ງານຄອນເສີດ ຫວຽດນາມ - ຍີ່ປຸ່ນ ເຊີດຊູຄວາມງາມວັດທະນະທໍາ ອາຊີີຕາເວັນອອກ

15:16 | 10/09/2018

ຍສໝ - ຕອນຄໍ່າວັນທີ 9 ກັນຍາ, ທີ່ຫໍວັດທະນະທໍາມິດຕະພາບຮ່າໂນ້ຍ, ງານຄອນເສີດ ຫວຽດນາມ - ຍີ່ປຸ່ນ ໄດ້ຈັດຕັ້ງຂຶ້ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ຍີ່ປຸ່ນ (1973 – 2018). ງານຄອນເສີີດ ຫວຽດນາມ - ຍີ່ປຸ່ນ ຈັດຂື້ນໂດຍ ສະຖານີໂທລະພາບຫວຽດນາມ ສົມທົບກັບ ກະຊວງການຕ່າງປະເທດ ແລະ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ, ເຊິ່ງໄດ້ຮັບການກໍາກັບ ແລະ ຜະລິດ ໂດຍ ພະແນກ ສິລະປະວັນນະຄະດີ - ໂທລະພາບຫວຽດນາມ.

ງານຄອນເສີດ ຫວຽດນາມ - ຍີ່ປຸ່ນ ເຊີດຊູຄວາມງາມວັດທະນະທໍາ ອາຊີີຕາເວັນອອກ

ງານ ຄອນເສີດ ຫວຽດນາມ - ຍີ່ປຸ່ນ. (ພາບ: TTXVN)

ເຂົ້າຮ່ວມລາຍການ, ຝ່າຍຫວຽດນາມ ມີທ່ານ ຟ້າມມິງຈິ໋ງ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ - ຍີ່ປຸ່ນ; ທ່ານພົນໂທ ໂຕເລິມ, ກໍາມະການກົມການເມືອງ, ລັດຖະມົນຕີກະຊວງຕໍາຫຼວດ ພ້ອມດ້ວຍຜູ້ຕາງໜ້າການນໍາບັນດາກະຊວງ, ຂະແໜງການ... ສ່ວນຝ່າຍຍີ່ປຸ່ນ ມີທ່ານ Ryotaro Sugi ເອກອັກຄະລັດຖະທູດພິເສດຍີ່ປຸ່ນ - ຫວຽດນາມ, ຫວຽດນາມ - ຍີ່ປຸ່ນ; ທ່ານ Umeda Kunio ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມຍີ່ປຸ່ນ ປະຈໍາ ຫວຽດນາມ...

ງານ ຄອນເສີດ ຫວຽດນາມ - ຍີ່ປຸ່ນ ແມ່ນລາຍການພົບປະແລກປ່ຽນສະແດງສິລະປະ ເພື່ອແນໃສ່ ເຊີດຊູບັນດາຄວາມງາມຂອງວັດທະນະທໍາ ອາຊີຕາເວັນອອກ ທີ່ເປັນມູນເຊື້ອຂອງສອງປະເທດ ໄດ້ປະສານກົມກ່ຽວກັນ ໃນຕະຫຼອດ 45 ປີ ຜ່ານມາ ດ້ວຍເນື້ອໃນຈິດໃຈມຸ່ງໄປເຖິງການຮ່ວມມື ເພື່ອໂລກ ແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພ້ອມກັນພັດທະນາ. ງານຄອນເສີີດ ຫວຽດນາມ - ຍີ່ປຸ່ນ ໄດ້ເຕົ້າໂຮມບັນດານັກຮ້ອງ ແລະ ບົດເພງທີ່ໂດງດັງຂອງຫວຽດນາມ ແລະ ຍີ່ປຸ່ນ.

ທີ່ເຫດການ, ທ່ານ ເລຮວ່າຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ທ່ານ Ryotaro Sugi ເອກອັກຄະລັດຖະທູດພິເສດຍີ່ປຸ່ນ - ຫວຽດນາມ, ຫວຽດນາມ - ຍີ່ປຸ່ນ ໄດ້ພ້ອມກັນຮັບຮູ້ວ່າ: ຄວາມຄ້າຍຄືກັນດ້ານວັດທະນະທໍາ, ບັນດາສາຍກ່ຽວພັນໃນປະຫວັດສາດແມ່ນພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາສາຍພົວພັນລະຫວ່າງສອງປະເທດ. ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ໄດ້ມີການເຄື່ອນໄຫວສະເຫຼີມສະຫຼອງທີ່ມີຄວາມໝາຍຫຼາຍຢ່າງໄດ້ຮັບການຈັດຕັ້ງຢູ່ສອງປະເທດ, ໃນນັ້ນມີງານຄອນເສີດຫວຽດນາມ - ຍີ່ປຸ່ນ ຢູ່ຫວຽດນາມ. ນີ້ແມ່ນເຫດການທີ່ເຮັດໃຫ້ຄວາມສະໜິດຕິດພັນເລິກເຊິ່ງກວ່າ, ເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງປະເທດ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ - ຍີ່ປຸ່ນ.

ທີ່ງານຄອນເສີດ, ທ່ານ ເລແຄ໋ງຫາຍ ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ໄດ້ມອບຫຼຽນກາທີ່ລະນຶກ; ທ່ານ ເຈິ່ນບິ່ງມິງ ຜູ້ອໍານວຍການໃຫຍ່ສະຖານີໂທລະພາບຫວຽດນາມ ແລະທ່ານ ເລຮວ່າຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມອບຂອງຂວັນທີ່ລະນຶກໃຫ້ບັນດານັກສິລະປິນຍີ່ປຸ່ນ ທີ່ເຂົ້າຮ່ວມລາຍການ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.