ສານອວຍພອນສະເຫຼີມສະຫຼອງ 64 ປີ ແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

00:54 | 15/05/2019

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 64 ປີ ແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ (22/03/1955 – 22/03/2019), ວັນທີ 21 ມີນາ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງສານອວຍພອນເຖິງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.

ສານອວຍພອນສະເຫຼີມສະຫຼອງ 64 ປີ ແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ເນື້ອໃນສານມີຕອນຂຽນວ່າ: ພັກກອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ ຕີລາຄາສູງ ແລະ ຂໍຊົມເຊີຍບັນດາຜົນງານອັນຍິ່ງໃຫຍ່, ມີຄວາມໝາຍທາງປະຫວັດສາດ ເຊິ່ງພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວ ອ້າຍນ້ອງທີ່ຍາດມາໄດ້ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ, ກໍ່ຄືໃນກິດຈະການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປະຈຸບັນ, ໂດຍສະເພາະແມ່ນພາຍຫລັງ 3 ປີ ທີ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວ.

ພວກຂ້າພະເຈົ້າມີຄວາມຍິນດີໃນຜົນສໍາເລັດທີ່ສໍາຄັນຕ່າງໆເຊິ່ງສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດ ຍາດມາໄດ້ໃນໄລຍະຜ່ານມາ, ສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໄດ້ຮັບການປັບປຸງ ແລະ ພັດທະນານັບມື້ນັບເຂົ້າສູ່ລວງເລິກ, ແທດຕົວຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຢ່າງແທດຈິງເຂົ້າໃນກິດຈະການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດຢູ່ແຕ່ລະປະເທດ.

ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງກ່ຽວກັບການສະໜັບສະໜູນຢ່າງແຮງ, ການຊ່ວຍເຫຼືອອັນໃຫຍ່ຫລວງ, ລ້ຳຄ່າ, ສຸດອົກສຸດໃຈ ແລະ ມີປະສິດທິຜົນ ເຊິ່ງພັກ, ລັດ ແລະ ປະຊາຊົນ ລາວ ອ້າຍນ້ອງໄດ້ສະຫງວນໃຫ້ແກ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃນຕະຫລອດໄລຍະຜ່ານມາ…

(ໄຊພອນ)

ເຫດການ
302 Found

Found

The document has moved here.