ກອງບັນຊາການ 3 ແຂວງ ລົງນາມໃນບົດບັນທຶກການຮ່ວມມື ດ້ານຄວາມສະຫງົບ

07:47 | 12/08/2018

ຍສໝ - ໃນວັນທີ 10 ສິງຫາ, ກອງບັນຊາການທະຫານຊາຍແດນແຂວງກອນຕູມ ໄດ້ດໍາເນີນການແລກປ່ຽນ ແລະລົງນາມໃນບົດບັນທຶກການຮ່ວມມືກັບກໍາລັງປ້ອງກັນຄວາມສະຫງົບແຂວງອັດຕະປື ແລະເຊກອງ, ສປປ ລາວ.

ບົນຈິດໃຈສາຍພົວພັນສາມັກຄີ, ມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ, ສອງຝ່າຍໄດ້ດໍາເນີນການແລກປ່ຽນ ແລະເຫັນດີລົງນາມໃນບົດບັນທຶກການຮ່ວມມື.


ກອງບັນຊາການ 3 ແຂວງ  ລົງນາມໃນບົດບັນທຶກການຮ່ວມມື ດ້ານຄວາມສະຫງົບ

ພິທີລົງນາມໃນບົດບັນທຶກຮ່ວມມືລະຫວ່າງກອງບັນຊາການທະຫານປ້ອງກັນຊາຍແດນແຂວງກອນຕູມ ແລະກໍາລັງປ້ອງກັນຄວາມສະຫງົບແຂວງອັດຕະປື ແລະເຊກອງ.

ກອງບັນຊາການທະຫານ ແຂວງ ກອນຕູນ ສສ ຫວຽດນາມ, ໄດ້ຈັດກອງປະຊຸມວຽກງານປ້ອງກັນຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ,ຝ່າຍ ສປປ ລາວ ນຳໂດຍທ່ານ ພົຈວ ທອງຈັນ ຈັນທະພົງ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ແລະ ທ່ານ ພັອ ສົມໄຊ ພູລະຄຳມະນີ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງ ເຊກອງ ພ້ອມດ້ວຍຄະນະ,ຝ່າຍ ສສ ຫວຽດນາມ ນຳໂດຍ ທ່ານ ພັອ ຟາມງອກຟູ ຫົວໜ້າກອງບັນຊາການ ທະຫານຊາຍແດນແຂວງ ກອນຕູນ ແຫ່ງ ສສ ຫວຽດນາມ ພ້ອມຄະນະເຊີ່ງພິທີດັ່ງກ່າວໄດ້ຈັດຂື້ນໃນລະຫວ່າງວັນທີ10 ສິງຫາ 2018 ທີ່ ສສ ຫວຽດນາມ .

ກອງປະຊຸມ ວຽກງານງານປ້ອງກັນຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ ລາວ -ຫວຽດນາມ ໃນຄັ້ງນີ້ເພື່ອເພີ້ມທະວີການຮ່ວມມືລະຫວ່າງສອງຝ່າຍໂດຍສະເພາະວຽກງານປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ຂອບເຂດຊາຍແດນ, ຜ່ານການພົບປະດ້ວຍໄມຕີຈິດມິດຕະພາບສອງຝ່າຍໄດ້ມີຄວາມເປັນເອກະພາບປະຕິບັດການປະສານສົມທົບ,ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການເຄື່ອນໄຫວຂອງບັນດາປະເພດເປົ້າໝາຍ ແລະ ພວກກະທຳຜິດທີ່ພົວ ພັນເຖີງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມຢູ່ຂອບເຂດຊາຍແດນຂອງແຕ່ລະແຂວງຢ່າງເປັນປົກກະຕິ, ພິເສດເອົາໃຈໃສ່ ສະພາບການເຄື່ອນໄຫວຂອງບັນດາການຈັດຕັ້ງປະຕິການພັດຖິ່ນ, ເປົ້າໝາຍປະຕິການ, ຫົວຮຸນແຮງທາງສາສະໜາ, ຊົນເຜົ່າ, ການເຄື່ອນໄຫວໂຄສະນາສ້າງ “ລາຊະອານາຈັກມົ້ງ ” ( ທະຫານມົ້ງ ) ເຄື່ອນໄຫວຂອງບັນດາການຈັດຕັ້ງກໍ່ການຮ້າຍ, ເປົ້າໝາຍທຳລາຍຫຍັບຍ້າຍຈຸດຫຼັກໝາຍແຫ່ງຊາດ, ເຄື່ອງໝາຍສັນຍາລັກ, ຮັບຮູ້ເສັ້ນຊາຍແດນ ບັນຫາເປົ້າໝາຍຂົນສົ່ງຄ້າຂາຍຢາເສບຕິດ, ນຳໃຊ້ອາວຸດຜິດກົດໝາຍ, ວັດຖຸລະເບີດ ແລະ ຄ້າຂາຍຢາເສບຕິດກັບ ບັນຫາເຄືອຂ່າຍຂອງພວກອາຊະຍາກຳຂ້າມຊາດ, ການຄ້າມະນຸດ, ຟອກເງີນ, ອາຊະຍະກຳທາງເຕັກໂນໂລຊີ, ຄວາມສະຫງົບທາງເຄືອຂ່າຍອິນເຕີເນັດ, ພວກອາຊະຍາກຳຄ້າເງີນປອມ, ເຂົ້າ – ອອກ ເມືອງຜິດຕໍ່ລະບຽບກົດໝາຍ, ຂຸດຄົ້ນຊັບພະຍາກອນທຳມະຊາດ, ການຍົກຍ້າຍຖິ່ນຖານແບບເສລີ, ໄພທຳມະຊາດ, ພະຍາດຕິດແປດຂ້າມຊາຍແດນ.

