ລາຍການ "ການເດີນທາງອັນຍາວໄກແຕ່ເໜືອຮອດໃຕ້" ໄດ້ອອກສາຍທາງຊ່ອງ VTV ຢ່າງເປັນທາງການ

13:42 | 16/07/2018

ຍ​ສ​ໝ - ດ້ວຍແນວຄິດ ທີ່ຢາກແນະນຳບັນດາສະຖານທີ່ທ່ອງທ່ຽວ ອັນໜ້າດຶງດູດຂອງປະເທດ ລຽບຕາມເສັ້ນທາງ ລົດໄຟ ເໜືອຫາໃຕ້, ໜຶ່ງໃນເສັ້ນທາງລົດໄຟທີ່ເກົ່າແກ່ທີ່ສຸດໃນໂລກ ສ້າງຂື້ນໃນທ້າຍສັດຕະວັດທີ XIX, ນັບແຕ່ນີ້ເປັນຕົ້ນໄປ (16/7/2018), ສະຫະບໍລິສັດ ລົດໄຟ ຫວຽດນາມ ໄດ້ສົມທົບກັບ ສູນຂ່າວສານ VTV24-ສະຖານນີໂທລະພາບຫວຽດນາມ ຜລິດ ແລະ ພັດທະນາ ລາຍງານທ່ອງທ່ຽວລະນຶກ ຊອກຮູ້ວັດທະນະທຳເຂດແຄ້ວນຕ່າງໆ "ການເດີນທາງອັນຍາວໄກແຕ່ເໜືອຮອດໃຕ້"

ລາຍການ

ຂະ​ບວນ​ລົດ​ໄຟ​ທີ່​ຈະ​ນຳ​ພາ​ນັກ​ທ່ອງ​ທ່ຽ​ວ ຊອກ​ຮູ້​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ ຂອງ​ແຕ່​ລະ​ເຂດ​ແຄ້ວນ​ທີ່​ລົດ​ໄຟ​ຜ່ານ​ແລະ​ຢຸດ​ຈອ​ດ.

​"ການ​ເດີນ​ທາງ​ອັນ​ຍາວ​ໄກ​ແຕ່​ເໜືອ​ຮອດ​ໃຕ້" ຈະ​ແດງ​ອອກ​ຜ່ານ​ບັນ​ດາ​ເລື່ອງ​ເລົ່າ​ຂອງ​ບັນ​ດາ​ຜູ້​ຄົນ​ທີ່​ເຄີຍ​ຜ່ານ ແລະ ບັນ​ດາ​ນັກ​ປະ​ພັນ, ນັກ​ກະ​ວີ, ຜູ້​ຊ່ວຍ​ຊານ​ດ້ານ​ວັດ​ທະ​ນະ​ທຳ, ລາຍ​ການຈະ​ແຕ່ງ​ແຕ້ມ ເອກ​ກະ​ລັກ​ທາງ​ດ້ານ​ວັດ​ທະ​ນະ​ທຳ ເຂດ​ແຄວ້ນ​ບ່ອນ​ທີ່​ລົ​ດ​ໄຟ​ແລ່ນ​ຜ່ານ ແລະ ຢຸດ​ຈອດ.

ຄວາມ​ຮູ້​ສືກ​ລະ​ນືກ​ເຖິງ ແລະ ຮູບ​ພາບ​ທີ່​ປະ​ທັບ​ໃຈ​ຂອງ​ປະ​ເທດ ແມ່ນ​ປັດ​ໃຈ​ສຳ​ຄັນ ຈູງ​ໃຈ​ນັກ​ທ່ອງ​ທ່ຽວ​ໃໝ່ໆ ແລະ ທ່ານ​ຜູ້​ຊົມ ໃນ​ເສັ້ນ​ທາງ​ທ່ອງ​ທ່ຽວ​ດ້ວຍ​ລົດ​ໄຟ ຍ້ອນ​ວ່າ​ເມື່ອ​ກ່າວ​ເຖິງ​ລົດ​ໄຟ​ແລ້ວ​ແມ່ນ​ກ່າວ​ເຖິງ​ຄວາມ​ຫຼັງ​ອັນ​ຫອມ​ຫວານ​ທີ່​ສຸດ.

ລາຍການ

ລາຍ​ການ​ມີ 52 ຕອນ​ເຊິ່ງ​ຈະ​ອອກ​ອາ​ກາດ​ໃນ້​ມື້ນີ້ 16 ກໍ​ລະ​ກ​ົດ.

ລ​າຍ​ການນີ້​ມີ 52 ຕອນ​ຈະ​ໄດ້​ອອກ​ອາ​ກາດ​ທຸກ​ໆ​ອາ​ທິດ ແມ່ນ​ບັນ​ດາ​ເລື່ອງ​ລາວ​ປະ​ຫວັດ​ສາດ-ວັດ​ທະ​ນ​ະ​ທຳ ອັນ​ດູດ​ດື່ມ ແມ້​ກະ​ທັ້ງ​ນັກ​ທ່ອງ​ທ່ຽວ​ທີ່​ຄຸ້ນ​ເຄີຍ​ກັບ​ຈຸດ​ຢຸດ​ຈອດ​ຂອງ​ຂະ​ບວນ​ລົດ​ໄຟ​ຍັງ​ບໍ່​ແນ່​ວ່າ​ຈະ​ຈື່​ໄດ້.

