ບໍລິໂພກຂ່າວອອນລາຍຢ່າງມີສະຕິ

11:20 | 07/01/2020

ການຮັບ ຂ່າວສານ ໃນໂລກ ສື່ອອນລາຍ, ຜູ້ບໍລິໂພກ ຄວນມີສະຕິ, ກ່ອນຈະ ສະແດງຄວາມ ຄິດເຫັນ ຫລື ສົ່ງຕໍ່ຂໍ້ມູນດັ່ງ ກ່າວຕ້ອງ ມີກວດສອບ ຂໍ້ມູນຈາກ ຫລາຍໆບ່ອນ ແລະ ບໍ່ຄວນເຊື່ອ ຂໍ້ມູນດັ່ງກ່າວ ໃນທັນທີທັນໃດ, ຕ້ອງໃຊ້ພິຈາ ລະນາ ກັ່ນຕອງຢ່າງ ຖີ່ຖ້ວນ, ເຊື່ອໄດ້ ແຕ່ຕ້ອງຢູ່ ບົນພື້ນຖານເຫດ ແລະ ຜົນ, ຕ້ອງເບິ່ງ ຄວາມເປັນ ໄປໄດ້ ຂອງເຫດການ ແລະ ຮັບຂໍ້ມູນ ດ້ວຍຄວາມລະ ມັດລະວັງ, ພ້ອມທັງເບິ່ງ ສະຖານະການ ໃຫ້ຮອບຄອບ, ຄ່ອຍໆກັ່ນຕອງ ຢ່າຮີບຮ້ອນເພາະ ຈະຍິ່ງເຮັດ ໃຫ້ເກີດ ຄວາມເຄັ່ງຕຶງ ແລະ ກັງວົນ ຫລາຍຂຶ້ນ ກວ່າເກົ່າ.

ບໍລິໂພກຂ່າວອອນລາຍຢ່າງມີສະຕິ

ພາບປະກອບ

ໃນປັດຈຸບັນ, ການບໍລິໂພກຂ່າວຜ່ານສື່ອອນລາຍກາຍເປັນກິດຈະວັດປະຈຳວັນຂອງຄົນເຮົາ ໄປແລ້ວ, ໂດຍສະເພາະ ແມ່ນສື່ທາງ ເຟສບຸກ ເຊິ່ງເປັນແຫລ່ງລວມຂ່າວສານຕ່າງໆຈາກທຸກມູມໂລກຢ່າງຫລວງຫລາຍ. ໃນບັນດາຂ່າວເຫລົ່ານັ້ນກໍມີທັງຂ່າວແທ້, ຂ່າວລວງ ຫລື ຂ່າວລື ເນື່ອງຈາກຂໍ້ມູນບາງຢ່າງທີ່ນຳສະເໜີຜ່ານສື່ອອນລາຍຍັງບໍ່ໄດ້ຮັບການກວດສອບ, ກັ່ນຕ່ອງ ຈຶ່ງເຮັດໃຫ້ການສົ່ງສານບໍ່ຖືກຕ້ອງ ແລະ ກາຍເປັນຂ່າວລື ທີ່ບໍ່ມີມູນຄວາມຈິງ ແລະ ສ້າງຄວາມເຂົ້າໃຈຜິດໃຫ້ຜູ້ບໍລິໂພກ, ສົ່ງຜົນເຮັດໃຫ້ຜູ້ອ່ານເກີດຄວາມເຄັ່ງຕຶງ, ຮູ້ສຶກບໍ່ດີກັບຄົນອ້ອມຂ້າງ ແລະ ເບິ່ງສັງຄົມໃນມຸມມອງທີ່ ມີແຕ່ຄວາມເສື່ອມໂຊມ. ແຕ່ຄວາມເປັນຈິງແລ້ວ ສັງຄົມກໍມີ ທັງສິ່ງດີ ແລະ ບໍ່ດີເຈືອປົນກັນໄປ, ຂຶ້ນກັບເຮົາວ່າຈະເລືອກບໍລິໂພກຂໍ້ມູນແບບໃດ.

ບໍລິໂພກຂ່າວອອນລາຍຢ່າງມີສະຕິ

ທ່ານ ທັນ​ສະ­ໄໝ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ໄປ­ສະ­ນີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ.(ພາບ:vientianemai.net)

ທ່ານ ທັນ​ສະ­ໄໝ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ໄປ­ສະ­ນີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ (ປທສ) ໃຫ້​ສຳ­ພາດ​ວ່າ: ສູນ​ດາ​ຕາ​ເຊັນ​ເຕີ​ຂອງ​ກະ­ຊວງ ປທສ ສາ­ມາດ​ສ້າງ​ປະ­ໂຫຍດ​ໃຫ້​ແກ່​ບັນ­ດາ​ກະ­ຊວງ ອົງ​ການ­ຈັດ­ຕັ້ງ​ຕ່າງໆ ກໍ​ຄື​ຜູ້​ຊົມ­ໃຊ້ ເພາະ­ວ່າ​ໄດ້​ອຳ­ນວຍ​ຄວາມ​ສະ­ດວກ​ທາງ​ດ້ານ​ສັນ­ຍານ​ໂທລະ­ສັບ​ອິນ​ເຕີ​ເນັດ​ກວມ​ເອົາ 90% ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ເປັນ­ຕົ້ນ ໂທລະ­ສັບ​ລະ­ບົບ 2G 3G ແລະ 4G ກວມ 70% ສຳ­ລັບ​ລະ­ບົບ 4G ເປັນ​ລະ­ບົບ​ອິນ​ເຕີ​ເນັດ​ເທິງ​ມື​ຖື ເຊິ່ງ​ລັດ­ຖະ­ບານ​ໄດ້​ຮ່ວມ​ມື​ກັບ​ຕ່າງ­ປະ­ເທດ ເພື່ອ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ຜູ້​ຊົມ­ໃຊ້​ເຊັ່ນ ວ່ອງ­ໄວ ປະ­ຢັດ​ເວ­ລາ ໂດຍ​ສະ­ເພາະ​ບັນ­ດາ​ສື່​ສັງ­ຄົມ​ອອນ​ລາຍ​ຕ່າງໆ​ແມ່ນ​ມີ​ຜົນ​ປະ­ໂຫຍດ​ຫຼາຍ​ຢ່າງ​ເຊັ່ນ ການ​ໂພດ​ຂາຍ​ສິນ­ຄ້າ​ປະ­ເພດ​ຕ່າງໆ​ລົງ ເພື່ອ​ໃຫ້​ທຸກ​ຄົນ​ຮັບ​ຮູ້ ແລະ ຈັບ​ຈ່ອງ​ສັ່ງ​ຊື້​ສິນ­ຄ້າ​ຜ່ານ​ລະ­ບົບ​ມື​ຖື ເປັນ­ຕົ້ນ ອາ­ຫານ ເຄື່ອງ​ດື່ມ ເຄື່ອງ­ໃຊ້​ໃນ​ຊີ­ວິດ​ປະ­ຈຳ​ວັນ ແລະ ໂຄ­ສະ­ນາ​ສິນ­ຄ້າ​ອື່ນໆ.

(ໄຊພອນ)

ເຫດການ
302 Found

Found

The document has moved here.