ຈຸດພົ້ນເດັ່ນໃນການເຄື່ອນໄຫວຂອງຄະນະກໍາມະການສັນຕິພາບຢູ່ບັນດາ ທ້ອງຖິ່ນ

09:00 | 30/11/2022

ຍສໝ - ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມະການ​ສັນຕິພາບ​ຢູ່ບັນດາ​ທ້ອງ​ຖິ່ນ ​ຄື: ຮ່າ​ໂນ້ຍ, ຫາຍ​ຟ່ອງ, ດ່າໜັງ, ນະຄອນ ​ໂຮ່ຈີ​ມິນ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ວຽກ​ງານ​ການທູດປະຊາຊົນ​ຂອງ​ບັນດາ​ທ້ອງ​ຖິ່ນ ກໍ່ຄື ປະກອບສ່ວນເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ປະຊາຊົນ ຫວຽດນາມ ​ແລະ ​ເພື່ອນ​ມິດ​ສາກົນ.

ບັນດາກະຊວງ, ອົງການຈັດຕັ້ງ, ທ້ອງຖິ່ນ ຕ້ອງເພີ່ມທະວີການຕິດຕາມກວດກາການປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດໃນຂອບເຂດພາລະບົດບາດ, ໜ້າທີ່, ສິດທີ່ໄດ້ຮັບມອບໝາຍ ບັນດາກະຊວງ, ອົງການຈັດຕັ້ງ, ທ້ອງຖິ່ນ ຕ້ອງເພີ່ມທະວີການຕິດຕາມກວດກາການປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດໃນຂອບເຂດພາລະບົດບາດ, ໜ້າທີ່, ສິດທີ່ໄດ້ຮັບມອບໝາຍ
ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງສືບຕໍ່ຍົກສູງສະຕິລະວັງຕົວ, ພິເສດແມ່ນກວດພົບບັນດາກໍລະນີຕິດເຊື້ອໄດ້ຢ່າງທັນການ ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງສືບຕໍ່ຍົກສູງສະຕິລະວັງຕົວ, ພິເສດແມ່ນກວດພົບບັນດາກໍລະນີຕິດເຊື້ອໄດ້ຢ່າງທັນການ
ຈຸດພົ້ນເດັ່ນໃນການເຄື່ອນໄຫວຂອງຄະນະກໍາມະການສັນຕິພາບຢູ່ບັນດາ ທ້ອງຖິ່ນ
ຄະນະ​ກຳມະການ​ສັນຕິພາບນະຄອນ​ຮ່າ​ໂນ້ຍ ຈັດຕັ້ງກອງປະຊຸມໃຫນ່ຜູ້ແທນ ຄັ້ງທີ VII, ອາຍຸການ 2022 – 2027.

ຮູບແບບກິດຈະກໍາເຄື່ອນໄຫວທີ່ຫຼາຍຮູບຫຼາຍແບບ

​ໃນ​ອາຍຸການ 2013-2020, ຄະນະ​ກຳມະການ​ສັນຕິພາບນະຄອນ​ຮ່າ​ໂນ້ຍ ​ໄດ້​ສົມທົບ​​ຢ່າງ​ຕັ້ງໜ້າ​ກັບ​ຄະນະ​ກຳມະການ​ສັນຕິພາບ​ຫວຽດນາມ, ຄະນະ​ກຳມະການ​ສັນຕິພາບ​ຂອງ​ບັນດາ​ທ້ອງ​ຖິ່ນຕ່າງໆ ກໍ່ຄືບັນດາອົງການຈັດຕັ້ງ ໃນລະບົບສະຫະພັນບັນດາ​ອົງການ​ຈັດ​ຕັ້ງ​​ມິດຕະພາບຫວຽດນາມ ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສັນຕິພາບ, ປະກອບສ່ວນຍົກສູງປະ​ສິດ​ທິ​ຜົນ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ ​ຄື: ການ​ປະ​ກວດ​ແຕ້ມ​ຮູບ​ສັນ​ຕິ​ພາບ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ເດັກ​ນ້ອຍ​ຢູ່​ຮ່າ​ໂນ້ຍ ແລະ ສະ​ຖານ​ທູດຕ່າງໆ; ພິທີສູດສັກອະນິດຈາໃຫ້ແກ່ ຜູ້ຖືກເຄາະຮ້າຍ ແລະ ນັກຮົບທີ່ເສຍຊີວິດໃນເຫດວາງລະເບີດ B52 ຂອງ ຈັກກະພັດ ອາເມລິກາ; ການແຂ່ງຂັນແລ່ນເພື່ອສັນຕິພາບ, ເພື່ອເດັກນ້ອຍ; ໂອ້ລົມສົນທະນາອັບເດດສະພາບສະຖານະການ….