ຈະ​ເປັນ​ໜ້າ​ທີ່​ສົນ​ໃຈ​ຫຼາຍ​ຖ້າ​ນັກ​ທ່ອງ​ທ່ຽວ​ຮູ້​ໄດ້​ວ່າ ເກີ້ມ​ຢາງ ບົນ​ເສັ້ນ​ທາງ​ລົດ​ໄຟ​ ຖ້ຽວ ຮ່າ​ໂນ້ຍ-ຫ໋າຍ​ຟ່ອງ ບໍ່​ເປັນ​ພຽງ​ແຕ່​ຂົວ​ຕໍ່​ພາ​ນັກ​ທ່ອງ​ທ່ຽວ​ໄປ​ຊອກ​ຮູ້​ພະ​ຈົນ​ໄພ ຫ໋າຍ​ເຢືອງ ດ້ວຍ​ສະ​ຖານ​ທີ່​ທຳ​ມະ​ຊາດ ໂກນ​ເຊີນ-ກ໋ຽ​ບ​ບາກ, ເກາະ​ ກໍ່​ຈີ​ລັງ​ນາມ ແຕ່​ຍັງ​ຍັງ​ແມ່ນ​ສະ​ຖານ​ນີ​ລົດ​ໄຟ​ທີ່​ຍັງ​ຄົງ​ສະ​ພາບ​ເດີມ ໃນ​ບົດ​ປະ​ພັນ​ທີ່​ພ​ວກ​ເຮົາ​ຮູ້​ດີ ວ່າ​ເປັນ​ສະ​ຖານ​ນີ​ລົດ​ໄຟ​ຂອງ​ສອງ​ເອື້ອຍ​ນ້ອງ ລຽນ​ອານ ໃນ​ບົດ​ປະ​ພັນ "ເດັກ​ນ້ອຍ​ສອງ​ຄົນ" ຂອງ​ນັກ​ປະ​ພັນ ແທັກ​ລາມ.

ລາຍການ

ລາຍ​ການ "ການ​ເດີນ​ທາງ​ອັນ​ຍາວ​ໄກ​ແຕ່​ເໜືອ​ຮອດ​ໃຕ້" ຈະອອກ​ອາ​ກາດ ຕອນ 20ໂມງ05ນາ​ທີ , ວັນ​ຈັນ​ຂອງ​ທຸກ​ອາ​ທິດ ທາງ​ຊ່ອງ VTV1 ແລະ 6ໂມງ50ນາ​ທີ, ວັນ​ຄານ ທຸກ​ທິດ​ທາງ​ຊ່ອງ VTV3.

ນອກນີ້ ພາກ​ສ່ວນ​ຂໍ້​ມູນ​ທີ່​ເປັນ​ປະ​ໂຫຍດ ລາຍ​ການ​ໂທ​ລະ​ທັດ​ກໍ່​ຈະ​ເອົາ​ໃຈ​ໃສ່​ເຮັດ​ໃຫ້​ຜູ້​ຊົມ ຂື້ນ​ແຜນ​ການ​ເດີ່ນ​ທາງ​ທ່ອງ​ທ່ຽວ​ຂອງ​ຕົນ​ໄດ້​ງາຍ​ດາຍ ຕາມ​ແຕ່​ລະ​ໄລ​ຍະ​ໃນ​ປີ​. ນັບ​ຕັ້ງ​ແຕ່ ທົວ​ການ​ທ່ອງ​ທ່ຽວ​ດ້ວຍ​ລົດ​ໄຟ 5 ດາວ "Amazing Rail Tour" ເລີ່ມ​ໃຫ້​ບໍ​ລິ​ການ 10 ຂະ​ບວນ ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ຄົ້ນ​ຫາ ພະ​ຈົນ​ໄພ​ດ້ວຍ​ລົດ​ໄຟ​ທີ່​ງາມ​ທີ່​ສຸດ ອາ​ຊີ ປີ 2018 ຕາມ​ການ​ຄັດ​ເລືອກ​ຂອງ Telegraph Travel ໄປ​ຈົນ​ຮອດ ການ​ແນະ​ນຳ-ເປັນ​ໄກ້ ໃນ​ການ​ທ່ອງ​ທ່ຽວແບບ​ປະ​ສົບ​ການ​ດ້ວຍ​ຕົນ​ເອງ.

ລາຍ​ການ "ການ​ເດີນ​ທາງ​ອັນ​ຍາວ​ໄກ​ແຕ່​ເໜືອ​ຮອດ​ໃຕ້" ຈະອອກ​ອາ​ກາດ ຕອນ 20ໂມງ05ນາ​ທີ , ວັນ​ຈັນ​ຂອງ​ທຸກ​ອາ​ທິດ ທາງ​ຊ່ອງ VTV1 ແລະ 6ໂມງ50ນາ​ທີ, ວັນ​ຄານ ທຸກ​ທິດ​ທາງ​ຊ່ອງ VTV3.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.