ເປີດ​ຊ່ອງ​ທາງ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ງ່າຍດາຍ ແລະ ສອດຄ່ອງ

14:04 | 28/06/2019

ພິທີ​ລົງ​ນາມ​ບົດ​ບັນທຶກ​ການ​ຮ່ວມ​ມື ການ​ສະໜອງ​ຂໍ້​ມູນ​ຄວາມ​ຕ້ອງການ ແລະ ການ​ສະໜອງ​ແຮງ​ງານ ຈັດ​ຂຶ້ນ​ວັນ​ທີ 26 ມິຖຸນາ 2019 ຢູ່​ຫ້ອງການ​ປະກັນ​ສັງຄົມ ລະຫວ່າງ ທ່ານ ຄຳ​ແສນ ໄຊ​ຍະ​ວົງ ຫົວໜ້າ​ສູນ​ບໍລິການ​ຈັດ​ຫາ​ງານ ກະຊວງ​ແຮງ​ງານ ແລະ ສະຫວັດດີ​ການ​ສັງຄົມ (​ຮສສ) ແລະ ທ່ານ ແກ້ວ​ວິ​ສຸກ ດາລາ​ສານ ປະທານ​ບໍລິສັດ​ຮ້ອຍ​ແປດ​ພັນ​ເກົ້າ​ກຼຸບ​ຈຳກັດ ມີ​ທ່ານ ຄອນ​ສີ ມະຫາວົງ ຮອງ​ຫົວໜ້າ​ກົມ​ພັດທະນາ​ສີມື​ແຮງ​ງານ ແລະ ຈັດ​ຫາ​ງານ ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ ເຂົ້າ​ຮ່ວມ.

ເປີດ​ຊ່ອງ​ທາງ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ງ່າຍດາຍ ແລະ ສອດຄ່ອງ

ພິທີ​ລົງ​ນາມ​ບົດ​ບັນທຶກ​ການ​ຮ່ວມ​ມື ການ​ສະໜອງ​ຂໍ້​ມູນ​ຄວາມ​ຕ້ອງການ ແລະ ການ​ສະໜອງ​ແຮງ​ງານ

ຈຸດປະສົງ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ກົນ​ໄກ​ການ​ສະໜອງ​ຂໍ້​ມູນ​ຄວາມ​ຕ້ອງການ​ນຳ​ໃຊ້​ແຮງ​ງານ​ຂອງ​ຫົວໜ່ວຍ​ແຮງ​ງານ ຜູ້​ປະກອບ​ການ​ໃນ​ລະບົບ​ຂໍ້​ມູນ​ຂ່າວສານ​ຕະຫຼາດ​ແຮງ​ງານ ໂດຍ​ຝ່າຍ​ສູນ​ບໍລິການ​ຈັດ​ຫາ​ງານ ຕິດຕາມ​ການ​ລົງທະບຽນ ຄວາມ​ຕ້ອງການ​ນຳ​ໃຊ້​ແຮງ​ງານ ພາຍ​ໃຕ້​ເຄືອ​ຄ່າຍ​ບໍລິສັດ​ຮ້ອຍ​ແປດ​ພັນ​ເກົ້າ​ກຼຸບ​ຈຳກັດ ໃນ​ລະບົບ​ເວບ​ໄຊ ເປັນ​ຂໍ້​ມູນ​ຂ່າວສານ​ຕະຫຼາດ​ແຮງ​ງານ​ຢ່າງ​ເປັນ​ປົກກະຕິ ຈັດ​ສົ່ງ​ຜູ້​ຊອກ​ວຽກ​ພາຍ​ໃຕ້​ລະບົບ​ຂໍ້​ມູນ​ຂ່າວສານ​ຕະ ຫຼາດ​ແຮງ​ງານ ເຂົ້າ​ສຳພາດ​ວຽກ​ຕາມ​ຕຳແໜ່ງ​ຫວ່າງ​ທີ່​ປະກາດ ຊ່ວຍ​ຊຸກຍູ້​ບໍລິສັດ​ຮ້ອຍ​ແປດ​ພັນ​ເກົ້າ​ກຼຸບ​ຈຳກັດ ຈັດ​ຕັ້ງ​ປະຕິບັດ​ກົນ​ໄກ​ຂໍ້​ມູນ​ຂ່າວສານ​ຕະຫຼາດ ໃຫ້​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ສັງຄົມ ສ່ວນ​ບໍລິສັດ​ຮ້ອຍ​ແປດ​ພັນ​ເກົ້າ​ກຼຸບ​ຈຳກັດ ຈະ​ຊອກ​ຫາ​ຂໍ້​ມູນ​ຄວາມ​ຕ້ອງການ​ນຳ​ໃຊ້​ແຮງ​ງານ​ໃນ​ຕະຫຼາດ​ແຮງ​ງານ​ລາວ ສະໜອງ​ຂໍ້​ມູນ​ຕຳ ແໜ່ງ​ງານ​ເຂົ້າ​ສູ່​ລະບົບ​ຂໍ້​ມູນ​ຂ່າວສານ​ຕະຫຼາດ​ແຮງ​ງານ ແນະນຳ​ໃຫ້​ຜູ້​ປະກອບ​ການ​ລາຍ​ງານ​ການ​ບັນຈຸ​ງານ​ຕໍ່ ລະບົບ​ຂໍ້​ມູນ​ຂ່າວສານ​ຕະຫຼາດ​ແຮງ​ງານ ຮ່ວມ​ກັບ​ສູນ​ບໍລິການ​ຈັດ​ຫາ​ງານ ປັບປຸງ​ລະບົບ​ຂໍ້​ມູນ​ຂ່າວສານ​ຕະຫຼາດ​ແຮງ​ງານ​ໃຫ້​ມີ​ຄວາມ​ທັນ​ສະໄໝ ແລະ ສະດວກ​ສະບາຍ​ໃນ​ການ​ນຳ​ໃຊ້ ແລະ ແນະນຳ​ໂຄສະນາ​ເຜີຍແຜ່​ໃນ​ລະບົບ​ຂໍ້​ມູນ​ຂ່າວສານ​ຕະຫຼາດ​ແຮງ​ງານ​ໃຫ້​ສັງຄົມ​ຮັບ​ຊາບ.

ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ແຮງ​ງານ​ໃນ​ປັດຈຸບັນ ແລະ ອະນາຄົດ ກ່ຽວ​ກັບ​ການ​ສະໜອງ​ແຮງ​ງານ​ໃຫ້​ໄດ້ 143.230 ຄົນ​ຕໍ່​ປີ ຈາກ​ຄວາມ​ພະຍາຍາມ​ໃນ​ການ​ປະສານ​ສົມທົບ​ທັງ​ພາກ​ລັດ ແລະ ເອກະ​ຊົນ ໃນ​ການ​ສະໜອງ​ແຮງ​ງານ​ເຂົ້າ​ໃນ​ຫົວໜ່ວຍ​ງານ ແລະ ໂຄງການ​ຕ່າງໆ ທຽບໃສ່​ຄວາມ​ຕ້ອງການ​ຂອງ​ຕະຫຼາດ ຍັງ​ບໍ່​ທັນ​ຄ່ອງ​ຕົວ​ເທົ່າ​ທີ່​ຄວນ ພາຍຫຼັງ​ການ​ຮ່ວມ​ມື​ຄັ້ງ​ນີ້​ຈະ​ຊ່ວຍ​ໃຫ້​ວຽກ​ງານ​ດັ່ງກ່າວ ໄດ້​ຮັບ​ການ​ແກ້​ໄຂ​ດີ​ຂຶ້ນ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ
302 Found

Found

The document has moved here.