ມອບຫຼຽນກາທີ່ລະລຶກໃຫ້ທ່ານເອກກັກຄະລັດຖະທູດ ເບວຍ້ຽມ ປະຈຳຫວຽດນາມ

08:40 | 08/08/2018

ຍສໝ - ມື້ວັນທີ 7 ສິງຫານີ້, ທີ່ຮ່າໂນ້ຍ ສະຫະພັນອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງພິທີມອບ ຫຼຽນກາທີ່ລະລຶກ “ເພື່ອສັນຕິພາບ, ມິດຕະພາບ ລະຫວ່າງປະຊາຊົນບັນດາເຜ່ົາ” ມອບໃຫ້ທ່ານນາງ Jehanne Roccas ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ລາຊະອານາຈັກ ເບວຍ້ຽມ ປະຈຳຫວຽດນາມ. ຮອງປະທານສະຫະພັນມິດຕິະພາບ ທ່ານ ບຸ່ຍຄັກເຊີນ ເປັນຜູ້ຕ່າງໜ້າ ຄະນະປະທານສະຫະພັນມິດຕະພາບຫວຽດນາມ ມອບຫຼຽນກາ.

ມອບຫຼຽນກາທີ່ລະລຶກໃຫ້ທ່ານເອກກັກຄະລັດຖະທູດ ເບວຍ້ຽມ ປະຈຳຫວຽດນາມ

ຮອງປະທານ ສະຫະພັນອົງການມິດຕະພາບ ທ່ານ ບຸ່ຄັກເຊີນ ມອບຫຼຽນກາທີ່ລະລຶກ ໃຫ້ແກ່ທ່ານນາງ Jehanne Roccas ເອກອັກຄະລັດຖະທູດ ລາຊະອານາຈັກ ເບວຍ້ຽມ ປະຈຳ ສສ ຫວຽດນາມ.

ທີ່ພິທີມອບ ທ່ານ ບຸ່ຍຄັກເຊີນໄດ້ກ່າວວ່າ: ໃນວາລະການເຮັດວຽກຂອງທ່ານເອກອັກຄະລັດຖະທູດ Jehanne Roccas ໄດ້ມີການເຄື່ອນໄຫວປະກອບສ່ວນເຂົ້າໃນການພົວພັນຮ່ວມມື ລະຫວ່າງຫວຽດນາມ ແລະ ເບວຍ້ຽມ ຢູ່ຫຼາຍຂະແໜງການ, ນັບຕັ້ງແຕ່ການເມືອງ-ການຕ່າງປະເທດ ໄປຈົນຮອດການຄ້າ, ເສດຖະກິດ, ການພັດທະນາ, ການສຶກສາ ແລະ ການພົວພັນປະຊາຊົນ. ທ່ານທູດໄດ້ເປັນຂົວຕໍ່ໃນການເຊື່ອມໂຍງ ແລະ ຈັດຕັ້ງການຢ້ຽມຢາມ ແລະ ເຮັດວຽກ ລະຫວ່າງ ການນຳລັດຖະບານ, ກະຊວງ, ຂະແໜງການ, ອົງການ ແລະ ນັກທຸລະກິດຂອງສອງປະເທດ.

ໃນຂົງເຂດເສດຖະກິດ, ການຄ້າ, ຮ່ວມມືພັດທະນາ ແລະ ການສືກສາ ທ່ານທູດໄດ້ມີຄວາມມານະພະຍາຍາມຊຸກຍູ້ຢ່າງບໍ່ຢຸດຢັ້ງໃນການຮ່ວມມືການຄ້າລະຫວ່າງສອງປະເທດ. ການຄ້າສອງຝ່າຍລະຫວ່າງສອງປະເທດ ປີ 2017 ບັນລຸໄດ້ 2,5 ຕື້ໂດລາສະຫະລັດ ແລະ ຍັງຄົງຮັກສາສະຖິຕິອັນດີ ໃນ6ເດືອນຕົ້ນປີ 2018. ໃນຂະແໜງການສືກສາ ແລະ ກໍ່ສ້າງ ນັກຮຽນຫວຽດນາມ ຫຼາຍພັນຄົນໄດ້ ແລະ ກຳລັງສຶກສາຮຳ່ຮຽນ ຢູ່ ປະເທດ ເບວຍ້ຽມ, ນັກຮຽນປະລິນຍາເອກ ແລະ ນັກຄົ້ນຄວ້າຫຼາຍຮ້ອຍຄົນໄດ້ຮັບການກໍ່ສ້າງຢູ່ປະເທດ ເບວຍ້ຽມ...

