ຫາລືຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ

00:54 | 15/05/2019

ຄະນະ​ຮັບຜິດຊອບ​ສ້າງ​ຍຸດ​ທະ​ສາດ ແລະ ສູນ​ສົ່ງເສີມ​ການ​ເຕີບ​ໂຕ​ສີຂຽວ​ແຫ່ງ​ຊາດ ໄດ້​ຈັດ​ກອງ​ປະຊຸມ​ປຶກ ສາ​ຫາລື​ລະດັບ​ສູງ​ກ່ຽວ​ກັບ​ທິດ​ທາງ​ການຈັດຕັ້ງ​ປະຕິບັດ​ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ສີຂຽວ​ແຫ່ງ​ຊາດ​ຂອງ ​ສປປ ລາວ ຮອດ​ປີ 2030 ຂຶ້ນ​ວັນ​ທີ 5 ມີນາ 2019 ຢູ່​ໂຮງແຮມ​ລາວ​ພລາ​ຊາ.

ຫາລືຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ

ກອງ​ປະຊຸມ​ປຶກສາ​ຫາລື​ລະດັບ​ສູງ​ກ່ຽວ​ກັບ​ທິດ​ທາງ​ການຈັດຕັ້ງ​ປະຕິບັດ​ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ສີຂຽວ​ແຫ່ງ​ຊາດ​ຂອງ ​ສປປ ລາວ ຮອດ​ປີ 2030

ໂດຍ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ທະນາຄານ​ໂລກ ແລະ ກອງ​ທຶນ​ປົກ​ປັກ​ຮັກສາ​ສິ່ງແວດລ້ອມ ຄະນະ​ຮັບຜິດຊອບ​ສ້າງ​ຍຸດ​ທະ​ສາດ ແລະ ສູນ​ສົ່ງເສີມ​ການ​ເຕີບ​ໂຕ​ສີຂຽວ​ແຫ່ງ​ຊາດໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ລະດັບ​ສູງ​ກ່ຽວ​ກັບ​ທິດ​ທາງ​ການຈັດຕັ້ງ​ປະຕິບັດ​ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ສີຂຽວ​ແຫ່ງ​ຊາດ​ຂອງ ​ສປປ ລາວ ຮອດ​ປີ 2030 ຂຶ້ນ​ວັນ​ທີ 5 ມີນາ 2019 ຢູ່​ໂຮງແຮມ​ລາວ​ພລາ​ຊາ ໂດຍ​ເປັນ​ປະທານ​ຂອງ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ການ​ເງິນ ຫົວໜ້າ​ຄະນະ​ຊີ້​ນຳ​ລະດັບ​ຊາດ​ວຽກ​ງານ​ການ​ເຕີບ​ໂຕ​ສີຂຽວ ທ່ານ ສຸພັນ ແກ້ວ​ມີ​ໄຊ ລັດຖະມົນຕີ​ກະຊວງ​ແຜນການ ແລະ ການ​ລົງທຶນ ແລະ ທ່ານ ບົວ​ສອນ ບຸບຜາ​ວັນ ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ແຫ່ງ​ຊາດ ຫົວໜ້າ​ຄະນະ​ຮັບຜິດ​ຊອບ​ສ້າງ​ຍຸດ​ທະ​ສາດ ແລະ ສູນ​ສົ່ງເສີມ​ການ​ເຕີບ​ໂຕ​ສີຂຽວ​ແຫ່ງ​ຊາດ​ຂອງ ​ສປປ ລາວ ມີ​ບັນດາ​ລັດຖະ​ມົນຕີ ຮອງ​ລັດຖະມົນຕີ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ບົວ​ສອນ ບຸບຜາ​ວັນ ກ່າວ​ວ່າ: ຂະ​ບວນ​ການ​ສ້າງ​ຍຸດ​ທະ​ສາດ​ດັ່ງກ່າວ ໄດ້​ເລີ່ມ​ແຕ່​ເດືອນ​ເມສາ 2017 ເປັນຕົ້ນ​ມາ ເຊິ່ງ​ໄດ້​ມີ​ການ​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື ເພື່ອ​ລະດົມ ແລະ ປະກອບ​ຄຳ​ຄິດ​ເຫັນ​ທັງ​ຂັ້ນ​ສູນ​ກາງ ແລະ ທ້ອງຖິ່ນ​ຫຼາຍ​ຄັ້ງ ແຕ່​ລະ​ຄັ້ງ​ກໍ​ໄດ້​ມີ​ຜູ້ຕາງໜ້າ​ຈາກ​ບັນດາ​ກະຊວງ ຂະແໜງການ ພາກ​ວິ​ສາ​ຫະ​ກິດ ອົງ​ການຈັດຕັ້ງ​ສາກົນ ແລະ ຕ່າງປະເທດ​ເຂົ້າ​ຮ່ວມ​ຢ່າງ​ກວ້າງຂວາງ ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ສີຂຽວ​ແຫ່ງ​ຊາດ​ຂອງ ​ສປປ ລາວ ຮອດ​ປີ 2030 ໄດ້​ເລັ່ງ​ໃສ່​ຄື: ຊຸກຍູ້​ການ​ຂະຫຍາຍຕົວ​ຂອງ​ເສດ​ຖະ ກິດ ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ ເພື່ອ​ໃຫ້​ປະຊາຊົນ​ບັນດາເຜົ່າ​ສາມາດ​ເຂົ້າ​ຮ່ວມ ແລະ ໄດ້​ຮັບ​ຜົນ​ປະໂຫຍດ​ຈາກ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຢ່າງ​ທົ່ວ​ເຖິງ ແລະ ເປັນ​ທຳ ຊຸກຍູ້​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ​ທີ່​ມີ​ປະ​ສິດທິ​ຜົນ ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ມີ​ຢູ່​ໃນ​ປະເທດ​ຢ່າງ​ຈຳກັດ ແລະ ເກີດ​ຜົນ​ປະໂຫຍດ​ສູງ​ສຸດ​ແກ່​ປະເທດ​ຊາດ ແລະ ປະຊາຊົນ ຊຸກຍູ້​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ​ທີ່​ສະອາດຫຼຸດຜ່ອນ​ສິ່ງ​ເສດ​ເຫຼືອ ແລະ ການ​ປ່ອຍ​ມົນ​ລະ​ພິດ ຫຼຸດຜ່ອນ​ຄວາມ​ສ່ຽງ ແລະ ຄວາມ​ບອບ​ບາງ​ຂອງ​ເສດຖະກິດ​ຕໍ່​ໄພພິບັດ​ທາງ​ທຳ​ມະ​ຊາດ ແລະ ການ​ເໜັງ​ຕີງ​ຂອງ​ເສດຖະກິດ​ໂລກ ເຊິ່ງ​ລັດຖະບານ​ໄດ້​ປະກາດ​ໃຊ້​ຍຸດ​ທະ​ສາດ​ດັ່ງກ່າວ ວັນ​ທີ 31 ມັງກອນ 2019 ໂດຍ​ມອບ​ໃຫ້​ກະ ຊວງ​ແຜນການ ແລະ ການ​ລົງທຶນ ແລະ ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ແຫ່ງ​ຊາດ ເປັນໃຈ​ກາງ​ປະສານ​ສົມທົບ​ກັບ​ຂະແໜງການ ແລະ ທ້ອງຖິ່ນ​ກ່ຽວຂ້ອງ ຈັດ​ຕັ້ງ​ຜັນ​ຂະຫຍາຍ​ໃຫ້​ມີ​ປະ​ສິດທິ​ຜົນ​ສູງ​ສຸດ.

