ຊຸກຍູ້ການຮ່ວມມືລະຫວ່າງວິທະຍຸກະຈາຍສຽງຫວຽດນາມ ແລະວິທະຍຸກະຈາຍສຽງແຫ່ງຊາດລາວ

00:54 | 15/05/2019

ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບຄະນະປະຕິບັດງານຂອງທ່ານ ຫວູຫາຍ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ (VOV) ມາຢ້ຽມຢາມ ແລະເຮັດວຽກ.

ຊຸກຍູ້ການຮ່ວມມືລະຫວ່າງວິທະຍຸກະຈາຍສຽງຫວຽດນາມ ແລະວິທະຍຸກະຈາຍສຽງແຫ່ງຊາດລາວ

ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ຕ້ອນຮັບທ່ານ ຫວູຫາຍ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ (VOV). (ພາບ: vov.vn)

ຕອນບ່າຍວັນທີ 12 ມີນາ, ຢູ່ນະຄອນຫຼວງວຽງຈັນ, ທ່ານ ບໍ່ແສງຄຳ ວົງດາລາ ໄດ້ໃຫ້ການຕ້ອນຮັບທ່ານ ຫວູຫາຍ ແລະຄະນະປະຕິບັດງານ VOV ເນື່ອງໃນໂອກາດຢ້ຽມຢາມ ແລະເຮັດວຽກຢູ່ລາວໃນລະຫວ່າງວັນທີ 10-12 ມີນາ.

ທີ່ການຕ້ອນຮັບ, ທ່ານ ຫວູຫາຍ ເນັ້ນໜັກເຖິງສາຍພົວພັນຮ່ວມມື, ການໜູນຊ່ວຍຢ່າງຕັ້ງໜ້າຂອງ VOV ຕໍ່ວິທະຍຸກະຈາຍສຽງແຫ່ງຊາດລາວ (LNR) ໃນໄລຍະຜ່ານມາ ແມ່ນໜຶ່ງໃນບັນດາໜ້າທີ່ສໍາຄັນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ພ້ອມທັງຖືວ່ານັ້ນແມ່ນພື້ນຖານເພື່ອຜັນຂະຫຍາຍໂຄງການ “ລົງທຶນອຸປະກອນ, ເຕັກໂນໂລຢີໃຫ້ LNR” ສໍາເລັດຕາມຂໍ້ຕົກລົງຫາກໍລົງນາມລະຫວ່າງ VOV ແລະກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ, ເນື່ອງໃນໂອກາດຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໃນທ້າຍເດືອນ ກຸມພາ ຜ່ານມາ.

ຊຸກຍູ້ການຮ່ວມມືລະຫວ່າງວິທະຍຸກະຈາຍສຽງຫວຽດນາມ ແລະວິທະຍຸກະຈາຍສຽງແຫ່ງຊາດລາວ

ທ່ານ ຫວູຫາຍ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ (VOV) ມອບຂອງຂວັນທີ່ລະນຶກໃຫ້ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ. (ພາບ: vov.vn)

ທ່ານ ບໍ່ແສງຄຳ ວົງດາລາ ປາດຖະໜາວ່າ ສອງຝ່າຍຈະສະຫງວນຄວາມເອົາໃຈໃສ່ພິເສດ, ຊີ້ນໍາບັນດາອົງການທີ່ກ່ຽວຂ້ອງຍູ້ໄວຂັ້ນຕອນການກະກຽມ, ຜັນຂະຫຍາຍຂໍ້ຕົກລົງທີ່ໄດ້ລົງນາມ, ຍົກລະດັບເຄື່ອງອຸປະກອນເຕັກນິກ, ເຕັກໂນໂລຢີກະຈາຍສຽງຢ່າງຮອບດ້ານ ແລະກໍ່ສ້າງຊັບພະຍາກອນມະນຸດ, ແນໃສ່ຫັນຂະແໜງກະຈາຍສຽງຂອງລາວ ເປັນທັນສະໄໝແຕ່ລະບາດກ້າວ, ພ້ອມທັງເພີ່ມທະວີຂໍ້ມູນໂຄສະນາເຜີຍແຜ່ຄວາມສາມາດບົ່ມຊ້ອນດ້ານທ່ອງທ່ຽວຂອງ ລາວ ໃນບັນດາພາຫະນະສື່ມວນຊົນຂອງ VOV.

(ແຫຼ່ງ​ຂໍ້​ມູນ​: ເຈິ່ນຮວ່ຽນ/ກປ.ອອນໄລ)

ເຫດການ
302 Found

Found

The document has moved here.