ຄະນະປະຕິບັດງານໄວໜຸ່ມແຂວງຊຽງຂວາງ ຢ້ຽມຢາມ ແລະເຮັດວຽກຢູ່ແຂວງເງະອານ

20:32 | 07/09/2018

ຕອນເຊົ້າວັນທີ 6 ກັນຍາ, ຄະນະປະຕິບັດງານໄວໜຸ່ມແຂວງຊຽງຂວາງ (ປະເທດລາວ) ໂດຍທ່ານ ບົວເງິນ ຫຸມໄຊຍະພົມ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຊຽງຂວາງ ນຳໜ້າຄະນະມີການຢ້ຽມຢາມ ແລະເຮັດວຽກກັບຄະນະຊາວໜຸ່ມແຂວງເງະອານ.

ຄະນະປະຕິບັດງານໄວໜຸ່ມແຂວງຊຽງຂວາງ ຢ້ຽມຢາມ ແລະເຮັດວຽກຢູ່ແຂວງເງະອານ

ທ່ານ ບົວເງິນ ຫຸມໄຊຍະພົມ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຊຽງຂວາງ ກ່າວຄຳເຫັນທີ່ການເຮັດວຽກ. (ພາບ: baonghean.vn)

ທ່ານ ບົວເງິນ ຫຸມໄຊຍະພົມ ຢືນຢັນວ່າການຢ້ຽມຢາມ ແລະເຮັດວຽກຄັ້ງນີ້ເພື່ອແນໃສ່ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງສອງອົງການ, ສອງແຂວງກວ່າອີກ.

ທ່ານ ບົວເງິນ ຫຸມໄຊຍະພົມ ຢືນຢັນວ່າ, ຜົນງານເຊິ່ງແຂວງຊຽງຂວາງ ບັນລຸໄດ້ໃນໄລຍະຜ່ານມາແມ່ນຍ້ອນມີການຮ່ວມມື, ແລກປ່ຽນບົດຮຽນເຊິ່ງກັນ ແລະກັນລະຫວ່າງສອງອົງການຄະນະຊາວໜຸ່ມແຂວງ, ໄວໜຸ່ມແຂວງເງະອານ ແລະແຂວງຊຽງແຂວງ.

ສະແດງຄວາມປິຕິຊົມຊື່ນເມື່ອຕ້ອນຮັບຄະນະ, ທ່ານ ຟ້າມຕ໋ວນວີງ ຢືນຢັນວ່າການຢ້ຽມຢາມ, ເຮັດວຽກຂອງຄະນະຊາວໜຸ່ມແຂວງຊຽງຂວາງ ໄດ້ສະແດງໃຫ້ເຫັນຄວາມຮັກລະຫວ່າງຊາວໜຸ່ມສອງແຂວງຢ່າງຈິງໃຈ, ປະກອບສ່ວນເຊື່ອມຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ມີມາແຕ່ດົນນານລະຫວ່າງສອງປະເທດ ຫວຽດນາມ - ລາວ.

ຄະນະປະຕິບັດງານໄວໜຸ່ມແຂວງຊຽງຂວາງ ຢ້ຽມຢາມ ແລະເຮັດວຽກຢູ່ແຂວງເງະອານ

ຄະນະຊາວໜຸ່ມແຂວງເງະອານ ມອບຂອງຂວັນໃຫ້ຄະນະປະຕິບັດງານຄະນະບໍລິຫານງານຊາວໜຸ່ມແຂວງຊຽງຂວາງ. (ພາບ: baonghean.vn)

ທ່ານເລຂາຄະນະຊາວໜຸ່ມແຂວງເງະອານ ຢືນຢັນວ່າຈະສືບຕໍ່ເອົາໃຈໃສ່, ໜູນຊ່ວຍ ແລະຮ່ວມມືກັບຄະນະຊາວໜຸ່ມປະເທດເພື່ອນມິດໃນບັນດາການເຄື່ອນໄຫວວຽກງານຂອງຄະນະຊາວໜຸ່ມ. ພ້ອມແລ້ວທີ່ຈະແລກປ່ຽນ, ສົມທົບກັນກ່ຽວກັບວຽກງານຊາວໜຸ່ມເພື່ອໃຫ້ຂະບວນການຊາວໜຸ່ມຂອງສອງແຂວງນັບມື້ນັບພັດທະນາ, ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈມິດຕະພາບອ້າຍນ້ອງລະຫວ່າງສອງແຂວງ, ສອງປະເທດໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

ເຫດການ
302 Found

Found

The document has moved here.