ດ່ານທະຫານຊາຍແດນ ທີ່ຂື້ນກອງບັນຊາການທະຫານຊາຍແດນແຂວງ ກອນຕູມ ( ຫວຽດນາມ ) ແລະ ບັນດາດ່ານຕຳຫຼວດ – ກອງບັນຊາການ ປກສ ແຂວງ ອັດຕະປື, ແຂວງ ເຊກອງ ( ລາວ ) ທີ່ມີເສັ້ນຊາຍແດນຮ່ວມກັນ ປະສານສົມທົບຮັບເອົາ ແລະ ແກ້ໄຂບັນດາສະພາບການຮິບດ່ວນທີ່ເກີດຂຶ້ນຄື : ການເຄື່ອນຍ້າຍຂອງກຸ່ມເປົ້າໝາຍຊົນເຜົ່າຫົວຮຸນແຮງໃນຂອບເຂດຊາຍແດນ, ກຸ່ມເປົ້າໝາຍສ້າງຄວາມບໍ່ສະຫງົບທາງດ້ານການເມືອງ ລີ້ຊ່ອນລຽບຕາມຊາຍແດນຂອງແຕ່ລະແຂວງ, ສົມທົບການຈັບຕົວ, ແກ້ໄຂເປົ້າໝາຍໃຫ້ທັນເວລາ.ສອງຝ່າຍເອກະພາບໃນການຊີ້ນຳກຳລັງ, ຄຸ້ມຄອງ, ກວດກາດ່ານ, ສືບຕໍ່ປະສານສົມທົບແໜ້ນແຟ້ນ ການ ກວດກາເຂົ້າ – ອອກຜ່ານຊາຍແດນຖືກຕ້ອງຕາມສົນທີິສັນຍາກ່ຽວກັບລະບຽບການຊາຍແດນ, ສົນທິສັນຍາສາກົນທັງສອງຝ່າຍໄດ້ຕົກລົງເຫັນດີ ສົມທົບມອບ – ຮັບຜູ້ກະທໍາຜິດຢູ່ດ່ານ, ສອງຝ່າຍເອກະພາບການມອບ – ສົ່ງຜູ້ກະທໍາຜິດ ໂດຍຜ່ານການພົວພັນຕ່າງປະເທດ, ເພີ້ມທະວີ ປະສານສົມທົບກ່ຽວກັບວຽກງານຝຶກອົບຮົມວິຊາສະເພາະ, ຈັດຕັ້ງຄະນະໄປຄົ້ນຄ້ວາ, ແລກປ່ຽນປະສົບການເຊີ່ງກັນ ແລະ ກັນ ໂຄສະນາ, ສືກສາອົບຮົມ ໃຫ້ແກ່ປະຊາຊົນຢູ່ຂອບເຂດຊາຍແດນຂອງປະເທດຕົນ ກ່ຽວກັບລະບຽບກົດໝາຍຂອງແຕ່ລະປະເທດ, ເປັນຕົ້ນແມ່ນລະບຽບການເຂົ້າ – ອອກເມືອງ, ເລ້ລ່ຽມກົນອຸບາຍ, ຮູບການເຄື່ອນໄຫວຂອງບັນດາອິດທິກຳລັງປໍລະປັກ, ການຈັດຕັ້ງປະຕິການພັດຖິ່ນ, ພວກເປົ້າໝາຍປະຕິການ, ພວກສາສະໜາຫົວຮຸນແຮງ ແລະ ບັນດາປະເພດກໍ່ອາຊະຍາກຳ ເພື່ອຍົກສູງສະຕິລະວັງຕົວບໍ່ໃຫ້ຖືກການຊວນເຊື່ອແກ່ດຶງຂອງພວກສັດຕູ. ຕັ້ງໜ້າລາຍງານການກະທຳຜິດ ແລະ ຮ່ວມມືກັບອົງການເຈົ້າໜ້າທີ່ຕໍ່ສູ້ປາບປາມອາຊະຍາກຳ.

ກອງບັນຊາການ 3 ແຂວງ  ລົງນາມໃນບົດບັນທຶກການຮ່ວມມື ດ້ານຄວາມສະຫງົບ

ຜູ້ແທນທັງສາມແຂວງຖ່າຍຮູບເປັນທີລະລືກ.

ຕອນທ້າຍໄດ້ເຊັນບົດບັນທືກຊ່ວຍຈໍາຮ່ວມມືຮອບດ້ານ ລະຫວ່າງ ກອງບັນຊາການ ປກສ ແຂວງເຊກອງ,ກອງບັນຊາການ ປກສ ແຂວງ ອັດຕະປື ແຫ່ງ ສປປລາວ ແລະກອງບັນຊາການທະຫານຊາຍແດນແຂວງ ກອນຕູມ ແຫ່ງ ສສ ຫວຽດນາມ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.