ຢີປຸ່ນ ມີຜູ້ເສຍຊີວິດແລ້ວ 77 ແລະ ອີກ 30.000ຄົນ ຕ້ອງຖືກນຳສົ່ງໂຮງໝໍ ຍ້ອນອາກາດທີ່ຮ້ອນເປັນປະຫວັດຕິການ

13:03 | 24/07/2018

ຍ​ສ​ໝ - ຕັ້ງແຕ່ວັນທີ 9-22 ກໍລະກົດທີ່ຜ່ານມານີ້ , ອາກາດທີ່ຮ້ອນອົບເອົ້າເປັນປະຫວັດຕິການ ຂອງປະເທດຢີປຸ່ນ ໄດ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວເຖິງ 77 ຄົນ ແລະ ອີກຫຼາຍກວ່າ 30.000ຄົນ ຕ້ອງຖືກນຳຕົວສົ່ງໂຮງໝໍຍ້ອນຄວາມຮ້ອນເອົ້າແກ່ຍາວ ເປັນປະຫວັດຕິການ ທົ່ວປະເທດຢີປຸ່ນ. ພຽງແຕ່ໃນວັນທີ 23 ກໍລະກົດ ໄດ້ມີຜູ້ເສຍຊີວິດຢ່າງໜ້ອຍ 9 ຄົນ ຍ້ອນອາກາດທີ່ຮ້ອນແຮງ.

ຢີປຸ່ນ ມີຜູ້ເສຍຊີວິດແລ້ວ 77 ແລະ ອີກ 30.000ຄົນ ຕ້ອງຖືກນຳສົ່ງໂຮງໝໍ ຍ້ອນອາກາດທີ່ຮ້ອນເປັນປະຫວັດຕິການ

ປະ​ຊາ​ຊົນ​ຢີ​ປຸ່ນ​ທີ່​ປະ​ສົບ​ກັບ​ອາ​ກາດ​ຮ້ອນ ແດດ​ກ້າ ໃນ​ເວ​ລາ​ໄປ​ການ.

ສະ​ພາບອາ​ກາດ​ທີ່​ຮ້ອນ​ອົບ​ເອົ້າໄດ້​ແກ່​ຍາວ​ ແລະ ແຜ່​ລາມ​ໄປ​ທົ່ວ​ປະ​ເທດ ຢີ​ປຸ່ນ. ຕາມ​ອົງ​ການ ອຸ​ຕຸ​ນິ​ຍົມ​ ຢີ​ປຸ່ນ, ອຸນ​ນະ​ພູມ​ທີ່​ວັດ​ແທກ​ໄດ້​ໃນ​ວັນ​ທີ 23 ກໍ​ລະ​ກົດ ຢູ່​ເມືອງ Kumagaya ​ແຂວງ Saitama ໄດ້​ກັບ ນະ​ຄອນ​ຫຼວງ ໂຕ​ກຽວ ອາ​ກາດ​ປະ​ຈຸ​ບັນຢຽບ 41,1 ອົງ​ສາເຊ. ໃນ​ຄະ​ນະ​ທີ່ ຢູ່​ນະ​ຄອນ Ome, ພາກ​ຕາ​ເວັນ​ຕົກ​ຂອງ ນະ​ຄອນ​ຫຼວງ​ໂຕ​ກຽວ ກໍ່​ເພີ່ມ​ຂື້ນ 40,3 ອົງ​ສາ​ເຊ.

ຢີປຸ່ນ ມີຜູ້ເສຍຊີວິດແລ້ວ 77 ແລະ ອີກ 30.000ຄົນ ຕ້ອງຖືກນຳສົ່ງໂຮງໝໍ ຍ້ອນອາກາດທີ່ຮ້ອນເປັນປະຫວັດຕິການ

ເຄື່ອງວັດ​ແທກ​ອຸນ​ນະ​ພູມ.

ອຸນ​ນະ​ພູມ​ທີ່​ສູງ​ເປັນ​ປະ​ຫວັດ​ຕິ​ການ ໄດ້​ຮັບ​ການ​ຢັ້ນ​ຢືນ​ຈາກ ສະ​ຖານ​ນີຕິດ​ຕາມສະ​ພາບ​ອາ​ກາດ 13 ແຫ່ງ​ທົ່ວ​ປະ​ເທດ ມີ​ອຸນ​ນະ​ພູມ​ສະ​ເລ່ຍ​ຂອງ 10 ນະ​ຄອນ ແລະ ເມືອງ​ຢູ່ ທີ່ 40 ອົງ​ສາ​ເຊ.

