ຄວາມຮູ້ໃນການລ້ຽງດູລູກສໍາລັບຜູ້ທີ່ເປັນພໍ່ແມ່

00:54 | 14/05/2019

“ແຕ່ 3 ປີກ່ອນເນື່ອງຈາກການເຂົ້າຮ່ວມກິດຈະກໍາຂອງກຸ່ມຜູ້ທີ່ເປັນພໍ່ແມ່, ຂ້າພະເຈົ້າໄດ້ຮູ້ວ່າຈະໃຫ້ອາຫານໃຫ້ລູກຂອງຂ້າພະເຈົ້າຢ່າງພຽງພໍດ້ານການໂພຊະນາການ; ການສຶກສາ ແລະ ການປົກປ້ອງເດັກໃນບ້ານ; ໃຫ້ລູກໄປໂຮງຮຽນໃນລະດັບທີ່ເຫມາະສົມ, ບໍ່ປະຖິ້ມໂຮງຮຽນ...”.

ຄວາມຮູ້ໃນການລ້ຽງດູລູກສໍາລັບຜູ້ທີ່ເປັນພໍ່ແມ່

ການສອນວິທີແຕ່ງກິນເພື່ອຮັບປະກັນດ້ານໂພຊະນາການ

ນີ້ແມ່ນການແລກປ່ຽນຂອງທ່ານນາງ ດິງຖີ້ແທມ (ຢູ່ບ້ານເຊີເຕີ, ຕາແສງເຕີຕຸງ, ເມືອງບາງ, ແຂວງຢາລາຍ) ເປັນແມ່ຜູ້ຫນຶ່ງທີ່ມີການສ່ວນຮ່ວມໃນກຸ່ມຜູ້ເປັນພໍ່ແມ່ຂອງໂຄງການພັດທະນາການສຶກສາອະນຸບານລະດັບແຫ່ງຊາດແມ່ນໄດ້ຈັດຕັ້ງປະຕິບັດຕັ້ງແຕ່ປີ 2012 ຫາປີ 2018. ໂຄງການນີ້ໄດ້ຈັດຕັ້ງປະຕິບັດໂດຍມີການປະສານສົມທົບ ລະຫວ່າງ ພະແນກການສຶກສາທິການ ແລະ ການກໍ່ສ້າງ, ສະມາຄົມສະຫະພັນແມ່ຍິງແຂວງຢາລາຍ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ Plan International ຫວຽດນາມ ແລະ ໂຄງການຊ່ວຍເຫຼືອນິວຊີແລນ.

ອີງຕາມໂຄງການ Plan ຫວຽດນາມລາຍງານ, ໂດຍມີທຶນຊ່ວຍເຫຼືອແມ່ນ 7,2 ລ້ານໂດລາສະຫະລັດ, ເປົ້າຫມາຍລວມຂອງໂຄງການແມ່ນເພື່ອບັນລຸບັນດາເປົ້າຫມາຍການພັດທະນາເດັກນ້ອຍຊົນເຜົ່າສ່ວນນ້ອຍທີ່ມີອາຍຸແຕ່ 0-8 ປີ, ໂດຍສະເພາະແມ່ນເດັກຊົນເຜົ່າສ່ວນນ້ອຍຢູ່ໃນ 7 ຕາແສງຂອງ 4 ເມືອງທິດຕາເວັນອອກຂອງແຂວງຢາລາຍປະກອບມີ: ອານເຄ.

ປ່ຽນແປງ "ຄວາມຄິດ, ວິທີການເຮັດ”

ອີງຕາມທ່ານນາງ ເລຖີ້ບີກແຫ້ງ, ທີ່ປຶກສາດ້ານການສຶກສາຂອງ Plan ໃຫ້ຮູ້ວ່າ, ໂຄງການສຶກສາພໍ່ແມ່ທີ່ໄດ້ Plan ຈັດຕັ້ງປະຕິບັດກໍ່ເພື່ອຊ່ວຍໃຫ້ພໍ່ແມ່ຮູ້ສິ່ງທີ່ພວກເຂົາຕ້ອງການສໍາລັບລູກຂອງພວກເຂົາ ແລະ ຄວາມຮູ້ ແລະ ທັກສະທີ່ພວກເຂົາຕ້ອງການເພື່ອບັນລຸເປົ້າຫມາຍນັ້ນ.

