ການສະແດງຕຸກຕານຳ້ ຂອງຫວຽດນາມ ກຽມ ຈະ ກາງປີກ ບິນໄປ ອິດຕາລີ

15:38 | 11/09/2018

ຍສໝ - ນັກສິນລະປະກອນ ບັນຄັບຫຸ່ນຕຸກກະຕານຳ້ ຟານແທັງ ລຽມ ທີ່ດົ່ງດັງ ດ້ວຍ ຕຸກກະຕາຈຳລອງ ໂຮງລະຄອນຂະໜາດນ້ອຍ ກຳລັງຈະເດີນທາງໄປ ປະເທດ ອິດຕາລີ ເພື່ອເຂົ້າຮ່ວມ ງານໂຮມຊຸມນຸມ ຕາເວັນອອກ ທີຈະຈັດຂື້ນໃນ ເດືອນ ກັນຍານີ້

ການສະແດງຕຸກຕານຳ້ ຂອງຫວຽດນາມ ກຽມ ຈະ ກາງປີກ ບິນໄປ ອິດຕາລີ

ຊາວຕ່າງຊາດໃຫ້ຄວາມສົນໃຈໃນການສະແດງອັນເປັນເອກກະລັກນີ້.

ງານໂຮມຊຸມນຸມຕາເວັນອອກ ຄັ້ງທີ 39 ຈະຈັດຂື້ນໃນວັນ 14-16 ກັນຍາ ຢູ່ ແຂວງ ນາໂປລີ , ຄັ້ງທີ 40 ຈະ ຈັດຂື້ນຢູ່ ນະຄອນ Brescia ແຕ່ວັນທີ 20-30 ກັນຍາ. ນັກບັງຄັບຫຸ່ນ ຟານແທັງ ລຽມ ໃຫ້ຮູ້ວ່າ: ດ້ວຍໂຮງລະຄອນຂະໜາດນ້ອຍ ນີ້ ລາວຈະນຳການສະແດງ ໄປສູ່ງານໂຮມຊຸມນຸມ ຕາເວັນອອກ ດ້ວຍລາຍງານສະແດງຕຸກກະຕານຳ້ທີ່ເກົ່າແກ່ເຊິ່ງໄດ້ຮັບການຄັດເລືອກຄື: ຈູ໋ເຕ໋ວ(ເດັກນ້ອຍຫວຽດນາມ), ເຊີດມັງກອນ, ເດັກນ້ອຍລ້ຽງຄວາຍ, ກົບນ້ອຍ, ຈັບເປັດ, ຫາປາ, ແຫ່ໄຫວ້ບັນພະບູລຸດ, ເຊີດສິງໂຕ, ເລເລີ້ຍມອບດາບ,ດ , ແຂ່ງເຮືອ,... ພິເສດແມ່ນນຳເອົາລາຍການໃໝ່ກ່ຽວກັບວັດທະນະທຳການຈໍລະຈອນ ນຳສະເໜີ ຢູ່ ອິດຕາລີ.

ການສະແດງຕຸກຕານຳ້ ຂອງຫວຽດນາມ ກຽມ ຈະ ກາງປີກ ບິນໄປ ອິດຕາລີ

ສິນລະປະກອນບັງຄັບຕຸກກະຕານຳ້ ຟານແທັງ ລຽມ ຈະນຳເອົາວັດທະນະທຳ ບັງຄັບຕຸກກະຕານຳ້ໄປສະແດງຢູ່ ປະເທດ ອິດຕາລີ.

ງານໂຮມຊຸມນຸມ ຕາເວັນອອກ ຈະເຕົ້າໂຮມເອົາບັນດາພື້ນຖານວັດທະນະທຳ ຈາກ ທະວີບອາຊີມາພົບກັນຄື: ອິນເດຍ, ຈີນ, ຍີປຸ່ນ, ໄທ, ເກົາຫຼີໃຕ້, ອິນໂດເນເຊຍ, ມາເລເຊຍ ຫວຽດນາມ, ບັງກຣາເດັດ, ມົງໂກນ, ເນປານ, ສີລັງກາ, ມຽນມາ, ຕິເບດ... ໃນງານຍັງມີຫຼາຍກິດຈະກຳທີ່ຫຼາກຫຼາຍເປັນຕົ້ນແມ່ນ ງານວາງສະແດງຮູບພາບ, ເປີດຫ້າງຮ້ານອາຫານເອກກະລັກປະຈຳຊາດ, ການສະແດງພິທີກຳທາງສາດສະໜາອັນເກົ່າແກ່, ລາຍການພື້ນບ້ານ, ການສະແດງດົນຕີ, ເຕັ້ນ, ສິນລະປະປ້ອງກັນຕົວອັນເກົ່າແກ່, ໂຍຄະ,...

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.