ເປີດຊຸດຝຶກອົບຮົມ ວິຊາສະເພາະ ດ້ານການຕ້ານ ແລະ ສະກັດກັ້ນ ອາດຊະຍາກໍາ ໃຫ້ຕໍາຫຼວດສອງແຂວງອັດຕະປື ແລະ ເຊກອງ

07:58 | 06/09/2018

ຍສໝ - ສອງວັນທີຜ່ານມາ, ທີ່ ກອງບັນຊາການ ທະຫານຊາຍແດນ ແຂວງກອນຕູມ ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມວິຊາສະເພາະ ດ້ານການຕ້ານ ແລະ ສະກັດກັ້ນອາດຊະຍາກໍາປີ 2018 ໃຫ້ແກ່ພະນັກງານ, ພາລະກອນຕໍາຫຼວດ ແຂວງອັດຕະປື ແລະ ເຊກອງ, ສປປ ລາວ.

ເປີດຊຸດຝຶກອົບຮົມ ວິຊາສະເພາະ ດ້ານການຕ້ານ ແລະ ສະກັດກັ້ນ ອາດຊະຍາກໍາ ໃຫ້ຕໍາຫຼວດສອງແຂວງອັດຕະປື ແລະ ເຊກອງ

ພະນັກງານ, ພາລະກອນຕໍາຫຼວດແຂວງອັດຕະປື ແລະເຊກອງ ເຂົ້າຮ່ວມການຝຶກອົບຮົມ. (ພາບ: ວັນຫຼີ)

ການຝຶກອົບຮົມຄັ້ງນີ້ ແມ່ນເພື່ອແນໃສ່ສ້າງຄວາມຮູ້ພື້ນຖານກ່ຽວກັບວຽກງານຕໍ່ສູ້ ແລະ ສົມທົບກັນຕໍ່ສູ້ຕ້ານ ແລະສະກັດກັ້ນ ອາດຊະຍາກໍາ ປະເພດຕ່າງໆ ຢູ່ແນວຊາຍແດນຂອງສອງປະເທດ; ປະກອບສ່ວນຄຸ້ມຄອງ, ປົກປັກຮັກສາອໍານາດອະທິປະໄຕ, ຄວາມສະຫງົບຢູ່ຊາຍແດນ, ສ້າງຊາຍແດນມີຄວາມໝັ້ນຄົງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ.

ໃນໄລຍະເວລາ 10 ວັນ, ພະນັກງານ, ພາລະກອນ 43 ຄົນ ຂອງ ຕໍາຫຼວດແຂວງອັດຕະປື, ເຊກອງ ຈະໄດ້ຮຽນຮູ້ບັນດາຫົວຂໍ້ສະເພາະກ່ຽວກັບ ວິທີການ, ເລ່ລ່ຽມເຄື່ອນໄຫວ ຂອງ ພວກອາດຊະຍາກໍາຢາເສບຕິດ; ວຽກງານສ້າງຕັ້ງ, ນໍາໃຊ້ກໍາລັງໃນການຕ້ານ ແລະ ສະກັດກັ້ນຢາເສບຕິດ ແລະອາດຊະຍາກໍາ; ວຽກງານການຕໍ່ສູ້ໃນ ບັນດາຄະດີ ແລະ ຄະດີພິເສດ; ວຽກງານການສືບຫາ ພື້ນຖານຂອງກຳລັງ ຕ້ານ-ສະກັດກັ້ນ ຢາເສບຕິດ ແລະ ຜູ້ກະທຳຜິດ; ວຽກງານການຄຸ້ມຄອງວິຊາການ ແລະ ກວດກາວິຊາການ...

ຜ່ານການຝຶກອົບຮົມຄັ້ງນີ້ຈະຊ່ວຍໃຫ້ບັນດາພະນັກງານ, ພາລະກອນຕໍາຫຼວດສອງແຂວງຂອງລາວ ກໍາແໜ້ນວິຊາສະເພາະດ້ານການຕ້ານ ແລະ ສະກັດກັ້ນບັນດາອາດຊະຍາກໍາປະເພດຕ່າງໆ, ພິເສດແມ່ນອາດຊະຍາກໍາຢາເສບຕິດຢູ່ເຂດຊາຍແດນ ເພື່ອສົມທົບກັບທະຫານຊາຍແດນ ແຂວງກອນຕູມ ຈັດຕັ້ງປະຕິບັດໜ້າທີ່ໃຫ້ດີຕື່ມອີກໃນອານາຄົດ.

ຮູ້ວ່າໃນຊຸມປີທີຜ່ານມາ ກຳລັງຕ້ານ - ສະກັດກັ້ນ ຢາເສບຕິດ ແລະ ອາດສະຍາກຳ ທະຫານຊາຍແດນ ແຂວງກອນຕູມ ໄດ້ປະສານສົມທົບກຳລັງກັບ ຕຳຫຼວດສອງແຂວງ ຄື ເຊກອງ ແລະ ອັດຕະປື ຕໍ່ສູ້ ມ້າງເພທຳລາຍໄດ້ຫຼາຍຄະດີສຳຄັນຫຼາຍຄະດີ ຂົນຢາເສບຕິດຂ້າມຊາຍແດນ, ຢືດເຮໂລອິນ ຫຼາຍກວ່າ 40 ແທ່ງ ແລະ ຢາບ້າ ອີກຫຼາຍສິບພັນມິດ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.