ການເຂົ້າຮ່ວມກຸ່ມຜູ້ເປັນພໍ່ແມ່ແມ່ນປະກອບມີຜູ້ທີ່ເປັນພໍ່ແມ່ມີລູກທີ່ມີອາຍຸແຕ່ 0-8 ປີ ຫຼື ຜູ້ທີ່ດູແລເດັກໂດຍກົງຢູ່ໃນຫມູ່ບ້ານດຽວກັນ. ໃນເຮືອນລົງ ຫຼື ເດີ່ນບານຂະຫນາດໃຫຍ່, ເຫດການດັ່ງກ່າວຈະໄດ້ດໍາເນີນຢູ່ພາຍໃຕ້ຫົວຂໍ້ຕ່າງໆໂດຍສະມາຄົມສະຫະພັນແມ່ຍິງ ແລະ ອົງການ Plan ຮຽບຮຽງ ແລະ ພາຍໃຕ້ການແນະນໍາຂອງຜູ້ອາສາສະຫມັກຂອງໂຄງການທີ່ມີສ່ວນຮ່ວມຂອງພໍ່ແມ່ ແລະ ເດັກ. ພວກເຂົາມີການແລກປ່ຽນ ແລະ ແບ່ງປັນປະສົບການໃນການດູແລລູກຂອງພວກເຂົາໂດຍອີງໃສ່ຕາມບັນດາທັກສະ ແລະ ຄວາມຮູ້ຂອງບັນດາຜູ້ອາສາສະຫມັກທີ່ໄດ້ແນະນໍາໃຫ້ພວກເຂົາແລ້ວ.

ເອື້ອຍ ແທມ ໄດ້ໃຫ້ຮູ້ວ່າ, ເອື້ອຍ ແທມ ໄດ້ແຕ່ງງານ ແລະ ເກີດລູກຕອນອາຍຸຍັງໜ້ອຍ, ແຕ່ບໍ່ມີຄວາມຮູ້ດ້ານການລ້ຽງເດັກຢ່າງພຽງພໍ, ເພິ່ນວ່າ: "ອາຍຸລູກໄດ້ 5 ເດືອນຂ້າພະເຈົ້າກໍ່ໄດ້ຫຍໍ້າເຂົ້າແລ້ວປ້ອນເຂົ້າໃຫ້ລູກກິນ. ປະຈຸບັນໄດ້ເຂົ້າຮ່ວມກຸ່ມຜູ້ເປັນພໍ່ແມ່ຂ້າພະເຈົ້າກໍ່ໄດ້ຮຽນຮູ້ວິທີການລ້ຽງລູກຂອງຂ້າພະເຈົ້າດ້ວຍສານອາຫານທີ່ພຽງພໍ. ສໍາລັບສູກຜູ້ທີ່ສອງຂອງຂ້າພະເຈົ້າໄດ້ກິນນົມແມ່ເປັນເວລາ 6 ເດືອນທໍາອິດກ່ອນຫຼັງຈາກນັ້ນຈຶ່ງໃຫ້ກິນເຂົ້າປຽກໂພຊະນາການ...".

