ວິໄສທັດອັນກ້ວາງໄກ ຂອງ ທ່ານປະທານ ໂຮ່ຈິ໋ມິງ

09:08 | 01/09/2018

ຍສໝ - ເດືອນສິງຫາຂອງ 73 ປີກ່ອນນີ້, ທົ່ວປວງຊົນທັງຊາດຫວຽດນາມ ໄດ້ມີຄວາມຟົດຟື້ນມ່ວນຊື່ນຕໍ່ຄວາມເອກອ້າງທະນົງໃນທີ່ລົ້ນເຫຼືອ ເມື່ອປະເທດຊາດໄດ້ຫຼຸດພົ້ນອອກຈາກແອກຂ້າທາດ ແລະຊີວິດການເປັນຢູ່ທີ່ລໍາບາກກາກກໍາ. ນັບແຕ່ນັ້ນມາ, ປະຊາຊົນໄດ້ມີເອກະລາດ - ມີຄວາມເສລີພາບ ເພື່ອສ້າງສາປະເທດຊາດ, ສ້າງສາບ້ານເກີດເມືອງນອນ ແລະ ສ້າງຄອບຄົວຂອງຕົນໃຫ້ມີຄວາມອົບອຸ່ນ.

ເດືອນສິງຫາ ປີ 1945, ປະຊາຊົນຫວຽດນາມ ໄດ້ປະຕິບັດສໍາເລັດພາລະກິດແຫ່ງການລຸກຮື້ຂຶ້ນການປະຕິວັດເດືອນສິງຫາໃນທົ່່ວປະເທດ, ມ້າງທໍາລາຍແອກຄອບຄອງຂອງພວກລ່າເມືອງຂຶ້ນ ແລະສັກດີນາ, ສ້າງບາດລ້ຽວສໍາຄັນ ແລະ ເປີດສັງກາດໃໝ່ໃຫ້ແກ່ຊາຕະກໍາປະຫວັດສາດແຫ່ງຊາດ. ນັ້ນແມ່ນໝາກຜົນຂອງວິວັດການຕໍ່ສູ້, ການປະຕິວັດອັນຢືດເຍື້ອຍາວນານ, ທຸກຍາກລໍາບາກ ແລະອົງອາດກ້າແກ່ນຂອງປະຊາຊົນຫວຽດນາມ ພາຍໃຕ້ການຊີ້ນໍານໍາພາອັນປີຊາສາມາດຂອງ ພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈີມິນ. ໄຊຊະນະດັ່ງກ່າວ ບໍ່ພຽງແຕ່ມີຄວາມໝາຍສໍາລັບຊາດຫວຽດນາມເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນຂະບວນການປະຕິວັດຂອງຊາດ ປະຊາທິປະໄຕໃນໂລກອີກດ້ວຍ.


ວິໄສທັດອັນກ້ວາງໄກ ຂອງ ທ່ານປະທານ ໂຮ່ຈິ໋ມິງ

ພາບປະກອບ.

