ຮ່າໂນ້ຍ ຕ້ອນຮັບ Uniqlo ເປີດກວ້າງການຮ່ວມມືເພື່ອຜະລິດ

12:59 | 24/07/2022

ຍສໝ-ກຸ່ມບໍລິສັດໃຫຍ່ Fast Retailing - ບໍລິສັດແມ່ຂອງຍີ່ຫໍ້ Uniqlo ມີຫຼາຍແຜນການໃນການເປີດກວ້າງການຈໍາໜ່າຍ, ການຜະລິດ ແລະ ການຝຶກອົບຮົມໃຫ້ຜູ້ທີ່ມີຄວາມສາມາດຢູ່ ຮ່າໂນ້ຍ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ.

ງານບຸນດົນຕີສາກົນທີ່ໃຫຍ່ທີ່ສຸດໃນລະດູຮ້ອນປີ 2022 ພວມຈະໄຂຂຶ້ນຢູ່ ຮ່າໂນ້ຍ ງານບຸນດົນຕີສາກົນທີ່ໃຫຍ່ທີ່ສຸດໃນລະດູຮ້ອນປີ 2022 ພວມຈະໄຂຂຶ້ນຢູ່ ຮ່າໂນ້ຍ
ມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຊີ ຮ່າໂນ້ຍ: ຊ່ວຍນັກສຶກສາລາວຫຼໍ່ລ້ຽງຄວາມຝັນຂອງຕົນ ມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຊີ ຮ່າໂນ້ຍ: ຊ່ວຍນັກສຶກສາລາວຫຼໍ່ລ້ຽງຄວາມຝັນຂອງຕົນ
ຮ່າໂນ້ຍ ຕ້ອນຮັບ Uniqlo ເປີດກວ້າງການຮ່ວມມືເພື່ອຜະລິດ
ທ່ານ​ຮອງ​ປະທານ ​ຄະນະ​ກຳມະການ​ປົກຄອງ ​ນະຄອນ ​ຮ່າ​ໂນ້ຍ ຫງວຽນ​ແມັງ​ກວຽນ ​ໄດ້​​ຕ້ອນຮັບ ​ທ່ານ Noriaki Koyama, ຮອງ​ປະທານ​​ບໍລິຫານ​ຂັ້ນສູງຂອງກຸ່ມບໍລິສັດໃຫຍ່ Fast Retailing (ພາບ: kinhtedothi.vn)

ວັນ​ທີ 19 ກໍລະກົດ​ນີ້, ທ່ານ​ຮອງ​ປະທານ ​ຄະນະ​ກຳມະການ​ປົກຄອງ ​ນະຄອນ ​ຮ່າ​ໂນ້ຍ ຫງວຽນ​ແມັງ​ກວຽນ ​ໄດ້​​ຕ້ອນຮັບ ​ຄະນະປະຕິບັດງານ ​ໂດຍ​ທ່ານ Noriaki Koyama, ຮອງ​ປະທານ​​ບໍລິຫານ​ຂັ້ນສູງຂອງກຸ່ມບໍລິສັດໃຫຍ່ Fast Retailing, ຍີ່ປຸ່ນ ນໍາໜ້າ​ເພື່ອມາ​ປຶກສາ​ຫາລືກ່ຽວກັບ​ບັນດາ​ບັນຫາ​ຮ່ວມ​ມືລວມ.

ຈຸດ​ປະ​ສົງ​ຂອງ​ການໄປປະຕິບັດງານໃນຄັ້ງນີ້ ແມ່ນ​ເພື່ອ​ຢັ້ງ​ຢືນຄືນໃໝ່ “3 ຄຳ​ໝັ້ນ​ສັນ​ຍາ​ຕໍ່​ຫວຽດ​ນາມ” ຂອງ Fast Retailing - ບໍ​ລິ​ສັດ​ແມ່​ຂອງ​ຍີ່​ຫໍ້ Uniqlo, ນັ້ນແມ່ນ: ເປີດກວ້າງ​ເຄືອ​ຂ່າຍດໍາເນີນ​ທຸ​ລະ​ກິດ​ໃນ​ທົ່ວ​ປະ​ເທດ, ຊຸກ​ຍູ້​ການ​ຜະ​ລິດ​ພາຍ​ໃນ​ປະ​ເທດ ແລະ ພັດ​ທະ​ນາ​ຜູ້ທີ່ມີຄວາມສາມາດ​ຢູ່ ​ຫວຽດ​ນາມ.

ທີ່​ການ​ຕ້ອນຮັບ, ທ່ານ Koyama ​ໄດ້​ເນັ້ນ​ໜັກ​ວ່າ ​ບັນດາເປົ້າ​ໝາຍ​ທີ່​ກ່າວ​ມາ​ນີ້ ​ແມ່ນ​ໂຄງ​ປະກອບ​ພື້ນຖານ​ໃນ​​ຂະບວນການຜັນຂະຫຍາຍການ​ເຄື່ອນ​ໄຫວ​ຂອງ Fast Retailing ກໍ​ຄື​ຍີ່ຫໍ້ Uniqlo. ໃນນັ້ນ, ການ​ຝຶກ​ອົບ​ຮົມໃຫ້ຜູ້ທີ່ມີຄວາມສາມາດ ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ສຳ​ຄັນ, ເຊິ່ງກຸ່ມບໍລິສັດໃຫຍ່ກໍາລັງໄດ້​ຜັນຂະຫຍາຍ​ຢູ່​ຫຼາຍ​ປະ​ເທດ, ໃນ​ນັ້ນ​ມີ​ ຫວຽດ​ນາມ. ໄລຍະຜ່ານມາ, ບຸກຄະລາກອນຫຼາຍຄົນທີ່ເປັນຄົນ​​ຫວຽດ, ກຸ່ມບໍລິສັດໃຫຍ່ ໄດ້ຮັບ​ສະໝັກ ​ແລະ ຝຶກ​ອົບຮົມ​ ​ຢູ່​ຫວຽດນາມ ​ແລະ ຍີ່ປຸ່ນ. ພ້ອມກັນ​ນັ້ນ, Fast Retailing ຄາດ​ວ່າ​ຈະ​ລົງ​ນາມ​​ບົດ​ບັນທຶກ​ຊ່ວຍ​ຈຳ (MoU) ກັບ​ມະຫາວິທະຍາ​ໄລ​ການ​ຄ້າ​ຕ່າງປະ​ເທດ ​ແລະ ມະຫາວິທະຍາ​ໄລ ຫວຽດນາມ - ຍີ່ປຸ່ນ ​ເພື່ອ​ເປີດກວ້າງ​ການ​ເຝິກອົບຮົມ ​ແລະ ຮັບສະໝັກ​ຜູ້ທີ່ມີ​ຄວາມສາມາດ ​ຢູ່ ຫວຽດນາມ.