ຄະນະ​ກຳມະການ​ສັນຕິພາບນະຄອນ​ຮ່າ​ໂນ້ຍ ຍາມ​ໃດ​ກໍ່​ຕັ້ງໜ້າ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ຄະນະ​ກຳມະການ​ສັນຕິພາບ​ຫວຽດນາມ ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ສາມັກຄີ, ມິດຕະພາບ​ລະຫວ່າງ​ປະຊາຊົນ​ຫວຽດນາມ ກັບ ປະຊາຊົນ​ບັນດາ​ປະ​ເທດ​ໃນ​ໂລກ. ພິ​ເສດ​ແມ່ນ​ໃນ​ປີ 2015, ຄະນະ​ກຳມະການ​ສັນຕິພາບນະຄອນ​ຮ່າ​ໂນ້ຍ ​ໄດ້​ລະດົມ​ກ່ວາ 1,1 ລ້ານ​ລາຍ​ເຊັນ​ເພື່ອ​ໜູນ​ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ​ແລະ ​ເພື່ອຫຼຸດຜ່ອນ​ອາວຸດ​ນິວ​ເຄຼຍ.

Những điểm sáng trong hoạt động của Ủy ban Hòa bình các địa phươngພິທີສູດສັກອະນິດຈາໃຫ້ແກ່ ນັກຮົບວິລະຊົນ, ຜູ້ຖືກເຄາະຮ້າຍ ທີ່ເສຍຊີວິດໃນ ການວາງລະເບີດ B52 ຢູ່ຮ່າໂນ້ຍ ແລະ ໃນໄລຍະການແຜ່ລະບາດຂອງ ພະຍາດໂຄວິດ-19 ຢູ່ວັດ ບ່າດ່າ, ຮ່າໂນ້ຍ.

ໃນຂະນະ​ນັ້ນ, ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມະການ​ສັນຕິພາບ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ສຸມ​ໃສ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ສັງຄົມ ​ແລະ ຄົນ​ລຸ້ນຕ່າງໆ, ພິ​ເສດ​ແມ່ນ​ຊາວ​ໜຸ່ມ​ໃນ​ການ​ກໍ່ສ້າງ​ວັດທະນະທຳ​ສັນຕິພາບ, ຄວາມ​ຮັບຜິດຊອບ​ໃນ​ການ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ສັນຕິພາບ ​ຄື: ຈັດ​ຕັ້ງ “ງານ​ປະ​ກວດ​ຮູບ​ແຕ້ມ​ກ່ຽວກັບສັນຕິພາບ"; ຕອບ​ສະ​ໜອງ​ບັນ​ດາ​ການ​ລົງ​ນາມ​ຕ້ານ​ອາ​ວຸດ​ນິວ​ເຄຼຍ, ຕໍ່ສູ້​​ເພື່ອ​ສັນ​ຕິ​ພາບ, ໜູນ​ຊ່ວຍການ​ຈັດ​ຕັ້ງ​ບັນ​ດາ​ເຫດ​ການ “ພ້ອມກັນສູ້​ຊົນ​ເພື່ອ​ສັນ​ຕິ​ພາບ”; ຂໍ້ລິເລີ່ມສີສົ້ມ.

ພິ​ເສດ, ດ້ວຍ​ການສະໜັບສະໜູນ​ຂອງ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ນະຄອນ​ໂຮ່ຈີ​ມິນ (HUFO), ການປົກປ້ອງ​ຂອງ UNESCO ຫວຽດນາມ ​ແລະ UNICEF ຫວຽດນາມ, ຄະນະ​ກຳມະການ​ສັນຕິພາບ​ນະຄອນ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ວັນ​ວັດທະນະທຳ​ສັນຕິພາບ​ນະຄອນ​ໂຮ່ຈີ​ມິນ ປີ 2018 ດ້ວຍຫົວ​ຂໍ້ “ເພື່ອ​ສັງຄົມ​ບໍ່​ໃຊ້​ຄວາມ​ຮຸນ​ແຮງ”, ​ເພື່ອ​ແນ​ໃສ່ສົ່ງສານ​ຄຸນຄ່າກໍານົດ ທິດຕົ້ນຕໍຂອງ​ວັດທະນະທຳ​ສັນຕິພາບ​ຜ່ານ​ການ​ເຄື່ອນ​ໄຫວ​ຂອງ 30 ກວ່າ​ອົງການຈັດຕັ້ງ​.