ພະ​ນັກ​ງານ​ຂອງ​ອົງ​ການ ອຸ​ຕະ​ນິ​ຍົມ ຂອງ​ແຂວງ Takekawa Motoaki ໄດ້​ກ່າວ​ຕໍ່​ນັກ​ຂ່າວ​ວ່າ: ສະ​ພາບ​ອາ​ກາດ​ທີ່​ຮ້ອນ​ອົບ​ເອົ້າ ອາດ​ຈະ​ແກ່​ຍາວ​ໄປ​ຮອດ​ເດືອນ​ສິງ.

ອົງ​ການ ອຸ​ຕຸ​ນິ​ຍົມ ຢີ​ປຸ່ນ ແນະ​ນຳ​ໃຫ້​ປະ​ຊາ​ຊົນ​ຢູ່​ໃນ​ພື້ນ​ທີ່​ -ທີ່​ມີ​ອຸນ​ນະ​ພູມ​ສະ​ເລ່ຍ​ປະ​ມານ 35 ອົງ​ສາ​ເຊ ຂື້ນ​ໄປ​ແມ່ນ​ຕ້ອງ​ໄດ້​ເຝົ້​າ​ລະ​ວັງທີ່​ສຸດ ຫຼີກ​ລ້ຽງ​ຈາກ​ສະ​ພາບ​ເມົາ​ແດດ. ເຖິງ​ວ່າ​ອຸນ​ນະ​ພູມ​ອາດ​ຈະ​ຕ່ຳ​ກວ່າ 35 ອົງ​ສາ​ເຊ ກໍ່​ຕາມ, ແດດ​ຮ້ອນ​ອາດ​ຈະ​ເປັນ​ອັນ​ຕະ​ລ​າຍ​ຕໍ່​ເດັກ​ນ້ອຍ ແລະ ຄົນ​ຊະ​ລາໄດ້.

ເຈົ້າ​ໜ້າ​ທີ່-ອຳ​ນາດ​ການ​ປົກ​ຄອງ ຢີ​ປຸ່ນ​ ຮຽກ​ຮ້ອງ​ມາ​ຍັງ​ພໍ່​ແມ່​ປະ​ຊາ​ຊົນ ຕ້ອງ​ໄດ້​ລະ​ມັດ​ລະ​ວັງ​ເປັນ​ພິ​ເສດ ຍ້ອນ​ມີ​ຫຼາຍ​ຄົນ​ມີ​ອາ​ການ​ໝົດ​ແຮງ ພາຍ​ຫຼັງ​ທີ່​ສະ​ພາບ​ອາ​ກາດ​ຮ້ອນ​ອົບ​ເອົ້າ​ແກ່​ຍາວ​ເປັນ​ເວ​ລາ​ຍາວ​ນານ.

ຢີປຸ່ນ ມີຜູ້ເສຍຊີວິດແລ້ວ 77 ແລະ ອີກ 30.000ຄົນ ຕ້ອງຖືກນຳສົ່ງໂຮງໝໍ ຍ້ອນອາກາດທີ່ຮ້ອນເປັນປະຫວັດຕິການ

ຢີປຸ່ນ ມີຜູ້ເສຍຊີວິດແລ້ວ 77 ແລະ ອີກ 30.000ຄົນ ຕ້ອງຖືກນຳສົ່ງໂຮງໝໍ ຍ້ອນອາກາດທີ່ຮ້ອນເປັນປະຫວັດຕິການ

ຜູ້​ຄົນ​ຕ້ອງ​ໄດ້​ໃຊ້​ຄັນ​ຮົ່ມ​ເພື່ອ​ກັນ​ແດດ​ຈ້າ​ຕອນ​ກາງ​ເວັນ.

ເຫດ​ການ​ແດດ​ຮ້ອນ​ອົບ​ເອົ້ານີ້ ເຮັດ​ໃຫ້​ຄົນ​ຢີ​ປຸ່ນ ກໍ່​ຄື​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ຂອງ​ປະ​ເທດບໍ່​ທັນ​ຕັ້ງ​ໂຕ, ພ້ອມ​ກັນ​ນັ້ນ​ກໍ່​ເຮັດ​ໃຫ້​​ເກີດມີ​ຄວາມ​ກັງ​ວົນ ແລະ ຢ້ານກ່ຽວ​ກັບ​ການ​ເປັນ​ເຈົ້າ​ພາບ ງານ​ມະ​ຫະ​ກຳ​ກິ​ລາ ໂອ​ລີມ​ປິກ ລະ​ດູ​ຮ້ອນ 2020 ທີ່​ຄາດ​ວ່າ​ຈະ​ດຳ​ເນີນ​ໄປ ໃນ​ເດືອນ ກໍ​ລະ​ກົດ ຫາ ສິງ​ຫາ ປີ 2020 ຢູ່​ໂຕ​ກຽວ​ ຈະ​ເປັນ​ແນວ​ໃດ​ຖ້າ​ສະ​ພາບ​ອາ​ກາດ​ເປັນ​ແນວນີ້.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.