ປະເທດ ຝລັ່ງເສດ ຫ້າມໃຊ້ໂທລະສັບມືຖື ໃນໂຮງຮຽນ

15:38 | 04/09/2018

ຍສໝ - ນັບຕັ້ງແຕ່ສົກຮຽນ 2018-2019 ຝລັ່ງເສດ ນຳໃຊ້ກົດລະບຽບຫ້າມໃຊ້ໂທລະສັບຢູ່ໂຮງຮຽນທຸກແຫ່ງໃນຂອງເຂດທົ່ວປະເທດ.

ປະເທດ ຝລັ່ງເສດ ຫ້າມໃຊ້ໂທລະສັບມືຖື ໃນໂຮງຮຽນ

ພາບປະກອບ.

ກົດລະບຽບໃໝ່ນີ້ ແມ່ນຄຳໝັ້ນສັນຍາຂອງທ່ານ ປະທານາທິບໍດີ Emmanuel Macron ໃຊ້ໃນການຫາສຽງ, ປະຈຸບັນໄດ້ຮັບການຈັດຕັ້ງປະຕິບັດ ເປັນກົດໝາຍນັບແຕ່ເດືອນ 7 ທີ່ຜ່ານມາ. ໃນນັ້ນບໍອະນຸຍາດໃຫ້ໃຊ້ໂທລະສັບມືຖື, ໂມງ(ສະມາດວ໋ອດສ) ແລະ ແລັບທ໋ອບ ໃນໂຮງຮຽນປະຖົມ ແລະ ມັດທະຍົມຕົ້ນ ຂອບເຂດທົ່ວປະເທດ.

ສຳລັບໂຮງຮຽນມັດທະຍົມປາຍ ( ນັກຮຽນ ອາຍຸແຕ່ 15-18) ສາມາດນຳໃຊ້ບາງສ່ວນ ຫຼືທັງໜົດ ຍ້ອນກົດລະບຽບນີ້ບໍ່ໄດ້ຜູກຂາດ.

ຄຳສັ່ງຫ້າມດັ່ງກ່າວນີ້ ຈະເຮັດໃຫ້ຫຼຸດຜ່ອນສະພາບຄວາມວຸນວາຍບໍ່ຕັ້ງໃຈໃນຫ້ອງຮຽນ ແລະ ສົ່ງເສີມເດັກນັກຮຽນຮັກໃນການເຄື່ອນໄຫວ ກາຍະກຳຕື່ມໃນເວລາພັກຜ່ອນ.

ເກືອບ 90% ເດັກນ້ອຍອາຍຸຕັ້ງແຕ່ 12-17ປີ ຢູ່ ປະເທດຝລັ່ງເສດ ມີໂທລະສັບເປັນຂອງຕົນເອງ. ປະຊາຊົນຜູ້ທີ່ເຫັນດີໃນຄຳສັ່ງຫ້າຍສະບັບນີ້ຫວັງວ່າກົດລະບຽບດັ່ງກ່າວນີ້ຈະຊ່ວຍສະກັດກັ້ນການແຜ່ລາມຂອງເນື້ອໃນຄວາມຮຸນແຮງ ແລະ ອານາຈານ ໃນເດັກນ້ອຍ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.