Airbus ຮ່ວມມືກັບ ຫວຽດນາມ ພັດທະນາຂະແໜງອຸດສາຫະກໍາອາວະກາດ

12:28 | 04/08/2018

ວັນທີ 2 ສິງຫາ, ກຸ່ມບໍລິສັດ Airbus ໄດ້ແຈ້ງໃຫ້ຮູ້ວ່າ, ກຸ່ມບໍລິສັດ Airbus ແລະກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ໄດ້ລົງນາມໃນໜັງສືເຈດຈໍານົງຮ່ວມມືໃນຂົງເຂດອາວະກາດ.

Airbus ຮ່ວມມືກັບ ຫວຽດນາມ ພັດທະນາຂະແໜງອຸດສາຫະກໍາອາວະກາດ

ດາວທຽມ AstroBus-S ຂອງ Airbus. (ພາບ: baodautu.vn)

ບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນລະຫວ່າງສອງຫົວໜ່ວຍລວມມີແລກປ່ຽນຂໍ້ມູນຂ່າວສານກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງການສັງເກດໜ່ວຍໂລກ, ຈັດຕັ້ງ, ເຂົ້າຮ່ວມບັນດາເຫດການວິທະຍາສາດເຕັກໂນໂລຢີ ແລະຄົ້ນຄວ້າເຕັກໂນໂລຢີດາວທຽມ. ປີ 2010, Airbus ໄດ້ຮັບສັນຍາພັດທະນາ, ຜະລິດ ແລະສົ່ງດາວທຽມສັງເກດໜ່ວຍໂລກທໍາອິດຂອງຫວຽດນາມ ແມ່ນ VNREDSat-1. ໂດຍແມ່ນພາກສ່ວນໜຶ່ງຂອງໂຄງການ VNREDSat-1, Airbus ແລະສະພາມະຫາບັນດິດວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ (VAST) ໄດ້ສ້າງຕັ້ງການພົວພັນຮ່ວມມືສອງຝ່າຍລວມມີບັນດາໂຄງການບໍາລຸງສ້າງທິດສະດີ ແລະປະຕິບັດຕົວຈິງ, ຖ່າຍທອດເຕັກໂນໂລຢີໃຫ້ບັນດາວິສາວະກອນຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.