ການນຳອັນດັບສູງຂອງ ຫວຽດນາມ ເຂົ້າວາງດອກໄມ້ ທີ່ສຸສານ ປະທານໂຮ່ຈິມິງ ເນື່ອງໃນ ຄົບຮອບ 73ປີ

08:22 | 01/09/2018

ຍສໝ - ຕອນເຊົ້າວັນທີ 31 ສິງຫາ, ຄະນະຜູ້ແທນ ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ, ປະທານສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາ ທີ່ສຸສານ ປະທານໂຮ່ຈິມິງ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 73 ປີ (02/09/1945–02/09/2018).

ການນຳອັນດັບສູງຂອງ ຫວຽດນາມ ເຂົ້າວາງດອກໄມ້ ທີ່ສຸສານ ປະທານໂຮ່ຈິມິງ ເນື່ອງໃນ ຄົບຮອບ 73ປີ

ຄະນະຜູ້ແທນ ການນຳ ແລະ ອະດີດການນຳຂອງພັກ-ລັດ ຫວຽດນາມ ຢືນໄຫວ້ອາໄລ ຕໍ່ໜ້າສຸສານ ປະທານ ໂຮ່ຈີ໋ມິງ.

ເຂົ້າຮ່ວມພິທີມີ: ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວ໋ຽນຝູຈ້ອງ; ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ, ທ່ານ ນົງດຶກແມ້ງ; ທ່ານປະທານປະເທດ ເຈີ່ນດ້າຍກວາງ; ທ່ານອະດີດປະທານປະເທດ ເຈີ່ນດຶກເລືອງ; ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ; ທ່ານອະດີດນາຍົກລັດຖະມົນຕີ ຫງວຽນເຕີນຢຸງ; ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ; ອະດີດປະທານສະພາແຫ່ງຊາດ ຫງວຽນວັນອານ; ທ່ານປະທານສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທງເໝີນ.

ພ້ອມກັນເຂົ້າຮ່ວມມີບັນດາການນຳ, ອະດີດການນຳພັກ-ລັດ; ບັນດາກຳມາທິການກົມການເມືອງ, ເລຂາສູນກາງພັກ, ຮອງປະທານປະເທດ, ຮອງນາຍົກລັດຖະມົນຕີ, ຮອງປະທານສະພາແຫ່ງຊາດ; ບັນດານັກປະຕິວັດຜູ້ອະວຸໂສ ແລະ ການນຳບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງຂັ້ນສູນກາງ.

ພວງມາລາຂອງຄະນະມີແຖວໜັງສືຂຽນວ່າ “ສະແດງຄວາມຮູ້ບຸນຄຸນປະທານໂຮ່ຈິມິນຜູ້ຍິ່ງໃຫຍ່ຕະຫຼອດໄປ”. ດ້ວຍຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ບັນດາການນຳພັກ, ລັດໄດ້ກົມຫົວໄວ້ອາໄລຫາປະທານໂຮ່ຈິມິນ, ເຊິ່ງເປັນຜູ້ນຳທີ່ມີຄວາມເກັ່ງກ້າສາມາດ, ນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທຳທີ່ມີຊື່ສຽງໃນໂລກ.

ຕໍ່ຈາກນັ້ນ ບັນດາຄະນະຜູ້ແທນ ພາກສ່ວນຕ່າງໆກໍ່ເຂົ້າວາງພວງມາລາ ໄຫວ້ອາໄລປະທານໂຮ່ຈິມິງ ຕາມລຳດັບ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.