ແຂວງບໍລິຄຳໄຊ ມີຄວາມຕ້ອງການໃຫ້ແຂວງເຫງະອານ ກໍ່ສ້າງຖັນແຖວພະນັກງານແນວໂຮມ

13:32 | 28/08/2019

ຍສໝ - - ນອກຈາກການຮ່ວມມືຢ່າງໃກ້ຊິດ ແລະ ການແລກປ່ຽນຂໍ້ມູນຂ່າວສານ, ຄະນະກຳມະການແນວລາວສ້າງຊາດແຂວງບໍລິ ຄຳໄຊ, ຮຽກຮ້ອງມາຍັງ ຄະນະກຳມະການແນວໂຮມຊາດແຂວງເຫງະອານ ກໍ່ສ້າງ, ຝຶກອົບຮົມພະນັກງານແນວລາວສ້າງຊາດ ໃຫ້ແຂວງບໍລິ ຄຳໄຊ, ສ້າງຖັນແຖວພະນັກງານ ແນວລາວສ້າງຊາດທີ່ມີຄວາມຫັຼກແຫຼມ, ສືບທອດ ແລະ ເສີມຂະຫຍາຍບັນດາຜົນສຳເລັດຂອງແນວລາວສ້າງຊາດທີ່ຜ່ານມາ.

ຕອນບ່າຍວັນທີ 27 ສິງຫາ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມແຂວງເຫງະອານ ແລະ ຄະນະກຳມະການແນວລາວສ້າງຊາດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມແລກປ່ຽນປະສົບການວຽກງານແນວລາວສ້າງຊາດ.

ແຂວງບໍລິຄຳໄຊ ມີຄວາມຕ້ອງການໃຫ້ແຂວງເຫງະອານ ກໍ່ສ້າງຖັນແຖວພະນັກງານແນວໂຮມ

ເຂົ້າຮ່ວມກອງປະຊຸມເຮັດວຽກຄັ້ງນີ້, ແຂວງບໍລິ ຄຳໄຊ, ປະກອບມີ: ສະຫາຍ ລຳສະໄໝ ວໍລະສານ- ປະທານຄະນະ ກຳມະການແນວລາວສ້າງຊາດແຂວງ ບໍລິຄຳໄຊ ເປັນຜູ້ນຳພາຄະນະ. ຝ່າຍ ແຂວງ ເຫງະອານ ປະກອບມີ: ສະຫາຍ ຫວໍ໋ ຖິ ມິງ ຊິນ - ປະທານກຳມະການຄະນະປະຈຳ ພັກແຂວງ, ປະທານຄະນະ ກຳມະການແນວລາວສ້າງຊາດແຂວງ ເຫງະອານ; ຜູ້ຕາງ ໜ້າພະແນກ ແລະ ອົງການ ທີ່ກ່ຽວຂ້ອງ. (ພາບ: ໝີງາ)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານຄະນະກຳມະການແນວໂຮມຊາດແຂວງເຫງະອານ ຫວໍ໋ ຖິ ມິງ ຊິງ ໄດ້ສະຫຼຸບໂດຍຫຍໍ້ ກ່ຽວກັບບັນດາຜົນງານດີເດັ່ນໃນການພັດທະນາເສດຖະກິດ - ສັງຄົມຂອງແຂວງເຫງະອານ ໃນໄລຍະຜ່ານມາໃຫ້ບັນດາຜູ້ແທນຮັບຊາບ.

ໃນນັ້ນ, ເສີມຂະຫຍາຍບົດບາດຂອງການເຕົ້າໂຮມບັນດາກຸ່ມກ້ອນມະຫາສາມັກຄີແຫ່ງຊາດ, ຄະນະກຳມະການແນວລາວສ້າງຊາດທຸກຂັ້ນ ສືບຕໍ່ຮັກສາບົດບາດ ສຳຄັນໃນການໂຄສະນາ, ຂົນຂວາຍປະຊາຊົນທຸກຊັ້ນວັນນະປະຕິບັດຕາມແນວທາງຂອງພັກ, ນະໂຍບາຍ ແລະ ກົດໝາຍ ຂອງລັດ. ປະກອບສ່ວນເຂົ້າໃນການກໍ່ສ້າງອຳນາດການປົກຄອງທີ່ເຂັ້ມແຂງ, ຊຸກຍູ້ການພັດທະນາເສດຖະກິດ.