ຄວາມຮູ້ໃນການລ້ຽງດູລູກສໍາລັບຜູ້ທີ່ເປັນພໍ່ແມ່

ການຂົ້າຮ່ວມກິດຈະກໍາແລກປ່ຽນຄວາມຮູ້ໃນການລ້ຽງລູກຂອງກຸ່ມພໍ່ແມ່

ຄອບຄົວທຸກຫຍາກ, “ອາຊີບເຮັດນາດ້ວຍເນື້ອທີ່ທົ່ງນາປະກອບມີສອງໄລ່ເຊິ່ງບໍ່ພຽງພໍທີ່ຈະກິນສະນັ້ນຂ້າພະເຈົ້າຕ້ອງໄປຮັບຈ້າງເຮັດກ່ຽວກັບການຫຼົກຫຍ້າ, ຂາຍຫນໍ່ໄມ້ເພື່ອຫາເງິນຊື້ນົມ, ຊື້ອາຫານ, ຊື້ຊີ້ນ, ປາ, ໄຂ່, ຫມາກຖົ່ວຂຽວ, ຖົ່ວເຫຼືອງ, ເພື່ອປຸງແຕ່ງອາຫານເຂົ້າໃຫ້ລູກ”. “ຂ້າພະເຈົ້າທຸກທໍລະມານແຕ່ຂ້າພະເຈົ້າຢາກໃຫ້ລູກຂອງຂ້າພະເຈົ້າກິນອາຫານທີ່ດີເພື່ອໃຫ້ລູກຂອງຂ້າພະເຈົ້າມີສຸຂະພາບແຂງແຮງ, ພັດທະນາທາງດ້ານຮ່າງກາຍ ແລະ ຈິດຕະນາການ, ຕ້ອງສົ່ງລູກໄປໂຮງຮຽນເພື່ອໃຫ້ລູກສາມາດຮູ້ຫນັງສືໄດ້. ຂ້າພະເຈົ້າຍັງຮູ້ວິທີການປົກປ້ອງສະພາບແວດລ້ອມ, ດູແລ ແລະ ສ້າງພູມສັນຖານທາງອ້ອມບ້ານ, ຮັກສາຫມູ່ບ້ານສະອາດ ແລະ ປ້ອງກັນພະຍາດ. ທາງອ້ອມບ້ານຂອງຂ້ອຍໃນປັດຈຸບັນມີ່ໄດ້ມີດອກໄມ້ ແລະ ໝາກໄມ້ຫຼາຍກວ່າເກົ່າ”.

ທ່ານນາງ ເຈີ່ນຖີ້ເຮື່ອງ, ສະມາຄົມສະຫະພັນແມ່ຍິງແຂວງຢາລາຍໃຫ້ຮູ້ວ່າ, ຮູບຈໍາລອງນີ້ໄດ້ປະກອບດ້ວຍຄວາມຮູ້ທີ່ເຫມາະສົມກັບຄຸນລັກສະນະດ້ານວັດທະນະທໍາ ແລະ ເງື່ອນໄຂຂອງພໍ່ແມ່ຢູ່ເຂດຊຸມຊົນຊົນເຜົ່າສ່ວນຫນ້ອຍ; ປັບປຸງຄວາມຮູ້ ແລະ ການປ່ຽນແປງດ້ານຄວາມຮັບຮູ້, ທັດສະນະໃນການດູແລເດັກ.

ບັນດາຜູ້ທີ່ເປັນພໍ່ແມ່ໄດ້ເຂົ້າໃຈເພີ່ມເຕີມກ່ຽວກັບການດູແລສຸຂະພາບ, ປົກປ້ອງລູກຂອງພວກເຂົາ, ແມ່ໃຫ້ລູກກິນນົມໃນເວລາທີ່ເໝາະສົມ, ປຸງແຕ່ງອາຫານທີ່ມີທາດບໍາລຸງສໍາລັບລູກ; ຮູ້ວິທີທີ່ຈະເອົາເດັກໄປສັກຢາປ້ອງກັນ,ເພື່ອປ້ອງກັນຄວາມສ່ຽງຕໍ່ການບາດເຈັບ ແລະ ຄວາມສ່ຽງຕໍ່ການເປັນອັນຕະລາຍຕໍ່ລູກ; ຄວາມເຂົ້າໃຈກ່ຽວກັບຄວາມສໍາຄັນຂອງການສຶກສາສໍາລັບລູກ, ການໃຊ້ເວລາໃນການສົນທະນາກັບລູກ, ການສອນເດັກນ້ອຍຂອງພວກເຂົາທີ່ຈະຮ້ອງ ແລະ ເວົ້າພາສາຫວຽດນາມ, ເລົ່າເລື່ອງລາວຕ່າງໆ, ຮ້ອງເພງໃຫ້ລູກຟັງ.