ຜົນງານແຫ່ງການພັດທະນາຂອງຫວຽດນາມ ແມ່ນການສຸມແຮງງານຂອງປະຊາຊົນພາຍໃຕ້ການນໍາພາຂອງພັກ

ພາຍຫຼັງບັນດາການຕໍ່ຕ້ານຕ້ານສັດຕູຜູ້ຮຸກຮານ ແລະ ພາຍຫຼັງ 30 ປີແຫ່່ງການປ່ຽນແປງໃໝ່, ປະເທດຫວຽດນາມ ຍາດໄດ້ບັນດາໄຊຊະນະຍິ່ງໃຫຍ່ ແລະ ມີຄວາມໝາຍປະຫວັດສາດໃນທຸກຂົງເຂດ ການເມືອງ, ເສດຖະກິດ, ວັດທະນະທໍາ, ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ, ການກໍ່ສ້າງພັກ, ສ້າງສາລັດແຫ່ງອໍານາດນິຕິບັນຍັດສັງຄົມນິຍົມ... ລະບົບການເມືອງ ແລະ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ກໍໄດ້ຮັບການປັບປຸງ ແລະ ເພີ່ມທະວີຂຶ້ນ. ດ້ານການເມືອງ, ສັງຄົມ ມີສະຖຽນລະພາບ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ. ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຍົກສູງຂຶ້ນ, ບັນຍາກາດປະຊາທິປະໄຕໃນສັງຄົມນັບມື້ນັບໄດ້ເສີມຂະຫຍາຍ, ວັດທະນະທໍາ - ສັງຄົມກໍຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ຈາກປະເທດໜຶ່ງທີ່ບໍ່ໄດ້ລະບຸຊື່ໃນແຜນທີ່ສາກົນ, ມາຮອດປັດຈຸບັນ ຫວຽດນາມ ໄດ້ມີການພົວພັນທາງການທູດກັບກວ່າ 180 ປະເທດ ຢູ່ບັນດາທະວີບທັງໝົດ; ເຂົ້າຮ່ວມບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນເກືອບທັງໝົດ ແລະ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ດ້ວຍອິດທິພົນຊື່ສຽງ, ທີ່ຕັ້ງນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ສິ່ງດັ່ງກ່າວທັງໝົດນັ້ນ ແມ່ນສິ່ງພິສູດໃຫ້ເຫັນຄຸນຄ່່າຕ່າງໆຂອງການປະຕິວັດເດືອນສິງຫານໍາມາໃຫ້; ພ້ອມທັງແມ່ນພະຍານຫຼັກຖານທີ່ເຫັນແຈ້ງທີ່ສຸດ, ຖືກຕ້ອງທີ່ສຸດ ເພື່ອປະຕິເສດທຸກຖ້ອຍທໍານອງເສກສັນປັ້ນແຕ່ງ ແລະ ປະຕິເສດບົດບາດຊີ້ນໍານໍາພາຂອງພັກກອມມູນິດຫວຽດນາມ ໃນການນໍາພາພັດທະນາປະເທດຊາດໃນປັດຈຸບັນ.

ຍິ່ງກວ່າໃຜໝົດ, ປະຊາຊົນຫວຽດນາມ ແມ່ນຜູ້ມີຄວາມເຂົ້າໃຈແຈ້ງກ່ຽວກັບຄຸນຄ່າ, ຄວາມໝາຍອັນໃຫຍ່ຫຼວງຂອງການປະຕິວັດເດືອນສິງຫາ ສຳລັບຊາຕະກຳປະຫວັດສາດຂອງຊາດ. ການປະຕິວັດເດືອນສິງຫາ ແມ່ນການສຸມກຳລັງແຮງຊົນຊາດ, ກຳລັງແຮງຂອງຍຸກສະໄໝ, ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ແມ່ນການສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດຂອງນ້ຳໃຈຮັກຊາດ, ນ້ຳໃຈຊົນຊາດ, ຄວາມສາມັກຄີເປັນເອກະພາບໃນປະຊາຊົນພາຍໃຕ້ການຊີ້ນຳນຳພາອັນສະຫຼາດສ່ອງໄສຂອງພັກກອມມູນິດຫວຽດນາມ ແລະ ຂອງປະທານໂຮ່ຈິມິນ. ປະຊາຊົນຫວຽດນາມ ກໍ່ມີຄວາມເຂົ້າໃຈແຈ້ງກ່ຽວກັບບົດບາດທີ່ບໍ່ອາດປ່ຽນແປງໄດ້ຂອງພັກກອມມູນິດຫວຽດນາມ ໃນເລື່ອງນຳປະເທດໃຫ້ພັດທະນາ ແລະ ເຊື່ອມໂຍງເຂົ້າກັບໂລກ. ເລື່ອງປະຕິເສດບັນດາຄຸນຄ່າຂອງການປະຕິວັດເດືອນສິງຫາ 1945, ປະຕິເສດບັນດາຜົນງານຂອງປະເທດຫວຽດນາມ ນັ້ນແມ່ນການປະຕິເສດການເສຍສະຫຼະ, ການສູ້ຊົນ, ສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງຊາວຫວຽດນາມ ລຸ້ນຕ່າງໆ. ສິ່ງດັ່ງກ່າວກໍ່ໝາຍຄວາມວ່າ, ໄດ້ປະຕິເສດບົດບາດຊີ້ນຳນຳພາທີ່ບໍ່ອາດປ່ຽນແປງໄດ້ຂອງພັກກອມມູນິດຫວຽດນາມ ຕໍ່ການປະຕິວັດຫວຽດນາມ.