ບັນດາແບບຢ່າງທີ່ດີ, ວິທີເຮັກວຽກແບບໃໝ່ ແລະ ມີຫົວຄິດປະດິດສ້າງໄດ້ຖືກຄົ້ນພົບ ແລະ ແຜ່ຂະຫຍາຍໃນການເຄື່ອນໄຫວ ແລະ ການເຄື່ອນໄຫວຕ່າງໆຄື: “ການເຄື່ອນໄຫວຂົນຂວາຍຄົນຫວຽດນາມ ຊົມໃຊ້ສິນຄ້າຂອງຫວຽດນາມ”, ການເຄື່ອນໄຫວກໍ່ສ້າງຊົນນະບົດໃໝ່… ຄຽງຂ້າງນັ້ນ, ແນວລາວສ້າງຊາດຍັງໄດ້ເສີມຂະຫຍາຍໜ້າທີ່ໃນການຕິດຕາມກວດກາ ແລະ ວິພາກວິຈານ, ໂດຍສະເພາະແມ່ນການສົ່ງເສີມບົດບາດຂອງການກວດສອບຊຸມຊົນ.

ແຂວງບໍລິຄຳໄຊ ມີຄວາມຕ້ອງການໃຫ້ແຂວງເຫງະອານ ກໍ່ສ້າງຖັນແຖວພະນັກງານແນວໂຮມ

ປະທານຄະນະ ກຳ ມະການແນວລາວສ້າງຊາດ ຫວໍ໋ ຖິ ມິງ ຊິງ ເນັ້ນ ໜັກ ວ່າແນວລາວສ້າງຊາດແມ່ນຂົວຕໍ່ລະຫວ່າງຈິດໃຈຂອງພັກແລະຫົວໃຈຂອງປະຊາຊົນ. (ພາບ: ໝີງາ)

ໃນໄລຍະຈະມາເຖິງ, ເພື່ອປະຕິບັດພາລະກິດໃຫ້ສຳເລັດ ຕາມແຜນທີ່ໄດ້ກຳນົດໄວ້, ຄະນະກຳມະການແນວລາວສ້າງຊາດທຸກຂັ້ນໄດ້ກຳນົດ 5 ເນື້ອໃນ ທີ່ສຳຄັນຄື: ສຸມໃສ່ການປະດິດສ້າງ ແລະ ຍົກສູງວິທີການດຳເນີນງານຂອງແນວລາວສ້າງຊາດທຸກຂັ້ນ; ສ້າງຂະບວນການແຂ່ງຂັນການອອກແບບແນວຄິດ, ວິທີການປ່ຽນແປງໃໝ່ ມາດຕະການ ດຳເນີນງານຂອງແນວລາວສ້າງຊາດ.

ແນວໂຮມຊາດ ທຸກຂັ້ນສຸມໃສ່ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ເຂົ້າໃນການປະຕິບັດງານ; ແນໃສ່ພື້ນຖານ ການ "ຮຽນຮູ້ຈາກປະຊາຊົນ, ເຄົາລົບປະຊາຊົນ, ຟັງປະຊາຊົນ"; ກໍ່ສ້າງ, ຝຶກອົບຮົມ, ຍົກສູງຄຸນນະພາບຂອງພະນັກງານແນວໂຮມຊາດທຸກຂັ້ນ. ຈຸດປະສົງທີ່ຍິ່ງໃຫຍ່ທີ່ສຸດແມ່ນການເຕົ້າໂຮມ ກຳລັງແຮງຂອງຄວາມສາມັກຄີທີ່ຍິ່ງໃຫຍ່ຂອງປະເທດຊາດທັງໝົດ, ສົມກັບການໄດ້ຮັບບົດບາດເປັນຂົວຕໍ່ ລະຫວ່າງ ປະຊາຊົນ ແລະ ພັກ.

ສ່ວນທາງ ຄະນະກຳມະການແນວລາວສ້າງຊາດແຂວງບໍລິຄຳໄຊ, ທ່ານ ລຳສະໄໝ ວໍລະຫສານ ໄດ້ກ່າວວ່າ: ຄ້າຍຄືກັບຄະນະກຳມະການແນວລາວສ້າງຊາດແຂວງເຫງະອານ, ແນວລາວສ້າງຊາດ ລະບົບ 3 ຂັ້ນ, ໃນອົງການຈັດຕັ້ງສະມາຊິກ, ຄະນະທີ່ປຶກສາ, ແລະ ຮ່ວມກັນປະຕິບັດໜ້າທີ່ຄວາມສາມັກຄີ, ການຕິດຕາມກວດກາ ແລະ ວິພາກວິຈານ, ເປັນຂົວຕໍ່ລະຫວ່າງ ປະຊາຊົນ ແລະ ອົງການຈັດຕັ້ງທາງການເມືອງ, ການປົກຄອງທຸກຂັ້ນ.