ດ້ວຍນຳ້ໃຈທຸ້ມເທ ທ່ານທູດໄດ້ຮ່ວມກັບພະນັກງານສະຖານທູດ ລາຊະອານາຈັກເບວຍ້ຽມ ສ້າງໄດ້ສາຍສຳພັນ ຄວາມໄວ້ໃຈຕໍ່ກັບບັນດາອົງການຈັດຕັ້ງ, ອົງການສັງຄົມຕ່າງໆ ຂອງຫວຽດນາມ. ຄຽງຄູ່ກັນນັ້ນ ທ່ານທູດຍັງໃຫ້ຄວາມຊ່ວຍເຫຼືອດ້ວຍເອົາໃຈໃສ່ ຕໍ່ກັບສະມາຄົມມິດຕະພາບຫວຽດນາມ-ເບວຍ້ຽມ ໃນການເຄື່ອນໄຫວການທູດປະຊາຊົນ ລະຫວ່າງສອງປະເທດຄື: ຈັດຕັ້ງການເຄື່ອນໄຫວແລກປ່ຽນປະຈຳປີ ລະຫວ່າງສະມາຄົມມິດຕະພາບສອງປະເທດ; ເຂົ້າຮ່ວມ ແລະ ຕອບສະໜອງຢ່າງຕັ້ງໜ້າ ການເຄື່ອນໄຫວຂອງສະຫະພັນມິດຕະພາບ ແລະ ສະມາຄົມມິດຕະພາບ ຫວຽດນາມ-ເບວຍ້ຽມ ໃນທົ່ວປະເທດ ເນື່ອງໃນໂອກາດສຳຄັນຕ່າງໆຂອງສອງປະເທດ. ທ່ານທູດຍັງມີແນວຄວາມຄິດໃນການຈັດຕັ້ງບັນດາການເຄື່ອນໄຫວການເມືອງ, ວັດທະນະທຳ,... ເນື່ອງໃນໂອກາດວັນຊາດ ຂອງສອງປະເທດ, ສະເຫຼີມສະຫຼອງຄົົບຮອບ 45 ປີ ສ້າງສາຍພົວພັນການທູດ ຫວຽດ-ເບວຍ້ຽມ.

ນອກນັ້ນທ່ານທູດຍັງຫ້າວຫັນໃນວຽກງານການຊຸກຍູ້ ຂະບວນການກໍ່ສ້າງ ແລະ ຜັນຂະຫຍາຍ ບັນດາໂຄງການຊ່ວຍເຫຼືອລ້າຂອງລັດຖະບານ ເບວຍ້ຽມ ໃຫ້ແກ່ບັນດາທ້ອງຖິ່ນຂອງຫວຽດນາມ, ເພື່ອແນໃສ່ຍົກສູງຄວາມສາມາດ ແລະ ຊ່ວຍເຫຼືອບັນດາທ້ອງຖິ່ນໃນຂະແໜງການບໍລິຫານລັດ, ພັດທະນາຊັບພະຍາກອນມະນຸດ ແລະ ຮັບມືກັບການປ່ຽນແປງຂອງສະພາບອາກາດ.

ເພື່ອສະແດງຄວາມຮັບຮູ້ເຖິງການປະກອບສ່ວນອັນຍິ່ງໃຫຍ່ ຂອງ ທ່ານທູດ Jehanne Roccas ໃນສະໄໝເຮັດວຽກປະຈຳ ສສ ຫວຽດນາມ ຄະນະປະທານ ສະຫະພັນມິດຕະພາບ ຕົກລົງມອບຫຼຽນກາທີ່ລະລຶກ “ ສັນຕິພາບ, ມິດຕະພາບ ລະຫວ່າງປະຊາຊົນບັນດາເຜົ່າ” - ເປັນຂອງຂວັນອັນມີຄ່າສູງສຸດຂອສະຫະພັນມິດຕິພາບ.