“ບັນດາຜູ້ທີ່ເປັນແມ່ກໍ່ໄດ້ມີຄວາມກ້າກັ່ນ ແລະ ມີຄວາມຫມັ້ນໃຈກວ່າເກົ່າໃນເວລາເຂົ້າຮ່ວມໃນການແບ່ງປັນປະສົບການໃນການດູແລເດັກ, ຮູ້ວິທີການຈັດຕັ້ງຊີວິດຄອບຄົວ. ຢູ່ບັນດາທ້ອງຖິ່ນທີ່ໄດ້ຈັດຕັ້ງປະຕິບັດຮູບຈໍາລອງນີ້, ອັດຕາເດັກນ້ອຍທີ່ຂາດສານອາຫານໄດ້ມີການຫຼຸດລົງ, ສຸຂະພາບແມ່ນໄດ້ຮັບການປັບປຸງ, ສຸຂະອະນາໄມທີ່ດີກວ່າເກົ່າ, ພະຍາດຫນ້ອຍລົງ. ເກັດໜ້ອຍຜູ້ທີ່ມີພໍ່ແມ່ເຂົ້າຮ່ວມຮູບຈໍາລອງການສຶກສາກໍ່ມີຄວາມຫມັ້ນໃຈ, ມີຄວາມກ້າກັ່ນກວ່າເກົ່າ, ບໍ່ປະໂຮງຮຽນ”.

ໂດຍສະເພາະ,ໂຄງການນີ້ໄດ້ປະກອບສ່ວນເຂົ້າໃນການປ່ຽນແປງດ້ານທັດສະນະບົດບາດຍິງ - ຊາຍກ່ຽວກັບບົດບາດຂອງການດູແລ ແລະ ການລ້ຽງດູລູກ, ຜູ້ເປັນພໍ່ເຂົ້າໃຈວ່າພວກເຂົາກໍ່ຕ້ອງມີສ່ວນຮ່ວມ ແລະ ແບ່ງປັນການດູແລ ແລະ ການລ້ຽງດູລູກກັບເມຍໃນໄລຍະເວລາລ້ຽງລູກ. ນອກຈາກນັ້ນ, ການເຂົ້າຮ່ວມຮູບຈໍາລອງກໍ່ຈະເຮັດໃຫ້ຄວາມສໍາພັນລະຫວ່າງພໍ່ແມ່, ຜົວເມຍ, ລູກແມ່ນໄດ້ຮັບການປັບປຸງອັນຢ່າງແໜ້ນແຟ້ນ, ສະໜິດຕິພັນກວ່າເກົ່າ.

ແຜ່ຂະຫຍາຍຮູບຈໍາລອງ

ຕາມຂ່າວທີ່ໄດ້ຮັບຮູ້ວ່າ, ນອກຈາກແຂວງຢາລາຍ, ຮູບຈໍາລອງຂອງກຸ່ມຜູ້ທີ່ເປັນພໍ່ແມ່ທີ່ມີລູກອາຍຸແຕ່ 0-8 ປີເຊິ່ງກໍ່ໄດ້ມີການຈັດຕັ້ງປະຕິບັດທົດລອງຢູ່ບັນດາແຂວງເຂດພູດອຍພາຫເໜືອ, ພາກກາງ ແລະ ເຂດພູດອຍຕາເວັນຕົກປະກອບມີ ຮ່າຢາງ, ຖາຍງວຽນ, ຝູຖໍ້, ບັກຢາງ, ກວາງຈີ້, ກວາງບີ່ງ, ກວາງຫງາຍ, ກອນຕູມ ແຕ່ ປີ 2013-2015 ໂດຍມີການປະສານສົມທົບ ລະຫວ່າງ ສູນກາງສະມາຄົມສະຫະພັນແມ່ຍິງຫວຽດນາມກັບອົງການຈັດຕັ້ງ Plan ຫວຽດນາມ.

