ກຳມະກອນຫວຽດນາມ ຈະໄດ້ຮັບການຊ່ວຍເຫຼືອດ້ວຍ ເຮລີຄ໋ອບເຕີ້

11:26 | 25/07/2018

ຍ​ສ​ໝ - ຕອນປະມານ 20ໂມງ ຂອງວັນທີ 23 ກໍລະກົດ ອ່າງເກັບນ້ຳ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ເຊິ່ງມວນນ້ຳຫຼາຍກ່ວາ 5 ຕື້ແມັດກ້ອນ ໄຫຼລົ້ນລົງສູ່ພື້ນທີ່ຕ່ຳ ເຂດບ້ານເຮືອນຂອງພໍ່ແມ່ປະຊາຊົນ ປະມານ 6ບ້ານຂອງເມືອງສະໜາມໄຊ ແຂວງອັດຕະປື. ສະຖານະການ ສັນເຂື່ອນຊຸຄັ້ງນີ້ ໄດ້ເຮັດໃຫ້ກຳມະກອນ ສັນຊາດຫວຽດນາມ ຕິດຢູ່ເຂດນັ້ນ.

ກຳມະກອນຫວຽດນາມ ຈະໄດ້ຮັບການຊ່ວຍເຫຼືອດ້ວຍ ເຮລີຄ໋ອບເຕີ້

ຜູ້​ປະ​ສົບ​ໄພ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ.

ກຳ​ມະ​ກອນ​ສັນ​ຊາດ​ຫວຽດ​ນາມ ຕິດ​ຢູ່​ພື້ນ​ທີ່​ປະ​ສົບ​ໄພ , ເຂດສັນ​ເຂື່ອນ​ຊຸ ແມ່ນ​ກຳ​ມະ​ກອນ ຂອງ​ກຸ່ມ​ບໍ​ລິ​ສັດ ຮ່​ວາງ​ແອັງ​ຢາ​ລາຍ.

ກ່າວ​ໂອ້​ລົມ​ກັບ​ນັກ​ຂ່າວ ມື້​ຄືນ​ທີ່​ຜ່ານ​ມາ 24 ກໍ​ລະ​ກົດ ທ່ານ ດ​ວ່ານຫງວຽນດຶກ - ທ່ານ​ດຶກ ( ປະ​ທານ​ບໍ​ລິ​ຫານ ກຸ່ມ​ບໍ​ລິ​ສັດ ຮ​ວ່າງ​ແອັງ​ຢາ​ລາຍ) ໃຫ້​ຮູ້​ວ່າ ເຊົ້າ​ມື້​ວັນ​ທີ 25 ກໍ​ລະ​ກົດ ຈະ​ສັ່ງ​ໃຫ້​ເຮືອ​ບິນ​ເຮ​ລີ​ຄ໋ອບ​ເຕີ້ ເດີນ​ທາງ​ໄປ​ຍັງ ຟາມ ບ່ອນ​ເຮັດ​ວຽກ​ຂອງ ກຳ​ມະ​ກອນ​ຫວຽດ​ນາມ 24 ຄົນ ທີ່​ກຳ​ລັງ​ຕິດ​ຢູ່​ເກີດ​ເຫດ​ໄພ​ພິ​ບັດ​ນີ້. ຈາກນັ້ນ ວັນ​ທີ 25 ກໍ​ລະ​ກົດ ກຳ​ມະ​ກອນ​ທັງ​ໜົດ​ດັ່ງ​ກ່າວ​ຈະ​ໄດ້​ຖືກ​ສົ່ງ​ກັບ​ມາ​ບ້ານ​ເກີດ ຫວຽດ​ນາມ.

