ວາງສີລາລຶກໂຄງການກໍ່ສ້າງ ພະເຈົ້າໃຫຍ່ ພຸດທະຣັດຕະນະ ບາຣະມີສຣີ ບໍ່ແກ້ວ

15:53 | 17/05/2018

ພະປາງຊະນະມານ ໄດ້ນາມມາຈາກພະເຈົ້າແສນແຊ່ ໄດ້ປະດິດສະຖານ ຢູ່ວັດສີບຸນເຮືອງ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໃນປີ ພສ 2386 ຄສ 1843 ເປັນພະເຈົ້າທີ່ມີຄວາມໝາຍສໍາຄັນ ທາງພຸດທະສາສະໜາ ທີ່ມີຄວາມ ສວຍສົດງົດງາມ, ເປັນພະອົງທີ່ສັກສິດຄູ່ບ້ານຄູ່ເມືອງ, ມີບາຣະມີສູງ ເປັນສູນລວມຈິດໃຈຂອງປະຊາຊົນ.

ວາງສີລາລຶກໂຄງການກໍ່ສ້າງ ພະເຈົ້າໃຫຍ່ ພຸດທະຣັດຕະນະ ບາຣະມີສຣີ ບໍ່ແກ້ວ

ວາງສີລາລຶກໂຄງການກໍ່ສ້າງ ພະເຈົ້າໃຫຍ່ ພຸດທະຣັດຕະນະ ບາຣະມີສຣີ ບໍ່ແກ້ວ


ວາງສີລາລຶກໂຄງການກໍ່ສ້າງ ພະເຈົ້າໃຫຍ່ ພຸດທະຣັດຕະນະ ບາຣະມີສຣີ ບໍ່ແກ້ວ

ພິທີ ວາງສີລາລຶກໂຄງການກໍ່ສ້າງ ພະເຈົ້າໃຫຍ່ ພຸດທະຣັດຕະນະບາຣະມີສຣີບໍ່ແກ້ວ ທີ່ພູໄຊຫົວຂອງ (ພູ106) ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ວັນທີ 17 ພຶດສະພາ 2018 ໄດ້ມີພິທີ ວາງສີລາລຶກໂຄງການກໍ່ສ້າງ ພະເຈົ້າໃຫຍ່ ພຸດທະຣັດຕະນະບາຣະມີສຣີບໍ່ແກ້ວ ທີ່ພູໄຊຫົວຂອງ (ພູ106) ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເພື່ອເປັນບ່ອນ ສັກກະລະບູຊາ, ເປັນສູນລວມຈິດໃຈ ຂອງຊາວພຸດທະສານິກະຊົນລາວ ກໍຄື ຊາວແຂວງບໍ່ແກ້ວ, ສ້າງໃຫ້ກາຍເປັນແຫລ່ງທ່ອງທ່ຽວທີ່ສໍາຄັນ ທາງວັດທະນະທໍາ ຕິດພັນກັບທໍາມະຊາດ, ມູນເຊື້ອ ທາງດ້ານປະຫວັດສາດ, ໂດຍມີພະເຖລານຸເຖລະ, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ພ້ອມດ້ວຍພັນລະຍາ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກົມການເມືອງສູນກາງພັກ, ມີບັນດາການນໍາ ພັກ-ລັດ ຂັ້ນສູນກາງ, ຂັ້ນແຂວງ-ເມືອງ ຕະຫລອດຮອດພໍ່ແມ່ປະຊາຊົນ ແລະ ມວນຊົນເຂົ້າ ຮ່ວມຢ່າງຫລວງຫລາຍ.