ໃນປີ 2017-2018, ສູນກາງສະມາຄົມໄດ້ເລີ່ມຕົ້ນການແນະນໍາແຜ່ຂະຫຍາຍຮູບຈໍາລອງກຸ່ມຜູ້ທີ່ເປັນພໍ່ແມ່ໄປຍັງ 35 ແຂວງ, ນະຄອນໃນທົ່ວປະເທດ. ຮອດທ້າຍປີ 2018, ມີກຸ່ມຜູ້ທີ່ເປັນພໍ່ແມ່ 259 ກຸ່ມທີ່ໄດ້ຖືກເຜີຍແຜ່ ແລະ ດໍາເນີນງານຢູ່ໃນບັນດາແຂວງຕ່າງໆ ...

ຄວາມຮູ້ໃນການລ້ຽງດູລູກສໍາລັບຜູ້ທີ່ເປັນພໍ່ແມ່

ແມ່ຫຼິ້ນກັບລູກຢູ່ບ້ານ

ຕີລາຄາຕໍ່ຮູບຈໍາລອງການສຶກສາຂອງພໍ່ແມ່ທີ່ໄດ້ນໍາເອົາຜົນປະໂຫຍດຫຼາຍຢ່າງ. ທ່ານນາງ ຫງວຽນຖີ້ຕວຽດມາຍ, ຫົວຫນ້າຄະນະຄອບຄົວ ແລະ ສັງຄົມ, ສະມາຄົມສະຫະພັນແມ່ຍິງຫວຽດນາມໄດ້ໃຫ້ຮູ້ວ່າ: ນັບແຕ່ປີ 2019 ຫາ 2021, ສະມາຄົມສະຫະພັນແມ່ຍິງຫວຽດນາມຈະສືບຕໍ່ຈັດຕັ້ງປະຕິບັດ, ເສີມຂະຫຍາຍຄວາມປະສິດທິຜົນຂອງຮູບຈໍາລອງການສຶກສາຂອງພໍ່ແມ່ທີ່ມີຢູ່ໃນ 63 ແຂວງ ແລະ ນະຄອນທີ່ຕິດພັນກັບວຽກງານຂອງສະມາຄົມ. ພ້ອມກັນັ້ນ, ກໍ່ປະກາດນໍາໃຊ້ເອກະສານຊີ້ນໍາ, ແນະນໍາສະມາຄົມແມ່ຍິງຂອງບັນດາແຂວງ,ນະຄອນໃນທົ່ວປະເທດເພື່ອຈັດຕັ້ງປະຕິບັດຮູບຈໍາລອງການສຶກສາຂອງພໍ່ແມ່ໃນນະໂຍບາຍພັດທະນາເດັກທີ່ຕິດພັນກັບຮູບຈໍາລອງທີ່ມີຢູູ່ຂອງສະມາຄົມໃນຊຸມຊົນ. ຄົ້ນຄວ້າ ແລະ ສະເຫນີໃຫ້ລັດຖະບານສ້າງໂຄງການແຫ່ງຊາດກ່ຽວກັບການສຶກສາຂອງພໍ່ແມ່ຕາມທິດສຸມໃສ່ໃນການດູແລ ແລະ ການພັດທະນາຢ່າງຮອບດ້ານຂອງເດັກນ້ອຍ...

(ໄຊພອນ)

ເຫດການ
302 Found

Found

The document has moved here.