ກຳລັງແຮງໃຈຈາກບັນດາປະເທດເພື່ອນບ້ານ ສູ່ເມືອງສະໝາມໄຊ ແຂວງອັດຕະປື

16:32 | 25/07/2018

ຍ​ສ​ໝ - ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ຜູ້​ບັນ​ດາ​ປະ​ເທດ​ເພື່ອນ​ບ້ານ ແລະ ປະ​ຊາ​ຄົມ​ໂລກ​ສົ່ງ​ສານ​ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ເຫດ​ ໄພ​ພິ​ບັດ​ອັນ​ປະ​ຫວັດ​ຕິ​ການ​ຄັ້ງ​ນີ້​ຢູ ເມືອງສະ​ໜາມ​ໄຊ ແຂວງ ອັດ​ຕະ​ປື.


ກຳລັງແຮງໃຈຈາກບັນດາປະເທດເພື່ອນບ້ານ ສູ່ເມືອງສະໝາມໄຊ ແຂວງອັດຕະປື

ທີມ​ກູ້​ໄພ​ປະ​ເທດ​ໄທ​ກະ​ກຽມ​ອຸ​ປະ​ກອນ​ເພື່ອ​ມຸ້ງ​ໜ້​າ​ສູ່ ແຂວງອັດ​ຕະ​ປື.

ທ່ານນາຍົກໄທ ສັ່ງການໃຫ້ຊ່ວຍເຫຼືອປະຊາຊົນລາວ ທີ່ປະສົບໄພພິບັດເຂື່ອນແຕກເປັນການດ່ວນ

ລາຍງານ 24 ກໍລະກົດ 2018, ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີຂອງໄທ ໄດ້ສັ່ງການດ່ວນໃຫ້ຊ່ວຍເຫຼືອປະຊາຊົນລາວທີ່ປະສົບໄພພິບັດນໍ້າຖ້ວມ ຈາກເຫດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື.

ໃນດ້ານຂອງທ່ານ ໄພທູນ ຮັກປະເທດ ຜູ້ວ່າຈັງຫວັດມຸກດາຫານໄດ້ຕັ້ງສູນປະສານງານຊ່ວຍເຫຼືອຜູ້ປະສົບໄພພິບັດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ພ້ອມທັງເຊີນຊວນທັງພາກລັດ, ພາກເອກະຊົນ, ພາກປະຊາຊົນ ຮ່ວມບໍລິຈາກເງິນ, ເຄື່ອງນຸ່ງຫົ່ມ, ອາຫານ ແລະ ສິ່ງຂອງຈຳເປັນ ເພື່ອນຳໄປມອບໃຫ້ຜູ້ໄດ້ຮັບຜົນກະທົບຜ່ານທາງສະຖານກົງສຸນໃຫຍ່ແຫ່ງລາຊະອານາຈັກໄທ ປະຈຳແຂວງສະຫວັນນະເຂດ ແລະ ສະຖານກົງສຸນລາວ ປະຈຳຈັງຫວັດຂອນແກ່ນ ໂດຍເລີ່ມຮັບບໍລິຈາກເປັນທາງການໃນວັນທີ 25 ກໍລະກົດນີ້.

ກຳລັງແຮງໃຈຈາກບັນດາປະເທດເພື່ອນບ້ານ ສູ່ເມືອງສະໝາມໄຊ ແຂວງອັດຕະປື

​ໂຄ​ສົກ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ເກົາ​ຫຼີ​ໃຕ້ ທ່ານ ກີມ ອຸຍ​ກີ​ອອມ .

