ລະດູບານໃໝ່ທີ່ເຕັມໄປດ້ວຍມິດຕະພາບ

00:54 | 14/05/2019

ຍສໝ - ຫຼັງຝົນຕົກ ອາກາດໜາວຈົນຮອດກະດູກ, ມື້ນີ້ທ້ອງຟ້າສະຫວ່າງແຈ້ງແດດອອກ ອຸ່ນຂື້ນທົ່ວທັງບໍລິເວນ. ບ້ານລາໄລ ອາສ໋ອຍ- ເປັນບ້ານຕິດຊາຍແດນ ຂື້ນກັບເມືອງ ຕູ່ໝ່ວຍ, ແຂວງສາລະວັນ ກໍ່ໄດ້ຟົດຂື້ນມາຄວາມແຫ່ງຄວາມສຸກຕ້ອນຮັບລະດູບານໃໝ່.

ລະດູບານໃໝ່ທີ່ເຕັມໄປດ້ວຍມິດຕະພາບ

ພະນັກງານ ຄ້າຍທະຫານຊາຍແດນ ດ່ານສາກົນ ລາໄລ ມ່ວນຊື່ໃນມື້ບຸນປີໃໝ່ ກັບຄອບຄົວ ທ້າວ ບຸນໂກນ ຫງ້ຽດ ແລະ ພໍ່ແມ່ພີ່ນ້ອງປະຊາຊົນບ້ານ ລາໄລອາສ໋ອຍ. (ພາບ: ຫງວ໋ຽນ ແທັ່ງຟູ໋)

ປະຊາຊົນລາວບັນດາເຜົ່າ ບໍ່ໄດ້ຕ້ອນຮັບບຸນປະເພນີປີໃໝ່ໃນຕົ້ນປີຕາມປະຕິທິນຫວຽດນາມ, ແຕ່ມື້ນີ້ ເຮືອນຮ້ານທຳມະດາຂອງ ບຸນໂກນ ຫງຽ້ດ ພັດເຕັມໄປດ້ວຍແຂກຄົນຕ່າງຈາກມື້ວັນທຳມະດາ. ພວກເຂົາກຳລັງກະກຽມການຕ້ອນຮັບແຂກ “ພິເສດ” ມາຈາກຫວຽດນາມ, ເປັນແຂກທີ່ຄອບຄົວຂອງ ບຸນໂກນ ຫງຽ້ດ ນັບຖືວ່າເປັນ “ຜູ້ຊ່ວຍຊີວິດ” ຂອງລູກສາວ ເຮັດໃຫ້ຄອບຄົວຂອງ ບຸນໂກນ ມີຄວາມສຸກຢ່າງຫາອັນປຽບໍ່ໄດ້ຄືໃນປະຈຸບັນ. ຄະນະແຂກທີ່ຄອບຄົວ ບຸນໂກນ ຫງຽ້ດ ຖ້າຮັບແມ່ນ ພະນັກງານ, ນັກຮົບ ຂອງຄ້າຍທະຫານຊາຍແດນ ດ່ານສາກົນ ລາໄລ, ທະຫານຊາຍແດນແຂວງກວ້າງຈິ.

ພວກຂ້າພະເຈົ້າຂື້ນຂັ້ນໄດ້ເຮືອນ ຂອງທ້າວ ບຸນໂກນ ຫງຽ້ດ ບົນບັນຍາກາດການຕ້ອນຮັບອັນອົບອຸ່ນຂອງຄອບຄົວເຈົ້າເຮືອນດ້ວຍຄຳເວົ້າ: “ສະບາຍດີ-ສາມັກຄີ-ຂອບໃຈເດີ”. ຕອບຄຳສະບາຍດີຂອງເຈົ້າຂອງເຮືອນ ຮ້ອຍຕີ ຫວໍ໋ ວັນເລິມ ທະຫານການເມືອງ ທະຫານຊາຍແດນ ດ່ານສາກົນລາໄລ ກໍ່ໄດ້ຖາມສະບາຍດີ ແລະ ອວຍພອນມາຍັງຄອບຄົວຈົ່ງມີສຸກຂະພາບເຂັ້ມແຂງ. ພວກຂ້າພະເຈົ້ານັ່ງປຸ້ມລຸມໂອ້ລົມກັນຢູ່ກາງເຮືອນທີ່ປູດ້ວຍສາດໜຶ່ງຜືນ.

ຂ້ອຍຮັບຈອກເຫຼົ້າຈາກ ທ້າວ ບຸນໂກນ ຫງຽ້ດ ແລະ ພະຍາຍາມຍົກໝົດຈອກແລ້ວຕັ້ງໃຈຝັງລາວເລົ່າ: “ເລີ່ມຈາກລູກສາວເພິ່ນຊື່ ນາງ ງິວ, ນາງນ້ອຍມັກໄປໂຮງຮຽນ ແຕ່ພໍຮອດ ປໍ3 ແມ່ ເຈັບໄຂ້ໜັກ. ພໍ່ຜູ້ດຽວຕ້ອງໄດ້ໄປໄຮ່, ໄປລ່າເນື້ອຊອກຢູ່ຫາກິນໃຫ້ຄອບຄົວ ແລະ ເງິນຊື້ຢາປົວພະຍາດໃຫ້ແມ່ນາງງິວ. ແມ່ເຈັບໜັກ, ນ້ອງຂອງນາງງິວພັດຍັງນ້ອຍບໍ່ມີໃຜເບິ່ງແຍງດັ່ງນັ້ນພໍ່ໄດ້ບອກໃຫ້ລາວ ຢຸດຮຽນ. ນາງ ງິວ ໄຫ້, ຂໍພໍ່ໄປຮຽນໜັງສື, ພໍ່ອີດູຕົນຫຼາຍ. ພໍ່ໄປຢາມແຮ້ວຢາມຝາພົບກັບ ນາຍບ້ານ ບຸນເທິນ ແກ້ວອຸທຽນ ມາແຈ້ງຂ່າວວ່າ: “ ບຸນໂກນ ຫງຽ້ດ ມານີ້ ບໍ່ຕ້ອງໄປຢາມແຮ້ວຢາມຝາອີກແລ້ວ ໃນບ້ານມີ ພະນັກງານ ທະຫານຊາຍແດນ ດ່ານສາກົນ ລາໄລ ມາຢ້ຽມ”.