ເພື່ອ​ເປັນ​ທິດ​ທາງ ແລະ ບ່ອນ​ອີງ​ໃນ​ການຈັດຕັ້ງ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ສີຂຽວ​ແຫ່ງ​ຊາດ​ຂອງ ​ສປປ ລາວ ຮອດ ​ປີ 2030 ກອງ​ປະຊຸມ​ໄດ້​ລົງ​ເລິກ​ປຶກສາ​ຫາລື 3 ບັນຫາ​ສຳຄັນ​ຄື: ທິດ​ທາງ​ການ​ສ້າງຕັ້ງ​ສູນ​ສົ່ງເສີມ​ການ​ເຕີບ​ໂຕ​ສີຂຽວ​ແຫ່ງ​ຊາດ​ຂອງ ​LSWinErr ສປປ ລາວ ການ​ສ້າງ​ກົນ​ໄກ​ການ​ເງິນ ແລະ ກົນ​ໄກ​ການ​ປະສານ​ງານ​ທີ່​ໄດ້​ກຳນົດ​ໄວ້​ໃນ​ຍຸດ​ທະ​ສາດ​ສະບັບ​ດັ່ງກ່າວການ​ສະ​ໜັກ​ເຂົ້າ​ເປັນ​ສະມາຊິກ​ເຄືອ​ຄ່າຍ​ຮ່ວມ​ມື​ສົ່ງເສີມ​ເສດຖະກິດ​ສີຂຽວ​ຂອງ​ອົງການ​ສະຫະ​ປະຊາ​ຊາດເຊິ່ງ​ການ​ເປັນ​ສະມາຊິກຈະ​ສາມາດ​ດຶງ​ດູດ​ແຫຼ່ງ​ທຶນ ແລະ ສ້າງ​ຄວາມ​ສາມາດ ​ໃຫ້​ພະນັກງານ​ກ່ຽວ​ກັບ​ວຽກ​ງານ​ເຕີບ​ໂຕ​ສີຂຽວປຶກສາ​ຫາລື​ກ່ຽວ​ກັບ​ການ​ໄປ​ຖອດ​ຖອນ​ບົດຮຽນ​ການ​ຜັນ​ຂະຫຍາຍ ແລະ ຈັດ​ຕັ້ງ​ປະຕິບັດ​ຍຸດ​ທະ​ສາດ​ເຕີບ​ໂຕ​ສີຂຽວ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ
302 Found

Found

The document has moved here.