ປະສານການລາດຕະເວນຮ່ວມປ້ອງກັນຊາຍແດນ ຫວຽດ - ລາວ

00:54 | 15/05/2019

ຍສໝ - ໃນສອງວັນຄື, ວັນທີ 23 ແລະ 24 ມີນາ, ຄ້າຍທະຫານປ້ອງກັນຊາຍແດນ ຈີເລ໊ (ທະຫານປ້ອງກັນຊາຍແດນ ແຂວງເຫງ້ະອານ), ປ້ອງກັນບ້ານ ຈີເລ໊, ເມືອງ ເກ໋ວຟອງ ປະສານ ກັບ ກອງຮ້ອຍທະຫານຊາຍແດນ 217 (ກອງບັນຊາການທະຫານ ແຂວງຫົວພັນ), ທະຫານບ້ານ ແດນດິນ, ກຸ່ມບ້ານພັນທອງ, ເມືອງກວນ, ລາວ ຈັດການລາດຕະເວນສອງຝ່າຍ ໃນຂອບເຂດທີ່ຮັບຜິດຊອບ,ຄຸ້ມຄອງ ແລະ ປ້ອງກັນ.

ປະສານການລາດຕະເວນຮ່ວມປ້ອງກັນຊາຍແດນ ຫວຽດ - ລາວ

ທະຫານຊາຍແດນ ຫວຽດນາມ ຮ່ວມລາດຕະເວນຮ່ວມສອງຝ່າຍ ກັບ ທະຫານປ້ອງກັນຊາຍແດນ ລາວ.(ພາບ: qdnd.vn)

ໃນການລາດຕະເວນແບບສອງຝ່າຍນີ້, ທັງສອງຝ່າຍໄດ້ຈັດຕັ້ງການກວດກາຮ່ວມ ໃນຂອບເຂດຊາຍແດນຈາກ ຫຼັກຫມາຍຊາຍແດນ ເລກທີ 376 ເຖິງ ຫຼັກຫມາຍຊາຍແດນ 377. ທັງສອງຝ່າຍໄດ້ປະຕິບັດຫຼັກການ, ພິທີການ ແລະ ລະບຽບການ ໃນການດໍາເນີນການພົວພັນຕ່າງປະເທດ ດ້ານປ້ອງກັນຊາຍແດນ ຢ່າງເຄັ່ງຄັດ.

ນີ້ແມ່ນການເຄື່ອນໄຫວປະຈຳ ເພື່ອຊອກຫາການລະເມີດລະບຽບດ້ານຊາຍແດນ ແລະ ເພື່ອແກ້ໄຂເຫດການທີ່ເກີດຂຶ້ນໃນຂອບເຂດ ຢ່າງວ່ອງໄວ; ປະສານສົມທົບປ້ອງກັນເສັ້ນຊາຍແດນຮ່ວມ, ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມລຽບຕາມແນວຊາຍແດນ.

ໃນຕອນທ້າຍ ຂອງການລາດຕະເວນ, ທັງສອງຝ່າຍໄດ້ຈັດຕັ້ງການຖອດຖອນບົດຮຽນ, ເຊັນບົດບັນທຶກຜົນການຂອງການຄຸ້ມຄອງ, ປ້ອງກັນຊາຍແດນໃນໄລຍະຜ່ານມາ, ວາງແນວທາງ, ວິທີການແກ້ໄຂ ແລະ ເປັນເອກກະພາບດ້ານເວລາ, ຈຳນວນພົນໃນການລາດຕະເວນກວດກາຄັ້ງຕໍ່ໄປ.

(ຫັດ​ທະ​ບູນ)