ປະ​ເທດ​ເກົາ​ຫຼີ​ໃຕ້

ສຳ​ນັກ​ງານ​ປະ​ທານ​ນາ​ທິ​ບໍ​ດີ ເກົາ​ຫຼີ​ໃຕ້ ທ່ານ​ມູນ ແຈ​ອິນ ມື້ນີ້​ໄດ້​ໃຫ້​ຮູ້​ວ່າ ຜູ້​ນຳ​ຂອງ ເກົາ​ຫຼີ​ໃຕ້ ໄດ້​ຊີ້​ນຳໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ບັນ​ດາ​ມາດ​ຕະ​ການ​ເພື່ອ​ຊ່ວຍ​ເຫຼືອ​ ສ​ປ​ປ ລາວ ແກ້​ໄຂ-ຫຼຸດ​ຜ່ອນ​ຜົນ​ກະ​ທົບ ພາຍ​ຫຼັງ​ເຫດ​ການ​ອ່າງ​ເກັບ​ນ້ຳ ເຂື່ອນ​ໄຟ​ຟ້າ​ແຮງ​ງານ​ນ້ຳ ແຕກ ເຊ​ປຽນ-ເຊ​ນ້ຳ​ນ້ອຍ ໃນ​ວັນ​ທີ 23 ກໍ​ລະ​ກົດ. ໜື່ງ​ໃນ​ມາດ​ຕະ​ການ​ທີ່​ຈະ​ຮີບ​ເຮັ່ງ​ຈັດ​ຕັ້ງ​ປະ​ຕິ​ບັດ​ແມ່ນ ສົ່ງ​ທີມ​ກູ້​ໄພ​ໄປ​ຮ່ວມ​ໃນ​ການ​ຊ່ວຍ​ເຫຼືອ ບັນ​ດາ​ຜູ້​ປະ​ສົບ​ໄພ ເຂດ​ໄພ​ພິ​ບັດ. “ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ຊີ້​ນຳ​ໃຫ້​ບັນ​ດາ​ມາດ​ຕະ​ການ​ເຮັ່ງ​ດ່ວນ ປະ​ກອບ​ມີ: ສົ່ງ​ທີມ​ກູ້​ໄພ​ເຄື່ອນ​ທີ່​ໄວ ໃນ​ການ​ສືບ​ຕໍ່​ຊອກ​ຫາ​ຜູ້​ປະ​ສົບ​ໄພ ພ້ອມນັ້ນ​ຊອກ​ຫາ​ສາຍ​ເຫດ​ທີ່​ພາ​ໃຫ້​ເກີດ​ມີ​ເຫດ​ການ​ດັ່ງ​ກ່າວ, ຍ້ອນ​ບັນ​ດາ​ບໍ​ລິ​ສັດ ຂອງ​ພວກ​ເຮົາທີ່​ເຂົ້າ​ຮ່ວມ​ໃນ​ການກໍ່​ສ້າງ​ດັ່ງ​ກ່າວ​ຫຼືບໍ່”, ສຳ​ນັກ​ຂ່າວ Reuters ໄດ້ອ້າງ​ອີງ​ຄຳ​ຖະ​ແຫຼງ​ຂອງ​ໂຄ​ສົກ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ເກົາ​ຫຼີ​ໃຕ້ ທ່ານ ກີມ ອຸຍ​ກີ​ອອມ ໄດ້​ກ່າວ​ຄຳ​ຖະ​ແຫຼງ​ການ​ດັ່ງ​ກ່າວ​ທີ່​ຫ້ອງ​ປະ​ຊຸມມື້ນີ້. ບໍ​ລິ​ສັດ SK Engineering & Construction ຂອງ ເກົາ​ຫຼີ​ໃຕ້, ໜຶ່ງ​ໃນ​ບໍ​ລິ​ສັດ​ທີ່​ຮ່ວມ​ໃນ​ການກໍ່​ສ້າງ ໂຄງ​ການ​ ເຂື່ອນ​ໄຟ​ຟ້າ​ພະ​ລັງ​ງ​ານ​ນ້ຳ ເຊ​ປຽນ-ນ້ຳ​ນ້ອຍ ເບື້ອງ​ຕົ້ນ​ຢັ້ງ​ຢືນ​ວ່າ: ສາຍ​ເຫດ​ທີ່​ພາ​ໃຫ້ ມີ​ການ​ແຕກ​ຂອງ​ສັນ​ເຂື່ອນ ແມ່ນ​ຍ້ອນ​ຝົນ​ຕົກ​ຕິດ​ຕໍ່​ກັນ​ຫຼາຍ​ມື້. ບໍ​ລິ​ສັດ​ນີ້ກໍ່​ກຳ​ລັງ​ປະ​ສານ​ສົມ​ທົບ​ກັບ ລັດ​ຖະ​ບານ​ລາວ ໃນ​ການ​ເຮັດ​ວຽກ​ງານ​ອົບ​ພະ​ຍົບ​ພໍ່​ແມ່​ປະ​ຊາ​ຊົນ​ອອກ​ຈາກ​ພື້ນ​ທີ່​ນ້ຳ​ຖ້ວມ.

ກຳລັງແຮງໃຈຈາກບັນດາປະເທດເພື່ອນບ້ານ ສູ່ເມືອງສະໝາມໄຊ ແຂວງອັດຕະປື

ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກາ​ໂປ.