​ເຫກການມີການເຂົ້າ​ຮ່ວມຂອງ​ຫົວໜ້າ​ອົງການ UNESCO ຫວຽດນາມ, ຫົວໜ້າສະຖານກົງ​ສູນ​​ບັນດາ​ປະ​ເທດ​ຢູ່​ນະຄອນ ​ໂຮ່ຈີ​ມິນ, ບັນດາ​ຜູ້​ແທນ​ນະຄອນ ​ໂຮ່ຈີ​ມິນ ​ແລະ ບັນດາ​ແຂວງ​ໃກ້​ຄຽງ, ກ່ວາ 2.500 ຄົນ​ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ແລະ ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​. ມີຫຼາຍກວ່າ 109.700 ຄົນໄດ້ເຂົ້າເບິ່ງໜ້າເຟສບຸກຂອງກອງທຶນສັນຕິພາບ ແລະ ພັດທະນາໂຮ່ຈີມິນ (HPDF) ດ້ວຍຫຼາຍກວ່າ 2400 ຂໍ້ຄວາມຕອບ. VTV3, VTC10, ໂທລະພາບປະຊາຊົນ, ໂທລະພາບນະຄອນໂຮ່ຈີມິນ ແລະ ຫຼາຍກວ່າ 25 ບົດຂ່າວ ແລະ ໜັງສືພິມອອນໄລຫຼາຍແຫ່ງໄດ້ຂຽນ ແລະ ລາຍງານກ່ອນ, ໃນ ແລະ ຫຼັງເຫດການ.

ຮຽກຮ້ອງ​ການ​ຫັນ​ເປັນ​ສັງຄົມ​ໜູນ​ຊ່ວຍ​ທ້ອງ​ຖິ່ນລົບລ້າງຄວາມອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ​

ຄະນະ​ກຳມະການ​ສັນຕິພາບ​ນະຄອນ ຫາຍ​ຟ່ອງ ​ໄດ້ເປັນເຈົ້າການ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ສັນຕິພາບ, ຫັນບັນດາການກຳນົດ​ທິດ​ທາງ​ຂອງ​ສູນ​ກາງເປັນລະອຽດ, ຕິດ​ພັນ​ກັບ​ສະພາບ​ຕົວ​ຈິງ​ຢູ່​ທ້ອງ​ຖິ່ນ; ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແທດຈິງ​ຫຼາຍ​ຢ່າງ, ​ຂົນຂວາຍ​ປະຊາຊົນ​ເຂົ້າ​ຮ່ວມເປັນ​ຈຳນວນ​ຫຼວງ​ຫຼາຍ​ ​ແລະ ຕອບ​ສະໜອງ​ເນື່ອງໃນວັນ​ສະເຫຼີມສະຫຼອງ ​ແລະ ບັນດາ​ເຫດການ​ສາກົນ ຕໍ່ສູ້ເພື່ອສະໜັບສະໜູນ​​ສັນຕິພາບ​ໃນ​ທົ່ວ​ປະ​ເທດ ​ແລະ ຢູ່ບັນດາທ້ອງ​ຖິ່ນ. ຄະນະ​ກຳມະການ​ສັນຕິພາບ​ນະຄອນ ຫາຍ​ຟ່ອງ ສຸມ​ໃສ່ຂົນຂວາຍ, ຮຽກຮ້ອງ​ໃຫ້​ສາກົນ, ຫັນເປັນສັງຄົມ​ໜູນ​ຊ່ວຍ​ແຫຼ່ງກຳລັງ, ໜູນ​ຊ່ວຍ​ນະຄອນ​ໃນວຽກງານລົບລ້າງຄວາມອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ​​ແບບ​ຍືນ​ຍົງ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຮັບມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ປົກ​ປ້ອງ ​ເດັກນ້ອຍ, ໜູນ​ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ...

ຈຸດພົ້ນເດັ່ນໃນການເຄື່ອນໄຫວຂອງຄະນະກໍາມະການສັນຕິພາບຢູ່ບັນດາ ທ້ອງຖິ່ນ

ໂດຍມຸ່ງ​ໄປ​ເຖິງ​ເປົ້າໝາຍ​ໂຄສະນາ​ເຜີຍ​ແຜ່, ສຶກສາ​ໃຫ້ປະຊາຊົນ​ເຂົ້າ​ຮ່ວມ​ບັນດາ​ຂະ​ບວນການ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ໂລກ ​ແລະ ພາກ​ພື້ນ, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ນະຄອນ​ຕາມທິດຍືນຍົງ, ຄະນະ​ກຳມະການ​ສັນຕິພາບ​ນະຄອນ ຫາຍ​ຟ່ອງ ​ໄດ້ຂົນຂວາຍ ​ແລະ ສົມທົບ​ກັບ​ບັນດາ​ອົງການ​ຈັດຕັ້ງສະມາຊິກ​ຈັດ​ຕັ້ງ​​ຫຼາຍການ​ເຄື່ອນ​ໄຫວທີ່ແທດ​ຈິງ​ໃນບໍລິເວນ, ​ເລືອກ​ເຟັ້ນບັນດາບັນຫາ​ຈຸດ​ສຸມ, ລຸລ່ວງໃນ​ວຽກ​ງານ​ສັນຕິພາບ.

