09:17 | 02/05/2019

ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພົບປະກັບ ປະທານສະພາປະຊາຊົນທົ່ວປະເທດຈີນ

ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພົບປະກັບ ປະທານສະພາປະຊາຊົນທົ່ວປະເທດຈີນ

ບັນຍາກາດກອງປະຊຸມພົບປະເຈລະຈາສອງຝ່າຍ.

ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມພາກພູມໃຈທີ່ໄດ້ພົບກັບ ສະຫາຍ ລີ ຈ້ານຊູ ໄດ້ຕີລາຄາສູງຕໍ່ ສະຫາຍເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ທີ່ໄດ້ສະເໜີແນວຄວາມຄິດອັນໃໝ່ ໃນການກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”, ຕີລາຄາສູງຕໍ່ຜົນສໍາເລັດຂອງການດໍາເນີນກອງປະຊຸມສະພາປະຊາຊົນທົ່ວປະເທດຈີນ ສະໄໝສາມັນເທື່ອທີ 2 ຊຸດທີ XIII ໃນເດືອນມີນາທີ່ຜ່ານມາ, ທັງໄດ້ຕີລາຄາສູງຕໍ່ຜົນສໍາເລັດອັນໃຫຍ່ຫລວງ, ຮອບດ້ານ ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປ ຈີນ; ໄດ້ຕີລາຄາຄືນສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ກໍຄື ການພົວພັນ ລະຫວ່າງ ສອງອົງການນິຕິບັນຍັດ ແລະ ເຊື່ອໝັ້ນວ່າ ໃນຕໍ່ໜ້າ ສະພາຂອງ 2 ປະເທດ ຈະສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ-ຈີນ.

ສະຫາຍ ລີ ຈ້ານຊູ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ພ້ອມດ້ວຍຄະນະທີ່ເດີນທາງມາຢ້ຽມຢາມ ສປ ຈີນ ຄັ້ງນີ້, ເຊິ່ງເປັນການປະກອບສ່ວນ ສໍາຄັນເຂົ້າໃນການພົວພັນ ລະຫວ່າງ ສອງປະເທດ, ໄດ້ຕີລາຄາສູງຕໍ່ ການນໍາສູງສຸດຂອງສອງພັກ, ສອງລັດ ຈີນ-ລາວ ທີ່ເປັນຜູ້ນໍາໜ້າພາທາງ ໃນການເຮັດໃຫ້ການພົວພັນ ສອງປະເທດ ກ້າວຂຶ້ນສູ່ໄລຍະ ທີ່ດີທີ່ສຸດໃນປະຫວັດສາດ. ຝ່າຍຈີນ ຍິນດີຈະເພີ່ມທະວີການຮ່ວມມື ລະຫວ່າງ 2 ສະພາ ແລະ 2 ອົງການນິຕິບັນຍັດ ຂອງສອງປະເທດ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

Link: https://huunghivietlao.thoidai.com.vn/detail-article-997.html

In bài biết