ແຂວງຕວຽນກວາງ ຍູ້ແຮງການຮ່ວມມື ດ້ານກະສິກໍາ ກັບ ແຂວງຊຽງຂວາງ

11:07 | 15/05/2019

ຍສໝ - ແຂວງຕວຽນກວາງ ສສ ຫວຽດນາມ ແລະ ແຂວງຊຽງຂວາງ ສປປ ລາວ ໄດ້ ແລະ ກຳລັງເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນມີຂົງເຂດກະສິກໍາ ແລະ ພັດທະນາຊົນນະບົດ ເຊິ່ງໄດ້ບັນລຸບັນດາໝາກຜົນທີ່ເປັນໜ້າເພິ່ງພໍໃຈ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບ ລະຫວ່າງສອງແຂວງ.

ແຂວງຕວຽນກວາງ ຍູ້ແຮງການຮ່ວມມື ດ້ານກະສິກໍາ ກັບ ແຂວງຊຽງຂວາງ

ແຂວງຕວຽນກວາງຍູ້ແຮງການຮ່ວມມືດ້ານກະສິກໍາກັບແຂວງຊຽງຂວາງ.(ພາບ:baotuyenquang.com.vn)

ໃນເດືອນ ຕຸລາ 2016, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ ແຂວງ ຕວຽນກວາງ ແລະ ຄະນະພັກແຂວງ - ອໍານາດການປົກຄອງແຂວງຊຽງຂວາງ ໄດ້ລົງນາມໃນບົດບັນທຶກການຮ່ວມມື ໄລຍະ 2016 – 2020.

ແຂວງຕວຽນກວາງ ຍູ້ແຮງການຮ່ວມມື ດ້ານກະສິກໍາ ກັບ ແຂວງຊຽງຂວາງ

(ພາບ:baotuyenquang.com.vn)

ຕາມທ່ານ ຫງວຽນດ້າຍແທ່ງ ຮອງອໍານວຍການພະແນກກະສິກໍາ ແລະ ພັດທະນາຊົນນະບົດ ແຂວງຕວຽນກວາງ ໃຫ້ຮູ້ວ່າ ໃນຄວາມຈິງ, ຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານກະສິກໍາຂອງສອງແຂວງຕວຽນກວາງ ແລະ ແຂວງຊຽງຂວາງ ແມ່ນມີຫຼາຍຢ່າງ. ຄາດຄະເນວ່າໃນເດືອນກໍລະກົດ 2019, ຄະນະປະຕິບັດງານຂອງແຂວງຕວຽນກວາງຈະມີການເຮັດວຽກກັບແຂວງຊຽງຂວາງເພື່ອສືບຕໍ່ຍູ້ແຮງການຮ່ວມມືລະຫວ່າງສອງແຂວງກ່ຽວກັບດ້ານກະສິກໍາເໝາະສົມກັບສະພາບຕົວຈິງຂອງສອງທ້ອງຖິ່ນ. ໃນນັ້ນ, ໃຫ້ການບູລິມະສິດໃນການຮ່ວມມືພັດທະນາການປູກຝັງ, ລ້ຽງໝູ ຕາມທິດຜະລິດສິນຄ້າເຊິ່ງຕິດພັນກັບການປຸງແຕ່ງ, ເປີດກວ້າງການຕະຫຼາດສໍາລັບສິນຄ້າກະສິກໍາ.

(ໄຊພອນ)

ເຫດການ
302 Found

Found

The document has moved here.