ສະແດງຄວາມພາກພູມໃຈເມື່ອ ສະຫະພັນມິດຕະພາບຫວຽດນາມ ມອບຫຼຽນກາທີ່ລະນືກ “ ເພື່ອສັນຕິພາບ, ມິດຕະພາບ ລະຫວ່າງບັນດາປະຊາຊົນບັນດາເຜົ່າ”, ທ່ານທູດ Jehanne Roccas ໄດ້ໃຫ້ຮູ້ວ່າ: “ນີ້ແມ່ນມື້ເຮັດວຽກ ແລະ ກໍ່ຍັງເປັນມື້ສຸດທ້າຍຂອງຂ້າພະເຈົ້າ ຢູ່ ຮ່າໂນ້ຍ. ຕອນເຊົ້າຂອງມື້ອື່ນ ຂ້າພະເຈົ້າຕ້ອງໄດ້ຂື້ນຍົນອອກຈາກຫວຽດນາມ. ສະໄໝເຮັດວຽກເວລາ 3 ປີຢູ່ຫວຽດນາມ ເຮັດໃຫ້ມີຄວາມຊົງຈຳອັນເລິກເຊິ່ງ ແລະ ຂ້າພະເຈົ້າມີຄວາມໂສກເສົ້າເມື່ອຕ້ອງໄດ້ອຳລາໜ້າທີ່ຢູ່ປະເທດຂອງພວກທ່ານ”.

ມອບຫຼຽນກາທີ່ລະລຶກໃຫ້ທ່ານເອກກັກຄະລັດຖະທູດ ເບວຍ້ຽມ ປະຈຳຫວຽດນາມ

ທ່ານເອກອັກຄະລັດຖະທູດ ລາຊະອານາຈັກ ເບວຍ້ຽມ ປະຈຳ ສສ ຫວຽດນາມ Jehanne Roccas ກ່າວຄຳປາໄສທີ່ພິທີ .

ທ່ານທູດໄດ້ເນັ້ນໜັກວ່າ: ຕົວເພິ່ນເອງ ແລະ ຜູ້ຮ່ວມງານໃນສະຖານທູດ ເບວຍ້ຽມ ໄດ້ພະຍາຍາມຫຼາຍເພື່ອເຮັດສາຍພົວພັນລະຫວ່າງຫວຽດນາມ-ເບວຍ້ຽມ ມີຄວາມເລິກເຊິ່ງ. ຜົນສຳເລັດທີ່ທັງສອງປະເທດຂອງພວກເຮົາຍາດມາໄດ້ແມ່ນມີຢ່າງຫຼວງຫຼາຍ. ໃນຊຸມປີທີ່ຜ່ານມາ ການລົງທືນ ແລະ ການຄ້າ ລະຫວ່າງ ຫວຽດນາມ ແລະ ເບວຍ້ຽມ ໄດ້ມີການປ່ຽນແປງຢ່າງຕັ້ງໜ້າໃນທາງທີ່ດີ ແລະ ມີຄວາມເຂັ້ມແຂງ. ປະຈຸບັນ ການລົງທືນຂອງ ເບວຍ້ຽມ ເຂົ້າຫວຽດນາມ ເພີ່ມຂື້ນສອງທົບ ບັນລຸໄດ້ 1 ຕື້ໂດລາສະຫະລັດ. ການແລກປ່ຽນ-ການຄ້າ ສອງຝ່າຍ ລະຫວ່າງສອງປະເທດ ປີທີ່ຜ່ານມາບັນລຸໄດ້ 2,5ຕື້ໂດລາສະຫະລັດ.

ທ່ານທູດໄດ້ແບ່ງປັນວ່າ: ປີນີ້ ເບວຍ້ຽມ ແລະ ຫວຽດນາມ ສະລຶກເຖິງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 45ປີ ແລະ ຮ່ວມມືພັດທະນາ ເບວຍຽ້ມ-ຫວຽດນາມ ຄົບຮອບ 40ປີ. ການຮ່ວມໃນຂະແໜງສືກສາ-ກໍ່ສ້າງ ນັບມື້ນັບມີການພັດທະນາ. ເບວຍ້ຽມມີຄວາມພາກພູມໃຈທີ່ເປັນປະເທດທຳອິດທີ່ ມອບທືນການສືກສາໃຫ້ແກ່ນັກຮຽນ ຫວຽດນາມ ສຶກສາຮຳ່ຮຽນຢູ່ ເບວຍ້ຽມ. ມື້ນີ້ຂ້າພະເຈົ້າເຫັນໃບໜ້າທີ່ຄຸ້ນເຄີຍ ຄືອາດີດນັກສຶກສາຫວຽດນາມ ທີ່ເຄີຍໄປຮຽນຢູ່ ປະເທດ ເບວຍ້ຽມ. ພວກເຂົາຄືຊັບສິນທີ່ມີຄ່າສູງສຸດຫາອັນປຽບໍ່ໄດ້ ຂອງສາຍພົວພັນລະຫວ່າງສອງປະເທດ. ພ້ອມກັນນັ້ນ ພວກເຂົາແມ່ນຕ່າງໜ້າໃຫ້ແກ່ ປະເທດເບວຍ້ຽມ, ໄປສຶກສາຮຳ່ຮຽນ ແລະ ກັບຄືນມາສ້າງສາປະເທດຊາດ ເພື່ອການພັດທະນາຂອງຫວຽດນາມ ແລະ ເພື່ອການພັດທະນາສາຍພົວພັນສອງປະເທດ.