ນາຍົກລັດ​ຖະ​ມົນ​ຕີສິງກະໂປ ປະກາດພ້ອມຊ່ວຍເຫຼືອ ສປປ ລາວ

ເມື່ອວັນທີ 24 ກໍລະກົດ 2018 ຫຼ້າສຸດທ່ານ ລີ ຊຽນ ລຸງ ນາຍົກລັດຖະມົນຕີ ປະເທດສິງກະໂປ ກໍ່ໄດ້ລົງຂໍ້ຄວາມຜ່ານເຟສບຸກສ່ວນຕົວ ເຊິ່ງມີເນື້ອໃນສຳຄັນວ່າ “ຮູ້ສຶກເສຍໃຈເປັນຢ່າງຍິ່ງເມື່ອໄດ້ຮັບຊາບຂ່າວວ່າ ເຂື່ອນເຊປຽນ-ເຊນ້ຳນ້ອຍ ໃນ ສປປລາວແຕກ, ພວກເຮົາຍັງບໍ່ຮູ້ຊັດເຈນເຖິງຄວາມເສຍຫາຍທີ່ເກີດຂຶ້ນ ແຕ່ກໍ່ມີຜູ້ສູນຫາຍຫຼາຍຮ້ອຍຄົນ ແລະ ຫຼາຍພັນຄົນບໍ່ມີທີ່ຢູ່ອາໃສ ລວມທັງຜູ້ເສຍຊີວິດຍັງບໍ່ຊັດເຈນ ພວກເຮົາຂໍສະແດງຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງມາຍັງຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດຄັ້ງນີ້ ແລະ ພວກເຮົາໄດ້ຕິດຕໍ່ໄປຍັງທາງການລາວ ແລະ ແຈ້ງໃຫ້ຊາບວ່າສິງກະໂປພ້ອມທີ່ຈະຊ່ວຍເຫຼືອໃນສິ່່ງທີ່ສາມາດຊ່ວຍເຫຼືອໄດ້”

ກຳລັງແຮງໃຈຈາກບັນດາປະເທດເພື່ອນບ້ານ ສູ່ເມືອງສະໝາມໄຊ ແຂວງອັດຕະປື

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ພ້ອມ​ພັນ​ລະ​ຍາ.

ຜູ້​ນຳ​ປະ​ເທດມາ​ເລ​ເຊຍ

ໂດຍທ່ານ ນາງ ດ.ຣ ວັນ ອາຊີຊະ ອິສມາອິວ ຮອງນາຍົກລັດ ຖະມົນຕີ ແລະ ເປັນພັນລະຍາຂອງທ່ານ ດຣ. ໂມຮຳໝັດ ມະຫາເທ ລັດຖະມົນຕີມາເລເຊຍ ໃນນາມລັດຖະບານມາເລເຊຍ ໄດ້ລົງຂໍ້ຄວາມໃນ Twitter ສະແດງຄວາມເສຍໃຈຕໍ່ເຫດການເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ອັນໄດ້ສົ່ງຜົນໃຫ້ມີການສູນເສຍຊີວິດ ແລະ ຊັບສິນ, ຫຼາຍພັນຄົນບໍ່ມີທີ່ພັກອາໄສ ແລະ ຫຼາຍຮ້ອຍຄົນສູນຫາຍ.

ກຳລັງແຮງໃຈຈາກບັນດາປະເທດເພື່ອນບ້ານ ສູ່ເມືອງສະໝາມໄຊ ແຂວງອັດຕະປື

ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ

ທ່ານ ດູຈາຣິກ ໂຄສົກເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວໃນຖະແຫຼງການວ່າ: ທ່ານ ກູເຕີເຣັສ ຮູ້ສຶກເສົ້າສະຫຼົດໃຈຕໍ່ອຸບັດເຫດເຂື່ອນໄຟຟ້ານ້ຳຕົກແຕກທີ່ເຊິ່ງເຮັດໃຫ້ປະຊາຊົນລາວເສຍຊີວິດ ແລະບາດເຈັບ ເຊິ່ງທ່ານໄດ້ສະແດງຄວາມຢື້ຢາມຖາມຂ່າວຕໍ່ຄອບຄົວຜູ້ເສຍຊີວິດ, ລັດຖະບານ ແລະປະຊາຊົນລາວ.ຖະແຫຼງການລະບຸວ່າ, ຖ້າມີຄວາມຕ້ອງການ, ອົງການສະຫະປະຊາຊາດຍິນດີສະໜອງການຊ່ວຍເຫຼືອໃຫ້ແກ່ວຽກງານກູ້ໄພຂອງລາວ.

ແລະ ຜູ້​ນຳ​ອີກ​ຫຼາຍໆ​​ທີ່​ກຳ​ລັງ​ກະ​ກຽ​ມ​ເພື່ອ​ຊ່ວຍ​ເຫຼືອ​ລາວ​ຮັບ​ມື​ກັບ​ສະ​ພາບ​ໄພ​ພິ​ບັດ​ນີ້.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.