ປະກາດການສະເໜີຊື່ລາງວັນ ບູຍຊວນຝ້າຍ - ເພື່ອຄວາມຮັກຫອມຮ່າໂນ້ຍ ຄັ້ງທີ 14-2021

20:07 | 08/10/2021

ຍສໝ - ຄະນະຈັດຕັ້ງງານລາງວັນ ບູຍຊວນຝ້າຍ - ເພື່ອຄວາມຮັກຫອມຮ່າໂນ້ຍ ຄັ້ງທີ 14-2021 ຫາກໍ່ປະກາດຊື່ 11 ຄົນທີ່ສະເໜີເຂົ້າໃນ 4 ລາຍການລາງວັນນີ້. ພິທີປະກາດ ແລະ ມອບລາງວັນ ຄາດວ່າຈະຈັດຂຶ້ນໃນກາງເດືອນຕຸລາຢູ່ຮ່າໂນ້ຍ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ໄຂຂຶ້ນໃນວັນທີ 13 ມັງກອນ 2021 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ໄຂຂຶ້ນໃນວັນທີ 13 ມັງກອນ 2021
ກອງປະຊຸມ ອອນລາຍ ກອງບັນຊາການກອງທັບເຮືອ ບັນດາປະເທດສະມາຊິກ ອາຊຽນ ຄັ້ງທີ 14 ກອງປະຊຸມ ອອນລາຍ ກອງບັນຊາການກອງທັບເຮືອ ບັນດາປະເທດສະມາຊິກ ອາຊຽນ ຄັ້ງທີ 14

ໃນປີນີ້, ຄະນະຈັດຕັ້ງ ຍັງບໍ່ທັນໄດ້ປະກາດການສະເໜີຊື່ເຂົ້າຊິງລາງວັນໃຫຍ່ - ລາງວັນທີ່ສຳຄັນທີ່ສຸດຂອງລາງວັນບູຍຊວນຝ້າຍ, ແຕ່ຈະປະກາດການສະເໜີຊື່ໃນພິທີມອບລາງວັນ.

ໃນບັນດາລາຍການທີ່ຍັງເຫຼືອ, ການສະເໜີຊື່ເຂົ້າໃນລາງວັນ “ຜົນງານ - ເພື່ອຄວາມຮັກຫອມຮ່າໂນ້ຍ” ປະກອບມີ: ປຶ້ມ ແລະ ງານວາງສະແດງຮູບພາບ “ຮ່າໂນ້ຍ 1967-1975” ຂອງນັກຖ່າຍຮູບຊາວເຢຍລະມັນ Thomas Billhardt ຈັດໂດຍສະຖາບັນ Goethe ຫວຽດນາມ, ບໍລິສັດ Nha Nam ແລະ Manzi Space Art; ຊຸດປຶ້ມ “Thang Long Kinh Ky - Ke Cho” (ສຳນັກພິມ Kim Dong) ຂອງ ຜູ້ຂຽນ ຫງວຽນຮູຍຖັ້ງ - ຫງວຽນກວັກຕິ໋ນ; ປຶ້ມ “Tay chơi” (ສຳນັກພິມໜຸ່ມ) ໂດຍ ຜູ້ຂຽນ ມ່າຍເລຶມ;

ປະກາດການສະເໜີຊື່ລາງວັນ ບູຍຊວນຝ້າຍ - ເພື່ອຄວາມຮັກຫອມຮ່າໂນ້ຍ ຄັ້ງທີ 14-2021
ປະກາດການສະເໜີຊື່ລາງວັນ ບູຍຊວນຝ້າຍ - ເພື່ອຄວາມຮັກຫອມຮ່າໂນ້ຍ ຄັ້ງທີ 14-2021

ລາຍຊື່ສະເໜີເຂົ້າໃນລາງວັນ “ແນວຄວາມຄິດ - ເພື່ອຄວາມຮັກຫອມຮ່າໂນ້ຍ” ປະກອບມີ: ໂຄງການ “ກໍ່ສ້າງສະຖາປັດຕະຍະກຳຄືນໃໝ່ຂອງວັດ ຢ້ຽນເຫິວ - ເສົາດຽວ ດ້ວຍເຕັກໂນໂລຍີ VR”; ແນວຄວາມຄິດສ້າງທາງດ່ວນໃຕ້ດິນ ແລະ ປັບປຸງແມ່ນ້ຳ ໂຕລິກ ໃຫ້ກາຍເປັນສວນສາທາລະນະປະຫວັດສາດ, ວັດທະນະທຳ ແລະ ຈິດວິນຍານ; ໂຄງການແຜນຜັງແບ່ງເຂດຕົວເມືອງຂອງແມ່ນໍ້າແດງ.

ລາຍຊື່ສະເໜີເຂົ້າໃນລາງວັນ “ວຽກເຮັດງານທຳ - ເພື່ອຄວາມຮັກຫອມຮ່າໂນ້ຍ” ປະກອບມີ: ການປະກວດການອອກແບບ ພື້ນທີ່ສ້າງສັນຮ່າໂນ້ຍ; ການແຂ່ງຂັນແຕ້ມຮູບ “ຮ່າໂນ້ຍແມ່ນ... ” ແລະ ຊຸດກິດຈະກຳຂອງໂຄງການ “ຮ່າໂນ້ຍ Rethink”; ບັ້ນການສັກຢາກັນພະຍາດຢູ່ຮ່າໂນ້ຍ ບັນລຸລະດັບຄວາມຄືບໜ້າ ພ້ອມກັບຄວາມມານະພະຍາຍາມຂອງກໍາລັງປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ -19 ເພື່ອຊ່ວຍໃຫ້ນະຄອນຫຼວງ ມີຄວາມເຂັ້ມແຂງໃນໄລຍະໂລກລະບາດ.

ລາງວັນ ບູຍຊວນຝ້າຍ - ເພື່ອຄວາມຮັກຫອມຮ່າໂນ້ຍ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2008 ໂດຍໜັງສືພິມກິລາ ແລະ ວັດທະນະທໍາ (TTXVN) ແລະ ຄອບຄົວຂອງນັກຈິດຕະກອນ ບູຍຊວນຝ້າຍ, ເພື່ອມອບໃຫ້ລາງວັນໃຫ້ແກ່ຜູ້ຂຽນ, ຜົນງານ, ແນວຄວາມຄິດ ແລະ ວຽກງານທີ່ມີຄຸນຄ່າວິທະຍາສາດ ແລະ ສິລະປະສູງ, ຊິມຊັບໄປດ້ວຍຄວາມຮັກຮ່າໂນ້ຍ. ຕະຫຼອດ 13 ລະດູການ, ລາງວັນດັ່ງກ່າວ ໄດ້ຮັບເກືອບ 150 ລາຍການ ແລະ ໄດ້ມອບໃຫ້ລາງວັນປະມານ 50 ລາງວັນໃນ 4 ປະເພດຄື: ລາງວັນໃຫຍ່, ລາງວັນຜົນງານ, ລາງວັນແນວຄວາມຄິດ ແລະ ລາງວັນວຽກເຮັດງານທຳ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.