ຈັດຕັ້ງປະຕິບັດຂໍ້ຕົກລົງການຮ່ວມມືລະຫວ່າງສະພາແຫ່ງຊາດ ສສ ຫວຽດນາມ ແລະ ສະພາແຫ່ງຊາດ ສປປ ລາວ ຢ່າງ ມີປະສິດທິຜົນ

00:54 | 15/05/2019

ຍສໝ - ກ່າວຄໍາເຫັນທີ່ສໍາມະນາການແລກປ່ຽນປະສົບການເຄື່ອນໄຫວຂອງອໍານາດການປົກຄອງທ້ອງຖິ່ນ ລະຫວ່າງນະຄອນຮ່າໂນ້ຍ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສປປ ລາວ ໃນຕອນເຊົ້າຂອງວັນທີ 5 ມີນາ, ທ່ານ ນາງ ຕ່ອງ ຖີ້ ຟອງ ຮອງປະທານສະພາແຫ່ງຊາດ ຜູ້ປະຈໍາການ ສສ ຫວຽດນາມ ໄດ້ຢືນຢັນວ່າສອງປະເທດຈະສືບຕໍ່ໃຫ້ການແລກປ່ຽນ, ແບ່ງປັນປະສົບການໃນວຽກງານການຄຸ້ມຄອງລັດໃນຫຼາຍຂົງເຂດ, ຈັດຕັ້ງປະຕິບັດຂໍ້ຕົກລົງການຮ່ວມມືລະຫວ່າງສອງສະພາແຫ່ງຊາດເປັນຢ່າງດີ.

ຈັດຕັ້ງປະຕິບັດຂໍ້ຕົກລົງການຮ່ວມມືລະຫວ່າງສະພາແຫ່ງຊາດ ສສ ຫວຽດນາມ ແລະ ສະພາແຫ່ງຊາດ ສປປ ລາວ ຢ່າງ ມີປະສິດທິຜົນ

ທ່ານ ນາງ ຕ່ອງ ຖີ້ ຟອງ ກ່າວຄໍາເຫັນທີ່ສໍາມະນາ

ທ່ານ ນາງ ຕ່ອງ ຖີ້ ຟອງ ໄດ້ຢືນຢັນວ່າ ສະພາແຫ່ງຊາດສອງປະເທດໄດ້ມີການຮ່ວມມືຢ່າງແຫນ້ນແຟ້ນໃນທຸກຂົງເຂດເປັນຕົ້ນຄືການສ້າງກົດຫມາຍ, ການຕິດຕາມກວດກາ ແລະ ຕັດສິນໃຈບັນດາບັນຫາສໍາຄັນຂອງປະເທດ ແລະ ບັນດາເວທີປ່າໃສສອງຝ່າຍ ແລະ ຫຼາຍຝ່າຍ, ສະຫນັບສະຫນູນເຊິ່ງກັນ ແລະ ກັນ, ປະກອບສ່ວນອັນເປັນຈິງໃນການນໍາເອົາການພົວພັນອັນດີງາມລະຫວ່າງສອງສະພາແຫ່ງຊາດເຂົ້າໃນລວງເລິກ, ແທດຕົວຈິງ ແລະ ມີປະສິດທິຜົນສູງ.

ສອງສະພາແຫ່ງຊາດໄດ້ລົງນາມຂໍ້ຕົກລົງການຮ່ວມມືໃນເດືອນກໍລະກົດ ປີ 2012 ແລະ ໃນເດືອນມີນາ ປີ 2017. ນີ້ເປັນພື້ນຖານເພື່ອຈະສືບຕໍ່ຈັດຕັ້ງປະຕິບັດຢ່າງຕັ້ງໜ້າບັນດາກິດຈະກໍາການຮ່ວມມືຂອງສອງສະພາແຫ່ງຊາດ. ດ້ວຍຄວາມເຊື່ອຫມັ້ນ, ຄວາມພະຍາຍາມ, ຄວາມຮັບຜິດຊອບສູງຂອງບັນດາທ່ານປະທານສະພາແຫ່ງຊາດຂອງບັນດາສະໄໝກ່ອນ, ມາຮອດປະຈຸບັນ, ການພົວພັນຂອງສອງສະພາແຫ່ງຊາດ ແລະ ບັນດາອົງການກ່ຽວຂ້ອງຂອງສອງສະພາແຫ່ງຊາດ ເປັນຢ່າງດີຫຼາຍ, ເປັນຕົ້ນຄື:

-ສອງຝ່າຍໄດ້ດໍາເນີນການແລກປ່ຽນຄະນະການນໍາຂອງສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ, ກຸ່ມລັດຖະສະພາມິດຕະພາບ ແລະ ບັນດາຄະນະຜູ້ແທນສະພາແຫ່ງຊາດເຂດເລືອກຕັ້ງຂອງ ສປປ ລາວ ກັບ ບັນດາຄະນະຜູ້ແທນສະພາແຫ່ງຊາດທ້ອງຖິ່ນ ແລະ ສະພາປະຊາຊົນຂອງຫວຽດນາມ; ອົງການຈັດຕັ້ງບັນດາຄະນະສຶກສາຄົ້ນຄວ້າ, ແລກປ່ຽນ, ແບ່ງປັນປະສົບການເຊິ່ງກັນ ແລະ ກັນ ລະຫວ່າງສະພາຊົນເຜົ່າ, ບັນດາຄະນະກໍາມະການຂອງສະພາແຫ່ງຊາດ, ຫ້ອງການສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດລາວ.

-ບັນດາຄະນະກໍາມະການຂອງສອງສະພາແຫ່ງຊາດໄດ້ປະສານສົມທົບຢ່າງໃກ້ຊິດໃນການຄຸ້ມຄອງການລົງນາມ ແລະ ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງການຮ່ວມມືລະຫວ່າງສອງປະເທດ.

-ສອງຝ່າຍໄດ້ແລກປ່ຽນຢ່າງເປັນປົກກະຕິກ່ຽວກັບເອກະສານທາງກົດຫມາຍ ແລະ ເອກະສານອື່ນໆທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ; ສະຫນັບສະຫນູນເຊິ່ງກັນ ແລະ ກັນ ໃນການກໍ່ສ້າງພະນັກງານ, ການພັດທະນາແຫຼ່ງຊັບພະຍາກອນມະນຸດ, ການຄົ້ນຄວ້າວິທະຍາສາດ, ການກໍ່ສ້າງພື້ນຖານວັດຖຸອຸປະກອນ - ເຕັກນິກທີ່ເຫມາະສົມກັບຄວາມສາມາດຕົວຈິງຂອງແຕ່ລະຝ່າຍ ແລະ ໂຄງການການຮ່ວມມືລວມລະຫວ່າງສອງປະເທດ.

ຈັດຕັ້ງປະຕິບັດຂໍ້ຕົກລົງການຮ່ວມມືລະຫວ່າງສະພາແຫ່ງຊາດ ສສ ຫວຽດນາມ ແລະ ສະພາແຫ່ງຊາດ ສປປ ລາວ ຢ່າງ ມີປະສິດທິຜົນ

ບັນຍາກາດການສໍາມະນາ

ຄຽງຄູ່ກັນນັ້ນ, ໃນເວລາຜ່ານມາ, ສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດລາວ ໄດ້ຈັດສໍາມະນາຕ່າງໆເພື່ອແລກປ່ຽນປະສົບການຂອງສະພາແຫ່ງຊາດຂອງແຕ່ລະປະເທດ. ສໍາມະນາຄັ້ງນີ້ກໍ່ແມ່ນຫນຶ່ງໃນບັນດາກິດຈະກໍາອັນສໍາຄັນເພື່ອສອງປະເທດທີ່ຈະສືບຕໍ່ການແລກປ່ຽນ ແລະ ການແບ່ງປັນປະສົບການໃນວຽກງານຄຸ້ມຄອງລັດໃນຫຼາຍຂົງເຂດຕ່າງໆ, ຈັດຕັ້ງປະຕິບັດເປັນຢ່າງດີຂໍ້ຕົກລົງການຮ່ວມມືລະຫວ່າງສອງສະພາແຫ່ງຊາດ.

ຫວຽດນາມຖືສໍາຄັນນະໂຍບາຍສະເໝີຕົ້ນສະເໝີປາຍ, ຖືສໍາຄັນ ແລະ ໃຫ້ຄວາມບູລິມະສິດໃນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ, ຄວາມສາມັກຄີເປັນພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງຫວຽດນາມ ແລະ ລາວ. ການພົວພັນລະຫວ່າງຫວຽດນາມ - ລາວແມ່ນກົດເກນແຫ່ງການພັດທະນາ, ປັດໃຈເພື່ອຮັບປະກັນໃນການພັດທະນາຂອງສອງປະເທດ, ເປັນຊັບສົມບັດອັນລໍ້າຄ່າໂດຍໄດ້ສ້າງຕັ້ງຂື້ນດ້ວຍຄວາມພະຍາຍາມ ແລະ ເລືອດເນື້ອຂອງບັນດາຜູ້ນໍາຫຼາຍຮຸ່ນຄົນ, ບັນດານັກຮົບປະຕິວັດ ແລະ ປະຊາຊົນຂອງສອງປະເທດ, ຕ້ອງໄດ້ຮັບການປົກປັກຮັກສາ, ພັດທະນາ ແລະ ຖ່າຍທອດໃຫ້ຮຸ່ນຄົນຕໍ່ໄປໂດຍສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.