ນອກຈາກໂຄງການຮ່ວມມື ຂັ້ນລັດຖະບານ, ບາງໂຄງການຮ່ວມມື ລະຫວ່າງ ບັນດາມະຫາວິທະຍາໄລຕ່າງໆ ຂອງຫວຽດນາມ ແລະ ເບວຍ້ຽມ ໄດ້ຮັບການຜັນຂະຫຍາຍ ໃນຂອບເຂດການເຄື່ອນໄຫວຮ່ວມມື ມະຫາວິທະຍາໄລປະສົມ. ໃນຕໍ່ໜ້າ ລາຊະອານາຈັກ ເບວຍ້ຽມ ແລະ ບັນດາປະເທດ ເອີລົບ ຈະຮ່ວມມືກັນສ້າງມະຫາວິທະຍາໄລ ເອີລົບ ຢູ່ ສສ ຫວຽດນາມ.

ທ່ານທູດໄດ້ໂອ້ລົມວ່າ ໃນວາລະການເຮັດວຽກ 3ປີ ຢູ່ຫວຽດນາມ ທ່ານກໍ່ໄດ້ມີໂອກາດໄດ້ໄປຢ້ຽມຢາມ ບັນດາແຂວງ, ນະຄອນ ແຕ່ເໜືອຮອດໃຕ້ ແລະ ໄດ້ຊົມຄວາມງາມປະເທດຂອງພວກທ່ານ... ເປັນປະເທດທີ່ມີຄວາມສວຍງາມແທ້ໆ. ຊັບສິນທີ່ມີຄ່າທີ່ສຸດຂອງຫວຽດນາມ ຄື: ຄົນຫວຽດນາມ ເປັນຄົນທີ່ມີຄວາມເຂັ້ມແຂງ ແລະ ມີແນວຄິດບວກ ຫັນໄປສູ່ອານາຄົດ.

ທ່ານທູດດີໃຈ ແລະ ເວົ້າວ່າ: “ຂ້າພະເຈົ້າໂສກເສົ້າຫຼາຍທີ່ຕ້ອງອຳລາພວກທ່ານຢູ່ຫວຽດນາມ ແຕ່ຈາກນີ້ຂ້າພະເຈົ້າຈະໄປປະຈຳຢູ່ ປະເທດ ກູບາ. ທ່ານທຸກຄົນຮູ້ວ່າ ຫວຽດນາມ ແລະ ກູບາ ເປັນສອງປະເທດທີ່ມີສາຍສຳພັນອັນຍາວນານ ສະນັ້ນ ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າພວກທ່ານ ຈະໄປກູບາ ແລະ ຢ້ຽມຢາມຂ້າພະເຈົ້າໃນອານາຄົດໄກ້ໆ”.

ຕ່າງໜ້າໃຫ້ຄະນະປະທານສະຫະພັນມິດຕະພາບ ຫວຽດນາມ ທ່ານຮອງປະທານ ບຸ່ຍຄັກເຊີນ ໄດ້ມອບຫຼຽນກາທີ່ລະລຶກໃຫ້ແກ່ ທ່ານທູດເພື່ອຮັບຮູ້ເຖິງຄວາມມານະພະຍາຍາມ, ການປະກອບສ່ວນຂອງທ່ານທູດເຂົ້າໃນສາຍພົວພັນມິດຕະພາບລະຫວ່າງ ສອງປະເທດ.

ທ່ານ ບຸ່ຍຄັກເຊີນ ໄດ້ອວຍພອນໄຊ ໃຫ້ແກ່ທ່ານທູດ ຈົ່ງມີສຸຂະພານາໄມ ແລະ ຫວັງເປັນຢ່າງຍິ່ງວ່າ ໃນພາລະກິດໃໝ່ຢູ່ປະເທດ ກູບາ ທ່ານທູດຈະປະສົບກັບຜົນສຳເລັດອັນໃໝ່ ແລະ ເຖິງວ່າຈະຢູ່ແຫ່ງຫົນໃດກໍ່ຕາມຂໍໃຫ້ທ່ານທູດຈົ່ງຄິດເຖິງປະຊາຊົນ ແລະ ປະເທດຫວຽດນາມ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.