ຈຸ່ມປາຢູ່ຊາປາ - ອາຫານແຊບໆຂອງພູຜາປ່າດົງເຂົາຕາເວັນຕົກສ່ຽງເຫນືອ

06:30 | 25/11/2021

ຍສໝ - ຢູ່ຊາປາ, ອຸນຫະພູມປົກກະຕິຈະຕໍ່າກວ່າຫຼາຍບ່ອນຢູ່ພາກເໜືອ, ເໝາະແກ່ການ ກິນຈຸ່ມປາເຕິ່ມ, ປາແຊນມອນ - ອາຫານພິເສດທີ່ມີຊື່ສຽງ, ຄວນຊິນເມື່ອມາ ຊາປາ...

ນຳຕະຫຼາດຫຼັກຊັບຂອງຫວຽດນາມ ເຂົ້າກຸ່ມ 4 ໃນອາຊຽນ ນຳຕະຫຼາດຫຼັກຊັບຂອງຫວຽດນາມ ເຂົ້າກຸ່ມ 4 ໃນອາຊຽນ
​ສືບ​ຕໍ່​ເພີ່ມ​ພູນ​ຄູ​ນ​ສ້າງ​ການ​ພົວ​ພັນ ອາ​ຊຽນ - ຈີນ ໃຫ້​ມີ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ສືບ​ຕໍ່​ເພີ່ມ​ພູນ​ຄູ​ນ​ສ້າງ​ການ​ພົວ​ພັນ ອາ​ຊຽນ - ຈີນ ໃຫ້​ມີ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ
ພາບປະກອບ
ພາບປະກອບ

ເມື່ອເວົ້າເຖິງປາເຕິ່ມ (Acipense), ປາແຊນມອນ ແມ່ນແນ່ໃຈວ່າໃຜທີ່ມີຄວາມຊຳນານເລື່ອງອາຫານການກິນ ຈະຮູ້ຈັກທັນທີ. ເຖິງຢ່າງໃດກໍ່ຕາມ, ພວກເຮົາກໍ່ຮູ້ວ່າປາປະເພດນີ້ດໍາລົງຊີວິດ ຢູ່ ເຂດທະເລເອີຣົບເໜືອ ຫຼື ທະວີບອາເມລິກາ.

ແຕ່ວ່າ, ເປັນສິ່ງມະຫັດສະຈັນທີ່ສຸດທີ່ຢູ່ຊາປາ ກໍ່ລ້ຽງປາ​ເຫຼົ່າ​ນີ້​ໄດ້. ຊ້ຳບໍ່ໜຳ, ປະຊາຊົນຢູ່ຊາປາ ໄດ້ຫັນເປັນອາຫານພິເສດສະເພາະ ເຊິ່ງເດັ່ນໆແມ່ນ ຈຸ່ມປາເຕິ່ມ, ປາແຊນມອນ.

ປາເຕິ່ມ, ປາແຊນມອນ ໄດ້ລ້ຽງເປັນຈຳນວນຫຼາຍຢູ່ເຂດທ່າກບາກ (ຊາປາ), ສະນັ້ນ, ກິນຈຸ່ມປາເຕິ່ມ, ປາແຊນມອນ ຢູ່ທີ່ນີ້ຈຶ່ງໄດ້ຮັບການຕີລາຄາວ່າແຊບກວ່າຢູ່ບ່ອນອື່ນ, ພົ້ນເດັ່ນແມ່ນຢູ່ຮ້ານອາຫານທ່າກບາກ, ຮ້ານອາຫານຊອງຍີ...

ກາງບັນຍາກາດທີ່ໜາວເຢັນສະບາຍຂອງຍາມຕອນຄໍ່າຢູ່ຊາປາ, ໄດ້ກິນຈຸ່ມປາ ເຕິ່ມ, ປາແຊນມອນຮ້ອນໆແມ່ນສຸດຍອດທີ່ສຸດ. ສ່ວນຜັນກິນຈຸ່ມແມ່ນຜັກພື້ນເມືອງຂອງພູຜາປ່າດົງຊາປາ ສະນັ້ນແມ່ນອາຫານແປກໃໝ່ທີ່ສຸດສຳລັບແຂກທ່ອງທ່ຽວ.

ໄຊພອນ

ເຫດການ
302 Found

Found

The document has moved here.