ແຂວງ​ອັດ​ຕະ​ປື ເປັນ​ບ່ອນ​ທີ່ ບໍ​ລິ​ສັດ HAGL ລົງ​ທືນ​ຫຼາຍ​ສິບພັນເຮັກ​ຕາ ປູກ​ຕົ້ນ​ຢາງ​ພາ​ລາ ແລະ ເດີ່ນ​ບິນ ມູນ​ຄ່າ 800 ຕື້​ດົ່ງ. ຕາມ​ທ່ານ ​ດືກ ອາ​ນາ​ຄົດ ກຸ່ມ​ບໍ​ລິ​ສັດ ຈະ​ຂື້ນ​ແຜນ-ມາດ​ຕະ​ການ ປະ​ສານ​ສົມ​ທົບ ອົງ​ການ​ອຳ​ນາດ​ການ​ປົກ​ຄອງ ຂອງ​ລາວເຂົ້າ​ຮ່ວມ​ໃນ​ການ​ຊ່ວຍ​ກູ້​ໄພເມື່ອ​ມີ​ຄວາມ​ຈຳ​ເປັນ.

ຕອນ​ປະ​ມານ 20ໂມງ, ຂອງວັນ​ທີ 23 ກໍ​ລະ​ກົດ ອ່າງ​ເກັບ​ນ້ຳ ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍແຕກ​ ເຊິ່ງມວນ​ນ້ຳ​ຫຼາຍ​ກ່​ວາ 5 ຕື້​ແມັດ​ກ້ອນ ໄຫຼ​ລົ້ນ​ລົງ​ສູ່​ພື້ນ​ທີ່​ຕ່ຳ​-ເຂດ​ບ້ານ​ເຮືອນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ ປະ​ມານ 6ບ້ານ ​ຂອງ​ເມືອງ​ສະ​ໜາມ​ໄຊ ແຂວງ​ອັດ​ຕະ​ປື.

ຫ້ອງ​ການ​ ຄະ​ນະ​ກຳ​ມາ​ທິ​ການ​ ຄົ້ນ​ຫາ-ກູ້​ໄພ ແຫ່ງ​ຊາດ ໄດ້​ໃຫ້​ຮູ້​ວ່າ​ເຫດ​ການ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ 70ຄົນ, ສູນ​ຫາຍ​ອີກກວ່າ 200ຄົນ, ຊັບ​ສິນ​ເຮືອນ​ຊານ​ບ້ານ​ຊ່ອງ​ແມ່ນ​ຖືກ​ຊຸ​ໄປ​ຕາມ​ນ້ຳ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ. ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ລາວ​ໄດ້​ປຸກ​ລະ​ດົມ​ຂົນ​ຂວາຍ ທະ​ຫານ​ຢູ່ ກອງ​ພົນ ແລະ ກອງ​ພັນປະ​ມານ 200ຄົນ ເຂົ້າ​ໃນ​ການ​ຊ່ວຍ​ເຫຼືອ​ໃນ​ຄັ້ງ​ນີ້.

ໃນ​ຄະ​ນະ​ດຽວ​ກັນ ຕາມ​ການ​ລາຍ​ງານ​ຂ່າວຈາກ ສະ​ຖານ​ກົງ​ສຸນ​ຫວຽດ​ນາມ ທີ່​ປາກ​ເຊ ໃຫ້​ຮູ້​ວ່າ: ເຫດ​ການ​ສັນ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍຊຸ​ຄັ້ງ​ນີ້ຍັງ​ບໍ່​ທັນ​ສາ​ມາດ​ທີ່​ຈະ​ລະ​ບຸ​ໄດ້​ຕົວ​ເລກ​-ສະ​ຖິ​ຕິ ຢ່າງ​ຊັດ​ເຈນ​ກ່ຽວ​ກັບຜູ້​ເສຍ​ຊີ​ວິດ ແລະ ສູນ​ຫາຍ ແລະ​ຍັງ​ບໍ່​ທັນ​ມີ​ລາຍ​ງານ​ວ່າ​ມີ​ຄົນ​ຫວຽດ​ນາມ​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ທີ່​ປະ​ສົບ​ໄພ​.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.