ປະທານສະພາ ແຫ່ງຊາດ ສປປ ລາວ ໄປຮ່າໂນ້ຍ ເລີ່ມການຢ້ຽມຢາມ ຫວຽດນາມ

00:54 | 15/05/2019

ຮັບຄຳເຊີນຂອງປະທານສະພາແຫ່ງຊາດ ຫງວ໋ຽນ ຖິ ກີມເງິນ, ຕອນບ່າຍຂອງວັນທີ 4/3, ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວ ນຳໂດຍ ທ່ານນາງ ປານີ ຢາທໍຕູ້- ກຳມະການກົມການະເມືອງ ປະທານສະພາແຫ່ງຊາດລາວ ໄດ້ໄປຮອດນະຄອນຫຼວງຮ່າໂນ້ຍ, ເລີ່ມການຢ້ຽມຢາມຫວຽດນາມ ແຕ່ວັນທີ 4-8/3/2019.

ປະທານສະພາ ແຫ່ງຊາດ ສປປ ລາວ ໄປຮ່າໂນ້ຍ ເລີ່ມການຢ້ຽມຢາມ ຫວຽດນາມ

ທ່ານນາງ ປານີ ຢາທໍຕູ້- ກຳມະການກົມການະເມືອງ ປະທານສະພາແຫ່ງຊາດລາວ ໄປຮອດຮ່າໂນ້ຍ ເລີ່ມການຢ້ຽມຢາມ.(ພາບ: quochoi.vn)

ຄະນະຜູ້ແທນຂັ້ນສູງແຫ່ງ ສປປ ລາວ ທ່ານນາງ ປານີ ຢາທໍຕູ້- ກຳມະການກົມການະເມືອງ ປະທານສະພາແຫ່ງຊາດລາວ ໄດ້ໄປຮອດນະຄອນຫຼວງຮ່າໂນ້ຍ, ເລີ່ມການຢ້ຽມຢາມຫວຽດນາມ ແຕ່ວັນທີ 4-8/3/2019.

ຕ້ອນຮັບຄະນະຢູ່ສະໜາມບິນ ໂນ້ຍບ່າຍ ມີ ທ່ານ ຫງວ໋ຽນ ວັນເຢົ່າ ຫົວໜ້າພົວພັນສະພາແຫ່ງຊາດ, ການນຳກົມຕ້ອນຮັບ-ຫ້ອງການສະພາແຫ່ງຊາດ, ເອກອັກຄະລັດຖະທູດ ແລະ ພະນັກງານ ສະຖານທູດລາວ ປະຈຳ ສສ ຫວຽດນາມ.

ປະທານສະພາ ແຫ່ງຊາດ ສປປ ລາວ ໄປຮ່າໂນ້ຍ ເລີ່ມການຢ້ຽມຢາມ ຫວຽດນາມ

ທ່ານ ຫງວ໋ຽນ ວັນເຢົ່າ ຫົວໜ້າພົວພັນສະພາແຫ່ງຊາດ ໃຫ້ການຕ້ອນຮັບ ທ່ານນາງ ປານີ ຢາທໍຕູ້- ກຳມະການກົມການະເມືອງ ປະທານສະພາແຫ່ງຊາດລາວ ຢູ່ ສະໜາມບິນ ໂນ້ຍບ່າຍ.(ພາບ: quochoi.vn)

ໃນຂອບເຂດການຢ້ຽມຢາມຄັ້ງນີ້, ປະທານສະພາແຫ່ງຊາດລາວ ທ່ານນາງ ປານີຢາ ທໍ່ຕູ້ ຈະເຂົ້າພົບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວ໋ຽນ ຟູ໋ຈ້ອງ; ແລກປ່ຽນຄຳຄິດຄຳເຫັນກັບ ນາຍົກລັດຖະມົນຕີ ຫງວ໋ຽນ ຊົນຟຸກ; ແລກປ່ຽນຄຳຄິດຄຳເຫັນກັບປະທານສະພາແຫ່ງຊາດ ຫງວ໋ຽນ ຖິກີມເງິນ...

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.