ນ້ຳໃຈຮັກຊາດ ແລະ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດແມ່ນບໍ່ມີວັນປ່ຽນແປງ

ສຳລັບປະຊາຊົນຮັກຊາດດ້ວຍຄວາມຈິງໃຈຂອງແຕ່ລະຄົນນັ້ນ, ຕາມສະພາບຕົວຈິງແລ້ວ ບັນດາຄຳຮຽກຮ້ອງການແຫ່ຂະບວນປະທ້ວງເນື່ອງໃນໂອກາດວັນຊາດທີ 2 ກັນຍາ ໃນແຕ່ລະປີ ໄດ້ສະແດງໃຫ້ເຫັນວ່າ ບໍ່ມີຍາມໃດ ທີ່ບັນດາຄຳຮຽກຮ້ອງໃນການແຫ່ຂະບວນປະທ້ວງ ນຳມາໃຫ້ປະເທດຊາດສິ່ງດີງາມ,ຫາກພຽງແຕ່ແມ່ນການຫລອກລວງ, ປຸກປັ່ນກໍ່ກວນຍຸແຍ່, ກໍ່ໃຫ້ເກີດສິ່ງຊົ່ວຮ້າຍ, ກົດໜ່ວງທ່ວງດຶງການພັດທະນາຂອງປະເທດຊາດ, ກໍ່ຜົນສະທ້ອນບໍ່ດີຕໍ່ຮູບພາບກ່ຽວກັບປະເທດ ຫວຽດນາມ ສັນຕິພາບ, ສະໜິດສະໜົມ, ປອດໄພໃນສາຍຕາຂອງແຂກທ່ອງທ່ຽວ ແລະ ເພື່ອນມິດສາກົນ. ບັນດາຄຳຮຽກຮ້ອງ “ການແຫ່ຂະບວນປະທ້ວງຄັ້ງໃຫຍ່ນັ້ນ” ເຖິງວ່າມີກົນອຸບາຍບໍ່ດີກໍ່ຕາມ ແຕ່ສຸດທ້າຍກໍ່ຖືກປະລາໄຊຕໍ່ໜ້າກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ, ຄວາມເປັນເຈົ້າການ, ທອດຖອນໄດ້ບົດຮຽນຢ່າງທັນການພາຍຫລັງກົນອຸບາຍ, ເລ່ຫຼ່ຽມທີ່ໄດ້ເກີດຂຶ້ນຢູ່ແຂວງ ບີງທ້ວນ ແລະ ບາງແຂວງ, ນະຄອນໃນໄລຍະຜ່ານມາ.

ອຳນາດການປົກຄອງຂັ້ນຮາກຖານ ແລະ ປະຊາຊົນ ຫວຽດນາມ ທຸກຖວນໜ້າກໍ່ເປັນເຈົ້າການ, ພົບເຫັນຢ່າງທັນການ, ແກ້ໄຂຢ່າງຂ້ຽວຂາດ, ທັບມ້າງທຸກກົນອຸບາຍເລ່ຫຼ່ຽມຂອງພວກຄົນບໍ່ດີທີ່ມີຄວາມຫວັງຢາກເຮັດໃຫ້ສື່ສັງຄົມອອນລາຍກາຍເປັນບ່ອນແຜ່ຂະຫຍາຍ, ປຸກປັ່ນຍຸແຍ່ການແຫ່ຂະບວນປະທ້ວງ. ຕໍ່ກັບເປົ້າໝາຍທີ່ເປັນຫົວໂປ່ທີ່ຮຽກຮ້ອງ ແລະ ກະກຽມການແຫ່ຂະບວນປະທ້ວງ, ບັນດາມາດຕະການແກ້ໄຂຈະໄດ້ຮັບການປະຕິບັດ ເພື່ອຮັກສາຊີວິດການເປັນຢູ່ຂອງປະຊາຊົນໃຫ້ສະຫງົບສຸກໃນວັນບຸນເອກະລາດທີ່ເຕັມໄປດ້ວຍຄວາມໝາຍນີ້. ປະຊາຊົນ ຫວຽດນາມ ຖວນໜ້າ ຈະສາມັກຄີກັນ ເພື່ອປົກປັກຮັກສາຜົນງານອັນຍິ່ງໃຫຍ່ຂອງການປະຕິວັດເດືອນສິງຫາ ແລະ ພາລະກິດປ່ຽນແປງໃໝ່ປະເທດຊາດໃນປັດຈະບັນ ./.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.