​ທະ​ບູນ)

(ແຫຼ່ງ​ຂໍ້​ມູນ​: laosupdate.com)

ເຫດການ
302 Found

Found

The document has moved here.