ແຂວງບໍລິຄຳໄຊ ມີຄວາມຕ້ອງການໃຫ້ແຂວງເຫງະອານ ກໍ່ສ້າງຖັນແຖວພະນັກງານແນວໂຮມ

ທ່ານ ລຳສະໄໝ ວໍລະຫສານ - ປະທານຄະນະ ກຳມະການແນວລາວສ້າງຊາດແຂວງບໍລິ ຄຳໄຊ ກ່າວຄຳປາໄສໃນກອງປະຊຸມ. (ພາບ:ໝີງາ)

ແນວລາວສ້າງຊາດແຂວງບໍລິຄຳໄຊ ໄດ້ສຶກສາ ໃຫ້ແກ່ປະຊາຊົນບັນດາເຜົ່າ ຢ່າງເປັນປະຈຳ, ໂດຍສະເພາະຊາວໜຸ່ມ ໃຫ້ເຂົ້າໃຈກ່ຽວກັບສາຍພົວພັນຮ່ວມມື, ການພົວພັນ ລະຫວ່າງ ສອງພັກ, ສອງລັດ ເວົ້າລວມ, ສອງແຂວງ ເຫງະອານ ແລະ ບໍລິຄຳໄຊເວົ້າສະເພາະ.

ໂດຍສະເພາະແມ່ນສ້າງເງື່ອນໄຂໃຫ້ບັນດາເມືອງທີ່ມີເສັ້ນຊາຍແດນຮ່ວມກັນ ກັບເມືອງ ແຂວງເຫງະອານ ພົບປະແລກປ່ຽນສິນຄ້າ, ກວດສຸຂະພາບໃຫ້ແກ່ປະຊາຊົນ, ແລກປ່ຽນວັດທະນະທຳ.

ແຂວງບໍລິຄຳໄຊ ມີຄວາມຕ້ອງການໃຫ້ແຂວງເຫງະອານ ກໍ່ສ້າງຖັນແຖວພະນັກງານແນວໂຮມ

ການນຳ ແຂວງ ເຫງະອານ ແລະ ບໍລິຄຳໄຊ ໄດ້ມອບຂອງຂວັນ ແລະ ຖ່າຍຮູບເປັນທີ່ລະລຶກ.(ພາບ: ໝີງາ)

ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ໃນອານາຄົດ ຈະຮ່ວມມືກັນຢ່າງ ແໜ້ນແຟ້ນ ແລະ ແລກປ່ຽນຂໍ້ມູນຂ່າວສານ ເປັນປະຈຳ, ໂດຍສະເພາະແມ່ນການປົກປັກຮັກສາຊາຍແດນ ແລະ ຫຼັກໝາຍຊາຍແດນ; ປະສານສົມທົບກັນປ້ອງກັນ ແລະ ຕ້ານ ຄວາມວຸ້ນວາຍໃນສັງຄົມ, ການຄ້າຂາຍຢາເສບຕິດ, ການຄ້າມະນຸດ ແລະ ການຮັບຈ້າງຖືພາ; ປຸກລະດົມປະຊາຊົນບໍ່ໃຫ້ເຄື່ອນຍ້າຍແຮງງານຜິດກົດ ໝາຍ; ປະສານສົມທົບໃນການຊອກຫາອັດຖິຂອງນັກຮົບອາສາສະໝັກ ຫວຽດນາມທີ່ເສຍສະຫຼະຊີວິດ ຢູ່ລາວ; ຊ່ວຍເຫຼືອປະສົບການແລກປ່ຽນບົດຮຽນໃນການຜລິດ; ການປ້ອງກັນ ແລະ ຕ້ານໄພພິບັດ...

ພ້ອມກັນນັ້ນ, ຄະນະກຳມະການແນວລາວສ້າງຊາດແຂວງບໍລິຄຳໄຊ ເພື່ອຂໍໃຫ້ແຂວງເຫງະອານ ກໍ່ສ້າງ, ຝຶກອົບຮົມພະນັກງານແນວລາວສ້າງຊາດ ໃຫ້ແຂວງບໍລິຄຳໄຊ, ສ້າງຖັນແຖວພະນັກງານທີ່ຫຼັກແຫຼມສະຫຼາດສ່ອງໃສ, ສືບທອດ ແລະ ເສີມຂະຫາຍຜົນສຳເລັດກໍ່ຄືໝາກຜົນທີ່ໄດ້ຮັບຂອງແນວລາວສ້າງຊາດທີ່ຜ່ານມາ.

(​ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.