ພາຍຫຼັງຖາມຂ່າວຄາວສະພາບຄອບຄົວຂອງພໍ່, ຮ້ອຍໂທ ຫງວຽ໋ນ ແທັງຕ່ຽມ ການເມືອງທະຫານ ຂອງຄ້າຍໄດ້ມອບເຂົ້າໃຫ້ຄອບຄົວພໍ່ 20ໂລ ແລະ ເຂົ້າຂອງອື່ນໆອີກຫຼາຍຢ່າງ, ພວກເພິ່ນຍັງໄດ້ກວດສຸກຂະພາບ ແລະ ຈ່າຍຢາໃຫ້ແມ່ນາງງິວຕື່ມອີກ. ແຕ່ສິ່ງທີ່ເຮັດໃຫ້ພໍ່ຊາບຊື້ງໃຈທີ່ສຸດແມ່ນ ພວກເພິ່ນຍັງໄດ້ໃຫ້ເງິນນາງ ງິວ ເດືອນລະ 200.000ກີບ ເພື່ອຊື້ປື້ມ, ເສື້ອຜ້າໄປໂຮງຮຽນ. ຈາກຢາທີ່ທະຫານຊາຍແດນດ່ານສາກົນລາໄລ ມອບໃຫ້ ແມ່ນາງຫງຽ້ດ ຫາຍເຈັບປົ່ວ, ປະຈຸບັນສາມາດເຮັດວຽກເຮືອນວຽກຊານໄດ້ສະບາຍ, ສ່ວນນາງ ງິວ ໄດ້ໄປໂຮງຮຽນ. ທ້າຍປີ ນາງງິວ ເປັນນັກຮຽນເກັ່ງ ແລະ ໄດ້ໄປຮັບລາງວັນຍ້ອງຍໍນັກຮຽນເກັ່ງແຕ່ຄອບຄົວທຸກຍາກຢູ່ຮ່າໂນ້ຍ , ພໍ່ມີຄວາມສຸກຫຼາຍ.”

ບຸນໂກນ ຫງຽ້ດ ເຊົາເລົ່າແຕ່ໃນຕາຂອງເພິ່ນນຳ້ຕາກ້າມໜ່ວຍ ຍ້ອນຄວາມຊາບຊື້ງໃຈ ແລະ ມີຄວາມສຸກ. ຮ້ອຍໂທ ຫວໍ໋ ຊົນເລິມ ເວົ້າຕື່ມອີກວ່າ: “ ໂຄງການ “ພານ້ອງໄປໂຮງຮຽນ” ຂອງທະຫານຊາຍແດນໄດ້ຮັບການຜັນຂະຫຍາຍ ບໍ່ພຽງແຕ່ຊ່ວຍເຫຼືບັນດານ້ອງນັກຮຽນພາຍໃນທີ່ຄ້າຍທະຫານຄຸ້ມຄອງເທົ່ານັ້ນ, ແຕ່ຍັງຊ່ວຍເຫຼືອທັງນ້ອງນັກຮຽນ ທີ່ທຸກຍາກ ຂອງບັນດາບ້ານລຽບຕາມແນວຊາຍແດນຂອງປະເທດລາວນຳອີກ. ສຳລັບ ຫຼານ ນາງງິວ, ຄ້າຍຍາມໃດກໍ່ເອົາໃຈໃສ່ພິເສດ ຍ້ອນນີ້ແມ່ນນັກຮຽນທີ່ສູ້ຊົນບາກບັ່ນໃນການຮຳ່ຮຽນທີ່ສຸດ”.

ບ້ານອາໄລອາສ໋ອຍ ແລະ ຄອບຄົວ ບຸນໂກນ ຫງຽ້ດ ຮັກສາຄວາມສຸກ ແລະ ຄຸນງາມຄວາມດີ ແລະ ນຳ້ໃຈຂອງພະນັກງານ, ທະຫານຂອງ ຄ້າຍທະຫານຊາຍແດນດ່ານສາກົນ ລາໄລ, ຄືກັນກັບແສງແດດຂອງລະດູບານໃໝ່ ສ່ອງລົງມາໃສ່ພູຜາປ່າໄມ້ລຽບຕາມແນວຊາຍແດນ ເຮັດໃຫ້ພຶດພັນນາໆຊະນິດພົ້ນຂື້ນມາຮັບແສງອາລຸນລະດູບານໃໝ່.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.