ທ່ານ ຄໍາພັນ ເຜີຍຍະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າ ແຂວງບໍ່ແກ້ວ ກ່າວວ່າ: ໂຄງການກໍ່ສ້າງພະເຈົ້າໃຫຍ່ ພຸດທະຣັດຕະນະບາຣະມີສຮິ ບໍ່ແກ້ວ ທີ່ພູໄຊຫົວຂອງ ແຫ່ງນີ້ ສຸດທີ່ມີຄວາມໝາຍສໍາຄັນທາງດ້ານປະຫວັດສາດຂອງແຂວງ ເຊິ່ງເປັນໂຄງການທີ່ໄດ້ຜ່ານການສຶກສາ, ຄົ້ນຄວ້າ ແລະ ອອກແບບ ຢ່າງລະອຽດມາເປັນເວລາ 2 ປີ ກວ່າ, ໂດຍໄດ້ຮັບການສະໜັບສະໜູນເຫັນດີເຫັນພ້ອມ ຈາກລັດຖະບານ, ອົງການພຸດທະສາສະໜາສໍາພັນລາວ ແລະ ພາກສ່ວນກ່ຽວຂ້ອງຂັ້ນສູນກາງ ກໍຄື ທ້ອງຖິ່ນ, ພິເສດ ແມ່ນໄດ້ຮັບການສະໜັບສະໜູນ ຈາກປະຊາຊົນບັນ ດາເຜົ່າ. ພູແຫ່ງນີ້ ຍັງເປັນສະຖານທີ່ ທີ່ມີຄວາມສັກສິດ ແລະ ເປັນບ່ອນທີ່ປະທັບໃຈ ແກ່ຊາວແຂວງບໍ່ແກ້ວ, ເຊິ່ງສະຖານທີ່ແຫ່ງນີ້ ຈະກາຍເປັນໃຈກາງເມືອງຫ້ວຍຊາຍ ໃນອານະຄົດ ແລະ ຈະກາຍເປັນຈຸດໃຈກາງ ຂອງການພັດທະນາ ທາງດ້ານ ເສດຖະກິດ-ສັງຄົມ, ວັດທະນະທໍາ, ສາສະໜາ, ທ່ອງທ່ຽວ ແລະ ເປັນບ່ອນຊັກກະລະບູຊາ ຂອງປະຊາຊົນບັນດາເຜົ່າ ແຂວງບໍ່ແກ້ວ.

ໂຄງການກໍ່ສ້າງພະເຈົ້າໃຫຍ່ ປະດິດສະຖານຢູ່ພູໄຊຫົວຂອງບາຣະມີ (ພູ106) ໂດຍຫ້ອງວ່າ ການແຂວງບໍ່ແກ້ວ ເປັນເຈົ້າຂອງໂຄງການ. ເຊິ່ງພະເຈົ້າອົງດັ່ງກ່າວ ແມ່ນ ພະປາງຊະນະມານ ໄດ້ນາມມາຈາກພະເຈົ້າແສນແຊ່ ໄດ້ປະດິດສະຖານ ຢູ່ວັດສີບຸນເຮືອງ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໃນປີ ພສ 2386 ຄສ 1843 ເປັນພະເຈົ້າທີ່ມີຄວາມໝາຍສໍາຄັນ ທາງພຸດທະສາສະໜາ ທີ່ມີຄວາມ ສວຍສົດງົດງາມ, ເປັນພະອົງທີ່ສັກສິດຄູ່ບ້ານຄູ່ເມືອງ, ມີບາຣະມີສູງ ເປັນສູນລວມຈິດໃຈຂອງປະຊາຊົນ. ຄະນະນໍາຂອງແຂວງ ຈຶ່ງໄດ້ຕົກລົງ ເຫັນດີເປັນເອກະພາບ ສ້າງພະເຈົ້າໃຫຍ່ ຕັ້ງຊື່ວ່າ: ພະພຸດທະຣັດຕະນະບາຣະມີສຣີ ບໍ່ແກ້ວ, ເຊິ່ງກໍານົດເອົາພູ 106 ເປັນຈຸດທີ່ຕັ້ງ ໂດຍແມ່ນບໍລິສັດຮ່ວມໃຈ ສໍາຫລວດອອກແບບ ແລະ ທີ່ປຶກສາຈໍາກັດ ເປັນບໍລິສັດສໍາຫລວດອອກແບບ ໃນເນື້ອທີ່ 14 ເຮັກຕາ, ມູນຄ່າການກໍ່ສ້າງ 54,8 ຕື້ກວ່າກີບ ແລະ ບໍລິສັດ ຫ່າຍເຊິງລາວ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ, ໂດຍທຶນສົມທົບ ຈາກຄະນະອົງການພຸດທະສາສະໜາ, ຄະນະຂັ້ນສູງ, ຄະນະນໍາຂອງແຂວງ, ບໍລິສັດຜູ້ລົງທຶນ, ນັກທຸລະກິດ, ຜູ້ປະກອບການ ແລະ ມວນຊົນ ໄດ້ມີສັດທາຮ່ວມກັນ ໃນການສ້າງບຸນກຸສົນ ກໍ່ສ້າງອົງພະເຈົ້າໃຫຍ່, ມີຊັດສ່ວນໜ້າຕັດກວ້າງ ຈາກເຂົ່າຊ້າຍຫາເຂົ່າຂວາ 17,1 ແມັດ, ສູງຈາກໜ້າແທ່ນ ເຖິງຈອມເກດ 25,2 ແມັດ ລວມນໍ້າໜັກ 90,78 ໂຕນ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.