ສໍາລັບການເປີດກວ້າງ​ລະບົບ​ຂາຍຍ່ອຍ, ທ່ານ Koyama ​ໃຫ້​ຮູ້​ວ່າ, Uniqlo ໃນປີ​ນີ້​​ ຄາດວ່າ​ຈະ​ເປີດ​ຮ້ານ​ຄ້າ​ໃໝ່​ຫຼາຍ​ແຫ່ງ​ຢູ່​ນະຄອນຫຼວງ, ກໍຄືຮ້ານຄ້າຈໍານວນໜຶ່ງທີ່ມີລັກສະນະສັນຍະລັກ​ໃນ​ປີ 2023 ເພື່ອມຸ່ງ​ໄປ​ເຖິງ​ຂີດ​ໝາຍ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ການ​ພົວພັນ​ຫວຽດນາມ - ຍີ່ປຸ່ນ.

ທ່ານ Koyama ​ກໍໃຫ້​ຮູ້​ວ່າ Fast Retailing ຈະ​ມານະ​ພະຍາຍາມ​ເພີ່ມ​ທະວີໃນ​ການ​ຜະລິດ, ຄຸນ​ນະພາ​ບ ​ແລະ ຜົນຜະລິດ​ຢູ່ ​ຫວຽດນາມ. ໃນ​ຂະ​ບວນ​ການ​ດັ່ງ​ກ່າວ, ຫວັງວ່າ ອຳນາດການປົກຄອງ ນະຄອນ ​ຈະ​ເຊື່ອມ​ຕໍ່​ກຸ່ມ​ບໍລິສັດໃຫຍ່ກັບ​ບັນ​ດາ​ໂຮງ​ງານ​, ພື້ນຖານຜະ​ລິດ​ທີ່​ມີ​ກໍາລັງບົ່ມຊ້ອນ​ຢູ່ ​ຮ່າ​ໂນ້ຍ ເພື່ອ​ພິ​ຈາ​ລະ​ນາ​ເພີ່ມເຂົ້າໃນການ​ສະ​ໜອງ​ໃຫ້​ທົ່ວ​ໂລກ.

ທ່ານ​ຮອງ​ປະທານ​ ຫງວຽນແມັງກວຽນ ​ໄດ້​ເຫັນ​ດີເປັນເອກະພາບ ​ກັບ​ບັນດາ​ຂໍ້​ສະ​ເໜີ​​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຝຶກ​ອົບຮົມ, ​ກໍຄືແຜນການເປີດກວ້າງ​ບັນດາ​ຊ່ອງ​ທາງ​ຈຳໜ່າຍຂອງ Uniqlo, ຢືນຢັນ​ວ່າ ນີ້​ແມ່ນ​ຍີ່ຫໍ້​ທີ່​ໃກ້ຊິດ ​ແລະ ​ໜ້າເຊື່ອ​ຖື​ຂອງ​ຜູ້​ບໍລິ​ໂພ​ກ ຫວຽດນາມ.

ທ່ານ ຫງວຽນ​ແມັງ​ກວຽນ ​ເນັ້ນ​ໜັກ​ວ່າ, ​ການຕໍ່າແຜ່ນ ແມ່ນ​ໜຶ່ງໃນບັນດາຂົງເຂດທີ່ເປັນທ່າແຮງ​ຂອງ​ ຫວຽດນາມ; ວິ​ສາ​ຫະ​ກິດ​ຕ່ຳ​ແຜ່ນຫຼາຍ​ແຫ່ງ​ຢູ່​ນະ​ຄອນ​ກໍ​ມີກຳລັງ​ຄວາມ​ສາ​ມາດ​ຫຼາຍ. ຮ່າ​ໂນ້ຍ ສະແດງຄວາມຊົມ​ເຊີຍ​ຕໍ່ເປົ້າ​ໝາຍ​ຂອງ Uniqlo ໃນ​ການ​ປະ​ສານ​ສົມທົບເພື່ອ​ຊຸກ​ຍູ້​ການ​ຜະ​ລິດ​ພາຍ​ໃນ​ປະ​ເທດ, ມອບໝາຍໃຫ້ພະແນກການຕ່າງປະເທດ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ເປັນຫົວເງື່ອນເພື່ອເຊື່ອມຕໍ່ບັນດາກຸ່ມບໍລິສັດໃຫຍ່ ແລະ ຫົວໜ່ວຍທີ່ເໝາະສົມ ເພື່ອຮ່ວມມືໃນການຜະລິດກັບ Fast Retailing.

ຫອມມາລາ

ເຫດການ
302 Found

Found

The document has moved here.