ບາງ​ກິດ​ຈະ​ກຳ​ທີ່​ພົ້ນ​ເດັ່ນ​ຄື: ​ເຂົ້າ​ຮ່ວມ​ການ​ປຸກລະດົມບັນດາໂຄງການການ​ກຸ​ສົນ​ເພື່ອ​ໜູນ​ຊ່ວຍ​ຜູ້​ປະ​ສົບ​ໄພຈາກໄພ​ນ້ຳ​ຖ້ວມ; ໜູນ​ຊ່ວຍ​ປະຊາຊົນ​ຍີ່ປຸ່ນ ພາຍຫຼັງ​ໄພພິບັດ​ແຜ່ນດິນ​ໄຫວ, ຄື້ນຟອງ​ສຸນາ​ມິ, ການ​ປົນ​ເປື້ອນ​ນິວ​ເຄຼຍ; ໜູນ​ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດພິດ​ສີ​ສົ້ມ/ດີ​ໂອ​ຊິນ, ສະກັດ​ກັ້ນໄພຍໍ້ທໍ້​ໃນ​ສັງຄົມ; ເກັບ​ກຳລາຍເຊັນ​ນັບ​ພັນ​ລາຍ​ເຊັນ​ຕ້ານ​ອາ​ວຸດ​ນິວ​ເຄຼຍ​ໃນ​ປີ 2015; ​ເຂົ້າ​ຮ່ວມ​ໂຄງການ​ປູກ ​ແລະ ປົກ​ປັກ​ຮັກສາ​ຕົ້ນໄມ້​ໃນນະຄອນ ​ແລະ ປ່າ​ຊາຍ​ເລນ, ປະກອບສ່ວນ​ປົກ​ປັກ​ຮັກສາ ​ແລະ ອະນຸລັກຮັກສາ​ສິ່ງ​ແວດ​ລ້ອມ​ທາງ​ທະ​ເລ...

ຈຸດພົ້ນເດັ່ນໃນການເຄື່ອນໄຫວຂອງຄະນະກໍາມະການສັນຕິພາບຢູ່ບັນດາ ທ້ອງຖິ່ນ

ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະທານ​ຄະນະ​ກຳມະການ​ສັນຕິພາບ​ຫວຽດນາມ ສະຫຼຸບ​ວຽກ​ງານ​ປີ 2022
ຈຸດພົ້ນເດັ່ນໃນການເຄື່ອນໄຫວຂອງຄະນະກໍາມະການສັນຕິພາບຢູ່ບັນດາ ທ້ອງຖິ່ນ

ທ່ານ​ດຣ ອວງຈູ​ລືວ, ອະດີດ​ກຳມະການ​ສູນ​ກາງ​ພັກ, ອະດີດ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ປະທານ​ຄະນະ​ກຳມະການ​ສັນຕິພາບ​ຫວຽດນາມ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ.

ຄະນະ​ກຳມະການ​ສັນຕິພາບ​ນະຄອນ ດ່າ​ນັງ ​ໄດ້ຕັ້ງໜ້າ​ເຂົ້າ​ຮ່ວມ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບຫວຽດນາມ, ຄະນະ​ກຳມະການ​ສັນຕິພາບ ຫວຽດນາມ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນະຄອນ, ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບນະຄອນ ດ່າໜັງ ແລະ ບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງຢູ່ນະຄອນຈັດຕັ້ງ; ນຳ​ມາ​ເຊິ່ງໝາກຜົນ​ໃດໜຶ່ງທີ່​ແນ່ນອນ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ມິດຕະພາບ ​ແລະ ຄວາມ​ເຂົ້າອົກເຂົ້າ​ໃຈ​ຂອງ​ປະ​ເທດ​ຊາດ ​ແລະ ບັນດາປະເທດ​ໃນ​ພາກ​ພື້ນ​ທີ່​ມີ​ຕໍ່​ປະ​ເທດຊາດ, ປະຊາຊົນ​ຫວຽດນາມ ​ແລະ ປະຊາຊົນ​ນະຄອນ ດ່າ​ນັງ ​ໃນ​ທ່າ​ອ່ຽງ​ເຊື່ອມ​ໂຍງ ​ແລະ ຮ່ວມ​ມື, ​ເປັນ​ພື້ນຖານ​ໃນ​ການ​ກໍ່ສ້າງໂລກ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ.

ບູນມີ

ເຫດການ
302 Found

Found

The document has moved here.